ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 3 ມີນານີ້, ກອງປະຊຸມສົ່ງເສີມການລົງທຶນອຸດສາຫະກຳດອກໄມ້ນະຄອນຄຸນໝິງ ປີ 2023 ໄດ້ຈັດຂຶ້ນຢູ່ສູນຂາຍເລຫຼັງ ແລະ ການຄ້າດອກໄມ້ສາກົນ ນະຄອນຄຸນໝິງ. ຜູ້ຕາງໜ້າຂອງວິສາຫະກິດ ແລະ ສະພາການຄ້າ 400 ກວ່າແຫ່ງໃນທົ່ວປະເທດໄດ້ເຕົ້າໂຮມກັນທາງອອນລາຍ ແລະ ອອບໄລນ໌ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ແລະ ການພັດທະນາ. ໃນພິທີລົງນາມໃນກອງປະຊຸມສົ່ງເສີມດັ່ງກ່າວ, ໄດ້ລົງນາມໂຄງການອຸດສາຫະກຳດອກໄມ້ 43 ໂຄງການ, ຍອດມູນຄ່າຂອງສັນຍາມີ 12,68 ຕື້ຢວນ.
ທ່ານຫຼີວຫອງຈ້ຽນ, ກຳມະການປະຈຳຄະນະພັກແຂວງ, ເລຂາຄະນະພັກນະຄອນ, ແລະ ທ່ານອ່ານລີເຈີ, ອະທິການບໍດີຂອບມະຫາວິທະຍາໄລປ່າໄມ້ປັກກິ່ງໄດ້ເຂົ້າຮ່ວມກອງປະຊຸມ.
ທ່ານຢາງປີ້ ປະທານສະພາປຶກສາການເມືອງນະຄອນ ແລະ ຫົວໜ້າຂະແໜງການອຸດສາຫະກຳດອກໄມ້ຂອງນະຄອນກ່າວວ່າ, ນະຄອນຄຸນໝິງແມ່ນເມືອງປະຫວັດສາດວັດທະນະທຳທີ່ມີຊື່ສຽງແຫ່ງຊາດ ເຊິ່ງມີປະຫວັດການປູກດອກໄມ້ພັນປີ. ດອກໄມ້ໄດ້ເຊື່ອມໂຍງເຂົ້າໃນຊີວິດການເປັນຢູ່ຂອງພົນລະເມືອງແລະໄດ້ກາຍເປັນຄວາມຊົງຈຳ, ສັນຍາລັກວັດທະນະທໍາ ແລະ ເຄື່ອງໝາຍແຫ່ງຄວາມງາມຂອງເມືອງແຫ່ງນີ້. ໃນປັດຈຸບັນນີ້, ນະຄອນຄຸນໝິງພວມຖື “ລະບົບຕ່ອງໂສ້ຍາວ” ຊຸກຍູ້ການກໍ່ສ້າງລະບົບຕ່ອງໂສ້ອຸດສາຫະກຳອັນສຳຄັນ “8+N” ເຊັ່ນ: ອຸດສາຫະກຳດອກໄມ້ ແລະ ວາງແຜນການລວມທີ່ມີລະດັບສູງເພື່ອຫັນເປັນອຸດສາຫະກຳ ແລະ ຍົກລະດັບ, ຍົກສູງຄຸນນະພາບແລະປະສິດທິພາບ. ຍິນດີຕ້ອນຮັບນັກວິສາຫະກິດທັງຫຼາຍທີ່ມາຢ້ຽມຢາມ ແລະ ກວດສອບ, ລົງທຶນດຳເນີນທຸລະກິດ, ແບ່ງປັນກາລະໂອກາດ ແລະ ສ້າງອະນາຄົດທີ່ດີກວ່າຢູ່ນະຄອນຄຸນໝິງ. ນະຄອນຄຸນໝິງຈະນຳໃຊ້ດອກໄມ້ເປັນສື່ກາງເພື່ອຊຸກຍູ້ການພັດທະນາແບບປະສົມປະສານຂອງລະບົບຕ່ອງໂສ້ອຸດສາຫະກຳທີ່ “ສວຍງາມທີ່ສຸດ”, ແລະຊ່ວຍສ້າງຍີ່ຫໍ້ “ດອກໄມ້ຢຸນນານ”, ເຮັດໃຫ້ດອກໄມ້ເປັນນາມບັດໂລກທີ່ສະແດງເຖິງສີຂຽວ, ນິເວດ ແລະ ຄວາມສວຍງາມຂອງນະຄອນຄຸນໝິງ.
ໃນພິທີລົງນາມຂອງກອງປະຊຸມສົ່ງເສີມດັ່ງກ່າວ, ອຳນາດການປົກຄອງນະຄອນຄຸນໝິງ ແລະ ມະຫາວິທະຍາໄລປ່າໄມ້ປັກກິ່ງໄດ້ລົງນາມໃນສັນຍາການຮ່ວມມືດ້ານຍຸດທະສາດລະຫ່ວາງໂຮງຮຽນ ແລະ ທ້ອງຖີ່ນ, ເຊິ່ງຈະສົ່ງເສີມທ່າແຮງຢ່າງເຕັມທີ່ຂອງຕົນ ແລະ ຮ່ວມກັນຊຸກຍູ້ການພັດທະນາອຸດສາຫະກຳດອກໄມ້ທີ່ມີຄຸນນະພາບສູງ ແລະ ຊຸກຍູ້ການກໍ່ສ້າງ "Double First-Class" ຂອງມະຫາວິທະຍາໄລປ່າໄມ້ປັກກິ່ງ. ພ້ອມກັນນັ້ນ, ນະຄອນຄຸນໝິງຍັງໄດ້ລົງນາມໃນ 43 ໂຄງການສຳຄັນກັບ 40 ວິສາຫະກິດ, ມະຫາວິທະຍາໄລ, ອົງການຂ່າວສານຈາກປັກກິ່ງ, ຊຽງໄຮ, ຮົງກົງ, ຝູຈ້ຽນ, ເຈີ້ຈ່ຽງ ແລະ ແຂວງອື່ນໆ, ຍອດມູນຄ່າສັນຍາ 12.68 ຕື້ຢວນ. ໃນນັ້ນ, ມີສັນຍາການລົງທຶນຢ່າງເປັນທາງການ 24 ສະບັບ, ມູນຄ່າສັນຍາ 7.94 ຕື້ຢວນ. ບັນດາໂຄງການທີ່ໄດ້ຮັບການລົງນາມແມ່ນກວມເອົາບັນດາຂົງເຂດສຳຄັນຂອງອຸດສາຫະກຳດອກໄມ້ຄື: ການແພ່ພັນດອກໄມ້ເບ້ຍ, ການປູກຝັງດອກໄມ້ທີ່ມີຄຸນນະພາບສູງ, ການຂົນສົ່ງແຊ່ເຢັນ, ການປຸງແຕ່ງຢ່າງລະອຽດ, ການປະດິດສ້າງໃໝ່ດ້ານການທ່ອງທ່ຽວ-ວັດທະນະທຳ ແລະ ອື່ນໆ.
昆明信息港讯(昆明日报 首席记者贾献培 记者朱景芳) 3月3日,2023年“春城飞花”昆明市花卉产业招商推介会在昆明国际花卉拍卖交易中心举行。来自全国400多家企业、商会的代表通过线上线下的方式齐聚一堂,共商合作、共话发展。在推介会签约仪式上,共有43个花卉产业类项目签约,总协议金额126.8亿元。
省委常委、市委书记刘洪建,北京林业大学校长安黎哲出席推介会。
市政协主席、市花卉产业链链长杨皕在致辞时表示,昆明是一座有着千年花卉栽培史的国家历史文化名城,花卉已深刻融入市民生活,成为城市的记忆基因、文化标识和美学徽章。当前,昆明市正以“链长制”为抓手,着力推进花卉等“8+N”重点产业链建设,高位统筹产业转型升级、提质增效。热忱欢迎各位企业家到昆明参观考察、投资兴业、共享机遇、共创未来。昆明将以花为媒,推动“最美”产业链融合发展,助力“云花”品牌建设,让花卉成为展示绿色、生态、美丽昆明的世界名片。
在推介会签约仪式上,昆明市政府与北京林业大学签订校地战略合作协议,将充分发挥各自优势,共同推动昆明花卉产业高质量发展和北京林业大学“双一流”建设相互支撑。同时,昆明还与来自北京、上海、香港、福建、浙江等地的40余家企业、高校、新闻单位签约43个重大项目,总协议金额达126.8亿元。其中,正式投资协议24个,协议金额79.4亿元。签约项目涵盖花卉种苗繁育、高品质花卉种植、冷链物流、精深加工、文旅文创等花卉产业重点领域。
ສະພາການຄ້າເສຊວນທົ່ວໂລກໄດ້ໄປເຂດໃໝ່ ດ່ຽນຈ່ອງ ຂອງແຂວງຢຸນນານເພື່ອຊອກຫາໂອກາດພັດທະນາ
ສະບາຍດີ2023-01-03
ໂຄງການສູນສາທິດລະບົບຕ່ອງໂສ້ການສະໜອງສາກົນໄດ້ເລີ່ມການກໍ່ສ້າງ
ສະບາຍດີ2022-12-30
ປີໜ້າແຂວງຢຸນນານມີແຜນຈະສ້າງຫ້ອງທົດລອງທີ່ສຳຄັນ 14 ແຫ່ງ
ສະບາຍດີ2022-12-30
ຮອດປີ 2024 ແຂວງຢຸນນານຈະບົ່ມສ້າງວິສາຫະກິດພະລັງງານແສງແດດລະດັບໝື່ນຕື້ 10 ແຫ່ງ
ສະບາຍດີ2022-12-19
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
03/06
10:05
— ແບ່ງປັນ —