ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 29 ເດືອນພຶດສະພານີ້, ການເຄື່ອນໄຫວສົ່ງເສີມການລົງທຶນດ້ານຂະແໜງການໂລຈິສຕິກທັນສະໄໝຕາມທາງລົດໄຟລາວ-ຈີນໄດ້ຈັດຂຶ້ນຢູ່ຄຸນໝິງ. ທ່ານວາງຢູປໍ ຮອງເລຂາຄະນະພັກແຂວງ, ເຈົ້າແຂວງຢຸນນານເຂົ້າຮ່ວມ ແລະ ກ່າວຄໍາປາໄສ, ພ້ອມທັງເປັນສັກຂີພິຍານຂອງພິທີລົງນາມໃນສັນຍາການຮ່ວມມືຈໍານວນໜຶ່ງກັບບັນດາແຂກທີ່ມາຈາກທຸກຂົງເຂດ.
ໃນວັນທີ 29 ເດືອນພຶດສະພານີ້, ການເຄື່ອນໄຫວສົ່ງເສີມການລົງທຶນດ້ານຂະແໜງການໂລຈິສຕິກທັນສະໄໝຕາມທາງລົດໄຟລາວ-ຈີນໄດ້ຈັດຂຶ້ນຢູ່ຄຸນໝິງ. ທ່ານວາງຢູປໍ ຮອງເລຂາຄະນະພັກແຂວງ, ເຈົ້າແຂວງຢຸນນານເຂົ້າຮ່ວມ ແລະ ກ່າວຄໍາປາໄສ.
ພາຍໃຕ້ການມອບໃໝຂອງທ່ານວາງນິງ ເລຂາຄະນະພັກແຂວງ, ທ່ານວາງຢູປໍ ຮອງເລຂາຄະນະພັກແຂວງ, ເຈົ້າແຂວງຢຸນນານໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນັກວິສາຫະກິດ ແລະ ແຂກມີກຽດ. ທ່າວກ່າວວ່າ, ພາຍໃຕ້ການເອົາໃຈໃສ່ຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ , ຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ, ແຂວງຢູນນານໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່, ການປ່ຽນແປງດ້ານສະພາບການແຂວງ, ການພັດທະນາ ແລະ ສະຖານະການຂອງແຂວງ ເຊິ່ງໄດ້ເຮັດໃຫ້ແຂວງຢຸນນານກາຍເປັນການເລືອກທຳອິດຂອງວິສາຫະກິດ. ທາງລົດໄຟລາວ-ຈີນທີ່ໄດ້ເປີດການບໍລິການເປັນເວລາໜຶ່ງປີແລ້ວ, ໄດ້ສືບຕໍ່ສະແດງປາກົດການທາງຊ່ອງ, ປາກົດການສູນໃຈກາງການຄົມນາຄົມ ແລະ ປາກົດການເຊື່ອມໂຍງເຂົ້າກັນ, ໄດ້ກາຍເປັນເສັ້ນທາງຄຳແຫ່ງການພັດທະນາໂລຈິສຕິກອັນທັນສະໄໝ.
ບັນດາວິສາຫະກິດ ແລະ ອົງການຈັດຕັ້ງທີ່ເຂົ້າຮ່ວມກອງປະຊຸມໃນມື້ນີ້ລ້ວນແຕ່ເປັນມາດຕະຖານຂອງຂະແໜງການໂລຈິສຕິກແຫ່ງຊາດ, ຍິນດີຕ້ອນຮັບທຸກທ່ານມາລົງທຶນຢູ່ແຂວງຢຸນນານ, ອີງໃສ່ທ່າແຮງດ້ານຕະຫຼາດ, ຊ່ອງທາງ, ການສະໜອງ ແລະ ນະໂຍບາຍທີ່ເປັນເອກະລັກຕາມເສັ້ນທາງລົດໄຟລາວ-ຈີນ, ຮ່ວມກັນກໍ່ສ້າງລະບົບໂລຈິສຕິກທີ່ທັນສະໄຫມ ແລະ ກວມລວມ ຄື “ຊ່ອງທາງ + ສູນໃຈກາງການຄົມນາຄົມ + ເຄືອຂ່າຍອິນເຕີເນັດ”, ຮ່ວມກັນເຮັດວຽກທີ່ດີໃນການພັດທະນາຕາມທາງລົດໄຟ. ພວກເຮົາຈະສືບຕໍ່ປັບປຸງສະພາບແວດລ້ອມທາງທຸລະກິດ ແລະ ບໍລິການວິສາຫະກິດຢ່າງເປັນເຈົ້າການ, ເພື່ອໃຫ້ທຸກຄົນສາມາດລົງທຶນດ້ວຍຄວາມເຊື່ອໝັ້ນ, ສຸມໃສ່ການສ້າງທຸລະກິດ ແລະ ດຳເນີນທຸລະກິດດ້ວຍຄວາມສະຫງົບສຸກ.
ຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງ ແລະ ພະແນກການຄ້າແຂວງ ໄດ້ສົ່ງເສີມໂດຍມີຫົວຂໍ້. ທ່ານຫຼີຊ້ຽງຢາງ, ຮອງຜູ້ອຳນວຍການໃຫຍ່ຂອງກຸ່ມບໍລິສັດໂລຈິກຕິກ ຈີນ, ທ່ານກ່າວສຽງ, ປະທານຂອງກຸ່ມບໍລິສັດຄອນທິງເນີ ການຂົນສົ່ງທາງທະເລສາກົນ ຈີນ, ທ່ານເຮີ່ແຟ່ ຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດຊິໂນໂທນ ຈີນ, ທ່ານເຊ້ຍຈຽງ ປະທານຂອງກຸ່ມບໍລິສັດຈິງຕ່ອງ, ທ່ານຫວງຢີເຟີ່ງ ປະທານຂອງກຸ່ມບໍລິສັດຢວນທ່ອງສາກົນ ແລະອື່ນໆໄດ້ກ່າວຄຳປາໄສຕາມລຳດັບ, ແລະໄດ້ຕີລາຄາສູງເຖິງທ່າແຮງການພັດທະນາຂອງແຂວງຢຸນນານ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຕາມເສັ້ນທາງລົດໄຟລາວ-ຈີນ, ໄດ້ແນະນຳສະພາບການຮ່ວມມື ແລະ ການລົງທຶນໃນແຂວງຢຸນນານ, ເຈຕະນາການຮ່ວມມືໃນບາດກ້າວຕໍ່ໄປ, ແລະສະແດງຄວາມປາຖະໜາຂອງການຮ່ວມມືຢ່າງເລິກເຊິ່ງຕື່ມອີກ.
ຢູ່ພິທີລົງນາມ, ທ່ານຢາງປິ່ນ ຮອງເຈົ້າແຂວງ ແລະ ທ່ານກ່າວສຽງ, ປະທານຂອງກຸ່ມບໍລິສັດຄອນທິງເນີ ການຂົນສົ່ງທາງທະເລສາກົນ ຈີນ, ໄດ້ລົງນາມສັນຍາຂອບການຮ່ວມມືຍຸດທະສາດ ໂດຍຕາງໜ້າໃຫ້ອຳນາດການປົກຄອງ ແລະ ວິສາຫະກິດສອງຝ່າຍນີ້. ຄຸນໝິງ, ຢູ້ຊີ, ພູເອີ, ສິບສອງພັນນາ, ຕ້າລີ ແລະ ນະຄອນ ກິ່ງແຂວງອື່ນໆໄດ້ລົງນາມສັນຍາການຮ່ວມມືກັບວິສາຫະກິດທີ່ກ່ຽວຂ້ອງ.
ທ່ານວາງຮ້າວ ແລະ ທ່ານຊູນຊ້ານເຂົ້າຮ່ວມກິດຈະກຳຄັ້ງນີ້. ຜູ້ຕາງໜ້າເກືອບ 70 ຄົນທີ່ມາຈາກບັນດາສະຫາຍທີ່ມີຄວາມຮັບຜິດຊອບຂອງບັນດາພະແນກ ແລະ ຫົວໜ່ວຍທີ່ກ່ຽວຂ້ອງຂອງແຂວງ, ບາງວິສາຫະກິດ ແລະ ເທດສະບານ, ວິສາຫະກິດ 20 ກວ່າແຫ່ງໄດ້ເຂົ້າຮ່ວມ.
ໃນວັນທີ 29 ເດືອນພຶດສະພານີ້, ທ່ານວາງຢູປໍ ຮອງເລຂາຄະນະພັກແຂວງ, ເຈົ້າແຂວງຢຸນນານໄດ້ພົບປະກັບທ່ານຫຼິວເຈ່ຍເຊິ່ງ, ຜູ້ບໍລິຫານໃຫຍ່ຂອງກຸ່ມບໍລິສັດໂລຈິກຕິກ ຈີນ, ພ້ອມຄະນະ.
ໃນໂອກາດດັ່ງກ່າວ, ທ່ານວາງຢູປໍ, ທ່ານຢາງປີ່ນ, ແລະ ທ່ານວາງຮ້າວ ຍັງໄດ້ພົບປະກັບທ່ານຫຼິວເຈ່ຍເຊິ່ງ, ຜູ້ບໍລິຫານໃຫຍ່ຂອງກຸ່ມບໍລິສັດໂລຈິກຕິກ ຈີນ, ພ້ອມຄະນະ, ແລກປ່ຽນຄຳຄິດເຫັນກ່ຽວກັບການລົງເລິກການຮ່ວມມືໃນຂົງເຂດທີ່ກ່ຽວຂ້ອງ.
5月29日,中老铁路沿线现代物流业招商推介活动在昆明市举行。省委副书记、省长王予波出席活动致辞,并与各界嘉宾共同见证多项合作协议签约。
5月29日,中老铁路沿线现代物流业招商推介活动在昆明市举行,省委副书记、省长王予波出席并致辞。
受省委书记王宁委托,王予波代表省委、省政府对企业家和嘉宾们表示欢迎。他说,在习近平总书记和党中央、国务院的亲切关怀下,进入新时代的彩云之南,省情之变、发展之变、形势之变前所未有,已成为企业争相布局的首选之地。开通一年多的中老铁路,通道效应、枢纽效应、集聚效应持续显现,成为现代物流发展的黄金线路。
今天参会的企业机构都是全国物流业的标杆,欢迎大家来滇投资兴业,依托中老铁路沿线独特的市场优势、通道优势、货源优势、政策优势,共同构建“通道+枢纽+网络”的现代综合物流体系,携手做好铁路沿线开发这篇大文章。我们将持续优化营商环境、主动服务企业客商,让大家放心投资、专心创业、安心经营。
省发展改革委、省商务厅作主题推介。中国物流集团有限公司副总经理李向阳、中国国际海运集装箱(集团)股份有限公司总裁高翔、中国外运股份有限公司副总经理贺飞、京东集团有限公司副总裁夏强、圆通国际总裁黄逸峰等先后发言,高度评价云南发展优势和中老铁路沿线巨大潜力,介绍在滇投资或开展合作情况、下一步合作意向等,并表达了进一步深化合作的强烈愿望。
签约仪式上,副省长杨斌与中集集团总裁高翔分别代表省企双方签订战略合作框架协议。昆明、玉溪、普洱、西双版纳、大理等州市分别与有关企业签订合作协议。
王浩、孙灿出席活动。省级有关部门单位、部分企业和州市政府负责同志,20余家企业、机构的近70名代表参加。
5月29日,省委副书记、省长王予波会见中国物流集团总经理廖家生一行。
活动期间,王予波、杨斌、王浩还会见了中国物流集团有限公司总经理廖家生一行,围绕深化有关领域合作进行了交流。
ວິສາຫະກິດຫຼາຍແຫ່ງແຂວງຢູນນານເຂົ້າມາຕັ້ງຖິ່ນຖານ ເຂດພັດທະນາຂອງລາວແຫ່ງນີ້ກາຍເປັນມາດຕະຖານການຮ່ວມຈີນ-ລາວ
ສະບາຍດີ2023-05-26
ການສົ່ງນາໂຍບາຍ AEO ເຖິງປະຕູ ດ່ານພາສີຄຸນໝິງຊ່ວຍສົ່ງເສີມວິສາຫະກິດຕ່າງປະເທດແຂວງຢູນນານພັດທະນານຢ່າງມີຄຸນນະພາບສູງ
ສະບາຍດີ2023-04-26
ພິທີເລີ່ມລົງມືກໍ່ສ້າງໂຄງການໄຟຟ້າພະລັງລົມແຫ່ງທຳອິດຢູ່ລາວທີ່ສ້າງໂດຍວິສາຫະກິດຈີນໄດ້ຈັດຂຶ້ນ
ສະບາຍດີ 2023-05-06
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
05/30
17:22
— ແບ່ງປັນ —