ການສົ່ງນາໂຍບາຍ AEO ເຖິງປະຕູ ດ່ານພາສີຄຸນໝິງຊ່ວຍສົ່ງເສີມວິສາຫະກິດຕ່າງປະເທດແຂວງຢູນນານພັດທະນານຢ່າງມີຄຸນນະພາບສູງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 19 ເມສານີ້, ດ່ານດ່ານພາສີຄຸນໝິງຈັດສົ່ງພະນັກງານໄປບໍລິສັດອຸດສາຫະກໍາຕົວຈິງ ເວີນຊູ້ນ ຄຸນໝິງຈໍາກັດ, ເພື່ອຈັດກິດຈະກໍາ“ດ່ານພາສີສົ່ງນາໂຍບາຍເຖິງປະຕູ”, ຄົ້ນຄວ້າບັນຫາການພັດທະນາການຄ້າຕ່າງປະເທດຂອງວິສາຫະກິດ, ໂຄສະນາເຜີຍແຜ່ນະໂຍບາຍອູ້ມຊູຍູ້ໜູນ”ຂອງດ່ານພາສີໃນດ້ານຊຸກຍູ້ການຄ້າຕ່າງປະເທດ, ຮັກສາສະຖຽນລະພາບ ແລະ ຍົກສູງຄຸນນະພາບ. ໄດ້ອອກໃບຢັ້ງຢືນວິສາຫະກິດເປັນລະດັບສູງ AEO ຂອງດ່ານພາສີຈີນໃຫ້ແກ່ບໍລິສັດ.

20

ການສົ່ງນາໂຍບາຍ AEO ເຖິງປະຕູ 

"ການຢັ້ງຢືນ AEO ຂອງດ່ານພາສີເທົ່າກັບເປັນ 'ບັດຜ່ານສີຂຽວ' ສໍາລັບດໍາເນີນການຄ້າລະຫວ່າງປະເທດ, ຫຼັງຈາກບໍລິສັດຂ້າພະເຈົ້າຜ່ານການຢັ້ງຢືນ AEO, ອັດຕາການກວດກາໄດ້ຫຼຸດລົງຢ່າງຫຼວງຫຼາຍ, ແລະ ຍັງສາມາດໃຊ້ການບໍລິການທີ່ສະດວກເຊັ່ນການຜ່ານດ່ານບູລິມະສິດ ແລະ ການກວດກາບູລິມະສິດໃນເຂດດ່ານພາສີອື່ນໆ. ໄດ້ປະຫຍັດເວລາ ແລະ ຄ່າໃຊ້ຈ່າຍໃນການດໍາເນີນງານ, ທັງມີບົດບາດການສົ່ງເສີມຕໍ່ບໍລິສັດຂ້າພະເຈົ້າໃນດ້ານການພັດທະນາການຄ້ານໍາເຂົ້າ ແລະ ສົ່ງອອກຢ່າງຫຼວງຫຼາຍ " ຜູ້ຮັບຜິດຊອບກ່ຽວຂ້ອງຂອງບໍລິສັດອຸດສາຫະກໍາຕົວຈິງ ເວີນຊູ້ນ ຄຸນໝິງຈໍາກັດໄດ້ສະແດງວ່າ, ບໍລິສັດຕົນເອງແມ່ນວິສາຫະກິດທໍາອິດທີ່ໄດ້ຜ່ານຢັ້ງຢືນຢູ່ແຂວງຢຸນນານໃນປີ 2023.

AEO ແມ່ນຄໍາຫຍໍ້ພາສາອັງກິດຂອງ "ຜູ້ປະກອບການທີ່ໄດ້ຮັບການຢັ້ງຢືນ", ເປັນໂຄງການອໍານວຍຄວາມສະດວກທາງດ້ານການຄ້າທີ່ໄດ້ຮັບຮອງໃນ 97 ປະເທດ (ພາກພື້ນ) ທົ່ວໂລກ. ວິສາຫະກິດໄດ້ຮັບການຢັ້ງຢືນຂັ້ນສູງແມ່ນວິສາຫະກິດ AEO ຂອງພາສີຈີນ, ບໍ່ພຽງແຕ່ສາມາດໃຊ້ມາດຕະການອໍານວຍຄວາມສະດວກຕ່າງໆ, ເຊັ່ນ: ບູລິມະສິດດໍາເນີນງານດ້ານການຜ່ານດ່ານ, ຫຼຸດຈໍານວນການຕິດຕາມກວດກາໜ້ອຍ, ຫຼຸດຄ່າໃຊ້ຈ່າຍຜ່ານດ່ານລົງ, ຫຼຸດເວລາການດຳເນີນງານສັ້ນ, ແລະ ໃຊ້ບໍລິການຜູ້ປະສານງານສໍາລັບວິສາຫະກິດ, ຍັງສາມາດຊົມໃຊ້ບັນດາມາດຕະການອຳນວຍຄວາມສະດວກດ້ານການຜ່ານດ່ານຂອງບັນດາປະເທດ (ພາກພື້ນ) ທີ່ໄດ້ລົງນາມສັນຍາຮັບຮອງເອົາ AEO ເຊິ່ງກັນ ແລະ ກັນກັບປະເທດຂ້າພະເຈົ້າ, ເພື່ອຫຼຸດລົງຄ່າໃຊ້ຈ່າຍໃນການຄ້າ ແລະ ເພີ່ມທະວີຄວາມສາມາດການແຂ່ງຂັນສາກົນຂອງວິສາຫະກິດ.

ດ່ານດ່ານພາສີຄຸນໝິງປິ່ນອ້ອມຊຸກຍູ້ການເປີດປະຕູສູ່ພາຍນອກລະດັບສູງ, ໄດ້ສ້າງຕັ້ງທິມງານການບົ່ມສ້າງ ແລະ ຢັ້ງຢືນ AEO, ປະສົມກັນກັບມາດຕະຖານກ່ຽວກັບດ່ານພາສີຢັ້ງຢືນວິສາຫະກິດລະດັບສູງທີ່ປັບປຸງໃຫມ່, ຊີ້ນໍາໃຫ້ວິສາຫະກິດໄດ້ເຂົ້າໃຈນາໂຍບາຍຢ່າງເຕັມສ່ວນ, ຊ່ວຍວິສາຫະກິດຍົກສູງລະດັບການຄຸ້ມຄອງຄຸນນະພາບ ແລະ ການປະຕິບັດກົດໝາຍ ແລະ ລະບຽບການ, ຕັ້ງໜ້າຊ່ວຍວິສາຫະກິດຮ້ອງຂໍໃບຢັ້ງຢືນ AEO ຂອງດ່ານພາສີ, ຊຸກຍູ້ໃຫ້ວິສາຫະກິດ “ອອກສູ່ທົ່ວໂລກ”, ຊຸກຍູ້ການຄ້າຕ່າງປະເທດຂອງແຂວງຢູນນານມີການພັດທະນາຢ່າງມີຄຸນນະພາບສູງ.

ທ່ານ ຫຼີຢູ້ເຟີງ ຮອງຫົວໜ້າກົມການກວດກາ ແລະ ການຄຸ້ມຄອງວິສາຫະກິດຂອງດ່ານພາສີຄຸນໝິງໄດ້ກ່າວວ່າ: “ປະເທດຂ້າພະເຈົ້າໄດ້ລົງນາມສັນຍາ AEO ທີ່ຮັບຮອງເອົາເຊິ່ງກັນແລະກັນ ກັບ 25 ປະເທດ ເຊັ່ນສິງກະໂປ, ສະຫະພາບເອີລົບ, ອາຟຣິກາໃຕ້, ປົກຄຸມ 51 ປະເທດ (ພາກພື້ນ). ຕໍ່ໄປ, ດ່ານພາສີຄຸນໝິງຈະສືບຕໍ່ຊຸກຍູ້ວິສາຫະກິດແຂວງຂ້າພະເຈົ້າຍາດແຍ່ງໂອກາ, ເພີ່ມທະວີບົ່ມສ້າງສິນເຊື່ອຂອງວິສາຫະກິດ, ຂະຫຍາຍທີມງານວິສາຫະກິດ AEO ໃນແຂວງຢຸນນານ, ສະຫນັບສະຫນູນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນດ່ານຊາຍແດນຕື່ມອີກ."


4月19日,昆明海关派员赴昆明闻讯实业有限公司开展“海关关长送政策上门”活动,调研企业外贸发展难题,宣讲海关促外贸保稳提质优惠政策,为该公司颁发中国海关AEO高级认证企业证书。

20

AEO政策送上门 供图

“海关AEO认证相当一张开展国际贸易的‘绿色通行证’,我司通过AEO认证后,查验率大幅降低,并在其他关区也能享受到优先通关、优先查验的便捷性服务,节约了时间和运营成本,对我司进出口贸易的开展具有巨大的促进作用。”昆明闻讯实业有限公司相关负责人表示,该公司是云南省2023年首家通过该认证的企业。

AEO是“经认证的经营者”的英文缩写,是在全球97个国家(地区)通行的贸易便利化项目。高级认证企业是中国海关AEO企业,不仅可以享受优先办理海关业务、减少监管频次、降低通关成本、缩短办理时限、企业协调员服务等诸多优惠便利措施,还可在与我国签署AEO互认协议的国家(地区)享受通关便利措施,降低贸易成本,提升企业国际竞争力。

昆明海关围绕推动高水平开放,成立AEO认证培育工作组,结合新修订的《海关高级认证企业标准》,指导企业充分理解政策,帮助企业提升守法规范以及质量管理水平,积极帮扶企业申请海关AEO认证,助推企业“走出去”,促进云南外贸高质量发展。

昆明海关企业管理和稽查处副处长李玉锋说:“我国已与新加坡、欧盟、南非等25个经济体签署了AEO互认协议,覆盖51个国家(地区),以后还会继续扩大互认范围。下一步,昆明海关将继续推动我省企业抢抓机遇,强化企业信用培育,壮大云南省AEO企业队伍,为进一步优化口岸营商环境提供支持。”(云南网 记者杨之辉 通讯员高璟 李伯皋)


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

04/26

00:00

ແບ່ງປັນ

ແປ
翻译