ຈຳນວນການສົ່ງຜູ້ໂດຍສານດ້ວຍທາງລົດໄຟລາວ-ຈີນໃນມື້ດຽວໄດ້ບຸກທະລຸສະຖິຕິ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ນັກຂ່າວໄດ້ຮັບຮູ້ຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນມິງຈຳກັດວ່າ: ໃນໄລຍະບຸນກຸດຈີນປີນີ້, ຈຳນວນຜູ້ຄົນໄປທ່ອງທ່ຽວ ແລະ ຢ້ຽມຢາມຄອບຄົວຕາມເສັ້ນທາງລົດໄຟລາວ-ຈີນໄດ້ເພີ່ມຂື້ນ, ໃນຂະນະດຽວກັນຈຳນວນການສົ່ງຜູ້ໂດຍສານດ້ວຍທາງລົດໄຟລາວ-ຈີນມີການຂະຫຍາຍຕົວ. ຈຳນວນການສົ່ງຜູ້ໂດຍສານໃນມື້ດຽວໄດ້ບຸກທະລຸສະຖິຕິ.

ດ່ານພາສີນະຄອນຄຸນມິງແຈ້ງຂ່າວໃຫ້ຮູ້ໃນວັນທີ 28 ມັງກອນນີ້ວ່າ, ໃນໄລຍະບຸນກຸດຈີນປີ 2023 ນັບແຕ່ວັນທີ 21 ຫາ 27 ມັງກອນນີ້, ຍອດປະລິມານຂົນສົ່ງສິນຄ້າສາກົນໃນໄລຍະບຸນກຸດຈີນຕາມທາງລົດໄຟຈີນ-ລາວ ທີ່ຜ່ານດ່ານພາສີນະຄອນຄຸນມິງຕິດຕາມກວດກາ ແລະ ປ່ອຍອອກນັ້ນ ແມ່ນບັນລຸເຖິງ 68.400 ໂຕນ, ໄດ້ເພີ່ມຂຶ້ນ 2,37 ເທົ່າ ເມື່ອທຽບໃສ່ໄລຍະບຸນກຸດຈີນປີ 2022.

ຕາມຂ່າວແຈ້ງວ່າ, ສິນຄ້າສາກົນທີ່ຂົນສົ່ງຕາມທາງລົດໄຟຈີນ-ລາວໃນໄລຍະບຸນກຸດຈີນສ່ວນຫຼາຍແມ່ນສິນຄ້າຂະໜາດໃຫຍ່ແບບທໍາມະດາ, ສິນຄ້າສົ່ງອອກສ່ວນຫຼາຍແມ່ນແຜ່ນແພ, ເຫຼັກກ້າ, ເຄື່ອງໂລຫະ, ເຄື່ອງໃຊ້ໄຟຟ້າໃນຄົວເຮືອນຂະໜາດນ້ອຍເປັນຕົ້ນ, ສຳລັບສິນຄ້ານຳເຂົ້າສ່ວນຫຼາຍແມ່ນແຮ່ເຫຼັກ, ແປ້ງມັນຕົ້ນ, ກ້ອນຊືນດິບເປັນຕົ້ນ.

ລຽບຕາມເສັ້ນທາງລົດໄຟລາວ-ຈີນມີຊັບພະຍາກອນການທ່ອງທ່ຽວອັນອຸດົມສົມບູນ, ຕາມການປັບປຸງຂອງນະໂຍບາຍການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19, ໄດ້ກະຕືລືລົ້ນຄວາມສົນໃຈການເດີນທາງເພື່ອການທ່ອງທ່ຽວ ແລະ ຢ້ຽມຢາມຄອບຄົວຢ່າງຈຳນວນຫຼວງຫຼາຍ. ການຂົນສົ່ງໃນໄລຍະບຸນກຸດຈີນ, ຂະແໜງການທາງລົດໄຟໄດ້ວິເຄາະກະແສການເດີນທາງຂອງຜູ້ໂດຍສານ, ຈັດສັນຄວາມສາມາດການຂົນສົ່ງຢ່າງຖືກເປົ້າໝາຍ, ເພີ່ມທະວີການສະໜອງຜັດລິຕະພັນໃນການຂົນສົ່ງໃຫ້ຜູ້ໂດຍສານ, ຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ.

ຕາມການເປີດບໍລິການຂອງ EMU "ຟູ້ຊີ່ງ" ແລະ "ລ້ານຊ້າງ", ວິທີການເດີນທາງທີ່ມີຄວາມປອດໄພ, ສີຂຽວ, ວ່ອງໄວ ແລະສະດວກສະບາຍແມ່ນໄດ້ຮັບຄວາມນິຍົມຈາກຜູ້ໂດຍສານ, ມີຜູ້ໂດຍສານນັບມື້ນັບຫຼາຍຂຶ້ນໄດ້ຂີ່ EMU ຂອງທາງລົດໄຟລາວ-ຈີນ ເພື່ອສຳຜັດທິວທັດທຳມະຊາດທີ່ເປັນເອກະລັກສະເພາະ ແລະ ຮີດຄອງປະເພນີທາງດ້ານວັດທະນະທຳຕາມເສັ້ນທາງລົດໄຟ.

记者从中国铁路昆明局集团有限公司获悉,春节期间,中老铁路沿线旅游流、探亲流叠加,客流旺盛,单日旅客发送量屡创新高。

昆明海关1月28日公布,1月21日至27日2023年春节期间,昆明海关监测放行的中老铁路春节期间国际货物运输量达6.84万吨,与2022年春节期间相比增长了2.37倍。

据了解,春节期间中老铁路运输的国际货物多为传统大件货物,出口货物多为纺织品、钢材、金属制品、小家电等,对于进口货物而言、铁矿石、马铃薯粉、生干冰等。

中老铁路沿线旅游资源丰富,随着疫情防控的优化调整,激发了大量旅游和探亲客流。春运期间,铁路部门科学分析客流,精准投放运力,丰富客运产品供给,满足旅客出行需求。

随着“复兴号”“澜沧号”动车组的运行,安全、绿色、快捷、舒适的出行方式受到人们青睐,越来越多的旅客乘坐中老铁路动车组体验沿线独特的自然风光和人文风情。(云南网 记者胡晓蓉) 

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

01/31

16:09

ແບ່ງປັນ

ແປ
翻译