ໂຄງການກໍ່ສ້າງບ້ານຜາສຸກຊາຍແດນແບບທັນສະໄໝຂອງບໍ່ຫານທໍາອິດໄດ້ເປີດສ້າງ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສະໜຸກ) ວັນບໍ່ດົນມານີ້, ໂຄງການກໍ່ສ້າງບ້ານຜາສຸກ(ບ້ານສາທິດ)ຊາຍແດນແບບທັນສະໄໝຂອງບ້ານບໍ່ຫານຕາແສງບໍ່ຫານທີ່ຊ່ວຍເຫຼືອສ້າງໂດຍເມືອງອ່າງໜິງໄດ້ເປີດສ້າງ, ເຊິ່ງແມ່ນຈຸດເລີ່ມຕົ້ນທີ່ສໍາຄັນຂອງເມືອງອ່າງໜິງປະຕິບັດກົນໄກຊ່ວຍເຫຼືອນໍາພາ ແລະ ຮ່ວມສ້າງທີ່“ການນໍາພາເຂດຊາຍແດນດ້ວຍຕົວເມືອງ”, ແລະ ວາງແຜນກໍ່ສ້າງບ້ານບໍ່ຫານດ້ວຍມາດຕະຖານແລະ ຈຸດເລີ່ມຕົ້ນສູງ. ຕາມຮັບຮູ້ວ່າ, ໂຄງການດັ່ງກ່າວຍັງແມ່ນໂຄງການທໍາອິດໄດ້ເປີດສ້າງໃນ 5 ເຂດກັບ 1 ເມືອງຂອງນະຄອນຄຸນໝິງຮ່ວມຊ່ວຍເຫຼືອ 6 ບ້ານຂອງຕາແສງບໍ່ຫານ, ແລະ ສົ່ງເສີມວຽກງານການສ້າງບ້ານຜາສຸກຊາຍແດນແບບທັນສະໄໝດ້ວຍການນໍາພາເຂດຊາຍແດນດ້ວຍຕົວເມືອງ ແລະ ການຮ່ວມສ້າງ.

ເມືອງອ່າງໜິງຊ່ວຍເຫຼືອນໍາພາ ແລະ ຮ່ວມສ້າງບ້ານບໍ່ຫານເປັນບ້ານຜາສຸກຊາຍແດນແບບທັນສະໄໝ, ເຊິ່ງແມ່ນໜ້າທີ່ວຽກງານສໍາຄັນທີ່ຈັດຂຶ້ນໂດຍຄະນະພັກ ແລະ ອົງການປົກຄອງນະຄອນຄຸນໝິງ. ຄະນະພັກ ແລະ ອົງການປົກຄອງເມືອງອ່ານໜິງເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ, ໄດ້ຈັດຂຶ້ນກອງປະຊຸມສະເພາະ 3 ຄັ້ງເພື່ອຄົ້ນຄວ້າວຽກງານການກໍ່ສ້າງໂຄງການ ແລະ ການອອກແບບວາງແຜນບ້ານສາທິດບໍ່ຫານ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງອ່ານໜິງໄປສໍາຫຼວດຫຼາຍເທື່ອ, ພ້ອມທັງສົມທົບກັບຄະນະນຳຂອງຕາແສງບໍ່ຫານ ແລະ ບ້ານບໍ່ຫານ ເພື່ອຄົ້ນຄວ້າການວາງແຜນອອກແບບ ແລະ ໂຄງການປະຕິບັດຊຸດທຳອິດ.

ຕາມແນະນໍາວ່າ, ໂຄງການກໍ່ສ້າງບ້ານຜາສຸກ(ບ້ານສາທິດ)ຊາຍແດນແບບທັນສະໄໝບໍ່ຫານທີ່ຊ່ວຍເຫຼືອ ແລະ ຮ່ວມສ້າງໂດຍເມືອງອ່ານໜິງຈະໄດ້ຮັບການປະຕິບັດໃນ 2 ໄລຍະ, ຍອດມູນຄ່າການລົງທືນບໍ່ໜ້ອຍກວ່າ 10 ລ້ານຢວນ. ໄລຍະທີ່ 1 ຄາດວ່າຈະລົງທຶນ 7,230,000ຢວນ, ຕົ້ນຕໍແມ່ນປະຕິບັດໂຄງການ“ການສ້າງພື້ນຖານໂຄງລ່າງໃຫ້ແຮງ”, ປັບປູງສ້ອມແປງພື້ນຖານໂຄງລ່າງຕ່າງໆ, ເຊັ່ນ: ເສັ້ນທາງ, ລະບົບສະໜອງນໍ້າ, ລະບົບລະບາຍນໍ້າຝົນ ແລະ ນ້ຳເສຍ, ຕາຂ່າຍໄຟຟ້າ, ອຸປະກອນດັບເພີງ ແລະ ການບໍລິການສາທາລະນະ; ປະຕິບັດໂຄງການ“ການສ້າງສິ່ງແວດລ້ອມໃຫ້ງາມ” , ສ້າງຄວາມງາມໃຫ້ສິ່ງແວດລ້ອມຂອງບ້ານ, ລວມປັບປູງສະໜາມຫຼວງໃຈກາງເມືອງ, ປະຕູໃຫຍ່ເຂົ້າບ້ານ, ຫໍພັກ ແລະ ຮູບພາບບ້ານ; ປະຕິບັດໂຄງການ“ການສ້າງຊີວິດການເປັນຢູ່ໃຫ້ດີ”, ຜ່ານການມາດຕະການຕ່າງໆ, ເຊັ່ນ: ປັບປູງເຮືອນສາທາລະນະ, ສ້າງຕົ້ນໄມ້ສີຂຽວ ແລະ ລະບົບແສງໄຟປົກຄຸມທົ່ວບ້ານ, ເພື່ອສ້າງບ້ານອັນສວຍງາມ ແລະ ເໝາະສົມອາໄສ; ປະຕິບັດໂຄງການ“ການສ້າງເຂດຊາຍແດນໃຫ້ສະຫງົບສັນຕິ”, ສ້າງຈິດສຳນຶກຂອງປະຊາຄົມແຫ່ງຊາດຈີນໃຫ້ໝັ້ນຄົງ, ຍົກສູງຄວາມສາມັກຄີແຫ່ງຊາດ.

ຜູ້ຮັບຜິດຊອບຂອງຄະນະພັກເມືອງອ່ານໜິງວ່າ, ເມືອງອ່ານໜິງຈະຖືກແໜ້ນສາຍຫຼັກຂອງການສ້າງຈິດສຳນຶກຂອງປະຊາຄົມແຫ່ງຊາດຈີນ, ເອົາກໍ່ສ້າງບ້ານສາທິດບໍ່ຫານເປັນຈຸດຫຼັກ, ເພີ່ມທະວີສົ່ງເສີມປະຕິບັດໂຄງການ, ອີງຕາມຄວາມຮຽກຮ້ອງ ແລະ ດັດຊະນີທັງໝົດ 19 ອັນ, ຕາມແນວຄວາມຄິດ“ສ້າງເວທີ, ດຶງດູຊັບພະຍາກອນ, ຮ່ວມພັດທະນາ”, ເອົາກະສິກໍາທີ່ມີຄຸນນະພາບສູງເປັນພື້ນຖານ, ເພື່ອປະກອບເປັນຊຸດພັດທະນາຂະແໜງການຜ່ອນຄາຍແບບນິເວດວິທະຍາ ແລະ ຮັກສາສຸຂະພາບ, ເຊື່ອມໂຍງອົງປະກອບວັດທະນະທໍາຂອງປະຕູຊາດ, ສ້າງບ້ານຊົນເຜົ່າໄຕທີ່ມີຄວາມສຸກ ແລະ ຂຽວສົດງົດງາມ, ສ້າງບ້ານບໍ່ຫານເປັນບ້ານສາທິດຕາມມາດຕະຖານ ແລະ ຄວາມຮຽກຮ້ອງສູງ, ຮັບປະກັນໃຫ້ທຸກວຽກງານໄດ້ສຳເລັດຕາມຄວາມຮຽກຮ້ອງພາຍໃນປີ, ສ້າງບ້ານບໍ່ຫານມີຄວາມຜາສຸກ, ຊ່ວຍສ້າງປະຕູຊາດມີຄວາມສະຫງົບ.


昆明信息港讯(昆明日报 记者赵书勇)日前,安宁市帮带共建磨憨镇磨憨村磨整村小组现代化边境幸福村(精品示范村)建设项目开工,这是安宁市落实“以城带边”帮带共建机制,高标准、高起点谋划磨憨村建设的重要开端。据悉,该项目也是昆明5区1市结对磨憨镇6个行政村,推进现代化边境幸福村以城带边、帮带共建工作以来开工的首个项目。

安宁市帮带共建磨憨村现代化边境幸福村,是昆明市委、市政府安排的一项重要任务。安宁市委、市政府高度重视,3次召开专题会议研究项目建设工作和磨憨精品示范村规划设计工作。安宁市相关负责人多次到现场调研,并与磨憨镇、磨憨村委会干部共同研究规划设计和首批实施项目。通过深入考察、专题研究,围绕现代化边境幸福村建设的要求,最终确定了磨憨村现代化边境幸福村(精品示范村)建设一期项目。

据介绍,安宁市帮带共建磨憨村现代化边境幸福村(精品示范村)建设项目分两期实施,总投资不少于1000万元。一期预计投资723万元,主要为:开展“基础牢”工程,提升改造道路、给水系统、雨水污水系统、电网、消防设施、公共服务等基础设施;开展“环境美”工程,美化村庄环境,包括提升改造中心主题广场、村入口大门、休息亭、村容村貌整治等;开展“生活好”工程,通过公共用房提升改造、村庄绿植全覆盖、村庄照明系统亮化等举措,打造美丽宜居乡村;开展“边疆稳”工程,建设铸牢中华民族共同体意识主题长廊,提升民族凝聚力。

安宁市委负责人表示,安宁市将紧扣铸牢中华民族共同体意识这一主线,以磨憨精品示范村建设为重点,进一步推进项目实施,对照19项指标体系要求,按照“搭平台,引资源,共联动”的思路,以“高质量农业为基础,配套发展生态休闲康养产业,融入国门文化元素,打造绿色生态幸福傣寨,高标准、高要求将磨憨村打造为精品示范村,确保年内按要求完成各项工作任务,建设幸福磨憨,助力国门安宁。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/28

11:14

ແບ່ງປັນ

ແປ
翻译