ກອງໜ້າຂອງນົກນາງນວນປາກແດງຫາກິນຢູ່ແຄມຝັ່ງ ພົນລະເມືອງ ແລະ ນັກທ່ອງທ່ຽວມາຕ້ອນຮັບ

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 13 ຕຸລານີ້,ຢູ່ທ່າກຳປັ່ນ ໄຮເກັງຕາເວັນອອກ ຂອງນ້ຳທະເລສາບ ດຽນຊີ,ກອງໜ້າຂອງນົກນາງນວນປາກແດງຫຼາຍກວ່າ 400 ໂຕໄດ້ເຂົ້າໃກ້ຝັ່ງເພື່ອຫາອາຫານ,ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍຄົນມາເບິ່ງຝູງນົກນາງນວນປາກແດງໃຫ້ອາຫານ ແລະ ຕ້ອນຮັບ ນົກນາງນວນປາກແດງເຫຼົ່ານີ້ຈາກທາງໄກ.

ວັນທີ 8 ຕຸລານີ້,ນົກນາງນວນປາກແດງ 200 ໂຕທີ່ມານະຄອນຄຸນໝິງໃນລະດູໜາວປີນີ້,ເປັນປະກົດຕົວເປັນເທື່ອທຳອິດຢູ່ເຂດນ້ຳ ໄຮເກັງ ຂອງທະເລສາບ ດຽນຊີ ຢູ່ນະຄອນຄຸນໝິງ,ວັນທີ 13,ຈຳນວນຝູງນົກນາງນວນປາກແດງຢູ່ທ່າກຳປັ່ນໄຮເກັງຕາເວັນອອກໄດ້ເພີ່ມຂຶ້ນເປັນ 400 ກວ່າໂຕ.ນົກນາງນວນປາກແດງໄດ້ເລີ່ມເຂົ້າໃກ້ຝັ່ງເພື່ອຫາອາຫານ ແລະ ໄດ້ຮັບອາຫານຈາກນັກທ່ອງທ່ຽວ,ນະຄອນຄຸນໝິງໄດ້ເລີ່ມຕົ້ນລະດູການເບິ່ງນົກນາງນວນປາກແດງ.ນົກນາງນວນປາກແດງຈະລົງສູ່ທະເລສາບ ດຽນຊີ ຢູ່ນະຄອນຄຸນໝິງໃນກາງເດືອນຕຸລາທຸກໆປີ ແລະ ເລີ່ມລົງສູ່ແມ່ນ້ຳ ແລະ ທະເລສາບໃນເຂດຕົວເມືອງເພື່ອລ້ຽງໃນຕົ້ນເດືອນພະຈິກ.

2

3

4

5

6

7


1

10月13日,在海埂东码头滇池水域,400多只红嘴鸥先头部队已经靠近岸边觅食,引来不少市民和游人前来观鸥喂鸥,迎接这些来自远方的小精灵。

10月8日,昆明滇池海埂水域首次出现200多只今年来昆越冬的红嘴鸥先头部队,13日海埂东码头滇池水域的红嘴鸥数量已经增加到了400多只,而且红嘴鸥已经开始靠近岸边水面觅食和接受游客投喂,昆明开始迎来了观鸥季。每年越冬红嘴鸥在10月中旬进入昆明滇池,11月初就开始进入城区河湖水域觅食。(云南网 记者杨峥)

2

3

4

5

6

7

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

10/17

14:35

ແບ່ງປັນ

ແປ
翻译