ມາຈາກ:ສະບາຍດີ
ແຄມນ້ຳຂອງທະເລສາບບາງມຽວຕິດຈອດກັບຂອບຟ້າຂອງຕາແສງລອງລິງແຂວງຢຸນນານ ເຊິ່ງສະແດງມີສີສັນອັນດຽວກັນກັບເໝືອນດັ່ງຮູບແຕ້ມດ້ວຍນ້ຳເໝິກສີ (ຖ່າຍໃນວັນທີ 21 ພະຈິກ). ສຳນັກຂ່າວຊິນຫົວ
(ສະບາຍດີ ນັກຂ່າວສຸດໃຈ)ທະເລສາບບາງມຽວຕັ້ງຢູ່ບ້ານລອງຊິ່ນ, ຕາແສງລອງລິງ, ເມືອງປາວຊ່ານ, ແຂວງຢຸນນານ. ໃນຕອນເຊົ້າຂອງລະດູໜາວ, ໝອກປົກຄຸມຢູ່ເທິງໜ້າທະເລສາບບາງມຽວ, ມີຊາວປະມົງກຳລັງຂີ່ເຮືອຢູ່ເທິງທະເລ, ແຄມນ້ຳ ແລະ ຂອບຟ້າຕິດຈອດກັນເຊິ່ງສະແດງມີສີສັນອັນດຽວກັນ ກັບເໝືອນດັ່ງຮູບແຕ້ມດ້ວຍນ້ຳເໝິກສີ, ຢູ່ຝັ່ງທະເລບາງມຽວບັນດາໝູ່ບ້ານກໍ່ຕັ້ງລຽບຕາມແຄມນ້ຳ ໂດຍອີງຕາມທີ່ຕັ້ງຖິ່ນຖານພູມສາດ ແລະ ທ່າແຮງດ້ານຊັບພະຍາກອນ, ຊາວບ້ານໄດ້ສືບທອດຮີດຄອງປະເພນີການຫາປາເພື່ອດຳລົງຊີວິດຈາກຄົນລຸ້ນຕໍ່ລຸ້ນ, ຈົນມາຮອດປະຈຸບັນນີ້ຍັງສືບຕໍ່ຊີວິດເປັນຊາວປະມົງ.
ຊາວປະມົງຂີ່ເຮືອຢູ່ເທິງທະເລສາບ (ຖ່າຍໃນວັນທີ 21 ພະຈິກ). ສຳນັກຂ່າວຊິນຫົວ
ໃນຕອນເຊົ້າ, ຊາວປະມົງກຳລັງຫາປາຢູ່ທະເລສາບນັ້ນໂດຍຂີ່ເຮືອແພໄມ້ໄຜ່ເຊິ່ງປະກອບເປັນຮູບພາບທີ່ງາມຕາ. ໃນຕອນແລງ, ຊາວປະມົງຈະຂາຍປາທີ່ຫາໄດ້ຢູ່ຝັ່ງທະເລສາບເພື່ອເພີ່ມລາຍຮັບໃຫ້ກັບພວກເຂົາ, ແນ່ນອນວ່າ, ຢູ່ທີ່ນີ້ ຍັງມີຄວາມເອົາໃຈໃສ່ເປັນພິເສດເຖິງວິທີການກິນ ແລະ ປຸງແຕ່ງອາຫານ, ຍັງມີຮີດຄອງປະເພນີ “ການຕົ້ມປາດ້ວຍນ້ຳຢູ່ໃນທະເລສາບບາງມຽວ” ຄວາມຫວານຂອງແກງ ແລະ ຄວາມສົດຂອງປາສາມາດຮູ້ໄດ້ຫຼັງຈາກການຊີມລົດຊາດ.
ຊາວປະມົງຂີ່ເຮືອຢູ່ເທິງທະເລສາບ (ຖ່າຍໃນວັນທີ 21 ພະຈິກ). ສຳນັກຂ່າວຊິນຫົວ
ທະເລສາບບາງມຽວມີທິວທັດທີ່ສວຍງາມ ແລະ ຜະລິດຕະພັນອັນອຸດົມສົມບູນ, ທະເລສາບບາງມຽວສາມາດພັນລະນາເປັນສະຫວັນທີ່ທຸກຄົນປາຖະໜາ ແລະ ໄດ້ກາຍເປັນສະຖານທີ່ໄປທ່ຽວຊົມສຳລັບນັກທ່ອງທ່ຽວທ້ອງຖິ່ນ, ໂດຍອີງໃສ່ທ່າແຮງດ້ານຊັບພະຍາກອບທ່ອງທ່ຽວ ບ່ອນນີ້ໄດ້ຜັນຂະຫຍາຍຂະແໜງການທີ່ເຊື່ອມໂຍງກະສິກຳ ແລະ ການທ່ອງທ່ຽວ, ລຽບຕາມແຄມທະເລສາບ ແລະ ແຄມທາງສາມາດເຫັນຊາວບ້ານທ້ອງຖິ່ນຂາຍອາຫານພື້ນເມືອງເຊັ່ນ: ສາລີເຜົາ, ມັນດ້າງເຜົາ... ນັກທ່ອງທ່ຽວສາມາດຊີມລົດຊາດອັນແຊບໆຂອງອາຫານພື້ນເມືອງ ແລະ ທ່ຽວຊົມທິວທັດທີ່ສວຍງາມຂອງທະເລສາບໄດ້.
ຊາວປະມົງກຳລັງຫາປາຢູ່ທະເລສາບບາງມຽວ (ຖ່າຍໃນວັນທີ 21 ພະຈິກ). ສຳນັກຂ່າວຊິນຫົວ
蚌渺湖水天一色,宛如一幅水墨画卷(11月21日摄)。新华网发
蚌渺湖,位于云南省保山市龙陵县龙新乡。冬日的清晨,蚌渺湖烟雾缥缈,渔民泛舟湖面,水天一色,宛如一幅水墨画卷。蚌渺湖岸,村庄依水而建,村民依托先天地理位置和资源优势,世世代代都传承着捕鱼为生的传统,时至今日,依旧延续着渔民生活。
渔民泛舟湖面(11月21日摄)。新华网发
清晨,渔人乘着竹筏在湖面上捕鱼,呈现出一幅的美丽画面。傍晚,渔民将捕到的鱼拿到湖畔沿岸出售,以此增加收入。当然,在这里,对鱼的吃法和烹调也有着特殊的讲究,有着“蚌渺湖水煮活鱼”的习俗,汤之甜、鱼之鲜,只有尝了才知道!
渔民泛舟湖面(11月21日摄)。新华网发
蚌渺湖风景优美,物产丰富,可谓 是人人向往的“世外桃源”,自然而然成为了当地游客的好去处。依托旅游资源优势,衍生出了农旅融合产业,沿湖路边,随处可见当地村民售卖地道又美味的土特产,有烤玉米、烤红薯……游客能边品尝当地特色美味,边欣赏湖畔美景。
渔民在蚌渺湖捕鱼(11月21日摄)。新华网发
ອັດຕາແລກປ່ຽນໃນມື້ນີ້:
1CNY = 2989.02 LAK
— 2022 —
12/01
14:47
— ແບ່ງປັນ —