ດ່ານຊາຍແດນລະບົບອັດສະລິຍະບໍ່ຫານສ້າງສໍາເລັດໂດຍພື້ນຖານ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສະໜຸກ) ປະຈຸບັນນີ້, ການກໍ່ສ້າງດ່ານຊາຍແດນຂອງເຂດການຮ່ວມມືເສດຖະກິດບໍ່ຫານ-ບໍເຕັນພວມເລັ່ງໄວ ແລະ ຍົກສູງຄຸນນະພາບ, ດ່ານຊາຍແດນລະບົບອັດສະລິຍະໄດ້ສ້າງສໍາເລັດໂດຍພື້ນຖານ, ລົດເຂົ້າອອກດ່ານທາງຫຼວງມຶ້ລະຈາກ 400 ຄັນເພີ່ມຮອດ 600 ຄັນ. ເດືອນມັງກອນ ຫາ ເດືອນກຸມພາປີນີ້, ປະລິມານການຂົນສົ່ງສິນຄ້າຂາເຂົ້າຂາອອກຈາກດ່ານຊາຍແດນບໍ່ຫານໄດ້ເຖິງ1584ພັນໂຕນ.

1

ດ່ານຊາຍແດນບໍ່ຫານ

ການສ້າງຕັ້ງເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ແລະ ການເປີດນໍາໃຊ້ທາງລົດໄຟລາວ-ຈີນ, ເຮັດໃຫ້ບໍ່ຫານຕົວເມືອງນ້ອຍລຽບຊາຍແດນຢູ່ແຖວຫນ້າຂອງຢູນນານເປີດປະຕູ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງຄະນະຄຸ້ມຄອງເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນແນະນໍາວ່າ,“ ປະຈຸບັນນີ້, ເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນປະສານສົມກັບສະພາບການພັດທະນາ ແລະ ການກໍານົດຖານະບົດບາດຂອງບໍ່ຫານ, ປັບປຸງການສ້າງຕັ້ງພື້ນທີ່ຂອງຂະແໜງການໃນສວນ, ສຸມໃສ່ພັດທະນາການຄ້າສາກົນ, ຂະແໜງການຜະລິດປະປຸງ ແລະ ການຂົນສົ່ງທີ່ທັນສະໄໝ, ຮ່ວມພັດທະນາການເງິນສາກົນ, ການທ່ອງທ່ຽວສາກົນ, ການສຶກສາ, ການແພດ ແລະ ຂະແໜງການອື່ນໆ, ຈັດຕັ້ງໂຄງສ້າງພື້ນທີ່ 'ຫນຶ່ງຫຼັກ, ສອງສູນ, ສາມສາຍ, ສີ່ແຂດ'. ດຽວນີ້, ໃນເຂດການຄຸ້ມຄອງມີວິສາຫະກິດທີ່ໄດ້ລົງທະບຽນ 400 ຫົວໜ່ວຍ, ແລະ ບໍລິສັດແຈງພາສີ ແລະ ຂົນສົ່ງສິນຄ້າປະເພດຕ່າງໆປະມານ 300 ຫົວໜ່ວຍ. ”

ນັບແຕ່ທາງລົດໄຟລາວ-ຈີນເປີດນໍາໃຊ້ເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 8,88 ລ້ານຄົນ, ຂົນສົ່ງສິນຄ້າທັງໝົດ 12 ລ້ານໂຕນ, ຂົນສົ່ງສິນຄ້າຂ້າມຊາຍແດນທັງໝົດເກີນ 2,33 ລ້ານໂຕນ, ບົດບາດຂອງ“ຊ່ອງທາງຄໍາ”ການຂົນສົ່ງສິນຄ້າສາກົນນັບມື້ນັບພົ້ນອອກ, ຜົນກະທົບດ້ານການພັດທະນາກໍ່ຂະຫຍາຍຢ່າງບໍ່ຢຸດຢັ້ງ.

2

ພະນັກງານເຮັດວຽກຢູ່ສະຖານີລົດໄຟບໍ່ຫານ

ເພື່ອສົ່ງເສີມທ່າແຮງຂອງທາງລົດໄຟລາວ-ຈີນໃນດ້ານການຂົນສົ່ງ ແລະ ຂາເຂົ້າຂາອອກ, ສະຖານີລົດໄຟບໍ່ຫານ(ດ່ານຊາຍແດນທາງລົດໄຟ)ໄດ້ປັບປຸງຍົກສູງຄຸນນະພາບ, ສະຖານີລົດໄຟບໍ່ຫານຈະນໍາໃຊ້ເຕັກນິກໃໝ່ ແລະ ອຸປະກອນພື້ນຖານໂຄງລ່າງອັນໃໝ່, ເພື່ອສ້າງພະລັງງານໃໝ່ໃຫ້ສະໜາມເຕົ້າໂຮມສິນຄ້າບໍ່ຫານໄດ້ປັບປຸງເປັນແບບອັດສະລະຍະ, ແບບດີຈີຕອນ, ແບບອັດຕະໂນມັດ, ສ້າງໃຫ້ສະໜາມເຕົ້າໂຮມສິນຄ້າມີເວທີການຄຸ້ມຄອງຮອບດ້ານແບບດີຈີຕອນ, ເຊິ່ງເປັນປົກຄຸມການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານສະໜາມເຕົ້າໂຮມສິນຄ້າ, ການຜ່ານດ່ານ ແລະ ການຂົນສົ່ງຮ່ວມມືຫຼາຍວີທີ. ທໍາລາຍອຸປະສັການຂໍ້ມູນຂ່າວສານລະຫວ່າງທາງລົດໄຟກັບດ່ານພາສີ, ປະສົມປະສານຂໍ້ມູນການຂົນສົ່ງຂອງສະຖານີລົດໄຟບໍ່ຫານ ແລະ ບໍ່ເຕັນ, ແລະບັນລຸຂໍ້ມູນຂ່າວສານ ແລະ ຊັບພະຍາກອນຂອງທາງລົດໄຟກັບພາສີ ແລະ ພາຍໃນກັບຕ່າງປະເທດໄດ້ໄຫຼວຽນຢ່າງຮອບດ້ານ. 

3

ສະຖານີລົດໄຟບໍ່ຫານ

ເພີ່ອຊົມໃຊ້ທ່າແຮງດ້ານການຂົນສົ່ງສິນຄ້າທີ່ມາຈາກດ່ານຊາຍແດນລະດັບຊາດຢ່າງເຕັມທີ່, ເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນພວມບົ່ມສ້າງກິດຈະກໍາທຸລະກິດຕ່າງໆ, ເຊັ່ນ: ການລົງທຶນ, ການເຊົ່າເຄື່ອງ, ສິນຄ້າຂາເຂົ້າຂາອອກ, ການບໍລິການທາງການເງິນ ແລະ ທະນາຄານ, ການຄົ້ນຄວ້າ ແລະ ອອກແບບ, ການສະແດງສິນຄ້າ, ການສົ່ງເຄື່ອງດ້ວຍໂລຈິດສຕິ, ການຂົນສົ່ງສິນຄ້າ, ການເກັບຮັກສາ ແລະ ຂົນສົ່ງສິນຄ້າ, ການແທນຂົນສົ່ງສິນຄ້າ, ພ້ອມແທນການແຈ້ງພາສີ ແລະ ຈັດຕັ້ງກອງປະຊູມປຶກສາຫາລືເສດຖະກິດການຄ້າສາກົນຂອງພາກພື້ນປະເພດຕ່າງໆ, ຫັນປ່ຽນຈາກ“ເສດຖະກິດແບບຊ່ອງທາງ”ເປັນ“ເສດຖະກິດຂະແໜງການ”.

ປະຈຸບັນນີ້, ໂຄງການກໍ່ສ້າງສວນເສດຖະກິດດິຈິອນຂອງດ່ານຊາຍແດນບໍ່ຫານຂອງຈີນທີ່ພວມສ້າງຢູ່, ເຊິ່ງຈະສ້າງສູນກາງຂະແໜງການຮອບດ້ານທີ່ປະກອບດ້ວຍສູນກາງຂໍ້ມູນຂ່າວສານລະບົບອັດສະລິຍະ, ສູນກາງຜະລິດຕະພັນ, ຕະຫຼາດປະຊາຊົນຊາຍແດນ, ການຄັດເລືອກສິນຄ້າ, ການປຸງແຕ່ງ, ການຂົນສົ່ງ, ແລະ ສາງແຊ່ເຢັນມາຢູ່ບ່ອນດຽວກັນ, ບັນລຸໄດ້ປະສົມທາງການຄຸ້ມຄອງຂໍ້ມູນຂ່າວສານອອນໄລນ໌ ແລະ ການຂົນສົ່ງ+ ການປຸງແຕ່ງ + ການເກັບຮັກສາ+ ການຄ້າ + ການກວດກາ + ການກັກກັນພະຍາດ + ການຜ່ານດ່ານແບບອອບໄລນ໌.


当前,中国老挝磨憨—磨丁经济合作区口岸建设加速提质,智慧口岸建设基本完成,出入公路口岸车辆由每天400辆增至600辆。今年1月至2月,磨憨口岸进出口货运总量达158.4万吨。

1

磨憨口岸

磨憨—磨丁合作区的建立和中老铁路开通,让磨憨这个边陲小镇一跃成为云南的开放前沿。“当前,磨憨—磨丁合作区结合磨憨现状和发展功能定位,优化园区产业空间布局,重点发展国际商贸、加工制造、现代物流产业,协同发展国际金融、国际旅游和教育医疗等产业,形成‘一核两心三带四区’的空间布局结构。现辖区内注册商贸企业400余家,区内有各类物流报关公司近300家。”磨憨—磨丁合作区管委会有关负责人介绍。

中老铁路开通运营以来,已累计发送旅客888万人次,发送货物1200万吨,发送跨境货物累计超过233万吨,国际物流“黄金线路”作用日益凸显,辐射效应不断增强。

2

工作人员在中老铁路磨憨站进行集装箱吊装作业

为更好地发挥中老铁路运输及进出口优势,磨憨站(口岸)进行了提质改造,磨憨站将运用新技术和新型基础装备赋能磨憨货场智能化、数字化、自动化提质改造,打造涵盖货场作业控制、货场作业监控、口岸通关、多式联运等四位一体的货场数字化综合管控平台。打通铁路与海关的信息壁垒,整合磨憨与磨丁站的运输信息,实现铁路与海关、国内与国际信息资源双循环。

3

中老铁路磨憨站

为充分利用国家级口岸带来的物流优势,磨憨—磨丁合作区正大力培育投资、租赁、商品进出口、金融服务、研发设计、商品展销、物流配送、仓储运输、货运代理等商务活动,代理报关报检,举办各类区域性国际经贸洽谈会等,从“通道经济”向“产业经济”转型升级。

目前,正在加紧实施的中国磨憨口岸数字经济园建设项目将建设一个集智慧信息中心、产品中心、边贸市场及分拣、物流加工、冷链仓储于一体的综合产业中心,实现线上信息管理与线下物流+加工+仓储+贸易+检测+检疫+通关的有机结合。

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/24

11:06

ແບ່ງປັນ

ແປ
翻译