ຂະແໜງການທ່ອງທ່ຽວແຂວງຢຸນນານໄດ້ຮັບການເລີ່ມຕົ້ນທີ່ດີເດັ່ນ ອັດຕາການເຕີບໂຕຂອງວິສາຫະກິດທ່ອງທ່ຽວທີ່ລົງທະບຽນໃໝ່ເພີ່ມຂຶ້ນເກີນ 20%

ມາຈາກ:ສະບາຍດີ

ຂະແໜງການທ່ອງທ່ຽວຂອງແຂວງຢຸນນານໄດ້ມີການຟື້ນຟູຢ່າງແຂງແຮງໃນໄລຍະບຸນກຸດຈີນປີນີ້, ມີການເລີ່ມຕົ້ນທີ່ດີເດັ່ນ. ນັກຂ່າວໄດ້ຮັບຮູ້ວ່າ, ຕາມຂໍ້ມູນຈາກເອັບທ່ຽນຢານຈາ, ມາຮອດປະຈຸບັນ, ຢູ່ແຂວງຢຸນນານມີວິສາຫະກິດກ່ຽວກັບທ່ອງທ່ຽວ 106,000 ກວ່າແຫ່ງ, ໃນນັ້ນມີວິສາຫະກິດລົງທະບຽນໃໝ່ 21,000 ກວ່າແຫ່ງໃນປີ 2022, ອັດຕາການເຕີບໂຕຂອງວິສາຫະກິດທີ່ລົງທະບຽນໃໝ່ຮອດ 24.7%, ໃນໄລຍະ 3 ປີທີ່ຜ່ານມາ(ປີ2020-ປີ2022), ອັດຕາການເຕີບໂຕຂອງວິສາຫະກິດທ່ອງທ່ຽວທີ່ລົງທະບຽນໃໝ່ຂອງແຂວງຢູນນານໄດ້ເພີ່ມຂຶ້ນເກີນ 20%.

微信图片_20230202182758

ຈາກທັດສະນະໃນດ້ານການແຜ່ກະຈາຍຂອງພາກພື້ນ, ນະຄອນຄຸນມິງມີບໍລິສັດກ່ຽວກັບຂະແໜງການທ່ອງທ່ຽວ 34,000 ກວ່າແຫ່ງເປັນອັນດັບທີ່ໜຶ່ງໃນພາກພື້ນນີ້, ເມືອງລີ້ຈ່ຽງ ແລະ ດ້າລີ ເປັນອັນດັບທີ 2 ແລະ 3 ໂດຍມີ 7,900 ກວ່າ ແລະ 7,800 ແຫ່ງຕາມລຳດັບ; ຈາກທັດສະນະໃນດ້ານເວລາການສ້າງຕັ້ງ, ບໍລິສັດທີ່ກ່ຽວຂ້ອງມີ 44.4% ໄດ້ສ້າງຕັ້ງຂຶ້ນພາຍໃນ 1-5 ປີ,  ບໍລິສັດທີ່ກ່ຽວຂ້ອງມີ 11,1% ໄດ້ສ້າງຕັ້ງຂຶ້ນຫຼາຍກວ່າ 10 ປີ; ຈາກທັດສະນະໃນດ້ານລັກສະນະຂອງບໍລະສັດ, ບໍລິສັດທີ່ກ່ຽວຂ້ອງມີ 63.4% ເປັນບໍລິສັດຈໍາກັດ.

云南旅游在今年春节强势回归,实现开门红。记者获悉,天眼查数据显示,截至目前,云南旅游相关企业10.6万余家,其中,2022年新增注册企业2.1万余家,新增注册企业增速24.7%,近三年(2020-2022年),云南旅游相关企业新增注册增速均超20%。

微信图片_20230202182758

从区域分布来看,昆明市以3.4万余家位列区域首位;丽江市、大理州分列二三位,分别拥有7900余家以及7800余家;从成立时间来看,44.4%的相关企业成立于1-5年内,成立于10年以上的相关企业占比11.1%;从企业性质来看,63.4%的相关企业属于有限责任公司。(云南网 记者杨抒燕)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

01/31

00:00

ແບ່ງປັນ

ແປ
翻译