10 ຮູບພາບທີ່ສວຍງາມ, ພາທ່ານເຫັນບົດໃຫມ່ໃນການອະນຸລັກຊີວະນາໆພັນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ຊີວະນາໆພັນແມ່ນພື້ນຖານໃນການຊີວິດ ແລະ ການພັດທະນາຂອງມະນຸດ. ຫຼາຍດ້ານກ່ຽວກັບວັດຖຸ, ວັດທະນະທໍາ, ຊີວິດຂອງພວກເຮົາມີສາຍພົວພັນຢ່າງໃກ້ຊິດກັບຊີວະນາໆພັນເຊັ່ນ: ເຄື່ອງນຸ່ງ, ອາຫານ, ທີ່ຢູ່ອາໃສ, ການຂົນສົ່ງ ແລະອື່ນໆ.

ຕາມສະຖິຕິ, ປະລິມານອາຍຫ້ອງອຸ່ນໃນທົ່ວໂລກມີປະມານ 1/3 ຖືກດູດຊຶມໂດຍລະບົບນິເວດໃນແຕ່ລະປີ ແລະ ຫຼາຍກວ່າເຄິ່ງຫນຶ່ງຂອງ GDP ທັງຫມົດແມ່ນອີງໃສ່ການປະກອບສ່ວນຂອງຊັບພະຍາກອນທໍາມະຊາດ.

ຊີວະນາໆພັນແມ່ນຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງເຊັ່ນ: ການປ່ຽນແປງດິນຟ້າອາກາດ, ຄວາມປອດໄພດ້ານສະບຽງອາຫານ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງໂລກ.ການອະນຸລັກຊີວະນາໆພັນ ແມ່ນເພື່ອປົກປ້ອງສະຫວັດດີການຂອງມະນຸດ ແລະ ສົ່ງເສີມການພັດທະນາແບບຍືນຍົງຂອງມະນຸດ.

ປີນີ້ແມ່ນການລົງນາມໃນສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນາໆພາບຄົບຮອບ 30ປີຂອງສະຫະປະຊາຊາດ, ໃນຖານະເປັນປະເທດປະທານຂອງການຈັດກອງປະຊຸມພາຄີສົນທິສັນຍາຄັ້ງທີ 15 (COP15), ຈີນມີຄວາມຮັບຜິດຊອບໃນການຊີ້ນໍາວຽກງານຕົວຈີງ ແລະ ວຽກງານການເມືອງຂອງກອງປະຊຸມ. ພາຍຫຼັງກອງປະຊຸມໄລຍະທຳອິດໄດ້ໄຂຂຶ້ນຢ່າງສຳເລັດຜົນຢູ່ນະຄອນຄຸນໝິງ, ແຂວງຢຸນນານຂອງຈີນ, ກອງປະຊຸມໄລຍະທີ 2 ໄດ້ຈັດຂຶ້ນຢູ່ນະຄອນ Montreal ປະເທດການາດາໃນວັນທີ 7 ທັນວາປີນີ້.

COP15ມີຫົວຂໍ້ວ່າດ້ວຍ “ຄວາມສີວິໄລທາງລະບົບນິເວດ: ຮ່ວມກັນສ້າງປະຊາຄົມຮ່ວມຊີວິດຢູ່ເທິງໜ່ວຍໂລກ” ເຊິ່ງມຸ່ງໄປເຖິງການສ້າງ ແລະ ຮັບຮອງເອົາ “ຂອບຊີວະນາໆພັນທົ່ວໂລກຫຼັງປີ 2020” ແລະ ສ້າງແຜນຜັງການຄຸ້ມຄອງຊີວະນາໆພັນທົ່ວໂລກໃນ 10 ປີຂ້າງໜ້າ ຫຼື ດົນກວ່ານັ້ນ. ມີຄວາມໝາຍຢ່າງຫຼວງຫຼາຍຕໍ່ການອະນຸລັກຊີວະນາໆພັນ ແລະ ການພັດທະນາແບບຍືນຍົງ.

ຈີນເອົາໃຈໃສ່ເຖິງການອະນຸລັກຊີວະນາໆພັນ, ໂດຍພາຍໃຕ້ທັດສະນະການຊີ້ນໍາຂອງທ່ານສີຈິ້ນຜິງໃນຄວາມສີວິໄລທາງລະບົບນິເວດ, ໄດ້ຍຶດໝັ້ນແລະປະຕິບັດຕາມແນວຄວາມຄິດ "ພູຂຽວນໍ້າໃສກໍ່ຄືດັ່ງພູເງິນພູຄໍາ", ຍົກສູງລະດັບຂອງການປົກປັກຮັກສາຊີວະນາໆພັນໃຫ້ເປັນຍຸດທະສາດແຫ່ງປະເທດຊາດ, ໂຄສະນາ ແລະ ປະຕິບັດບັນດາມາດຕະຖານການອະນຸລັກ ເຊິ່ງໄດ້ຮັບໝາກຜົນທີ່ພົ້ນເດັ່ນ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວຂອງມະນຸດ ແລະ ທຳມະຊາດ.

ໃນຖານະເປັນຜູ້ເຂົ້າຮ່ວມ, ຜູ້ປະກອບສ່ວນ ແລະ ເປັນຜູ້ນຳໜ້າໃນການກໍ່ສ້າງຄວາມສີວິໄລທາງລະບົບນິເວດຂອງທົ່ວໂລກ, ຈີນໄດ້ຊຸກຍູ້ຂະບວນການຄຸ້ມຄອງຊີວະນາໆພັນໂລກຢ່າງຕັ້ງໜ້າເປັນເວລາດົນນານ ແລະ ມີການປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການອະນຸລັກຊີວະນາໆພັນຂອງທົ່ວໂລກ.

COP15 ແລະ “ຂອບຊີວະນາໆພັນທົ່ວໂລກຫຼັງປີ 2020” ທີ່ພວມກໍານົດຈະຊຸກຍູ້ຂະບວນການຫັນເປັນຕົ້ນຕໍສໍາລັບການອະນຸລັກຊີວະນາໆພັນໃນການພັດທະນາເສດຖະກິດ-ສັງຄົມ, ເພື່ອໃຫ້ມະນຸດໄດ້ຮັບຜົນປະໂຫຍດຈາກຊີວະນາໆພັນໃນການຫຼຸດຜ່ອນຄວາມທຸກຍາກ, ການຮັກສາຄວາມປອດໄພດ້ານສະບຽງອາຫານ, ຊຸກຍູ້ການພັດທະນາແບບຍືນຍົງ.

ໃນຖານະເປັນປະເທດປະທານຂອງ COP15, ຈີນໄດ້ຊຸກຍູ້ຂະບວນການປຶກສາຫາລືຂອງ “ຂອບຊີວະນາໆພັນທົ່ວໂລກຫຼັງປີ 2020” ຢ່າງຕັ້ງໜ້າ, ກໍາເອົາກາລະໂອກາດທີ່ສໍາຄັນຂອງ COP15 ເພື່ອຫັນປ່ຽນສະພາບການສູນເສຍຊີວະນາໆພັນຂອງໂລກ, ແລະ ຍຶດໝັ້ນທິດທາງການພັດທະນາສີຂຽວແບບຍືນຍົງ.

ຈີນຮຽກຮ້ອງຢ່າງຈິງໃຈໃຫ້ປະເທດພາຄີສົນທິສັນຍາຮ່ວມມືກັບອົງການຈັດຕັ້ງສາກົນແລະຜູ້ທີ່ກ່ຽວຂ້ອງຢ່າງສະໜິດແໜ້ນ, ສະແດງຄວາມຕັດສິນໃຈແລະຄວາມຈິງຈັງທີ່ສຸດທາງດ້ານການເມືອງ, ປະຕິບັດໜ້າທີ່ຮັບຜິດຊອບທີ່ສໍາຄັນທີ່ຕົນແບກຫາບ, ຮ່ວມມືຮັບຮອງເອົາ “ຂອບຊີວະນາໆພັນທົ່ວໂລກຫຼັງປີ 2020” ເມື່ອໃນກອງປະຊຸມ COP15 ໄລຍະທີສອງ, ນໍາພາຊີວະນາໆພັນທົ່ວໂລກໄປສູ່ເສັ້ນທາງແຫ່ງການຟື້ນຟູຕົວ ແລະ ສ້າງປະຊາຄົມຮ່ວມຊີວິດຢູ່ເທິງໂລກ!


生物多样性是人类赖以生存和发展的基础。我们的衣、食、住、行及物质文化生活等诸多方面都与生物多样性密切相关。

据统计,每年全球约1/3的温室气体排放被自然生态系统吸收,一半以上的GDP总量依赖自然资源的贡献。

生物多样性与应对气候变化、粮食安全、全球减贫等可持续发展目标存在重要内在联系,保护生物多样性就是保护人类福祉,促进人类可持续发展。

今年是联合国《生物多样性公约》开放签署30周年,中国作为《公约》缔约方大会第十五次会议(简称COP15)主席国,负责领导大会实质性和政治性事务,继2021年10月第一阶段会议在中国云南昆明成功举办后,第二阶段会议于今年12月7日在加拿大蒙特利尔召开。

COP15以“生态文明:共建地球生命共同体”为主题,旨在制定并通过“2020年后全球生物多样性框架”,擘画未来10年乃至更长一个时期全球生物多样性治理的蓝图,对全球生物多样性保护和可持续发展具有十分重大的意义。

中国高度重视生物多样性保护,在习近平生态文明思想的指引下,牢固树立和践行“绿水青山就是金山银山”的理念,将生物多样性保护上升为国家战略,推行一系列保护措施,取得显著成效,促进了人与自然和谐共生。

作为全球生态文明建设的重要参与者、贡献者和引领者,中国长期以来用实际行动积极推动全球生物多样性治理进程,为推动实现全球生物多样性保护目标作出中国贡献。

COP15及正在制定的"框架"将推动生物多样性保护在经济社会发展中的主流化进程,使全人类能够享受生物多样性为减少贫困、维护粮食安全、促进可持续发展带来的惠益。

作为COP15主席国,中国一直积极推动"框架"磋商进程,牢牢把握COP15扭转全球生物多样性丧失的重要契机,牢牢守住绿色可持续发展的前进方向。

中国真诚呼吁,各缔约方与国际组织和利益攸关方密切合作,展现最大的政治决心和诚意,严肃对待肩负的重要责任,共同努力在COP15第二阶段会议上顺利通过国际社会期待已久的、兼具雄心和务实平衡的"框架",引领全球生物多样性走向恢复之路,共建地球生命共同体!


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/19

10:41

ແບ່ງປັນ

ແປ
翻译