ສະພາການຄ້າເສຊວນທົ່ວໂລກໄດ້ໄປເຂດໃໝ່ ດ່ຽນຈ່ອງ ຂອງແຂວງຢຸນນານເພື່ອຊອກຫາໂອກາດພັດທະນາ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສຸດໃຈ)ໃນວັນທີ 28 ທັນວາ, ທ່ານນາງ ຊູຊີເຟີ່ງ, ຮອງປະທານສະພາການຄ້າເສຊວນທົ່ວໂລກ, ປະທານສະພາການຄ້າຢາອານຄຸນມິງ ແລະ ຄູ່ຮ່ວມງານຂອງມູນນິທິການລົງທຶນຊິ່ງຈ້ວງການຄ້າເສຊວນເຊີນຕູ(Chengdu Chuanshang Xingchuang Equity Investment Fund Company) ແລະ ມູນນິທິການທ່ອງທ່ຽວ-ວັດທະນະທໍາ ແລະ ການສຸຂະພາບ-ບຳລຸງລ້ຽງຮ່າງກາຍ ແລະທີມງານຂອງທ່ານນາງໄດ້ໄປເຂດໃໝ່ ດ່ຽນຈ່ອງ ຂອງແຂວງຢຸນນານ(ຕໍ່ໄປນີ້ເອີ້ນວ່າ "ເຂດໃຫມ່") ເພື່ອຊອກຫາໂອກາດພັດທະນາ.

ທ່ານຕ້ວນຫອງປໍ ກຳມະການສູນກາງພັກ, ຮອງຫົວໜ້າຄະນະບໍລິຫານງານສູນກາງພັກເຂດໃໝ່ ດ່ຽນຈ່ອງ ຂອງແຂວງຢຸນນານໄດ້ເຂົ້າຮ່ວມກອງປະຊຸມ.

ທ່ານຕ້ວນຫອງປໍແນະນຳວ່າ, ນັບແຕ່ການສ້າງຕັ້ງເຂດໃໝ່ເປັນ 7 ປີທີ່ຜ່ານມາ, ເຂດໃໝ່ໄດ້ຍຶດໝັ້ນການນຳພາໂດຍແຜນການທີ່ວາງໄວ້, ດຳເນີນປັດໄຈພື້ນຖານຢ່າງລ່ວງໜ້າ, ສ້າງເປັນຮູບແບບການພັດທະນາດ້ານອຸດສາຫະກຳທີ່ມີລັກສະນະການສົ່ງເສີມເຊິ່ງກັນແລະກັນແລະມີຄວາມກ້າວຫນ້າຮ່ວມກັນໃນດ້ານການຜະລິດອຸປະກອນທັນສະໄໝ, ຢາຊີວະພາບແລະອຸປະກອນການແພດ, ຂໍ້ມູນຂ່າວສານເອເລັກໂຕຣນິກ, ນ້ຳມັນເຊື້ອໄຟ ແລະ ວັດສະດຸໃໝ່, ຂະແໜງການບໍລິການແບບທັນສະໄໝ ແລະອື່ນໆ, ເຮັດໃຫ້ທ່າແຮງສະຖານທີ່ຫັນປ່ຽນແປງໄປສູ່ກຳລັງການພັດທະນາຢ່າງຕໍ່ເນື່ອງ. ທ່ານຕ້ວນຫອງປໍກ່າວວ່າ, ຫວັງວ່າສະພາການຄ້າເສຊວນທົ່ວໂລກຈະຖືກອງປະຊຸມຄັ້ງນີ້ເປັນໂອກາດເພື່ອແນໃສ່ການພັດທະນາແລະວາງແຜນກໍ່ສ້າງເຂດໃໝ່ ແລະ ຄວາມຕ້ອງການຂອງການພັດທະນາອຸດສາຫະກຳຂອງເຂດໃໝ່, ລົງເລິກວາງແຜນໃນການສ້າງສຳນັກງານໃຫຍ່ຂອງສະພາການຄ້າເສຊວນທົ່ວໂລກ, ແລະພະຍາຍາມດຳເນີນໂຄງການໃຫ້ມີຄວາມແຂງແຮງ ແລະ ມີຜົນກະທົບ.ພ້ອມກັນນັ້ນ, ຂ້າພະເຈົ້າຫວັງວ່າສະພາການຄ້າຈະປະຕິບັດໜ້າທີ່ຢ່າງເຕັມທີ່ເປັນຂົວເຊື່ອມຕໍ່ທີ່ຊຸກຍູ້ວິສາຫະກິດຈາກແຂວງເສຊວນໃຫ້ໄປຕັ້ງຖິ່ນຖານ ແລະ ລົງທຶນຢູ່ເຂດໃໝ່, ເຂດໃໝ່ຈະອຳນວຍນະໂຍບາຍອູ້ນຊູຍູ້ໜູນ, ການບໍລິການທີ່ຄົບຖວນທີ່ສຸດ, ສະພາບແວດລ້ອມທີ່ສະດວກທີ່ສຸດ, ການຮັບປະກັນທີ່ໝັ້ນຄົງທີ່ສຸດ ເພື່ອຮັບປະກັນໃຫ້ປະຕິບັດໂຄງການດັ່ງກ່າວໄດ້ຮັບຜົນສຳເລັດ.

ທ່ານນາງ ຊູຊິ້ເຟີ່ນ ແລະ ຄະນະກ່າວວ່າ, ແຂວງເສຊວນແລະແຂວງຢຸນນານແມ່ນສາຍພູແລະແມ່ນ້ຳທີ່ຕິດຈອດກັນຢ່າງແໜ້ນແຟ້ນ, ສະພາການຄ້າເສຊວນທົ່ວໂລກຈະປີ່ນອ້ອມຄວາມຮຽກຮ້ອງຕ້ອງການດ້ານການລົງທຶນຂອງຕ່ອງໂສ້ອຸດສາຫະກຳໃນເຂດໃໝ່, ອີງໃສ່ບັນດາທ່າແຮງຂອງສະພາການຄ້າ, ເຊື່ອມໂຍງຊັບພະຍາກອນຂອງທຸລະກິດແຂວງເສຊວນ, ຊີ້ນຳວິສາຫະກິດ ແລະ ບັນດາໂຄງການທີ່ມີຄຸນນະພາບສູງໄປຕັ້ງຖິ່ນຖານ ແລະ ປະຕິບັດຢູ່ເຂດໃໝ່, ຊອກຫາໂອກາດການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

昆明信息港讯(昆明日报 记者李双双 通讯员陈思思) 12月28日,全球川商总会副会长、昆明市雅安商会会长、川商创投基金及文旅康养基金合伙人徐世芬一行赴云南滇中新区(以下简称“新区”)寻觅发展良机。

云南滇中新区党工委委员、管委会副主任段宏波参加座谈。

段宏波介绍,新区批复设立7年来,坚持规划引领、基础先行,形成汽车及现代装备制造、生物医药及医疗器械、电子信息、石化和新材料、现代服务业等互促共进的产业发展格局,空间区位优势不断转化为发展动能。段宏波表示,希望全球川商总会以此次座谈为契机,聚焦新区开发建设规划、产业发展需求,深入谋划全球川商总部基地建设方案,力推项目做精做强做出影响力。同时,希望商会充分发挥桥梁纽带作用,带动更多川商企业落子新区、投资新区,新区将全力提供最优惠的政策、最周到的服务、最舒心的环境、最坚实的保障,确保项目尽快落地见效。

徐世芬一行表示,川滇山水相依、人文相亲,全球川商总会将围绕新区产业链招商要求,依托商会优势,整合川商资源,引导优质企业和项目落户新区,共谋合作共赢。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

01/03

10:05

ແບ່ງປັນ

ແປ
翻译