ມາຈາກ:ສະບາຍດີ
ທາງລົດໄຟລາວ-ຈີນ
(ສະບາຍດີ ນັກຂ່າວສຸດໃຈ) ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ແຂວງຢຸນນານໄດ້ສຸມໃສ່ການປະຕິຮູບແລະເປີດປະຕູສູ່ພາຍນອກ, ສ້າງຄວາມຄິດຄວາມເຫັນເປັນເອກະພາບກັນ, ເຕົ້າໂຮມຄວາມຮູ້ເປັນເອກະພາບກັນ, ສວຍກາລະໂອກາດ, ບຸກເບີກແລະປະດິດສ້າງໃໝ່, ຂະຫຍາຍທ່າແຮງດ້ານທີ່ຕັ້ງ, ວັດທະນະທຳ ແລະ ຊັບພະຍາກອນຢ່າງຮອບດ້ານ, ການບໍລິການແລະເຊື່ອມໂຍງເຂົ້າກັບຍຸດທະສາດການພັດທະນາແຫ່ງຊາດເຊັ່ນ: ການກໍ່ສ້າງ “ໜຶ່ງແລວທາງໜຶ່ງເສັ້ນທາງ”, ຊຸກຍູ້ການແລກປ່ຽນທາງດ້ານນະໂຍບາຍກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຢ່າງຕໍ່ເນື່ອງ, ຊຸກຍູ້ການກໍ່ສ້າງໂຄງການ, ຍົກສູງລະດັບການຮ່ວມມືດ້ານເສດຖະກິດການຄ້າຢ່າງໝັ້ນຄົງ, ການກໍ່ສ້າງສູນແຜ່ລາມອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ໄດ້ຮັບໝາກຜົນຢ່າງພົ້ນເດັ່ນ, ລະດັບການເປີດປະຕູສູ່ພາຍນອກກໍ່ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ.
ສົ່ງເສີມທ່າແຮງດ້ານທີ່ຕັ້ງ, ຊຸກຍູ້ການເຊື່ອມໂຍງກັບບັນດາປະເທດອ້ອມຂ້າງ. ຕາມການເປີດບໍລິການຂອງທາງລົດໄຟລາວ-ຈີນ, ຕາໜ່າງທາງລົດໄຟທີ່ເປັນ "8 ເສັ້ນທາງອອກແຂວງແລະ 5 ເສັ້ນທາງຂ້າມຊາຍແດນ" ສືບຕໍ່ໄດ້ຮັບການປັບປຸງ, ພາກສ່ວນພາຍໃນປະເທດຂອງທາງລົດໄຟຈີນ-ຫວຽດນາມ ແລະ ເສັ້ນທາງລົດໄຟດາລີ-ລິຈ່ຽງຕາມທິດຈີນ-ມຽນມາໄດ້ເປີດການບໍລິການ, ເສັ້ນທາງພາກສ່ວນພາຍໃນປະເທດຂອງເສັ້ນທາງດ່ວນສາກົນຈີນ-ຫວຽດນາມ, ຈີນ-ລາວ, ແລະຈີນ-ມຽນມາທັງໝົດແລ່ນລົດໄດ້. ເສັ້ນທາງສາຍການບິນສາກົນໄດ້ປົກຄຸມນະຄອນຫຼວງ ແລະ ເມືອງທ່ອງທ່ຽວທີ່ສໍາຄັນຂອງບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຢ່າງເຕັມທີ່, ວຽກງານການບໍລິການດ້ານການສື່ສານສາກົນໄດ້ປົກຄຸມ 8 ປະເທດອ້ອມຂ້າງ. ຊຸກຍູ້ການຮ່ວມມືພັດທະນາຂອງສູນໃຈກາງການຄົມມະນາຄົມແຫ່ງຊາດເຊິ່ງເປັນຮູບແບບທ່າເຮືອທາງບົກ ແລະຮູບແບບດ່ານຊາຍແດນບໍ່ຫານ ສິບສອງພັນນາ, ຊຸກຍູ້ການພັດທະນາແລະກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.
ເພີ່ມທະວີການເຊື່ອມຈອດດ້ານຍຸດທະສາດ ແລະ ເປີດກວ້າງວົງການຮ່ວມມືດ້ານເສດຖະກິດການຄ້າ. ສວຍກາລະໂອກາດຂອງ RCEP ໃຫ້ມີຜົນບັງຄັບ, ລົງເລິກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງ, ຊຸກຍູ້ການຮ່ວມມືສອງຝ່າຍ ແຂວງຢຸນນານ-ລາວ, ຢຸນນານ-ໄທ, ຢຸນນານ-ມານດີວ, ກົນໄກການຮ່ວມມືສອງຝ່າຍຂອງແຂວງຈະບັນລຸການຄຸ້ມຄອງບັນດາປະເທດຕາມແມ່ນ້ຳຂອງຢ່າງຄົບຖ້ວນ ແລະ ເມືອງມິດຕະພາບສາກົນນັບມື້ນັບເພີ່ມຂຶ້ນຮອດ 103 ຄູ່, ຈຳນວນເມືອງທີ່ໄດ້ສ້າງພົວພັນມິດຕະພາບກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ແມ່ນຢູ່ອັນດັບໜຶ່ງໃນທົ່ວປະເທດ, “ວົງການເພື່ອນມິດ” ສາກົນສືບຕໍ່ຂະຫຍາຍຕົວ.
ລົງເລິກການແລກປ່ຽນດ້ານວັດທະນະທຳ ແລະ ຊຸກຍູ້ການພົວພັນລະຫວ່າງປະຊາຊົນສອງປະເທດ. ລົງເລິກການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງໃນຂົງເຂດການສຶກສາ, ວິທະຍາສາດເຕັກໂນໂລຊີ, ສາທາລະນະສຸກ, ວັດທະນະທຳ, ທ່ອງທ່ຽວແລະຂົງເຂດອື່ນໆ, ຕັ້ງໜ້າດຳເນີນໂຄງການ "ທັງນ້ອຍທັງສວຍງາມເຖິງນ້ອຍແຕ່ງາມແທ້", ດຳເນີນກິດຈະກໍາແລກປ່ຽນວັດທະນະທຳແລະງານບຸນວັດທະນະທໍາຊົນເຜົ່າທີ່ມີຫົວຂໍ “ສີສານຢູນນານ ທ່ຽວຊົມວັດທະນະທໍາອ້ອມຂ້າງ”, ຈັດຕັ້ງກິດຈະກຳການແພດສະຫວັດດີການສັງຄົມ, ຈັດຕັ້ງຄະນະຊ່ຽວຊານການແພດທາງຕ້ານການລະບາດປະຈຳຢູ່ລາວ ແລະ ມຽນມາ ເພື່ອສະໜັບສະໜູນວຽກງານຕ້ານການລະບາດຂອງພະຍາດ, ກໍ່ສ້າງຂົວທີ່ເຊື່ອມຕໍ່ປະຊາຊົນລະຫວ່າງບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.
中老铁路
今年以来,云南省围绕大抓改革开放,统一思想、凝聚共识、抢抓机遇、开拓创新,充分发挥区位、人文、资源等优势,主动服务和融入“一带一路”建设等国家发展战略,持续加强与南亚东南亚国家的政策沟通,扎实推进项目建设,稳步提升经贸合作水平,面向南亚东南亚辐射中心建设取得明显成效,对外开放水平不断提高。
发挥区位优势,推进与周边国家设施联通。中老铁路通车运营,“八出省五出境”铁路网持续完善,中越铁路境内段、中缅方向大理—临沧铁路建成通车,中越、中老、中缅国际通道高速公路境内段全线贯通。国际航线基本实现南亚东南亚国家首都和重点旅游城市全覆盖,国际通信业务服务覆盖周边8个国家。推动昆明陆港型、西双版纳(磨憨)陆上边境口岸型国家物流枢纽联动发展,助推中老铁路沿线开发建设。
强化战略对接,扩大经贸合作同心圆。抓住RCEP生效机遇,全面深化澜湄合作和大湄公河次区域经济合作,推进滇老、滇泰、滇马(马尔代夫)等双边合作,全省双边合作机制实现湄公河国家全覆盖,国际友城关系增至103对,与南亚东南亚国家缔结国际友城数量居全国首位,国际“朋友圈”不断扩大。
深化人文交流,推进民心相通。深化与周边国家在教育、科技、卫生、文化、旅游等领域的合作,积极开展“小而美”项目,开展“七彩云南·文化周边行”系列文化交流和民族文化节庆活动,举办公益医疗活动,组派抗疫医疗专家组赴老挝、缅甸支持抗疫,构筑起连通南亚东南亚国家的民心桥。
[ບັນນາທິການ:ສຸດໃຈ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ ໃຫ້ກາຍເປັນ “ຄວາມໄວຂອງຄຸນມິງ”
ສະບາຍດີ2022-12-03
ການຂົນສົ່ງສິນຄ້າມີຄວາມສະດວກ ແລະ ມີຜົນສໍາເລັດຢ່າງເຫຼື້ອມຕາ
ສະບາຍດີ2022-12-02
ການນຳໃຊ້ໂອກາດຂອງທາງລົດໄຟຈີນ-ລາວນະຄອນຄຸນໝິງດຶງດູດການລົງທຶນໄດ້ບັນລຸບາດກ້າວໃໝ່
ສະບາຍດີ2022-12-02
ຄະນະຜູ້ແທນແຂວງຢຸນນານໄດ້ໄປຢ້ຽມຢາມພາກຕ່າງປະເທດຂອງທາງລົດໄຟລາວ-ຈີນ
ສະບາຍດີ2022-12-02
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved