ກອງປະຊຸມ COP15 ໄລຍະທີ 2 ເຂດວາງສະແດງແຂວງຢຸນນານມີສິ່ງປະຈັກຕາຢ່າງຕໍ່ເນື່ອງ

ມາຈາກ:ສະບາຍດີ

1

ແຂກເຂົ້າຮ່ວມໄດ້ໄປຢ້ຽມຢາມເຂດວາງສະແດງແຂວງຢຸນນານ

2

ການສະແດງຊາPu'er

ສະບາຍດີ ນັກຂ່າວສະໜຸກ)"ຂ້ອຍເຄີີີຍໄປທ່ຽວແຂວງຢຸນນານ, ທິວທັດທຳມະຊາດທີ່ສວຍງາມ ແລະ ວັດທະນະທຳຊົນເຜົ່າສ່ວນໜ້ອຍທີ່ຫຼາກຫຼາຍໃຫ້ຂ້ອຍບໍ່ໄດ້ລືມ."ເວລາທ້ອງຖິ່ນວັນທີ 13 ທັນວານີ້, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດຄັ້ງທີ 15ໄລຍະທີ 2ຈະຈັດຂື້ນຢູ່ນະຄອນມອນຕຣີໂອຂອງການາດາ. ນາງ Julia ຈາກໂຮນລັງໄດ້ສະແດງຄວາມດີໃຈໃນເວລາທີ່ໄດ້ຢ້ຽມຢາມເຂດວາງສະແດງແຂວງຢຸນນານ, ນາງຮູ້ສຶກແປກໃຈ ແລະ ຄຸ້ນເຄີຍເມຶ່ອໄດ້ເຫັນອົງປະກອບຂອງແຂວງຢູນນານຈໍານວນຫຼາຍຢູ່ນະຄອນມອນຕຣີໂອ, ລວມທັງຜ້າຍ້ອມ, ຊາ Puer, ແລະ ດອກໄມ້ຢອງເຊີນ(ດອກໄມ້ທີ່ເບີກບານຕະຫຼອດໄປ).

ນັບແຕ່ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ທັນວານີ້ເປັນຕົ້ນມາ, "ມຸມຈີນ"ທີ່ຕັ້ງຢູ່ສູນວາງສະແດງສາກົນມອນເຕີເຣວໄດ້ມີສິ່ງປະຈັກຕາຢ່າງຫຼາຍ. ແຂວງຢຸນນານ, ກວາງຊີ, ເຈີ້ຈຽງ, ຈຽງຊີ, ເສສວນ, ໄຫໜານ, ຊຽງໄຮ ແລະ ແຂວງອື່ນໆ (ເຂດປົກຄອງຕົນເອງ ແລະ ກິ່ງແຂວງ) ໄດ້ຈັດກິດຈະກຳວັນຫົວຂໍຕາມລຳດັບ, ແລະ ແນະນຳຜົນສຳເລັດທີ່ໄດ້ຮັບໃນການປົກປັກຮັກສາຊີວະນາໆພັນໃນຊຸມປີມໍ່ໆມານີ້ຜ່ານກ່າວປາໄສ ແລະ ງານວາງສະແດງ. ໃນຖານະທີ່ເປັນພາກສ່ວນສຳຄັນຂອງ "ມຸມຈີນ" ໃນຄັ້ງນີ້, ເຂດວາງສະແດງແຂວງຢຸນນານເຕັມໄປດ້ວຍສິ່ງປະຈັກຕາ ແລະ ເຄື່ອງທີ່ດີ.

ຕາມທ່ານ ເຊິນເວິຍຜິງ, ຮອງຫົວໜ້າປະຈໍາຫ້ອງການກະກຽມແລະບໍລິການ COP15 ຂອງແຂວງຢຸນນານໄດ້ແນະນໍາວ່າ, ສຽງເພງ “ໄຫໄຊ້ ” ຂອງຊົນເຜົ່າຢີທີ່ມີລັກສະນະແຂວງຢຸນນານໄດ້ຖືກຮ້ອງສະແດງຢູ່ສູນວາງສະແດງຫຼາຍເທື່ອ ແລະ ໄດ້ຮັບສຽງຕົບມືຢ່າງຫຼາຍ; ການວາງສະແດງສິລະປະຊາ Puer ປະຈໍາມື້ໄດ້ດຶງດູດຜູ້ເຂົ້າຮ່ວມຈໍານວນຫຼາຍຢຸດເຊົາຊົມເບິ່ງ ແລະ ຊິມເບິ່ງ, ໃນເຄື່ອງວາງສະແດງ, ເຂດວາງສະແດງຂອງແຂວງຢຸນນານໄດ້ສະແດງດອກໄມ້ຢອງເຊີນ(ດອກໄມ້ທີ່ເບີກບານຕະຫຼອດໄປ), ຊາ Puer, ເມັດພືດ, ຕົວຢ່າງພືດຍ້ອມ, ຜ້າຍ້ອມ, ໄປສະນີຍະບັດພິມສັດແລະພືດ, ແລະ ເຄື່ອງວາງສະແດງອື່ນໆທີ່ສະແດງໃຫ້ເຫັນຊີວະນານາພັນ ແລະ ຄວາມຫຼາກຫຼາຍດ້ານວັດທະນະທຳຂອງແຂວງຢຸນນານ, ໄດ້ກະຕຸ້ນຄວາມສົນໃຈຂອງແຂກຈໍານວນຫຼາຍ.

"ຊັບພະຍາກອນສັດ ແລະພືດທີ່ອຸດົມສົມບູນຂອງແຂວງຢຸນນານໄດ້ດຶງດູດຂ້າພະເຈົ້າຕະຫຼອດມາ, ໃນນັ້ນ, ຜົນສຳເລັດຂອງແຂວງຢຸນນານໃນການປົກປ້ອງຊ້າງອາຊີແມ່ນໄດ້ເຫັນໃນທົ່ວໂລກ." ພາຍຫຼັງຢ້ຽມຢາມເຂດວາງສະແດງຂອງແຂວງຢຸນນານແລ້ວ, ທ່ານ John Baker ຫົວໜ້າໂຄງການ“ກູ້ໄພປ່າ”ລະດັບໂລກຂອງອົງການປົກປັກຮັກສາສິ່ງແວດລ້ອມສາກົນໄດ້ກ່າວວ່າ, ຫວັງວ່າຈະປະກອບສ່ວນເຂົ້າໃນການຄົ້ນຄວ້າ ແລະ ປົກປ້ອງຊ້າງອາຊີຂອງແຂວງຢຸນນານ ແລະ ປະເທດອ້ອມຂ້າງ,ເພື່ອໃຫ້ສາຍພັນຊ້າງອາຊີຈະສືບຕໍ່ເພີ່ມຫຼາຍ.

ຕາມຂ່າວວ່າ, ໃນໄລຍະກອງປະຊຸມ, ແຂວງຢຸນນານຈະສືບຕໍ່ຈັດກິດຈະກຳວັນຫົວຂໍ້, ນໍາສິ່ງປະຈັກຕາຢ່າງຫຼາຍໃຫ້ແຂກເຂົ້າຮ່ວມຢ່າງຕໍ່ເນື່ອງ.


1

与会嘉宾参观云南展区

2

普洱茶展示

云南日报蒙特利尔专电“我曾去云南旅游过,那里壮丽的自然风光和多元的少数民族文化让我至今难忘。”当地时间12月13日,《生物多样性公约》第十五次缔约方大会(COP15)第二阶段会议正在加拿大举行,来自荷兰的茱莉亚在参观云南展区时欣喜地表示,能在蒙特利尔看到包括扎染、普洱茶、永生花在内的诸多云南元素,让她感觉既意外又亲切。

自12月7日会议召开以来,位于蒙特利尔国际会展中心内的“中国角”精彩不断,云南、广西、浙江、江西、四川、海南、上海等省(区、市)分别举办主题日活动,通过演讲、展览等介绍各地近年来在生物多样性保护方面取得的成就。作为此次“中国角”的重要组成部分,云南展区好戏连连、好物纷呈。

据COP15云南省筹备办常务副主任程伟平介绍,具有浓厚云南特色的彝族“海菜腔”已多次唱响会场,并赢得满堂彩;每天定时进行的普洱茶茶艺表演,吸引了不少与会者驻足观赏与品尝。展品方面,云南展区共展示了永生花、普洱茶、种子银行、染色植物标本、扎染、动植物主题明信片等体现云南生物多样性及文化多样性的特色展品,引起许多嘉宾的兴趣。

“一直以来,我都被云南丰富的动植物资源深深吸引,其中云南在亚洲象保护上取得的成绩有目共睹。”国际环保机构“野生救援”全球首席项目官约翰·贝克参观云南展区后说,希望为云南和周边国家的跨境亚洲象研究及保护尽一份力,让亚洲象种群数量继续增加。

据悉,会议期间,云南将继续举办主题日活动,为与会者带来更多惊喜。(云南日报 记者王靖中)

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/16

18:43

ແບ່ງປັນ

ແປ
翻译