ລາວ-ໄທ ປຶກສາຫາລື ເພີ່ມທະວີການຮ່ວມມືດ້ານການຄ້າ

ມາຈາກ:Pasaxon Daily Newspaper

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຈັດກອງປະຊຸມປຶກສາຫາລືແບບທາງໄກກັບ ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໃນວັນທີ 29 ມີນາຜ່ານມາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນການປຶກສາຫາລື ແລະ ຍົກບັນຫາກ່ຽວກັບການຄ້າໃນໄລຍະຜ່ານມາ ແລະ ວຽກງານຈະຮ່ວມມືກັນໃນປີ 2022 ແລະ ໃນອະນາຄົດ ຊຶ່ງກອງປະຊຸມປຶກສາຫາລືຄັ້ງນີ້ ລັດຖະມົນຕີກະຊວງ ອຄ ໄດ້ສະເໜີ 4 ບັນຫາຄື: 1. ຜັກດັນການເປີດດ່ານ ເພື່ອການຂົນສົ່ງສິນຄ້າ ລະຫວ່າງກັນ: ຂໍໃຫ້ ສປປ ລາວ ເປີດດ່ານທີ່ປິດໄປ ຕາມມາດຕະການຄວບຄຸມໂຄວິດ-19 ໃຫ້ສາມາດຂົນສົ່ງສິນຄ້າລະຫວ່າງກັນໄດ້ ເພື່ອບັນລຸເປົ້າໝາຍເພີ່ມມູນຄ່າການຄ້າ 11.000 ລ້ານໂດລາ ໃນປີ 2025; 2. ອໍານວຍຄວາມສະດວກທາງດ້ານການຄ້າ ບໍລິເວນດ່ານຊາຍແດນ: ຂໍໃຫ້ ສປປ ລາວ ອຳນວຍຄວາມສະດວກ ເລື່ອງການຜ່ານພິທີການກົມພາສີປະຈຳດ່ານຊາຍແດນ ເຊັ່ນ: ສາມາດອະນຸມັດເອກະສານຮັບຮອງແຫຼ່ງກຳເນີດສິນຄ້າ ຫຼື ຟອມ ດີ(Form D) ໄດ້ໂດຍບໍ່ຕ້ອງຜ່ານກົມພາສີ ທີ່ນະຄອນຫຼວງວຽງຈັນ ເຮັດໃຫ້ຊັກຊ້າ ແລະ ຖ້າ ສປປ ລາວ ສາມາດເຊື່ອມຕໍ່ລະບົບຮັບ-ສົ່ງເອກະສານແບບເອເລັກໂຕຣນິກ (e-form D) ໄດ້ຕາມທີ່ຕົກລົງກັນໄວ້ກັບອາຊຽນ ASEAN Single Window  ຈະຊ່ວຍແກ້ໄຂບັນຫາດັ່ງກ່າວນີ້ໄດ້ເຊັ່ນກັນ; 3. ການແກ້ໄຂບັນຫາຈຸດປ່ອຍລົດຂົນສົ່ງສິນຄ້າຜ່ານແດນຊັກຊ້າບໍລິເວນດ່ານບໍ່ເຕ່ນ-ບໍ່ຫານ;     4. ລົດໄຟ ລາວ-ຈີນ: ຊ່ວຍອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ໂດຍສະເພາະໝາກໄມ້ຂອງໄທ ໄປຍັງ ສປ ຈີນ ໂດຍໃຊ້ເສັ້ນທາງລົດໄຟ ໄທ-ລາວ-ຈີນ ດ້ວຍ.

ພ້ອມນີ້ ຍັງໄດ້ສະເໜີສົນທະນາແລກປ່ຽນ  ແລະ  ຂໍການແກ້ໄຂຈາກຝ່າຍໄທເປັນຕົ້ນ 1. ການສົ່ງອອກສາລີ ໄດ້ຮັບຜົນກະທົບຈາກມາດຕະການທີ່ບໍ່ແມ່ນພາສີ ຈາກຝ່າຍໄທນັບແຕ່ປີ 2010 ເປັນຕົ້ນມາ ຊຶ່ງໄດ້ຖືກຈໍາກັດລະດູການໃນການນໍາເຂົ້າສາລີ ຈາກ ສປປ ລາວ ໂດຍກໍານົດການນຳເຂົ້າສາລີ ພຽງແຕ່ 7 ເດືອນ/ປີ ຊຶ່ງເລີ່ມແຕ່ວັນທີ 1 ກຸມພາ ຫາ ວັນທີ 31 ສິງຫາ ຂອງທຸກປີ ຊຶ່ງເປັນອຸປະສັກ ແລະ ເພີ່ມຕົ້ນທຶນໃຫ້ແກ່ຜູ້ປະກອບການຫຼາຍຂຶ້ນ ແລະ ໃນທີ່ສຸດຜູ້ປະກອບການກໍຫັນຈາກການປູກສາລີໄປປູກພືດອື່ນແທນທີ່ມີລາຍຮັບດີກວ່າ ແລະ ເຮັດໃຫ້ຜົນຜະລິດສາລີໜ້ອຍລົງ. ອີງຕາມສະຖິຕິການສົ່ງອອກສາລີໄປໄທ ແມ່ນນັບມື້ນັບໜ້ອຍລົງ, ໃນປີ 2013 ບັນລຸເຖິງ 126.903 ໂຕນ ເທົ່າກັບ 40.581.009 ໂດລາ, ປັດຈຸບັນເຫຼືອພຽງ 22.030 ໂຕນ ເທົ່າກັບ 2.670.900 ໂດລາ, ສະເໜີຝ່າຍໄທ ພິຈາລະນາຄືນ ຍົກເລີກການນຳໃຊ້ມາດຕະການດັ່ງກ່າວ ໂດຍໃຫ້ສອດຄ່ອງກັບເງື່ອນໄຂຂອງສັນຍາການຄ້າສິນຄ້າ ຂອງອາຊຽນ, 2. ການນໍາເຂົ້າກາເຟເມັດດິບ ແລະ ກາເຟຂົ້ວ ຈາກລາວໄປໄທ ເຫັນວ່າມີກຳແພງ ທີ່ບໍ່ແມ່ນອັດຕາພາສີ ໂດຍສະເພາະແມ່ນການຈຳກັດປະລິມານທາງອ້ອມ ດ້ວຍການແບ່ງປັນໂຄຕ້ານຳເຂົ້າໃຫ້ຜູ້ປະກອບການທີ່ມີເງື່ອນໄຂ ຊຶ່ງເຫັນວ່າບໍ່ທັນສອດຄ່ອງກັບເງື່ອນໄຂສັນຍາການຄ້າດ້ານສິນຄ້າອາຊຽນ ສະເໜີຝ່າຍໄທ ພິຈາລະນາ ແລະ ແກ້ໄຂ ຕາມທາງຄວນດ້ວຍ, 3. ສະເໜີຝ່າຍໄທ ຊ່ວຍແກ້ໄຂບັນຫາການນຳເຂົ້ານໍ້າມັນປາມ ຈາກປະເທດມາເລເຊຍ ມາຜ່ານແດນໄທ ເພື່ອນຳເຂົ້າ ສປປ ລາວ ໂດຍບໍ່ຈຳກັດປະລິມານ ແລະ ດ່ານທີ່ຈະນຳເຂົ້າ ແລະ ສົ່ງຕໍ່ມາ ສປປ ລາວ ເພື່ອເປັນການປະຢັດເວລາ ແລະ ປະຢັດຕົ້ນທຶນໃນການຂົນສົ່ງໃຫ້ພາກທຸລະກິດ.

ສໍາລັບ ທ່ານ ຈຸລິນ ລັກສະນະວິສິດ ໄດ້ສະເໜີປຶກສາຫາລື ກ່ຽວກັບການເປີດດ່ານເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ອີກ 9 ດ່ານປະເພນີ ຫຼື ດ່ານທ້ອງຖິ່ນທີ່ໄດ້ປິດລົງ ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19; ການແກ້ໄຂບັນຫາຈຸດປ່ອຍລົດຂົນສົ່ງສິນຄ້າຜ່ານແດນຊັກຊ້າບໍລິເວນດ່ານບໍ່ເຕ່ນ-ບໍ່ຫານ ທີ່ມີການປ່ຽນຖ່າຍຫົວລາກລົດກ່ອນຜ່ານໄປຈີນ ຊຶ່ງທາງຝ່າຍລາວມີຫົວລາກລົດໜ້ອຍບໍ່ພຽງພໍກັບຄວາມຕ້ອງການ ຂອງບໍລິສັດເບື້ອງໄທ.

ທັງສອງຝ່າຍໄດ້ຮັບຮູ້ບັນຫາຊຶ່ງກັນ ແລະ ກັນ ແລະ ຈະນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ນໍາສະເໜີຕໍ່ຄະນະລັດຖະບານຂອງຕົນ ເພື່ອພິຈາລະນາແກ້ໄຂໃນຂັ້ນຕໍ່ໄປ.

昆明信息港-萨拜迪 记者李悦 据老挝人民报报道,3月29日,老挝工商部部长坎彭赛宋彭一行与泰国副总理兼商业部部长朱林一行举行远程协商会议。

本次会议的目的是讨论和提出过去与贸易相关的问题,并讨论2022年及未来的合作工作。会议上,老挝工商部部长提出4个问题:1. 推动互相开放关口运输货物:老挝将按照新冠疫情管控措施开放关口便于双方运输货物,以实现 2025 年贸易额增加 110 亿美元的目标; 2. 为边境关口贸易提供便利:无需通过老挝万象税务局,批准证明商品原产地的文件或D表格(Form D)延迟办事效率,老方将通过连接电子收发系统(e-form D)与东盟单一窗口决定,解决以上提及的延迟问题; 3. 解决磨丁-磨憨口岸货车延迟放行问题; 4.老中铁路为货物运输提供便利,特别是通过泰-中-老铁路将泰国水果运输到中国。

同时,还建议泰方协商解决以下问题:1.玉米出口并不是受到泰国税务措施的影响,自2010年泰国限季从老挝进口玉米,只在每年7月到8月31日进口,增加了生产者的生产成本,并使生产者从种植玉米转变为种植其他作物,以得到更好的收益,致使老挝玉米产量下降。出口泰国的玉米统计数据日益降低,2013年达到126,903吨,折合40,581,009美元,如今只有22,030吨,折合2,670,900美元,建议泰方重新协商,根据东盟商品贸易协定条例,取消实施以上措施。2.从老挝进口生咖啡和熟咖啡到泰国没有税率壁垒,特别是以不符合东盟商品贸易协定条例的方式,通过向符合条件的经营者分配进口配额来间接限制进口数量,建议泰方尽量协商解决;3.建议泰方协助解决从马来西亚经泰国进口棕榈油到老挝,为节约时间和商家运输成本,望不限数量和进口关口发往老挝。

朱林 拉萨那维西商讨了有关开放关口为货物运输提供便利的相关事宜,由于新冠疫情,关闭另外9个传统关口或地方关口,解决运输车在磨丁-磨憨检查站延迟放行的问题,在该检查站先更换牵引拖车头,然后通往中国,老挝方面没有足够的牵引拖车头来满足泰方公司的需求。

双方均接受各自的问题,并将把会议内容和精神传达至各自政府机构进一步审议。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/31

11:36

ແບ່ງປັນ

ແປ
翻译