39 ປະເທດ,25.000 ຄົນ!ຂະບວນລົດໄຟໂດຍສານສາກົນລາວ-ຈີນໄດ້ເປີດການບໍລິການຄົບຮອບ 2 ເດືອນ

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວຄຳປະເສີດ)ຕາມຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ຈຳກັດ ສາຂາຄຸນມິງ,ວັນທີ 13 ມິຖຸນານີ້,ຂະບວນລົດໄຟໂດຍສານສາກົນລາວ-ຈີນໄດ້ເປີດການບໍລິການຄົບຮອບ 2 ເດືອນ,ພາກສ່ວນລົດໄຟໄດ້ເບີດຂະບວນລົດໄຟເຂົ້າອອກເມືອງ 61 ຄູ່,ພາກສ່ວນດ່ານກວດກາຊາຍແດນ ແລະ ດ່ານພາສີໄດ້ກວດກາຂະບວນລົດໄຟເຂົ້າອອກເມືອງທັງໝົດ 122 ຖ້ຽວ,ກວດກາ ແລະ ອະນຸຍາດໃຫ້ຜູ້ໂດຍສານຈາກ 39 ປະເທດໃນໂລກເຂົ້າອອກເມືອງຈີນ 25.000 ເທື່ອຄົນ,ຜູ້ໂດຍສານຂ້າມຊາຍແດນແມ່ນກວມເອົາການທ່ອງທ່ຽວ ແລະ ທຸລະກິດ,ໃນນັ້ນມີນັກທ່ອງທ່ຽວ 8.000 ກວ່າເທື່ອຄົນ,ກວມເອົາ 33%.

2

ວັນທີ 13 ເມສານີ້,ພາຍໃຕ້ການຊຸກຍູ້ຢ່າງຕັ້ງໜ້າຂອງປະເທດຈີນ-ລາວ,ສະຖານີ ຄຸນມິງໃຕ້ ແລະ ສະຖານີວຽງຈັນຂອງທາງລົດໄຟລາວ-ຈີນໄດ້ເປີດຂະບວນລົດໄຟໂດຍສານສາກົນ, ແລະນະຄອນຄຸນໝິງແລະນະຄອນຫຼວງວຽງຈັນໄດ້ຮັບການເຂົ້າເຖິງໃນມື້ດຽວກັນ,ແຕ່ນະຄອນຄຸນມິງ ຫາ ນະຄອນຫລວງວຽງຈັນສະມາດຮອດໄດ້ພາຍໃນມື້ດຽວກັນ.ການເປີດຂະບວນລົດໄຟໂດຍສານສາກົນທາງລົດໄຟລາວ-ຈີນບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດເທົ່ານັ້ນ,ແຕ່ຍັງໄດ້ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ແລະ ເສດຖະກິດການຄ້າຢ່າງຫຼວງຫຼາຍ.

3

ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານຂ້າມຊາຍແດນ,ພາກສ່ວນທາງລົດໄຟໄດ້ປັບປຸງທາງເຂົ້າ-ອອກຜູ້ໂດຍສານຂອງສະຖານີຢ່າງບໍ່ຢຸດຢັ້ງ,ແລະ ປັບປຸງປ້າຍແນະນຳສະຖານທີ່ຂົນສົ່ງຜູ້ໂດຍສານໃຫ້ດີຂຶ້ນ.ວາງປ້າຍແນະນຳ,ເປັນພາສາຈີນ,ລາວ,ອັງກິດຢູ່ຫ້ອງຂາຍປີ້,ປະຕູເຂົ້າ,ບ່ອນກວດປີ້ ແລະ ບໍລິເວນລໍຖ້າ.ປະກາດແຈ້ງການເດີນທາງຂອງຜູ້ໂດຍສານສາກົນ,ແຈ້ງການຄວາມປອດໄພໃນການເດີນທາງ,ຂັ້ນຕອນການເຂົ້າ-ອອກເມືອງ ແລະ ອື່ນໆ.ໃນຂະນະດຽວກັນ,ຂະບວນລົດໄຟມີເຄື່ອງແປພາສາມືອາຊີບເພື່ອອໍານວຍຄວາມສະດວກໃນການສື່ສານກັບຜູ້ໂດຍສານຕ່າງປະເທດ ແລະ ຊ່ວຍແກ້ໄຂການສອບຖາມແລະການຊ່ວຍເຫຼືອຂອງຜູ້ໂດຍສານ.

ຕາມຂ່າວແຈ້ງວ່າ,ນັບແຕ່ໄດ້ເປີດບໍລິການຂະບວນລົດໄຟໂດຍສານສາກົນທາງລົດໄຟລາວ-ຈີນ,ພາກສ່ວນທາງລົດໄຟ,ດ່ານສາກົນຊາຍແດນ,ດ່ານພາສີ ແລະ ພາກສ່ວນອື່ນໆໄດ້ຮ່ວມມືກັນ.ສືບຕໍ່ປັບປຸງມາດຕະການບໍລິການການເຂົ້າ-ອອກຜູ້ໂດຍສານ,ກວດກາລາຍການ,ກວດກາຊາຍແດນເພື່ອຮັບປະກັນໃຫ້ຜູ້ໂດຍສານສາມາດເດີນທາງຢ່າງປອດໄພ,ເປັນລະບຽບ ແລະ ວ່ອງໄວຂີ່ລົດໄຟການເຂົ້າ-ອອກຊາຍແດນ.


1

记者从中国铁路昆明局集团有限公司(以下简称:国铁昆明局)获悉,6月13日,中老铁路国际旅客列车开行满2个月,铁路部门共计开行跨境动车组列车61对,边检、海关部门共查验出入境列车122列次,验放来自39个国家的2.5万名跨境旅客。跨境客流以旅游、商务为主,其中旅游人员8000多人次,占比达33%。

2

今年4月13日,在中老两国的积极推动下,中老铁路昆明南站、万象站双向对开国际旅客列车,昆明至万象实现当日通达。中老铁路国际旅客列车的开行,不仅便利了两国民众往来,也极大地推动了旅游和经贸合作。

3

为了满足跨境旅客出行需求,铁路部门不断优化旅客进出站流线、完善客运场所揭示揭挂,在售票厅、进站口、检票口、候车区设置中文、老挝语、英语导向标识,公告国际旅客旅行须知、乘车安全须知、出入境手续等内容。同时,在列车上配备专业的语言翻译机,方便与外籍旅客沟通,帮助解决旅客的问询、求助。

据了解,中老铁路国际旅客列车开行以来,铁路、边检、海关等部门通力合作,不断完善旅客进出站、物品查验、边检旅检服务举措,确保旅客安全、有序、快捷地乘坐动车出入境。(云南网 记者夏方海)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/16

17:02

ແບ່ງປັນ

ແປ
翻译