ພິທີເລີ່ມລົງມືກໍ່ສ້າງໂຄງການໄຟຟ້າພະລັງລົມແຫ່ງທຳອິດຢູ່ລາວທີ່ສ້າງໂດຍວິສາຫະກິດຈີນໄດ້ຈັດຂຶ້ນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 25,ໂຄງການໄຟຟ້າພະລັງງານລົມແຫ່ງທຳອິດ ມອນຊຸນ ກຳລັງການຜະລິດ 600 ເມກາວັດຢູ່ສປປລາວທີ່ສ້າງໂດຍບໍລິສັດ PowerChina ໄດ້ຈັດພິທີເລີ່ມລົງມືກໍ່ສ້າງຢູ່ນະຄອນຫຼວງວຽງຈັນຂອງລາວ.

1212173719_16831681717141n

ເຈົ້າໜ້າທີ່ລັດຖະບານລາວ,ເຈົ້າໜ້າທີ່ສະຖານທູດຈີນປະຈຳລາວແລະຜູ້ຕາງໜ້າໜ່ວຍງານບໍລິສັດ PowerChinaເຂົ້າຮ່ວມພິທີດັ່ງກ່າວ.ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ກ່າວໃນຄຳປາໄສຂອງທ່ານວ່າ,ໂຄງການໄຟຟ້າພະລັງງານລົມ ມອນຊຸນ ຈະເປັນກຳລັງແຮງອັນໃໝ່ໃຫ້ແກ່ການພັດທະນາເສດຖະກິດ ແລະ ພະລັງງານຂອງລາວ,ທ່ານຫວັງວ່າ ພາກສວ່ນລາວທຸກຂັ້ນຈະເພີ່ມທະວີການສະໜັບສະໜູນໂຄງການ.

ທ່ານ ຢານເຈ້ຍ ຮອງຜູ້ອຳນວຍການໃຫຍ່ສຳນັກງານໃຫຍ່ພາກພື້ນອາຊີປາຊີຟິກຂອງບໍລິສັດPowerChinaກ່າວວ່າ,ບໍລິສັດPowerChinaຈະເຮັດໃຫ້ໂຄງການ ມອນຊຸນ ກາຍເປັນມາດຕະຖານສໍາລັບໂຄງການພະລັງງານໃຫມ່ໃນອາຊີຕາເວັນອອກສຽງໃຕ້ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແລະສັງຄົມຂອງລາວ.

ໂຄງການໄຟຟ້າພະລັງງານລົມ ມອນຊຸນ ກຳລັງການຜະລິດ 600 ເມກາວັດ ຕັ້ງຢູ່ແຂວງເຊກອງ ແລະ ອັດຕະປື ພາກໃຕ້ຂອງລາວ,ເນື້ອໃນຕົ້ນຕໍຂອງໂຄງການປະກອບມີ ຟາມພະລັງງານລົມ 600 ເມກາວັດ,ສະຖານີຂະໜາດໄຟຟ້າຂຶ້ນ ແລະ ສາຍສົ່ງ.

新华社万象4月26日电(记者章建华 林昊)中国电建承建的老挝第一个风电项目老挝孟松600兆瓦风电项目25日在老挝首都万象举行开工仪式。

1212173719_16831681717141n

老挝政府官员、中国驻老挝大使馆官员及中国电建相关单位代表等参加仪式。老挝能源和矿产部长波赛·赛雅宋在致辞时说,孟松项目将为老挝经济及电力发展提供新动能,希望老挝各级部门加强对项目的支持。

中国电建亚太区域总部副总经理杨健表示,中国电建将把孟松项目打造成东南亚新能源项目的标杆,为老挝经济社会发展贡献力量。

孟松600兆瓦风电项目位于老挝南部塞公省及阿速坡省,工程主要内容包括600兆瓦风电场、升压站及送出线路等。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

05/06

11:19

ແບ່ງປັນ

ແປ
翻译