ຮອດປີ 2024 ແຂວງຢຸນນານຈະບົ່ມສ້າງວິສາຫະກິດພະລັງງານແສງແດດລະດັບໝື່ນຕື້ 10 ແຫ່ງ

ມາຈາກ:ສະບາຍດີ

 (ສະບາຍດີ ນັກຂ່າວສຸດໃຈ) ອຸດສາຫະກໍາອຸປະກອນສະຖານີພະລັງງານແສງແດດແບບອັດສະລິຍະເປັນອຸດສາຫະກໍາທີ່ຂະຫຍາຍຕົວຢ່າງໄວວາໂດຍອີງໃສ່ການເຊື່ອມໂຍງແລະການພັດທະນາຂອງເຕັກໂນໂລຊີທາດໄຕ່ໂດດແລະຄວາມຕ້ອງການດ້ານພະລັງງານໃຫມ່, ມັນຍັງເປັນຫນຶ່ງໃນບັນດາຂົງເຂດສໍາຄັນສໍາລັບກາຍເປັນແຂວງອຸດສາຫະກໍາແລະພະລັງງານສີຂຽວທີ່ເຂັ້ມແຂງ. ເພື່ອຊຸກຍູ້ການພັດທະນາອຸດສາຫະກໍາອຸປະກອນສະຖານີພະລັງງານແສງແດດແບບອັດສະລິຍະໃນແຂວງຂອງພວກເຮົາ, "ແຜນການເຄື່ອນໄຫວສາມປີຂອງການພັດທະນາອຸດສາຫະກຳສະຖານີພະລັງງານແສງແດດແບບອັດສະລິຍະ (2022-2024)" (ຕໍ່ໄປນີ້ເອີ້ນວ່າ "ແຜນການ") ໄດ້ເຜີຍແຜ່ຢ່າງເປັນທາງການ. "ແຜນການ" ສະເໜີວ່າ, ຮອດປີ 2024, ອຸດສາຫະກໍາອຸປະກອນພະລັງງານແສງແດດແບບອັດສະລິຍະຂອງແຂວງຈະບັນລຸລາຍຮັບຈາກການດໍາເນີນງານເຖິງ 250 ຕື້ຢວນ, ບົ່ມສ້າງວິສາຫະກິດພະລັງງານແສງແດດລະດັບໝື່ນຕື້ 10 ແຫ່ງ.

ລະບົບຕ່ອງໂສ້ອຸດສາຫະກໍາດ້ານອຸປະກອນສະຖານີພະລັງງານແສງແດດແບບອັດສະລິຍະປະກອບມີຜະລິດຕະພັນພະລັງງານແສງແດດ ເຊັ່ນ polysilicon, invertersແບບອັດສະລິຍະແລະອື່ນໆ, ແລະການຜະລິດສາຍໄຟຟ້າ, ຂາຕັ້ງຕິດຕາມພະລັງງານແສງຕາເວັນແບບອັດສະລິຍະ, ແລະອຸປະກອນລະບົບໄຟຟ້າອື່ນໆ, ປະສົມປະສັນກັບຂອດການບໍລິການຜະລິດຫຼາຍ ເຊັ່ນ: ການອອກແບບອັດສະລິຍະ, ການຄຸ້ມຄອງຂະບວນການກໍ່ສ້າງແລະອື່ນໆ, ບັນລຸ "ການເຊື່ອຖືໄດ້, ເບິ່ງເຫັນໄດ້, ຄຸ້ມຄອງໄດ້ ແລະ ຄວບຄຸມໄດ້" ຂອງສະຖານີພະລັງງານແສງແດດ.

ຜູ້ຮັບຜິຊອບທີ່ກ່ຽວຂ້ອງຂອງພະແນກອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານແຂວງຢຸນນານກ່າວໃນການອະທິບາຍນະໂຍບາຍວ່າ: ການພັດທະນາຂອງລະບົບຕ່ອງໂສ້ອຸດສາຫະກໍາສະຖານີພະລັງງານແສງແດດແບບອັດສະລິຍະຂອງແຂວງຢຸນນານແມ່ນມີຄວາມໝາຍສໍາຄັນ. ໂດຍຜ່ານການຈັດຕັ້ງບັນດາວິສາຫະກິດເຂົ້າຮ່ວມການກໍ່ສ້າງສະຖານີພະລັງງານແສງແດດທ້ອງຖິ່ນ, ສາມາດຊຸກຍູ້ອຸດສາຫະກໍາການຜະລິດພະລັງງານແສງແດດຂອງແຂວງຂະຫຍາຍຕ່ອງໂສ້ອຸດສາຫະກໍາຍ່ານໃຕ້, ພ້ອມກັນນັ້ນນໍາພາການພັດທະນາຂອງອຸດສາຫະກໍາອຸປະກອນໄຟຟ້າ ແລະ ອົງປະກອບລະບົບ, ເພື່ອໃຫ້ຜະລິດຕະພັນພະລັງງານແສງແດດຂອງແຂວງສາມາດບໍລິໂພກຢູ່ທ້ອງຖິ່ນໄດ້, ຍົກສູງອັດຕາການນໍາໃຊ້ຂອງພະລັງງານ, ໃຫ້ກາຍເປັນການວົງຈອນພາຍໃນ, ເພີ່ມທະວີການສົ່ງອອກອຸປະກອນສະຖານີພະລັງງານແສງແດດຢ່າງຄົບຊຸດ.

"ແຜນການ" ວາງເປົ້າໝາຍການເຄື່ອນໄຫວ, ຮອດປີ 2024, ອຸດສາຫະກໍາອຸປະກອນສະຖານີພະລັງງານແສງແດດແບບອັດສະລິຍະຂອງແຂວງຈະບັນລຸລາຍຮັບ 250 ຕື້ຢວນ, ບົ່ມສ້າງວິສາຫະກິດພະລັງງານແສງແດດລະດັບໝື່ນຕື້ 10 ແຫ່ງທີ່ມີຄວາມສາມາດປະດິດສ້າງໃໝາທີ່ດີເດັ່ນແລະມີຄວາມສາມາດແກ່ງແຍ້ງໃນສາກົນ,  ບົ່ມສ້າງວິສາຫະກິດ 5 ແຫ່ງທີ່ມີຍອດມູນຄ່າການຂາຍເກີນ 3 ຕື້ຢວນ ແລະ ນໍາພາການພັດທະນາຂອງວິສາຫະກິດຍ່ານເໝືອ ແລະ ຍ່ານໃຕ້.

ພ້ອມກັນນັ້ນ, ແຂວງເຮົາຈະປະຕິບັດເຄື່ອນໄຫວການນໍາໃຊ້ພະລັງງານແສງແດດແບບອັດສະລິຍະທີ່ມີລັກສະນະ. ໂດຍສະເພາະ ຊຸກຍູ້ການນໍາໃຊ້ພະລັງງານແສງແດດແບບອັດສະລິຍະເຂົ້າໃນຈຸດທົດລອງຂອງການພັດທະນາພະລັງງານແສງແດດແບບແຈກຢາຍຢູ່ເທິງຫຼັງຄາຂອງທົ່ວຕາແສງ (ເມືອງ, ເຂດ), ຊຸກຍູ້ການກໍ່ສ້າງສະຖານີພະລັງງານແສງແດດ ແລະ ເສົາສາກໄຟໃນຂະແໜງຄົມມະນາຄົມຂົນສົ່ງ ແລະ ຄົ້ນຫາຊ່ອງທາງການນໍາໃຊ້ໃນດ້ານການເຊື່ອມໂຍງພະລັງງານແສງແດດກັບລົດພະລັງງານໃຫມ່. ຊຸກຍູ້ການນໍາໃຊ້ຂອງການຜະລິດພະລັງງານແສງແດດໃນເຂດບໍລິການຕາມເສັ້ນທາງຫຼວງ (ບ່ອນຈອດລົດ), ສະຖານີອາຍແກັສ, ອຸໂມງ, ສະໜາມຂົນສົ່ງສິນຄ້າສາທາລະນະ, ທ່າເຮືອແລະຂົງເຂດອື່ນໆ.

ນອກຈາກນັ້ນ, "ແຜນການ" ຍັງສະເຫນີວ່ານໍາໃຊ້ດິນເປົ່າຫວ່າງເຊັ່ນພູເຮື້ອແລະທະເລຊາຍເຮື້ອມາກໍ່ສ້າງສະຖານີພະລັງງານແສງແດດແບບອັດສະລິຍະເປັນລະບຽບ. ສະໜັບສະໜູນທ້ອງຖິ່ນເພື່ອຊຸກຍູ້ດໍາເນີນຮູບແບບການນໍາໃຊ້ຢ່າງສັງລວມໂດຍຕາມເງື່ອນໄຂທ້ອງຖິ່ນເຊັ່ນ: ການຕາບຈູນເຊີ່ງກັນລະຫວ່າງກະສິກໍາ-ພະລັງງານແສງແດດ, ລະຫວ່າງປ່າ-ພະລັງງານແສງແດດ, ໃນກັນໄຟໃນປ່າ, ຕິດຕາມກວດກາດແຜ່ນດິນໄຫວ, ຕ້ານໄພນໍ້າຖ້ວນ. ໃຫ້ບຸລິມະສິດໃນການກໍ່ສ້າງສະຖານີພະລັງງານແສງແດດຂັ້ນບ້ານຢູ່ຫຼຸດຜ່ອນຄວາມທຸກຍາກ ເພື່ອຮັດແໜ້ນ ແລະ ຜັນຂະຫຍາຍບັນດາໝາກຜົນແຫ່ງການບັ້ນລຶບລ້າງຄວາມທຸກຍາກ ແລະ ຊ່ວຍເຊື່ອມໂຍງເຂົ້າກັບການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງມີປະສິດທິຜົນ. ຄົ້ນຫາຮູບແບບໃໝ່ໃນການປະສົມກະສິກໍາກັບພະລັງງານແສງແດດ, ປະສົມປະສານການຜະລິດໄຟຟ້າດ້ວຍພະລັງງານແສງແດດກັບອຸປະກອນກະສິກໍາແບບກາຍະອິນຊີ, ເພື່ອເພີ່ມລາຍຮັບຂອງຊາວກະສິກອນ. 

智能光伏电站装备产业是基于半导体技术和新能源需求而融合发展、快速兴起的朝阳产业,也是实现产业强省和绿色能源强省的重大关键领域之一。为推动我省智能光伏电站装备产业发展,《云南省智能光伏电站装备产业发展三年行动计划(2022—2024年)》(以下简称《计划》)正式发布。《计划》提出,到2024年,全省智能光伏电站装备产业将实现营业收入2500亿元,培育出10家百亿级光伏企业。

智能光伏电站装备全产业链涉及多晶硅、智能逆变器等光伏产品和电线电缆、智能太阳能跟踪支架、系统部件等配套电力装备生产,以及智能设计、施工过程管理等多个生产性服务环节的协同配合组成,实现光伏电站“可信、可视、可管、可控”。

云南省工信厅相关负责人在政策解读中表示,云南省智能光伏电站装备全产业链发展意义重大。通过组织本省企业参与本地光伏电站建设,可推动本省光伏制造业向下游延伸产业链,同时带动电力装备、系统部件等配套产业发展,使本省光伏产品能够就地消纳,提高产能利用率,形成省内内循环,加大成套光伏电站装备出口力度。

《计划》提出了行动目标,到2024年,全省智能光伏电站装备产业实现营业收入2500亿元,培育10家创新能力突出、具有国际竞争力的百亿级光伏企业,5家年销售额突破30亿元电力装备企业,牵引带动一批上下游配套企业。

同时,我省将实施智能光伏特色应用行动。尤其是鼓励智能光伏在整县(市、区) 屋顶分布式光伏开发试点中开展应用,以及推动交通领域光伏电站及充电桩示范建设,探索光伏和新能源汽车融合应用路径。鼓励光伏发电在公路服务区(停车场)、加油站、隧道、公共货运场站、港口码头等领域的应用。

此外,《计划》提出,将利用荒山、荒漠等未利用土地,有序建设集中式智能光伏电站。支持各地因地制宜推进农光互补、林光互补、林业防火、地震监测、防洪防汛等综合利用模式。优先支持脱贫地区建设村级光伏帮扶电站,巩固拓展脱贫攻坚成果同乡村振兴有效衔接。探索光伏农业新兴模式,将光伏发电与农业设施有机结合,促进农民增收。(云南网 记者闵楠)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/19

10:14

ແບ່ງປັນ

ແປ
翻译