ມາຈາກ:ສຳນັກຂ່າວສານຊິນຮວາ
(ສະບາຍດີ ນັກຂ່າວ ເກສອນ)ໃນວັນທີ 2 ມິຖຸນາ, ອີງຕາມຂ່າວຈາກຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງຢຸນນານ, ລົດໄຟສາກົນຈີນ-ລາວ-ໄທ ໄດ້ໃຫ້ບໍລິການສະສົມຫຼາຍກວ່າ 30 ຂະບວນແລ້ວມາຮອດປະຈຸບັນ. ເຊິ່ງໄດ້ສ້າງການເຊື່ອມຕໍ່ການຂົນສົ່ງທາງລົດໄຟຢ່າງຄົບຖ້ວນຈາກຄຸນໝິງໄປທ່າເຮືອແຫຼມສະບັງໃນປະເທດໄທ,ພ້ອມທາງຊ່ວຍຫຼຸດຜ່ອນເວລາຂົນສົ່ງທັງໝົດໄດ້ຖືກຫຼຸດລົງພຽງເຫຼືອ 3 ມື້
ໃນຂັ້ນຕອນຕໍ່ໄປ, ຂະບວນລົດໄຟສາກົນຈີນ-ລາວ-ໄທ ມີແຜນທີ່ຈະໃຫ້ເປີດເດີນຂະບວນແບບປົກກະຕິ.ຫວ່າງມໍ່ໆມານີ້,ໄດ້ອອກນຳໃຊ້ 《ແຜນການດຳເນີນງານການເປີດບໍລິການແບບປົກກະຕິ ຂອງຂະບວນລົດໄຟສາກົນ ຈີນ-ລາວ-ໄທ ຂອງ ແຂວງຢຸນນານ》 ,ໂດຍຮ່ວມມືກັບພະແນກການຄ້າແຂວງຢຸນນານ , ກຸ່ມກົມທາງລົດໄຟຄຸນໝິງ ແຫ່ງປະເທດຈີນ, ແລະ ບໍລິສັດ ຂົນສົ່ງຕູ້ຄອນເທນເນີ ລົດໄຟຈີນ ຈຳກັດ ສາຂາຄຸນໝິງ ແລະ ພາກສ່ວນອື່ນໆ ເພື່ອຍາດແຍ່ງເອົາໂອກາດໃນຊ່ວງລະດູການໝາກຖົ່ວລຽນ, ໃນການຈັດຕັ້ງເປີດຂະບວນລົດໄຟ ຈີນ-ລາວ-ໄທ ໃຫ້ໄດ້ 1 ຂະບວນຕໍ່ມື້.
ປັດຈຸບັນ ເປັນຊ່ວງລະດູການທີ່ຖົ່ວລຽນ ແລະ ໝາກໄມ້ເຂດຮ້ອນຊະນິດອື່ນໆ ອອກສູ່ຕະຫຼາດເປັນຈຳນວນຫຼາຍ.ໂດຍອາໄສການຂົນສົ່ງລົດໄຟຕ່ອງໂສ້ເຢັນແບບກົງ ຈີນ-ລາວ-ໄທ ຖົ່ວລຽນຈາກໄທສາມາດຂົນສົ່ງຈາກສວນເກັບກ່ຽວໄປຮອດນະຄອນຄຸນໝິງ ແລະ ກະຈາຍຕໍ່ໄປຍັງຕະຫຼາດທົ່ວປະເທດຈີນ ໂດຍຮັກສາຄວາມສົດໄວ້ໄດ້ຢ່າງມີປະສິດທິພາບ.ຜູ້ຊ່ຽວຊານໃນວົງການແນະນຳວ່າ ຮູບແບບຂົນສົ່ງຕ່ອງໂສ້ເຢັນທາງລົດໄຟແບບໃໝ່ນີ້ ໃຊ້ຕູ້ຄອນເທນເນີອັດສະລິຍະຄວບຄຸມອຸນຫະພູມ ທີ່ສາມາດຕິດຕາມຂໍ້ມູນແບບເວລາຈິງຕະຫຼອດ 24 ຊົ່ວໂມງ ແລະ ຮັກສາອຸນຫະພູມຄົງທີ່ຕະຫຼອດການຂົນສົ່ງ ໃນຮູບແບບ “ຕູ້ດຽວສົ່ງເຖິງປາຍທາງ”
ການຂົນສົ່ງທີ່ມີປະສິດທິພາບ ແລະ ໝັ້ນຄົງ ບໍ່ພຽງແຕ່ຮັບປະກັນລົດຊາດທີ່ດີທີ່ສຸດຂອງໝາກຖົ່ວລຽນເທົ່ານັ້ນ ແຕ່ຍັງໄດ້ຫຼຸດຜ່ອນຂໍ້ຈຳກັດການບໍລິໂພກລົງໂດຍກົງ. ຂໍ້ມູນສະແດງໃຫ້ເຫັນວ່າ ຍ້ອນການດຳເນີນງານເປັນປະຈຳຂອງລົດໄຟຂົນສົ່ງສິນຄ້າລະບົບຕ່ອງໂສ້ເຢັນຂ້າມຊາຍແດນ, ຄ່າໃຊ້ຈ່າຍໃນການຂົນສົ່ງໄດ້ຫຼຸດລົງຢ່າງຫຼວງຫຼາຍ. ຍົກຕົວຢ່າງຕະຫຼາດຄຸນໝິງ, ລາຄາໝາກຖົ່ວລຽນທີ່ມີຄຸນນະພາບດຽວກັນໄດ້ຫຼຸດລົງຫຼາຍກວ່າ 30%. ປະຈຸບັນ, ຂະບວນລົດໄຟລະບົບຕ່ອງໂສ້ເຢັນທີ່ອອກຈາກແຫຼມສະບັງ, ປະເທດໄທ, ໝາກຖົ່ວລຽນຄຸນນະພາບດີທີ່ບັນຈຸເຕັມລຳ ລວມໃຊ້ເວລາເດີນທາງປະມານ 68 ຊົ່ວໂມງ ກໍຈະຮອດສະຖານີລົດໄຟ ວັງເຈຍອິງຕາເວັນຕົກ,ນະຄອນຄຸນໝິງ ເຊິ່ງໃຊ້ເວລາສັ້ນກວ່າເມື່ອກ່ອນຫຼາຍ.
ໃນດ້ານປະລິມານ, ການຄ້າໝາກໄມ້ຂ້າມຊາຍແດນມີການເຕີບໂຕທີ່ເຂັ້ມແຂງ. ສະຖິຕິສະແດງໃຫ້ເຫັນວ່າ ປີນີ້ແຕ່ເດືອນມັງກອນຫາເດືອນເມສາ, ການນຳເຂົ້າໝາກຖົ່ວລຽນຂອງແຂວງຢຸນນານບັນລຸ 3.92 ຕື້ຢວນ, ເພີ່ມຂຶ້ນ 152.8% ເມື່ອທຽບໃສ່ປີກ່ອນ, ເປັນອັນດັບໜຶ່ງຂອງປະເທດ. ມາຮອດວັນທີ 25 ພຶດສະພາ, ປີນີ້ປະລິມານໝາກໄມ້ນຳເຂົ້າທັງໝົດທີ່ຂົນສົ່ງຜ່ານທາງລົດໄຟຈີນ-ລາວບັນລຸ 107,900 ໂຕນ, ເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບໃສ່ປີກ່ອນ.
ໃນໄລຍະຕໍ່ໄປ, ຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງຈະສຸມໃສ່ບັນດາຂອດກຸນແຈສຳຄັນຕ່າງໆເຊັ່ນ: ການຍົກສູງບົດບາດໜ້າທີ່ຂອງຈຸດສຳຄັນ, ປັບປຸງໂຄງສ້າງຂອງການອຸດໜູນຄ່າຂົນສົ່ງໃຫ້ດີທີ່ສຸດ, ເສີມຂະຫຍາຍຄວາມສາມາດໃນການຈັດລະບຽບການສະຫນອງສິນຄ້າ, ແລະ ການຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງຕ່າງປະເທດ.ຜ່ານມາດຕະການທີ່ເປັນລະບົບ, ປະເພດສິນຄ້າທີ່ຂົນສົ່ງຈະຖືກຂະຫຍາຍອອກໄປໃຫ້ກວມເອົາຜະລິດຕະພັນສັດນ້ຳແຊ່ເຢັນ, ສິນຄ້າທົ່ວໄປທາງອີຄອມເມີຊ, ອົງປະກອບເອເລັກໂຕຣນິກ, ແລະ ອາໄຫຼ່ລົດ, ໂດຍພະຍາຍາມບັນລຸການດຳເນີນງານລົດໄຟຂົນສົ່ງສິນຄ້າສາກົນ ຈີນ-ລາວ-ໄທ ຢ່າງເປັນປົກກະຕິ ແລະ ຂະໜາດໃຫຍ່.
6月2日,来自云南省发展和改革委员会的消息,截至目前,中老泰国际班列累计开行30余列,成功打通了昆明至泰国林查班港的全铁运输链路,全程运输时间压缩至3天。
下一步,中老泰国际班列计划常态化开行。近日,省发展改革委印发实施《云南省中老泰国际班列常态化开行工作方案》,会同云南省商务厅、中国铁路昆明局集团、中铁集装箱运输有限责任公司昆明分公司等,抢抓榴莲旺季,按照每日1列开行中老泰班列。
目前正值榴莲等热带水果大批上市旺季,依托中老泰直通冷链铁路运输,泰国产榴莲实现从采摘到抵达昆明,乃至全国市场的极速锁鲜。业界人士介绍,这一全新的全铁冷链模式采用智能温控箱进行24小时实时监测,全程保持恒温状态“一箱到底”运输。铁路部门与海关协同开通了生鲜“VIP通道”,通过优先放行和快速通关机制,将从进站到出港的流程压缩至90分钟内,使果品损耗率从传统运输方式的10%以上压缩至3%以内。
高效稳定的物流不仅保证了榴莲的最佳口感,还直接降低了消费门槛。数据显示,得益于跨境铁路冷链班列的常态化运行,物流成本显著下降。以昆明市场为例,同等品质的榴莲售价降幅超过三成。目前,一趟从泰国林查班出发的冷链班列,满载优质榴莲经过约68小时的行程,即可抵达昆明王家营西站,时间较此前大幅缩短。
在运量方面,跨境水果贸易增长势头强劲。据统计,今年1—4月,云南省榴莲进口额达39.2亿元,同比增长152.8%,居全国首位。截至5月25日,今年经中老铁路运输的跨境进口水果累计达10.79万吨,同比增长超30%。
下一步,省发展改革委将聚焦提升重要节点功能、优化货运补贴结构、提升货源组织能力、降低境外运输成本等关键环节,系统施策,将运输货物品类拓展至冰鲜水产品、电商百货、电子元件、汽车配件等,力争实现中老泰国际班列常态化、规模化开行。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
06/10
17:38
— ແບ່ງປັນ —