107 ບໍລິສັດ ລົງທຶນຢູ່ເຂດ ພັດທະນາກວມລວມໄຊເຊດຖາ

ມາຈາກ:Pathetlao Daily Newspaper

图片2

 ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫລວງວຽງຈັນ ມີຫົວໜ່ວຍທຸລະກິດ ເຂົ້າມາລົງທຶນທັງໝົດ 107 ບໍລິສັດ, ໃນນັ້ນ 52 ບໍລິສັດ ໄດ້ເລີ່ມທຳການຜະລິດແລ້ວ ແລະ 55 ບໍລິສັດແມ່ນກຳລັງກະກຽມໃນເບື້ອງຕົ້ນ ແລະ ກຳລັງດຳເນີນການກໍ່ສ້າງ ເຊິ່ງເປັນນັກລົງທຶນທີ່ມາຈາກ ປະເທດ ຈີນ, ໄທ, ຍີ່ປຸ່ນ, ມາເລເຊຍ, ສິງກະໂປ, ລາວ ແລະ ສະຫະລັດອາເມລິກາ. ປັດຈຸບັນໄດ້ສຳເລັດການພັດທະນາໄລຍະໜຶ່ງແລ້ວ ເປັນຕົ້ນການກໍ່ສ້າງໂຄງລ່າງພື້ນຖານ ໂດຍສະເພາະ ຖະໜົນຫົນທາງ, ນໍ້າປະປາ, ໄຟຟ້າ, ການສື່ສານ, ຫ້ອງການພາສີ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ທ່ານ ຂຽງຄຳ  ພຸດຈັນທະວົງສາ ຮອງຜູ້ອຳນວຍການໃຫຍ່ ບໍລິສັດຮ່ວມທຶນລາວ-ຈີນ ຈຳກັດ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ເຂດພັດທະນາກວມລວມໄຊເຊດຖາ ກຳລັງສຸມໃສ່ກໍ່ສ້າງເຂດການຄ້າ-ການທ່ອງທ່ຽວ ແລະ ເຂດຕົວເມືອງໃໝ່ນະຄອນຫລວງວຽງຈັນ ໄລຍະສອງ ເພື່ອເປັນການປັບປຸງສິ່ງອຳນວຍຄວາມສະດວກຂອງໂຄງລ່າງພື້ນຖານ ເຊິ່ງໄດ້ມີການລົງທຶນໄປແລ້ວທັງໝົດ 1,3 ຕື້ໂດລາ, ໃນນັ້ນ, ລົງທຶນໃນໂຄງລ່າງພື້ນຖານປະມານ 600 ລ້ານໂດລາ, ມູນຄ່າລົງທຶນຂອງວິສາຫະກິດ ທີ່ລົງທຶນຢູ່ໃນເຂດລົງທຶນປະມານ 700 ລ້ານໂດລາ.

ທ່ານ ຂຽງຄຳ  ພຸດຈັນທະວົງສາ ໃຫ້ຮູ້ອີກວ່າ: ເຂດພັດທະນາກວມລວມໄຊເຊດຖາ ແມ່ນໂຄງການຮ່ວມທຶນລະຫວ່າງອົງການປົກຄອງນະຄອນຫລວງວຽງຈັນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ ທີ່ຂຶ້ນກັບ ກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຫຸ້ນສ່ວນ ຈໍາກັດ ຕາງໜ້າລັດຖະບານ ສປ ຈີນ, ເປັນເຂດທີ່ທັງສອງລັດຖະບານກໍານົດເປັນໂຄງການຮ່ວມມືລະດັບຊາດ, ເປັນໂຄງການທີ່ເປັນສັນຍາລັກມິດຕະພາບລະຫວ່າງສອງປະ ເທດ ລາວ-ຈີນ ໄດ້ຮັບການເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນຈາກລັດຖະບານສອງປະເທດ, ເປັນເຂດຮ່ວມມືເສດຖະກິດການຄ້າຕ່າງປະເທດຂອງ ສປ ຈີນ ແຫ່ງດຽວຢູ່ໃນລາວ, ທັງເປັນເຂດເສດຖະກິດພິເສດຂອງ ສປປ ລາວ ເຊິ່ງຖືກຈັດເຂົ້າໃນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຍັງຈັດເອົາເຂດພັດທະນາກວມລວມໄຊເຊດຖາ ເປັນໂຄງການກໍ່ສ້າງທີ່ສໍາຄັນຂອງສອງລັດຖະບານ.

ໃນໂອກາດ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດພັດທະນາດັ່ງກ່າວ, ເມື່ອບໍ່ດົນມານີ້, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບເຂດພັດທະນາກວມລວມໄຊເຊດຖາ ທີ່ສາມາດຈັດຕັ້ງປະຕິບັດສຳເລັດຫລາຍໜ້າວຽກ ເຊິ່ງເຂດດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບ ແລະ ສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງ ລາວ-ຈີນ, ທີ່ສຳຄັນແມ່ນສາມາດດຶງດູດຫລາຍບໍລິສັດໃຫຍ່ໆຢູ່ຕ່າງປະເທດເຂົ້າມາລົງທຶນ ເພື່ອມາພັດທະນາໃນເຂດດັ່ງກ່າວ ກໍຄືການພັດທະນາ ສປປ ລາວ. ທ່ານ ຮອງປະທານປະເທດ ໄດ້ຮຽກຮ້ອງໃຫ້ຄະ ນະຮັບຜິດຊອບສືບຕໍ່ປະຕິບັດບັນດາໂຄງການໄລຍະສອງ ເຮັດໃຫ້ເຂດດັ່ງກ່າວ ກາຍເປັນເມືອງຕົວແບບ ສູນການຄ້າ, ແຫລ່ງທ່ອງທ່ຽວ ແລະ ອື່ນໆ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ



图片2

 昆明信息港-萨拜迪 记者李悦 据巴特寮通讯社报道,在万象市赛色塔综合开发区已有107家企业入驻,其中52家企业开始进行生产,55家企业正初期准备进行建设,其中有来自中国、泰国、日本、马来西亚、新加坡、老挝和美国的投资人。目前完成了第一阶段的发展,如基础社会是建设,尤其是道路、自来水、电、通信、税务办公室和其他配套基础设施的建设。

老中联合投资有限公司副总经理金坎·普占塔萨不久前说到,目前赛色塔综合开发区集中建设贸易-旅游区和万象新城区,第二阶段为优化基础设施建设提供便利,总投入13亿美元,其中,基础设施建设投入6亿美元,企业投入试验区的资金达7亿美元。

金坎·普占塔萨补充道,赛色塔综合开发区是万象管理局代表老挝政府,同隶属于云南建设投资集团有限公司的云南省海外投资有限公司代表中国政府联合投资的。万象赛色塔综合开发区是老中两国政府共同确定的国家级合作项目,是一个象征中老两国友谊的项目并得到了两国政府的关注和支持,是中国在老挝唯一的境外经贸合作区和老挝经济特区,被纳入“一带一路”倡议之中,也将赛色塔综合开发区视为两国政府的重要建设项目。  

老挝国家副主席本通·吉玛尼一行莅临赛色塔综合开发区考察调研,不久前副主席对赛色塔综合开发区责任团队实施的多项工作给予高度评价,称赞开发区充分体现了中老友好合作关系,成为了中老友谊的象征。重要的是吸引了来自海外的许多大型公司前来投资,促进了开发区也促进了老挝的发展。副主席呼吁责任团队继续第二阶段项目,将开发区发展成为模范城市、贸易中心、旅游地等。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/16

15:45

ແບ່ງປັນ

ແປ
翻译