ໃບອະນຸຍາດຂາຍເຮືອນການຄ້າລ່ວງໜ້າໃບທໍາອິດແມ່ນໄດ້ອອກມາຫຼັງຈາກນະຄອນຄຸນໝິງມອບໝາຍໃຫ້ບໍ່ຫານດຳເນີນວຽກງານ

ມາຈາກ:ສະບາຍດີ

2f15-e41bb41edb5f3f214b0643ec6093618b

(ສະບາຍດີ ນັກຂ່າວສຸດໃຈ) ສອງສາມມື້ກ່ອນນີ້, ທ່ານລິນ, ຜູ້ຮັບຜິດຊອບຂອງບໍລິສັດວ້ານຈີ່ເຈີ້ເຢ ສິບສອງພັນນາ ຈຳກັດ, ໄດ້ເອົາໃບອະນຸຍາດຂາຍເຮືອນການຄ້າຢູ່ສູນບໍລິຫານລັດຂອງເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວ (ຕໍ່ໄປນີ້ເອີ້ນວ່າ "ສູນບໍລິຫານລັດ"). ນີ້ແມ່ນໃບອະນຸຍາດຂາຍເຮືອນການຄ້າລ່ວງໜ້າໃບທໍາອິດແມ່ນໄດ້ອອກມາຫຼັງຈາກນະຄອນຄຸນໝິງມອບໝາຍໃຫ້ບໍ່ຫານດຳເນີນວຽກງານ, ຫມາຍການຮັບເລື່ອງອີກໜຶ່ງຢ່າງເປັນທາງການຂອງສູນບໍລິຫານລັດ.

ທ່ານລິນກ່າວວ່າ: ການເຮັດໃບອະນຸຍາດຂາຍເຮືອນການຄ້າລ່ວງໜ້າມີປະສິດທິຜົນສູງ, ຂ້າພະເຈົ້າພໍໃຈກັບປະສິດທິພາບ ແລະ ການບໍລິການຂອງສູນບໍລິຫານລັດ. ພາຍຫຼັງໄດ້ຮັບໃບຄຳຮ້ອງຈາກວິສາຫະກິດ, ສູນບໍລິຫານລັດ ແລະ ພາກສ່ວນກ່ຽວຂ້ອງໄດ້ດຳເນີນການຕິດຕໍ່ກັບວິສາຫະກິດເພື່ອກວດກາເອກະສານ, ແລະ ຕັ້ງໜ້າແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກທີ່ພົບເຫັນໃນຂະບວນການດຳເນີນທຸລະກິດ, ການບໍລິການກວດກາເອກະສານທີ່ມີຄຸນນະພາບສູງໄດ້ຍ້ອງຍໍຈາກວິສາຫະກິດ.

ຕາມຜູ້ຮັບຜິດຊອບຂອງສູນບໍລິຫານລັດແລ້ວ, ຕໍ່ໜ້າ, ສູນບໍລິຫານລັດຈະສືບຕໍ່ປະຕິບັດຕາມຈຸດໝາຍທີ່ສະໜອງການບໍລິການໃຫ້ແກ່ວິສາຫະກິດທີ່ດີທີ່ສຸດ, ອີງຕາມຂໍ້ກໍານົດຂອງການປັບປຸງຂະບວນການ, ລົດອຸປະກອນ ແລະ ຫຼຸດຜ່ອນການໃຊ້ເວລາ, ຍົກສູງປະສິດທິຜົນຂອງວິສາຫະກິດໃນການເຮັດໃບອະນຸຍາດຂາຍເຮືອນການຄ້າລ່ວງໜ້າ, ເພື່ອຊ່ວຍປະຢັດເວລາໃຫ້ວິສາຫະກິດ, ຊ່ວຍໃຫ້ວິສາຫະກິດການກໍ່ສ້າງເຮືອນໃນເຂດການຮ່ວມມືມີການພັດທະນາທີ່ມີຄຸນນະພາບສູງ.

ສູນບໍລິຫານລັດດັ່ງກ່າວຕັ້ງຢູ່ສະໜາມຕໍ່ໜ້າສະຖານີບໍ່ຫານ,ເຊິ່ງເປັນໜຶ່ງໃນບັນດາໂຄງການກໍ່ສ້າງທີ່ສຳຄັນພາຍຫຼັງນະຄອນຄຸນໝິງມອບໝາຍໃຫ້ບໍ່ຫານດຳເນີນວຽກງານ. ໃນວັນທີ 3 ທັນວາປີ 2022, ສູນບໍລິຫານລັດໄດ້ເປີດການບໍລິການຢ່າງເປັນທາງການ, ມາຮອດປັດຈຸບັນມີ 17 ພາກສ່ວນດຳນວນງານໃນສູນບໍລິຫານລັດແຫ່ງນີ້ ແລະ ເລື່ອງທີ່ຮັບລ້ວນແຕ່ສາມາດເຮັດໃນຫ້ອງຮັບແຂກນີ້, ລວມທັງການອອກໃບອະນຸຍາດດຳເນີນທຸລະກິດໃບທຳອິດ, ໃບອະນຸຍາດດຳເນີນທຸລະກິດດ້ານອາຫານໃບທໍາອິດ, ໃບອະນຸຍາດດ້ານອະນາໄມໃບທໍາອິດ, ຫນັງສືຜ່ານແດນປື້ມທໍາອິດ ແລະ ໃບອະນຸຍາດຂາຍເຮືອນການຄ້າລ່ວງໜ້າໃບທໍາອິດ.

ສູນບໍລິຫານລັດ ໄດ້ຮັບ 82 ເລື່ອງທີ່ຄົນມາເຮັດຫຼາຍທີ່ສຸດ ແລະ ໄດ້ຮັບຄົນເຖິງ 10.198 ເທື່ອຄົນ ໃນ 5 ເດືອນທີ່ຜ່ານມາ, ໄດ້ຮັບ 15.834 ເລື່ອງ ແລະ ໄດ້ປຶກສາ 6.546 ເລື່ອງ, ອັດຕາການສຳເລັດຕາມເວລາ ແລະ ອັດຕາຄວາມພໍໃຈທັງເປັນ 100%.

2f15-e41bb41edb5f3f214b0643ec6093618b

昆明信息港讯 (昆明日报 记者吴洁 董宇虹) 日前,西双版纳万基置业有限公司负责人林先生在中国老挝磨憨—磨丁经济合作区政务服务中心(以下简称“政务服务中心”)拿到了商品房预售许可证。这是昆明托管磨憨后发出的首张商品房预售许可证,标志着该政务服务中心又一项承接业务正式落地。

林先生说:“这次商品房预售许可证的办理非常高效,我对政务服务中心的办事效率和服务很满意。”接到企业申请后,政务服务中心和相关部门主动对接企业开展审批,积极为其解决办事过程中遇到的困难和问题,优质高效的审批服务获得企业好评。

政务服务中心有关负责人介绍,接下来,政务服务中心将继续坚持以为企业提供最优服务为宗旨,按照流程优化、材料精简、时限缩短的要求,提高企业办理商品房预售许可证的效率,为企业节省时间,助力合作区房地产企业高质量发展。

该政务服务中心位于磨憨站前广场,是昆明托管磨憨后重点建设项目之一。2022年12月3日政务服务中心正式运行,目前已有17个部门入驻,承接事项均可在大厅办理,包括已成功发出首张营业执照、首张食品经营许可证、首张卫生许可证、首本护照以及首张商品房预售许可证。

政务服务中心日常办理高频事项达82项,5个月来现场接待人数10198人次,累计受理办件15834件、咨询6546件,按时办结率和满意率均为100%。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

05/16

10:42

ແບ່ງປັນ

ແປ
翻译