ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຄຸນໝິງ ຊ່ວຍລາວສ້າງບຸກຄະລາກອນວິຊາຊີບລົດໄຟ

ມາຈາກ:ສະບາຍດີ

ໃນວັນທີ 14 ກັນຍາ ຕາມເວລາທ້ອງຖິ່ນ, ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ໄດ້ຈັດພິທີສຳເລັດການສຶກສາຄັ້ງທຳອິດ, ມີນັກສຶກສາສາລາວຈຳນວນ 265 ຄົນ ສຳເລັດການສຶກສາຢ່າງສົມບູນ. 

ນັບແຕ່ປີ 2021, ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຄຸນໝິງ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ. ໃນໄລຍະທຳອິດ, ສຸມໃສ່ການພັດທະນາຄວາມສາມາດການສອນ ໂດຍໄດ້ຝຶກອົບຮົມຄູ-ອາຈານທີ່ກ່ຽວຂ້ອງກັບທາງລົດໄຟຈຳນວນ 40 ຄົນ ໃຫ້ແກ່ ວິທະຍາໄລວິຊາຊີບ ແລະ ເຕັກນິກທາງລົດໄຟລາວ. ນັບແຕ່ເດືອນກັນຍາ 2023, ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຄຸນໝິງ ໄດ້ສົ່ງຄະນະຜູ້ຊ່ຽວຊານໄປປະຈຳຢູ່ ວິທະຍາໄລວິຊາຊີບ ແລະ ເຕັກນິກທາງລົດໄຟລາວ ເປັນເວລາຍາວນານ, ເພື່ອສືບຕໍ່ໃຫ້ຄຳແນະນຳຢ່າງຮອບດ້ານທັງດ້ານຄວາມສາມາດການສິດສອນ ແລະ ການບໍລິຫານການສຶກສາ. ພ້ອມທັງໄດ້ເປີດສອນສາຂາວິຊາຫຼັກດ້ານລົດໄຟຢ່າງຈົງຈຸດ ເຊັ່ນ ວິຊາລົດຈັກລາງ, ວິຊາຂະບວນລົດໄຟ ແລະ ວິຊາການຂົນສົ່ງທາງລົດໄຟ, ເພື່ອໃຫ້ສອດຄ່ອງຢ່າງໃກ້ຊິດກັບຄວາມຕ້ອງການບຸກຄະລາກອນໃນດ້ານການດຳເນີນງານ, ການກໍ່ສ້າງໂຄງລ່າງ ແລະ ການສ້ອມແປງຂອງທາງລົດໄຟລາວ-ຈີນ.

ຕາມຂໍ້ມູນໃຫ້ຮູ້ວ່າ, ໃນພິທີສຳເລັດການສຶກສາ ຍັງໄດ້ຈັດງານຮັບສະໝັກງານໃນວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຄຸນໝິງໄປພ້ອມກັນ, ໂດຍສະເໜີຕຳແໜ່ງວຽກງານຫຼາຍກວ່າ 500 ຕຳແໜ່ງ. ໃນຈຳນວນນັກສຶກສາທີ່ສຳເລັດການສຶກສາ, ມີ 102 ຄົນໄດ້ຮັບວຽກເຮັດງານທຳແລ້ວ, ໃນນັ້ນ 74 ຄົນໄດ້ເຂົ້າເຮັດວຽກຢູ່ບໍລິສັດລົດໄຟລາວ-ຈີນ. ໃນອະນາຄົດ, ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຄຸນໝິງ ຈະສືບຕໍ່ເສີມຂະຫຍາຍການຮ່ວມມືຊ່ວຍເຫຼືອດ້ານການສຶກສາແກ່ລາວ, ສືບຕໍ່ສົ່ງບຸກຄະລາກອນວິຊາຊີບານລົດໄຟ ເພື່ອຮອງຮັບການພັດທະນາຂອງເສັ້ນທາງລົດໄຟລາວ-ຈີນ.


当地时间9月14日,老挝铁道职业技术学院迎来首届毕业典礼,265名老挝本土铁路专业学生顺利毕业。

昆明铁道职业技术学院从2021年开始援助老挝铁道职业技术学院,前期为教育能力培养阶段,为老挝铁道职业技术学院培养了40名铁道专业教师。2023年9月开始,昆明铁道职业技术学院派出专家团队长期入驻老挝铁道职业技术学院,持续进行教学能力、教育管理等全方位的指导,精准开设铁道机车、铁道车辆、铁道运输等核心专业,全面对接中老铁路运营、基建、运维等方面人才需求。

据了解,毕业典礼现场同步开展校园招聘,提供500余个就业岗位。毕业生中已有102人提前敲定就业,其中74人成功入职老中铁路有限公司。未来,昆明铁道职业技术学院将继续深化对老挝教育帮扶合作,持续为中老铁路输送专业人才。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

— 2026 —

09/16

17:48

— ແບ່ງປັນ —

ແປ
翻译