ຄະນະຜູ້ແທນແຂວງຢຸນນານໄດ້ໄປຢ້ຽມຢາມພາກຕ່າງປະເທດຂອງທາງລົດໄຟລາວ-ຈີນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 29 ພະຈິກນີ້, ຂ່າວສານຈາກສະຖາບັນຄົ້ນຄວ້າການຂົນສົ່ງສາກົນຄຸນໝິງແລະອາຊີຕາເວັນອອກສຽງໃຕ້ໃຫ້ຮູ້ວ່າ, ໂດຍໄດ້ຮັບການເຊື້ອເຊີນຂອງລາວແລະໄທ, ຄະນະຜູ້ແທນແຂວງຢຸນນານໃນດ້ານການຂົນສົ່ງຮ່ວມມືຫຼາຍວິທີດ້ວຍທາງລົດໄຟລາວ-ໄທ-ຈີນ ແລະ ການຮ່ວມມືດ້ານອຸດສາຫະກໍາຕາມທາງລົດໄຟ (ຕໍ່ໄປເອີ້ນຫຍໍ້ວ່າ "ຄະນະຜູ້ແທນແຂວງຢຸນນານ" ) ໄດ້ສຳຫຼວດ ແລະ ຄົ້ນຄ້ວາກ່ຽວກັບການພັດທະນາຕາມທາງລົດໄຟຂອງພາກສ່ວນຕ່າງປະເທດທາງລົດໄຟລາວ-ຈີນ ແລະ ສະພາບການ ແລະ ການພັດທະນາອຸດສາຫະກໍາຕາມພາກສ່ວນລາວທາງລົດໄຟລາວ-ຈີນ,ພ້ອມດຽວກັນນັ້ນ ຍັງໄດ້ລົງນາມສັນຍາການຮ່ວມມືທີ່ກ່ຽວຂ້ອງ.

ໃນໄລຍະການຢ້ຽມຢາມ, ທຸກຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບໂຄງການຂົນສົ່ງຜະລິດຕະພັນບໍ່ແຮ່ ຊຸນດາ, ການເກັບຮັກສາຜັກດ້ວຍສາງຕ່ອງໂສ້ເຢັນ, ການເຊື່ອມຕໍ່ຂອງທາງລົດໄຟລາວ-ຈີນກັບຂະບວນລົດໄຟຈີນ-ເອີຣົບ ແລະ ໂຄງການອື່ນໆ. ຄະນະຜູ້ແທນແຂວງຢຸນນານໄດ້ຈັດກອງປະຊຸມສຳມະນາກັບສະພາການຄ້າແຂວງຢຸນນານປະຈໍາປະເທດລາວ, ສອງຝ່າຍໄດ້ລົງນາມສັນຍາການຮ່ວມມືຍຸດທະສາດແລະວາງແຜນການຮ່ວມມືລົງທຶນ 10 ຕື້ຢວນເຂົ້າໃນການພັດທະນາແລະກໍ່ສ້າງໂຄງການສາງສິນຄ້າຢູ່ຕ່າງປະເທດໃນທົ່ວໂລກຢູ່ນະຄອນຫຼວງວຽງຈັນ ແລະ ສ້າງສູນໂລຈິດສຕິສຳລັບແລວທາງເສດຖະກິດຈີນ-ແຫຼມອິນດູຈີນ.ຄະນະຜູ້ແທນແຂວງຢຸນນານຍັງໄດ້ຈັດກອງປະຊຸມສຳມະນາກັບກຸ່ມບໍລິສັດ IHC ປະຈຳລາວ, ສອງຝ່າຍໄດ້ດຳເນີນການແລກປ່ຽນຢ່າງເລິກເຊິ່ງ, ສ້າງຄວາມເຫັນດີການຮ່ວມມືຢ່າງເປັນເອກະພາບໃນດ້ານການກໍ່ສ້າງ, ພັດທະນາ ແລະ ລົງທຶນເຂດສວນການຂົນສົ່ງອຸດສາຫະກຳ, ເຕັກໂນໂລຊີ ແລະ ອຸປະກອນປ້ອງກັນຄວາມສະຫງົບສາກົນ ແລະ ຄົ້ນຄວ້າການປົກປັກຮັກສາຕົ້ນຊາບູຮານໃນເຂດອ່າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ວາງແຜນຮ່ວມກັນລົງທຶນໃນການພັດທະນາ ແລະ ກໍ່ສ້າງໂຄງການເຂດສວນໂລຈິດສຕິຂອງອຸດສາຫະກຳຢູ່ນະຄອນຫລວງວຽງຈັນຂອງລາວ ເພື່ອຕາບຈູນຈຸດອ່ອນຂອງໂລຈິດສຕິທາງອຸດສາຫະກຳຂອງລາວ.

ຕາມການຮັບຮູ້, ສະຖາບັນຄົ້ນຄວ້າໂລຈິດສຕິສາກົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ນະຄອນຄຸນໝິງ  ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືພັດທະນາ ແລະ ກໍ່ສ້າງອຸດສາຫະກຳຕາມເສັ້ນທາງລົດໄຟຈີນ-ລາວ-ໄທ ແລະ ການຂົນສົ່ງຮ່ວມມືຫຼາຍວິທີດ້ວຍທາງລົດໄຟລາວ-ໄທ-ຈີນກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະຫະພັນຜູ້ສະໜອງໂລຈິດສຕິໄທ.

ຕາມການແນະນຳຂອງຜູ້ຮັບຜິດຊອບຈາກສະຖາບັນຄົ້ນຄວ້າໂລຈິດສຕິສາກົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ນະຄອນຄຸນໝິງ, ນັບແຕ່ໄດ້ເປີດເສັ້ນທາງລົດໄຟລາວ-ຈີນ ຄະນະຜູ້ແທນແຂວງຢຸນນານນີ້ເປັນຄະນະຊຸດທຳອິດທີ່ປະກອບດ້ວຍຜູ້ຊ່ຽວຊານ, ນັກວິຊາການ ແລະ ນັກວິສາຫະກິດເຊິ່ງຮ່ວມກັນຄົ້ນຄ້ວາສຳຫຼວດພາກສ່ວນລາວຂອງທາງລົດໄຟລາວ-ຈີນຢູ່ພາກສະໜາມ, ເຈລະຈາກັບວິສາຫະກິດລາວກ່ຽວກັບການພັດທະນາແລະການກໍ່ສ້າງອຸດສາຫະກຳຕາມເສັ້ນທາງລົດໄຟລາວ-ຈີນ.

昆明信息港讯(昆明日报 首席记者廖兴阳) 11月29日,来自昆明南亚东南亚国际物流研究院的消息,应老挝和泰国方面邀请,中老泰铁路多式联运及沿线产业合作云南代表团(以下简称“云南代表团”)连日来对中老铁路境外段沿线及产业发展进行了实地走访调研,并签署相关合作协议。

走访期间,各方就顺达矿产品运输、蔬菜冷链仓储、中老铁路对接中欧班列等项目进行了交流。云南代表团与老挝云南商会举行了座谈,双方签署了战略合作协议,计划共同在万象投资100亿元开发建设全球海外仓项目,打造中国—中南半岛经济走廊物流枢纽。云南代表团还与老挝IHC集团举行了座谈,双方在工业物流园区投资开发建设、国际安保技术装备、澜沧江—湄公河流域古茶树保护考察研究等方面,进行深度交流并达成合作共识,计划在老挝万象联合投资开发建设工业物流园区项目,填补老挝工业物流短板。

据悉,昆明南亚东南亚国际物流研究院与老挝国家工商会、泰国物流供应商联合会签署了中老泰铁路多式联运及沿线产业开发建设合作谅解备忘录。

昆明南亚东南亚国际物流研究院相关负责人介绍,这是中老铁路开通以来,第一个由专家学者和多家企业组成的云南代表团,对中老铁路境外段进行实地考察调研、与老挝企业共同协商中老铁路沿线产业开发建设等事项。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/02

09:14

ແບ່ງປັນ

ແປ
翻译