ແຂວງຢຸນນານປັບປຸງນະໂຍບາຍການເງິນເພື່ອຊ່ວຍພັດທະນາກະສິກຳທີ່ມີລັກສະນະພູພຽງ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສະໜຸກ)ວັນບໍ່ດົນມານີ້, ພະແນກການເງິນແຂວງ ຮ່ວມກັບ ພະແນກກະສິກຳ ແລະ ຊົນນະບົດແຂວງ ໄດ້ອອກ “ແຈ້ງການກ່ຽວກັບການປັບປຸງ ແລະ ຫັນປ່ຽນກອງທຶນສະເພາະສໍາລັບສ້າງ “ຍີ່ຫໍ້ອາຫານສີຂຽວ” ໃຫ້ເປັນກອງທຶນສະເພາະສໍາລັບພັດທະນາກະສິກຳທັນສະໄໝທີ່ມີລັກສະນະພູພຽງ ", ປັບປຸງນະໂຍບາຍຈາກສີ່ດ້ານ ຄື: ຂອບເຂດ ແລະ ເວທີຂອງການສະຫນັບສະຫນູນກອງທຶນ, ການເຊື່ອມໂຍງນະໂຍບາຍ ແລະ ໄລຍະເວລາທີ່ກຳນົດຂອງນະໂຍບາຍ. ສືບຕໍ່ສະຫນັບສະຫນູນການພັດທະນາອຸດສາຫະກໍາກະສິກໍາທີມີລັກສະນະພູພຽງ.

ກອງທຶນສະເພາະສໍາລັບພັດທະນາກະສິກຳທັນສະໄໝທີ່ມີລັກສະນະພູພຽງແມ່ນຈັດຕັ້ງໂດຍພະແນກການເງິນແຂວງ, ໃນຊຸມປີມໍ່ໆມານີ້, ເງິນທຶນຮັກສາມີປະມານ 1 ຕື້ຢວນ, ຕົ້ນຕໍແມ່ນສະໜັບສະໜູນຂະແໜງການສຳຄັນເຊັ່ນ: ສະບຽງອາຫານ, ຊາ, ດອກໄມ້, ຜັກ, ໝາກໄມ້, ໝາກແກ່ນ, ກາເຟ, ຢາພື້ນເມືອງ, ງົວ, ແກະ ແລະ ໝູທີ່ກຳນົດໂດຍຄະນະພັກ ແລະ ອົງການປົກຄອງແຂວງ, ແລະຂະແໜງການອື່ນໆທີ່ມີເອກະລັກກະສິກໍາຢູ່ບັນດາຕົວເມືອງ. ໜ່ວຍງານທີ່ສະໜັບສະໜູນຕົ້ນຕໍແມ່ນອົງການປົກຄອງຂອງບັນດາກິ່ງແຂວງ ແລະ ເມືອງ ແລະ ຜູ້ປະກອບດໍາເນີນກະສິກຳແບບໃໝ່ໃນທຸກໆແຫ່ງ. ສຸມໃສ່ຂະແໜງການທີ່ສໍາຄັນ ແລະ ມີລັກສະນະ, ສະໜັບສະໜູນ ແລະ ຊຸກຍູ້ການພັດທະນາຂະແໜງກະສິກຳທີ່ມີລັກສະນະພູພຽງຂອງແຂວງພວກເຮົາມີຄຸນນະພາບສູງຈາກຫຼາຍດ້ານ, ເຊັ່ນ: ການຮັກສາສະຖຽນລະພາບຂອງຜູ້ປະກອບຕະຫຼາດ, ສ້າງຍີ່ຫໍ້, ເພີ່ມທະວີການດຶງດູດການລົງທຶນ, ພັດທະນາຂະແໜງການທີ່ມີເອກະລັກສະເພາະ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ. ພ້ອມກັນນັ້ນ, ກໍ່ຈະເພີ່ມທະວີການເຊື່ອມໂຍງເຂົ້າກັບບັນດານະໂຍບາຍກ່ຽວກັບສະໜັບສະໜູນຂະແໜງການເມັດພືດ, ກາເຟ, ໝາກນັດ ແລະ ງົວນົມທີ່ໄດ້ອອກໃນໄລຍະກ່ອນ. ບົນພື້ນຖານການປະສານສົມທົບ ແລະ ນຳໃຊ້ກອງທຶນຈາກຊ່ອງທາງເດີມໃຫ້ດີ, ພ້ອມຮັບປະກັນດ້ວຍກອງທຶນສະເພາະສໍາລັບພັດທະນາກະສິກຳທັນສະໄໝທີ່ມີລັກສະນະພູພຽງ. 

ໄລຍະການປະຕິບັດນະໂຍບາຍກ່ຽວກັບກອງທຶນສະເພາະສໍາລັບພັດທະນາກະສິກຳທັນສະໄໝທີ່ມີລັກສະນະພູພຽງແຕ່ວັນທີ 1 ມັງກອນ 2023 ຫາ 31 ທັນວາ 2024.


近日,省财政厅会同省农业农村厅印发《关于将省级打造“绿色食品牌”专项资金优化转型为高原特色农业现代化发展专项资金的通知》,从资金支持范围、支持方式、政策衔接和政策限期4个方面,优化政策工具,继续支持高原特色农业产业发展。

高原特色农业现代化发展专项资金由省级财政安排,近年来保持10亿元左右资金规模,主要支持省委、省政府明确的粮食、茶叶、花卉、蔬菜、水果、坚果、咖啡、中药材、牛羊、生猪等重点产业及各州市的其他农业优势特色产业。支持主体主要包括各州市、县政府和各地新型农业经营主体。聚焦重点和特色产业,从稳市场主体、打造品牌、加大招商引资及发展各地优势特色产业等方面支持推动我省高原特色农业产业高质量发展。同时,将加强与省级前期单独出台的种业、咖啡、核桃和奶牛产业等支持政策的衔接,在统筹用好原渠道资金的基础上,通过高原特色农业现代化发展专项资金予以保障。

高原特色农业现代化发展专项资金政策执行期限为2023年1月1日至2024年12月31日。(云(云南网 记者杨抒燕)

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

02/02

16:27

ແບ່ງປັນ

ແປ
翻译