ສ້າງຕັ້ງວິສາຫະກິດໃຫມ່ຢູ່ບໍ່ຫານ ແຕ່ສາມາດໄດ້ຮັບໃບອະນຸຍາດທຸລະກິດຢູ່ຄຸນໝິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)"ຂ້ອຍບໍ່ໄດ້ຄາດວ່າມັນຈະສະດວກຫຼາຍ, ບໍ່ຕ້ອງໄປບໍ່ຫານກໍ່ສາມາດໄດ້ຮັບໃບອະນຸຍາດທຸລະກິດ." ວັນບໍ່ດົນມານີ້, ຜູ້ຮັບຜິດຊອບຂອງວິສາຫະກິດທີ່ວາງແຜນຈະສ້າງຕັ້ງວິສາຫະກິດໃຫມ່ຢູ່ບໍ່ຫານກ່າວວ່າ. ເຊິ່ງແມ່ນເລື່ອງບໍລິການລັດຖະບານເຊື່ອມຈອດເຊື່ອໂຍງອັນທໍາອິດທີ່ດໍາເນີນຮ່ວມກັນໂດຍສູນບໍລິການລັດຖະບານຂອງເຂດຮ່ວມມືເສດຖະກິດຈີນ-ລາວບໍ່ຫານ-ບໍ່ເຕັນ (ຕໍ່ໄປເອີ້ນວ່າ“ເຂດຮ່ວມມື”) ແລະ ສູນບໍລິການລັດຖະບານຂອງເຂດການຄ້າເສລີຂອງຈີນ (ຢູນນານ) ພາກພື້ນນະຄອນຄູນໝິງ (ຕໍ່ໄປເອີ້ນວ່າ“ພາກພື້ນຄຸນໝິງ”), ໄດ້ບັນລຸການສ້າງຕ້າງວິສາຫະກິດ ແລະ ໄດ້ຮັບໃບອະນຸຍາດທຸລະກິດໃນຕ່າງສະຖານທີ່.

ວັນທີ 16 ເດືອນພຶດສະພາ, ສູນບໍລິການລັດຖະບານຂອງເຂດຮ່ວມມືໄດ້ຮູ້ວ່າວິສາຫະກິດໜຶ່ງມີເຈຕະນາຢາກສ້າງຕັ້ງວິສາຫະກິດໃໝ່ຢູ່ບໍ່ຫານ, ສະນັ້ນຕິດຕາມທັນເວລາ, ແລະໄດ້ຕິດຕໍ່ກັບຜູ້ຮັບຜິດຊອບຂອງວິສາຫະກິດ. ພາຍຫຼັງຮູ້ວ່າຜູ້ຮັບຜິດຊອບນີ້ພວມຢູ່ຄຸນໝິງ, ແຕ່ບໍ່ສະດວກທີ່ຈະໄປບໍ່ຫານໃນບໍ່ດົນໄປນີ້, ສູນບໍລິການລັດຖະບານຂອງເຂດຮ່ວມມືຕິດຕໍ່ກັບສູນບໍລິການລັດຖະບານຂອງພາກພື້ນຄຸນໝິງທັນທີ. ພະນັກງານສູນບໍລິການລັດຖະບານຂອງພາກພື້ນຄຸນໝິງສະໜອງບໍລິການຊ່ວຍເຮັດ ແລະ ແທນເຮັດໝົດຂະບວນ, ຊ່ວຍຜູ້ຮັບຜິດຊອບນີ້ຕື່ມຂໍ້ມູນການສ້າງວິສາຫະກິດໂດຍຜ່ານ "ຫ້ອງການບໍລິການອອນໄລນ໌ຂອງພະແນກຕິດຕາມກວດກາຕະຫຼາດແຂວງຢຸນນານ", ແລ້ວປ່ອງບໍລິການຕິດຕາມກວດກາຕະຫຼາດຂອງສູນບໍລິການລັດຖະບານຂອງເຂດຮ່ວມມືຮັບຮອງ ແລະ ອະນຸມັດທັນທີ. ພາຍຫຼັງອະນຸມັດແລ້ວ, ຜູ້ຮັບຜິດຊອບນີ້ພິມໃບອະນຸຍາດທຸລະກິດຢູ່ເຂດບໍລິການຕົນເອງຕະຫຼອດ 24 ຊົ່ວໂມງຂອງສູນບໍລິການສັງລວມພາກພື້ນຄຸນໝິງ.

ຜູ້ຮັບຜິດຊອບກ່ຽວຂ້ອງສູນບໍລິການລັດຖະບານຂອງເຂດຮ່ວມມືແນະນໍາວ່າ, ຄັ້ງນີ້ຮ່ວມຄົ້ນຫາທາງໃໝ່ທີ່ເຊື່ອມໂຫຍງບໍລິການລະຖະບານສອງແຫ່ງ, ໄດ້ປະຢັດເວລາ ແລະ ຄ່າໃຊ້ຈ່າຍແຮງງານຂອງວິສາຫະກິດ, ແລະສະແດງໃຫ້ເຫັນຄວາມໄດ້ປຽບຂອງການເຊື່ອມໂຍງພາກພື້ນ. ຕໍ່ໄປ, ສູນບໍລິການດັ່ງກ່າວຍັງຈະສືບຕໍ່ຄົ້ນຫາເລື່ອງເຊື່ອມໂຫຍງບໍລິການລະຖະບານ, ປະກາດໃຊ້ມາດຕະການໃໝ່ທີ່ໄດ້ສະໜອງຄວາມສະດວກໃຫ້ປະຊາຊົນ ແລະ ວິສາຫະກິດ, ແລະ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ບໍ່ຫານ.


昆明信息港讯(昆明日报 记者吴洁) “没有想到这么方便,不用到磨憨也能领取营业执照。”近日,打算在磨憨新办企业的一家企业的负责人说。这是中国老挝磨憨—磨丁经济合作区(以下简称“合作区”)政务服务中心与中国(云南)自贸试验区昆明片区(以下简称“昆明片区”)综合服务中心联动开展的首个互联互通政务服务事项,实现异地开办企业及领取营业执照。

5月16日,合作区政务服务中心得知一家企业有意在磨憨新办企业,便及时跟进,与企业负责人取得联系。在了解到该负责人正在昆明,但近期不便到磨憨后,合作区政务服务中心立即联系了昆明片区综合服务中心。昆明片区综合服务中心工作人员全程提供帮办代办服务,协助该负责人通过“云南省市场监管网上办事大厅”填报企业开办信息后,合作区政务服务中心市场监管窗口立即受理审批。审批通过后,该负责人在昆明片区综合服务中心24小时自助服务区打印了营业执照。

合作区政务服务中心有关负责人介绍,此次联动探索出两地政务服务互联互通的新路径,节约了企业的时间和人力成本,显示出区域联动的优势。下一步,该中心将持续深挖政务服务联动事项,推出更多便民利企新举措,优化提升磨憨营商环境。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

05/25

00:00

ແບ່ງປັນ

ແປ
翻译