ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ເດືອນກັນຍາ ປີ 2021, ກົມໃຫຍ່ພາສີຈີນປະກາດແຜນການພັດທະນາດ່ານຊາຍແດນ ຂອງ“ແຜນການ 5 ປີ ຄັ້ງທີ່ 14”ແຫ່ງຊາດ, ຈະສຸມໃສ່ຊຸກຍູ້ການກໍ່ສ້າງດ່ານຊາຍແດນເປັນ "ຫ້າປະເພດ" ຄືຄວາມປອດໄພ, ປະສິດທິພາບ, ອັດສະລິຍະ, ການບໍລິຫານຕາມກົດຫມາຍ, ແລະສີຂຽວ. ຮອດປີ 2025, ຈະສ້າງເປັນດ່ານຊາຍແດນທັນສະໄໝລະດັບໂລກທີ່ມີລັກສະນະຈີນໂດຍພື້ນຖານ, ເຊິ່ງຈັດວາງດ່ານຊາຍແດນທີ່ສົມເຫດສົມຜົນ, ສິ່ງອໍານວຍຄວາມສະດວກແລະອຸປະກອນທີ່ກ້າວຫນ້າ, ການກໍ່ສ້າງຢ່າງສຸມສູນແລະມີປະສິດທິພາບ, ການດໍາເນີນງານທີ່ປອດໄພແລະສະດວກສະບາຍ, ການບໍລິການທີ່ສົມບູນ ແລະ ມີຄຸນນະພາບສູງ, ການຄຸ້ມຄອງຕາມມາດຕະຖານແລະມີການປະສານງານ, ການຮັບມືວິກິດການຢ່າງໄວວາແລະມີປະສິດທິຜົນ, ການປະສານງານພັດທະນາເສດຖຸະກິດດ່ານຊາຍແດນ.
ດ່ານຊາຍແດນບໍ່ຫານເປັນດ່ານຊາຍແດນທາງຫຼວງລະດັບຊາດອັນດຽວທີ່ຈາກປະເທດຈີນເຂົ້າສູ່ປະເທດລາວ, ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 22 ເດືອນທັນວາ ປີ 1993, ມາຮອດປະຈຸບັນນີ້ໄດ້ມີປະຫວັດສາດຫຼາຍກວ່າ 30 ປີ. ຕາແສງບໍ່ຫານທັງເປັນສະຖານີສຸດທ້າຍຢູ່ຈີນຂອງທາງຫຼວງຄຸນໝິງ-ບາງກອກທີ່ອອກປະເທດ, ກໍ່ເປັນສະຖານີສຸດທ້າຍຢູ່ຈີນສໍາລັບອອກເມືອງດ້ວຍທາງລົດໄຟຈີນ-ລາວ, ເຊິ່ງມີຖານະບົດບາດ ແລະ ຄຸນຄ່າທີ່ບໍ່ສາມາດຕົວແທນ. ຕາແສງບໍ່ຫານບໍ່ພຽງແຕ່ເປັນຈຸກຫຼັກຂອງປະເທດຈີນເປີດປະຕູສູ່ພາກໃຕ້ ແລະ ຊ່ອງທາງໃຫຍ່ສາກົນລະຫວ່າງນະຄອນຄຸນໝິງ ແລະ ບາງກອກ, ກໍ່ເປັນສູນໃຈກາງຄົມມະນາຄົມທາງຫຼວງທີ່ສະດວກທີ່ສຸດສໍາລັບປະເທດຈີນໄປສູ່ອາຊີຕາເວັນອອກສຽງໃຕ້. ສະນັ້ນ, ພວກຂ້າພະເຈົ້າຕ້ອງສຸມໃສ່ເຮັດ“ຫົກອັນໜຶ່ງ”ໃຫ້ດີ, ຊຸກຍູ້ການກໍ່ສ້າງ"ດ່ານຊາຍແດນ+"ຂອງບໍ່ຫານ, ສ້າງເປັນເຂດສາທິດການພັດທະນາເສດຖະກິດດ່ານຊາຍແດນແຂວງຢູນນານ.
ກໍານົດເປົ້າໝາຍອັນໜຶ່ງ, ໃຫ້ດ່ານຊາຍແດນບໍ່ຫານກາຍເປັນເຂດສາທິດການຮ່ວມມືລະຫວ່າງຈີນ-ລາວ-ໄທຢ່າງເລິກເຊິ່ງ. ເຖິງແມ່ນວ່າປະເທດລາວຕິດກັບດ່ານຊາຍແດນບໍ່ຫານໂດຍກົງ, ແຕ່ຕາມສະພາບຕົວຈີງທີ່ປະເທດລາວມີປະຊາກອນຢ່າງໜ້ອຍ ແລະ ລະດັບການພັດທະນາເສດຖະກິດ-ສັງຄົມຕໍ່າ, ສະນັ້ນ,ຕ້ອງຮັບຮູ້ລັກສະນະຂ້າມຜ່ານ ແລະ ຕະຫຼາດເປົ້າຫມາຍໄລຍະສັ້ນ, ກາງແລະໄລຍະຍາວຢ່າງຮອບດ້ານ. ດ່ານຊາຍແດນ ແລະ ເຂດລຽບຕາມດ່ານ, ໃນດ້ານພູມສັນຖານ, ອາດຈະກາຍເປັນສະຖານທີ່ທຳອິດໃນການແລກປ່ຽນຢ່າງເລິກເຊິ່ງລະຫວ່າງຈີນ, ລາວ ແລະ ໄທ. ການນໍາໃຊ້ກໍາລັງແຮງດ້ານການດຶງດູດການລົງທຶນຂອງແຂວງຢູນນານແນວໃດ, ເພື່ອຊຸກຍູ້ການໄຫຼວຽນຂອງປະຊາຊົນ, ສິນຄ້າ, ທຶນຮອນ, ຂໍ້ມູນຂ່າວສານ ແລະ ອົງປະກອບອື່ນໆໃນເຂດດ່ານຊາຍແດນໃຫ້ສະດວກກວ່າ, ເຊິ່ງໄດ້ກາຍເປັນຈຸດສົມໃຈຂອງຕະຫຼາດ.
ກຳໄດ້ຈຸດຫຼັກອັນໜຶ່ງ, ເຮັດການການເຊີື່ອມຕໍ່ເຊີື່ອມໂຍງໃຫ້ດີ. ກໍ່ສ້າງດ່ານຊາຍແດນບໍ່ຫານໃຫ້ດີ, ຈຸກຫຼັກແມ່ນການເຊີື່ອມຕໍ່ເຊີື່ອມໂຍງ. ການເຊີື່ອມຕໍ່ແມ່ນຮາດແວ ແລະພີື້ນຖານໂຄງລ່າງ; ການເຊີື່ອມໂຍງແມ່ນອຸດສາຫະກໍາ, ແມ່ນອຸດສາຫະກໍາທີ່ໄດ້ຂະຫຍາຍເຕີ່ມອີກບົນພື້ນຖານຂອງອຸດສາຫະກໍາທີ່ມີຢູ່ແລ້ວ. ຈຸດຫຼັກໃນການເຊີື່ອມໂຍງແມ່ນດ່ານຊາຍແດນ, ຢາກໃຫ້ການຜ່ານດ່ານມີຄວາມສະດວກ, ບໍ່ພຽງແຕ່ເພີ່ມອົງປະກອບທີ່ມີຮູບ, ຍັງຕ້ອງການເພີ່ມອົງປະກອບທີ່ບໍ່ມີຮູບ, ປະສານສົມທົບກັບພາສີຝ່າຍກົງກັນຂ້າມເພື່ອຊຸກຍູ້ແຜນການ “ຜ່ານດ່ານໄດ້ 24 ຊົ່ວໂມງ” ໃຫ້ເປັນໄປໄດ້ ແລະ ພະຍາຍາມປະຕິບັດ. ໃນດ້ານທາງຫຼວງ, ບໍ່ຫານເປັນສູນໃຈກາງການຄົມມະນາຄົມ, ລະດັບຄວາມສະດວກຂອງການຂົນສົ່ງຜ່ານທາງຫຼວງ ແລະ ທາງລົດໄຟລ້ວນແຕ່ສູງກວ່າ. ໃນດ້ານທາງອາກາດ, ໄດ້ພິຈາລະນາພັດທະນາໂຄງການເຮລິຄອບເຕີ, ເພີື່ອຕອບສະໜອງຄວາມຕ້ອງກັນຢ່າງຫຼາກຫຼາຍໃນການພັດທະນາດ່ານຊາຍແດນ.
ສ້າງອຸດສາຫະກໍາອັນໜຶ່ງ, ຊຸກຍູ້ດ່ານຊາຍແກນປະສົມກັນກັບການຄ້າ ແລະ ອຸດສາຫະກໍາ, ສົ່ງເສີມເສດຖະກິດດ່ານຊາຍແດນຫັນຈາກ“ເສດຖະກິດຊ່ອງທາງ”ເປັນ“ເສດຖຸະກິດອຸດສາຫະກໍາ”. ດ່ານຊາຍແດນບໍ່ຫານເປັນດ່ານສໍາຄັນຂາອອກໝາກໄມ້ລະດູອຸ່ນຂອງຈີນ ແລະ ຂາເຂົ້າໝາກໄມ້ລະດູຮອນຂອງໄທ. ໄດ້ປະສົມ ແລະ ປິ່ນອ້ອມການນໍາເຂົ້າໝາກໄມ້ລະດູຮ້ອນນໍາ, ແລະ ສ້າງຕັ້ງວິສາຫະກິດອີຄອມເມີຊ, ໂຮງງານຫຸ້ມຫໍ່ ແລະ ວິສາຫະກິດຂົນສົ່ງ, ເຮັດໃຫ້ໝາກໄມ້ທີ່ນໍາເຂົ້າສູ່ດ່ານຊາຍແດນໄດ້ສົ່ງຮອດຕະຫຼາດພາຍໃນຢ່າງໄວ, ພະຍາຍາມຍົກສູງຄວາມສາມາດການສ້າງຄຸນຄ່າດ້ວຍຕົນເອງຂອງດ່ານ.
ສົ່ງເສີມໜ້າທີ່ບົດບາດອັນໜຶ່ງ, ສົ່ງເສີມຈິດໃຈປະຊາຊົນເຊື່ອມໂຍງເຊີຶ່ອມຕໍ່. ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ສະເໜີເປັນເວລາ 10 ປີຜ່ານມາ, ຢູ່ປະເທດລາວ, ໄທ ແລະ ປະເທດລຽບຕາມອີື່ນໆບໍ່ພຽງແຕ່ໄດ້ເຕົ້າໂຮມຊາວຈີນຕ່າງດ້າວຈໍານວນຫຼາຍ, ຍັງມີຊາວຈີນຕ່າງດ້າວໃໝ່ຢ່າງຫຼາຍໄດ້ກາຍເປັນກໍາລັງທີ່ສໍາຄັນໃນການພັດທະນາເສດຖະກິດ ແລະ ສັງຄົມທ້ອງຖິ່ນ. ການກໍ່ສ້າງດ່ານຊາຍແດນຄວນສົ່ງເສີມຄວາມເປັນປົກກະຕິ, ຄວາມຄຸ້ນເຄີຍ ແລະ ການເລິກເຊິ່ງໃນການໄປມາຫາສູ່ກັນລະຫວ່າງຊາວຈີນຕ່າງດ້າວຢູ່ລາວ ແລະ ໄທ, ລະດົມເຂົາເຈົ້າເຂົ້າຮ່ວມການກໍ່ສ້າງ ແລະ ພັດທະນາດ່ານຊາຍແດນດ້ວຍວິທີຕ່າງໆ.
ສະເໜີມາດຕະການອັນໜຶ່ງ, ຊຸກຍູ້“ດ່ານໜຶ່ງມີມາດຕະການສະເພາະໜຶ່ງ”. ເງີື່ອນໄຂພີື້ນຖານ, ຜູ້ຄົນເປົ້າໝາຍ ແລະ ລັກສະນະຂອງດ່ານຊາຍແດນທຸກແຫ່ງແຕກຕ່າງກັນ, ຕ້ອງປະສົມກັບລັກສະນະຂອງດ່ານເພີື່ອສະເໜີມາດຕະການອັນໜຶ່ງທີ່ມີລັກສະນະໂດດເດັ່ນ, ຝ່າຍກົງກັນຂ້າມເຫັນດີ ແລະ ມີຄວາມເປັນໄປໄດ້, ຂັບເຄີື່ອນພີື້ນທີ່ ແລະ ໂອການຂອງການພັດທະນາໂດຍໃຊ້ນະໂຍບາຍ, ຊຸກຍູ້ການປັບປຸງນະໂຍບາຍດ້ວຍຜົນງານການພັດທະນາຢ່າງຈິງ. ຕ້ອງຄົ້ນຊອກກົນໄກ ແລະ ລະບົບການທີ່ເໝາະສົມກັບການເປີດປະຕູສູ່ພາຍນອກຂອງດ່ານຊາຍແດນບໍ່ຫານ, ພະຍາຍາມທົດລອງ ແລະ ດໍາເນີນລ່ວງໜ້າໃນດ້ານການເຄີື່ອນທີ່ຂອງຄົນ ແລະ ເຄີື່ອງອຸປະກອນ, ຄຸນອຸດທິອາຊີບອະນຸຍາດເຂົ້າຕະຫຼາດ, ພະຍາດສາທາລະນະສຸກສຸກເສີນ, ແລະ ຕິດຕາມຄວບຄຸມຢາພີື້ນເມືອງ.
ເຮັດການຊີ້ນໍາໂດຍລວມ,ຊີ້ນໍາການພັດທະນາ ແລະ ຄວາມໝັ້ນຄົງ. ດ່ານຊາຍແດນໃດໜຶ່ງກໍ່ແມ່ນປະຕຸຊາດ, ປ້ອງກັນຄວາມໝັ້ນຄົງຂອງດ່ານຊາຍແດນກໍ່ແມ່ນປ້ອງກັນຄວາມໝັ້ນຄົງຂອງປະເທດຊາດ. ໃນຂະບວນການສ້າງເປັນທ່າທາງຫຼວງສາກົນທີ່ມີຜົນກະທົບຕໍ່ທົ່ວໂລກ, ໃນຂະບວນການສ້າງເປັນເວທີບັນຈຸຂອງເຕົ້າໂຮມຊັບພະຍາກອນ, ຮັບອຸດສາຫະກໍາແບບເປີດປະຕູ, ເຊີື່ອມຕໍ່ຮອບວຽນຄູ່ພາຍໃນ ແລະ ຕ່າງປະເທດ, ໃນຂະບວນການເຕົ້າໂຮມອົງປະກອບ, ຮ່ວມຈັດອຸດສາຫະກໍາຕ່າງໆ, ການເຊີື່ອມຕໍ່ຕົວເມືອງ ແລະ ອຸດສາຫະກໍາ, ຕ້ອງປະຕິບັດແນວຄວາມຄິດຄວາມປອດໄພແຫ່ງຊາດຢ່າງເຂັມງວດ, ປ້ອງກັນຄວາມໝັ້ງຄົງທາງການເມືອງແຫ່ງຊາດ ແລະ ສະຖຽນລະພາບດ່ານຊາຍແດນດ້ວຍຄວາມສາມາດຢ່າງເຕັມສ່ວນ, ເພີ່ມທະວີການປ້ອງກັນຄວາມໝັ້ນຄົງຢູ່ດ່ານຊາຍແດນ, ພະຍາຍາມຮັກສາລະບຽບການຄຸ້ມຄອງການເຂົ້າ-ອອກເມືອງເປັນຮຽບຮ້ອຍ, ໃຊ້ເຕັກນິກທັນສະໄໝປ້ອງກັນຄວາມປອດໄພດ້ານຊີວະວິທະຍາແຫ່ງຊາດ.
2021年9月,中国海关总署公布了《国家“十四五”口岸发展规划》,将重点统筹推进平安、效能、智慧、法治、绿色“五型”口岸建设。到2025年,基本建成口岸布局合理、设施设备先进、建设集约高效、运行安全便利、服务完备优质、管理规范协调、危机应对快速有效、口岸经济协调发展的中国特色国际一流现代化口岸。
磨憨口岸是中国通往老挝唯一的国家级陆路口岸,于1993年12月22日正式开通,到今年已经有30年的历史。磨憨既是昆曼公路出境的国内最后一站,也是中老铁路出境的国内最后一站,具有不可代替的作用和价值。磨憨不仅是中国南向开放、昆曼国际大通道的重要节点,也是我国通往东南亚最便捷的陆路枢纽通道。因此,我们要着力做好“六个一”,促进磨憨“口岸+”建设,打造云南省口岸经济发展示范区。
明确一个目标,让磨憨口岸成为中老泰深度合作示范区。虽然与磨憨口岸直接接壤的是老挝,但基于老挝的人口数量较少和经济社会发展程度不高的现实,要充分认识到其过渡性及近期、中期、远期的目标市场。口岸及口岸周边区域,在地理位置上有可能成为中国与老挝、泰国深度交流的第一站。如何举全省招商引资之力推进口岸区域内的人流、物流和资金流、信息流等要素更便捷地流动,成为市场关注的焦点。
抓住一个关键,做好联通和联动。做好磨憨口岸建设,关键是联通和联动。联通是硬件,是基础设施;联动是产业,是在现有产业的基础上能进一步发展的产业。联通的重要节点就是口岸,通关便利,不仅要强化有形元素,还要强化无形元素,协调与对方口岸在推进“24小时通关”方面的可行性方案并尽量落到实处。在陆路方面,磨憨是交通枢纽,公路、铁路运输便利化程度比较高,在空域方面,可考虑直升机项目,以满足口岸发展临时性、应急性的多样化需求。
打造一个产业,推动口岸与贸易、产业互动融合,促进口岸经济由“通道经济”向“产业经济”转型。磨憨口岸是中国温带果蔬出口和泰国热带水果进口的重要口岸。可结合围绕进口热带水果在口岸布局电子商务企业、包装厂及物流企业,使进入口岸的热带水果能迅速向国内市场延伸,努力提高口岸自身创造价值的能力。
发挥一个作用,促进民心相通。“一带一路”倡议提出10年来,中国在老挝和泰国等沿线国家不仅聚集了大量老华人华侨,更有为数不少的新华人华侨,已经成为当地经济社会发展的重要力量。口岸建设应充分发挥老挝、泰国华人华侨往来的经常性、熟悉性和深入性等优势,通过多种方式动员他们参与口岸建设与发展,用跨境的思路、跨国的视野为口岸建设出力。
提出一个对策,推进“一口岸一对策”。每个口岸的基础条件、受众对象和特点都各不相同,要结合口岸特点提出一项具有鲜明特征的、对方认可的,具有可操作性的对策,用政策驱动发展的空间和机遇,以实打实的发展成效来促进政策的优化。要积极探索适应磨憨口岸开放创新的体制机制,争取在人员物资流动、职业资格准入、突发公共卫生疾病、中药草药监管等方面先行先试。
做好一个统筹,统筹发展和安全。任何一个口岸都是国门,守护好口岸的安全就是守护国家的安全。在打造具有世界影响力的国际陆港的过程中,在打造集聚资源要素、承接外向型产业、链接国内国际双循环的载体平台的过程中,在要素集聚、多业并举、产城融合的过程中,要坚定不移全面贯彻落实总体国家安全观,全力维护国家政治安全和国门边境稳定,加强口岸边境安全防控,全力维护正常出入境管理秩序,用现代技术保障国家生物安全。
ເມືອງຊາຍແດນບໍ່ຫານແຂວງຢຸນນານ: ຄົ້ນຫາເສັ້ນທາງໄປສູ່ເມືອງແຫ່ງດ່ານຊາຍແດນສາກົນ
ສະບາຍດີ2023-04-18
ນັບແຕ່ນະຄອນຄຸນໝິງມອບໃຫ້ ເຂດບໍ່ຫານຮັບຜິດຊອບວຽກງານກ່ຽວຂ້ອງເປັນເວລາຫນຶ່ງປີ ຊື່ສຽງ"ບັດທອງຄຳ" ຂອງບໍ່ຫານໄດ້ດັງຂຶ້ນ
ສະບາຍດີ2023-05-06
ດ້ວຍການເຄື່ອນໄຫວໄວກ່ວາ ແລະ ແບບແຜນເຂັ້ມງວດກ່ວາເພື່ອຊຸກຍູ້ວຽກງານການກໍ່ສ້າງ ແລະ ພັດທະນາເມືອງຊາຍແດນສາກົນບໍ່ຫານໄດ້ຮັບປະສິດ
ສະບາຍດີ2023-04-12
ການຫັນຈາກ“ເສດຖະກິດຊ່ອງທາງ”ເປັນ“ເສດຖະກິດອຸດສາຫະກໍາ” ການພັດທະນາເສດຖະກິດຂອງບໍ່ຫານເລັ່ງຄວາມໄວສູງ
ສະບາຍດີ2023-04-23
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
05/18
18:09
— ແບ່ງປັນ —