ປີໜ້າແຂວງຢຸນນານມີແຜນຈະສ້າງຫ້ອງທົດລອງທີ່ສຳຄັນ 14 ແຫ່ງ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 27 ທັນວານີ້, ເວັບໄຊທາງການຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງຢຸນນານໄດ້ປະກາດລາຍຊື່ວາງແຜນສ້າງສູນປະດິດສ້າງໃໝ່ເຕັກໂນໂລຊີແຂວງຢຸນນານແລະຫ້ອງທົດລອງສຳຄັນຂອງແຂວງຢຸນນານໃນປີ 2023, ແລະການປະກາດຈະສິ້ນສຸດລົງໃນວັນທີ 30 ທັນວາ. ໃນນັ້ນ, ມີແຜນສ້າງ ສູນປະດິດສ້າງໃໝ່ເຕັກໂນໂລຊີແຂວງຢຸນນານ 5 ລາຍການ, ມີແຜນສ້າງຫ້ອງທົດລອງທີ່ສຳຄັນຂອງແຂວງຢຸນນານ 14 ແຫ່ງ.

ການວາງແຜນສ້າງສູນປະດິດສ້າງໃໝ່ເຕັກໂນໂລຊີແຂວງຢຸນນານ 5 ແຫ່ງ ຄື: ສູນປະດິດສ້າງໃໝ່ເຕັກໂນໂລຊີດ້ານຊັບພະຍາກອນຟົດຟໍແຂວງຢຸນນານ,  ສູນປະດິດສ້າງໃໝ່ເຕັກໂນໂລຊີຂອງດ້ານວິສະວະກໍານ້ໍາດິຈິຕອນແຂວງຢຸນນານ,  ສູນປະດິດສ້າງໃໝ່ເຕັກໂນໂລຊີດ້ານບຳບັດການຕິດຢາເສບຕິດແຂວງຢຸນນານ, ສູນປະດິດສ້າງໃໝ່ເຕັກໂນໂລຊີດ້ານການປົກຄອງນິເວດ-ສິ່ງແວດລ້ອມແບບອັດສະລິຍະແຂວງຢຸນນານ, ສູນປະດິດສ້າງໃໝ່ເຕັກໂນໂລຊີດ້ານດອກໄມ້ແຂວງຢຸນນານ.ການວາງແຜນສ້າງຫ້ອງທົດລອງສຳຄັນ 14 ແຫ່ງໃນແຂວງຢຸນນານ, ລວມທັງຫ້ອງທົດລອງສໍາຄັນຂອງການອະນຸລັກປ່າຝົນແຖບຮ້ອນ ແລະ ຊ້າງອາຊີແຂວງຢຸນນານ, ຫ້ອງທົດລອງສຳຄັນຂອງການນຳໃຊ້ເຕັກນິກຂອງປ່າແລະໝາກໄມ່້ພິເສດແຂວງຢຸນນານ, ຫ້ອງທົດລອງສຳຄັນຂອງການຄາດຄະເນແລະການເຕືອນໄພລ່ວງຫນ້າໄພພິບັດທາງທໍລະນີພູພຽງແລະແລະການບູລະນະ-ປົກປັກຮັກສານິເວດແລະອື່ນໆ.

ສູນປະດິດສ້າງໃໝ່ເຕັກໂນໂລຊີແຂວງຢຸນນານ ແລະ ຫ້ອງທົດລອງສຳຄັນຂອງແຂວງຢຸນນານແມ່ນເວທີສໍາຄັນສໍາລັບການປະດິດສ້າງໃໝ່ ແລະ ການຄົ້ນຄວ້າ. ບົດບາດຂອງສູນປະດິດສ້າງໃໝ່ເຕັກໂນໂລຊີຢຸນນານແມ່ນບັນລຸການປ່ຽນແປງຈາກວິທະຍາສາດໄປເປັນເຕັກໂນໂລຊີ, ຊຸກຍູ້ການຫັນໝາກຜົນການຄົ້ນຄວ້າພື້ນຖານອັນຍິ່ງໃຫຍ່ເປັນອຸດສາຫະກຳ. ໜ້າທີ່ຕົ້ນຕໍຂອງຫ້ອງທົດລອງສຳຄັນຂອງແຂວງຢຸນນານແມ່ນອີງຕາມແຖວໜ້າການພັດທະນາວິທະຍາສາດ ແລະ ຂົງເຂດ ແລະ ທິດທາງຂອງວິທະຍາສາດ ແລະ ເຕັກນິກທີ່ສໍາຄານໃນການພັດທະນາເສດຖະກິດ ແລະ ສັງຄົມແຂວງຢູນນານ, ເພື່ອດໍາເນີນການຄົ້ນຄວ້າແບບປະດິດສ້າງໃໝ່, ເພື່ອໄດ້ຮັບໝາກຜົນປະດິດສ້າງໃໝ່ແລະກຳມະສິດທາງປັນຍາເປັນຂອງຕົນເອງ, ເພື່ອອຳນວຍກຳລັງການປະດິດສ້າງໃໝ່ ແລະ ສີ່ງແວດລ້ອມນະວັດຕະກໍາຢ່າງເປີດປະຕູ ແລະ ເຊື່ອມໂຍງເຂົ້າຫາກັນໃຫ້ປະຕິບັດຍຸດທະສາດການຊຸກຍູ້ພັດທະນາດ້ວຍນະວັດຕະກໍາ. 

ໃນດ້ານການສະໜັບສະໜູນທາງການເງິນ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຢຸນນານຈະສະໜອງເງິນອຸດໜູນດຳເນີນງານໃຫ້ແກ່ຫ້ອງທົດລອງສຳຄັນໃນແຂວງຢຸນນານທີ່ໄດ້ຮັບອະນຸມັດການກໍ່ສ້າງໃນໄລຍະການກໍ່ສ້າງ. ການກໍ່ສ້າງໂດຍອາໄສມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າວິທະຍາສາດ, ໂຮງໝໍແລະອື່ນໆ, ອຳນວຍເງິນອຸດໜູນປະຈຳປີ 5 ລ້ານຢວນໃນໄລຍະກໍ່ສ້າງ; ອີງໃສ່ການກໍ່ສ້າງຂອງວິສາຫະກິດ, ອຳນວຍເງິນອຸດໜູນປະຈຳປີ 3 ແສນຢວນໃນໄລຍະກໍ່ສ້າງ. ໄລຍະການກໍ່ສ້າງສູນປະດິດສ້າງໃໝ່ເຕັກໂນໂລຊີແຂວງຢຸນນານແມ່ນ 3 ປີ, ແຂວງຢຸນນານອຳນວຍເງິນອຸດໜູ 5 ລ້ານຢວນສໍາລັບພາກສ່ວນການກໍ່ສ້າງຫຼັກແມ່ນວິສາຫະກິດ ອັດຕາສ່ວນການລົງທຶນທີ່ປະກອບເປັນຄົບຊຸດ ແລະ ການລົງທຶີນຈາກພະແນກການເງິນແຂວງບໍ່ໜ້ອຍກ່ວາ3:1; ສໍາລັບການກໍ່ສ້າງອົງການທີ່ບໍ່ແມ່ນວິສາຫະກິດເປັນຕົ້ນຕໍ, ອັດຕາສ່ວນຂອງເງິນທຶນລົງອຸປະກອນຄົບຊຸດຕໍ່ກອງທຶນການເງິນຂອງແຂວງຈະບໍ່ຫນ້ອຍກວ່າ 1: 1.

昆明信息港讯(昆明日报 记者张怡) 12月27日,省科技厅官网公示2023年拟建设云南省技术创新中心和云南省重点实验室名单,公示12月30日截止。其中,拟建设云南省技术创新中心名单共5项,拟建设云南省重点实验室名单共14项。

5项拟建设云南省技术创新中心分别为云南省磷资源技术创新中心、云南省数字水工程技术创新中心、云南省毒品依赖戒治技术创新中心、云南省生态环境智慧治理技术创新中心、云南省花卉技术创新中心。14项拟建设云南省重点实验室包括云南省热带雨林与亚洲象保护重点实验室、云南省特色林果应用技术重点实验室、云南高原山地地质灾害预报预警与生态保护修复重点实验室等。

云南省技术创新中心和云南省重点实验室是创新研发的重要载体平台。云南省技术创新中心的定位为实现从科学到技术的转化,促进重大基础研究成果产业化。云南省重点实验室的主要任务是针对学科发展前沿和云南省经济社会发展的重要科技领域和方向,开展创新性研究,获取创新成果和自主知识产权,为实施创新驱动发展战略提供创新源泉和包容开放的创新环境。

在资金支持方面,省科技厅对批准立项建设的云南省重点实验室,在建设期给予运行补助。依托高校、科研院所、医院等建设的,建设期每年补助经费50万元;依托企业建设的,建设期每年补助经费30万元。云南省技术创新中心建设期3年,省级财政给予500万元经费支持,以企业为主体建设的,配套投入资金与省财政资金比例不低于3∶1;以非企业为主体建设的,配套投入资金与省财政资金比例不低于1∶1。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/30

14:49

ແບ່ງປັນ

ແປ
翻译