ດ່ານພາສີຫ້ອງການໄປສະນີຄຸນໝິງຮັບປະກັນການຜ່ານດ່ານສຳລັບສິນຄ້າອີຄອມເມີຊຂ້າມຊາດເປັນໂລ່ງລ່ຽນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ)  ໃນໄລຍະເຄື່ອນໄຫວການສົ່ງເສີມການບໍລິໂພກທາງອິນເຕີເນັດ "618", ບັນດາແພລະຕະຟອມອີຄອມເມີຊໄດ້ເພີ່ມທະວີການບໍລິໂພກ, ແລະໃບສັ່ງອີຄອມເມີຊຂ້າມແດນໃນເຂດປອດພາສີກວມລວມຄຸນໝິງໄດ້ເພີ່ມຂຶ້ນ. ແຕ່ວັນທີ 1 ຫາ 18 ເດືອນມິຖຸນາ, ຈຳນວນໃບສັ່ງຂາເຂົ້າ-ຂາອອກຢູ່ພາກສະໜາມການຄວມຄຸມອີຄອມເມີຊຂ້າມຊາຍແດນຢູ່ເຂດປອດພາສີກວມລວມຄຸນໝິງມີປະມານ 90.000 ໃບ.

ເພື່ອຮັບປະກັນການຜ່ານດ່ານສຳລັບສິນຄ້າອີຄອມເມີຊຂ້າມຊາດເປັນໂລ່ງລ່ຽນ, ດ່ານພາສີຫ້ອງການໄປສະນີຄຸນໝິງໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ, ໄດ້ສຳຫຼວດວິສາຫະກິດອີຄອມເມີຊໃນເຂດປອດພາສີກວມລວມຄຸນໝິງຢ່າງລ່ວງໜ້າ, ໄດ້ຮັບຮູ້ຈຳນວນສິນຄ້າທີ່ສຳຮອງ, ຈຳນວນສິນຄ້າທີ່ສົ່ງອອກຕາມຄາດຄະເນ ແລະຄວາມຕ້ອງການຜ່ານດ່ານຂອງບໍລິສັດ, ວາງແຜນການຮັບປະກັນການຜ່ານດ່ານ ແລະ ແຜນການແກ້ໄຂສະພາບສຸກເສີນ. ພ້ອມກັນນັ້ນ, ສືບຕໍ່ປັບປຸງຂະບວນການດຳເນີນທຸລະກິດ, ຫຼຸດລົງເວລາເຮັດທຸລະກິດຕ່າງໆ ແລະ ປະສານສົມທົບພະນັກງານດ່ານພາສີຄວບຄຸມການຈັດສັນຊັບພະຍາກອນມະນຸດ ແລະ ການຈັດຕັ້ງໜ້າທີ່ວຽກງານ.

ສຳລັບຈຳນວນໃບສັ່ງນຳເຂົ້າອາຫານ ແລະ ເຄື່ອງສຳອາງເພີ່ມຂຶ້ນ, ແລະຄວາມບໍ່ແນ່ນອນຂອງເວລາອອກຈາກເຂດ ແລະສະພາບອື່ນໆຂອງເຂດປອດພາສີກວມລວມຄຸນໝິງ, ພະນັກງານຂອງດ່ານພາສີຫ້ອງການໄປສະນີຄຸນໝິງອຳນວຍການຊີ້ນຳໃຫ້ວິສາຫະກິດໃນດ້ານການແຈ້ງພາສີ, ການກວດກາດໃບສັ່ງ, ການກວດກາສິນຄ້າໃນການຜ່ານດ່ານ ແລະ ດ້ານອື່ນໆ, ອຳນວຍບໍລິການເຮັດວຽກລ່ວງເວລາປົກກະຕິໃນຕອນແລງ, ໃນເວລາດຽວກັນ, ເພີ່ມທະວີການກວດສອບຄວາມສ່ຽງດ້ານຄວາມປອດໄພສຳລັບຄຸນນະພາບຂອງຜະລິດຕະພັນ, ຮັບປະການຂະບວນການກວດກາດໃບສັ່ງ, ການກວດກາສິນຄ້າ, ການປ່ອຍສິນຄ້າຢູ່ດ່ານພາສີ ແລະ ຂະບວນອື່ນໆເຊື່ອມຕໍ່ເຂົ້າກັນຢ່າງໂລ່ງລ່ຽນ.

“618”促消费活动期间,各大电商平台促销力度加大,昆明综合保税区内跨境电商订单增加。6月1日至18日,昆明综合保税区跨境电商监管现场进出口总量约9万单。

为保障跨境电商商品通关顺畅,昆明邮局海关积极回应企业需求,提前对综合保税区内电商企业进行摸底调研,详细了解企业备货量、预计出货量以及通关需求等情况,制定通关保障方案和应急预案。同时,持续优化业务流程,压缩各项业务办理时间,统筹海关监管现场人力资源配置和值班安排。

针对昆明综合保税区内食品、化妆品进口订单量增加、出区时间不确定等情况,昆明邮局海关工作人员主动在报关审单、通关查验等方面给予企业指导和晚间时段常态化加班支持,同时强化商品质量安全风险监测,全力保障审单、查验、卡口验放等各环节衔接顺畅。(云南日报 记者刘子语 通讯员张悦)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/19

16:20

ແບ່ງປັນ

ແປ
翻译