ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ)ໃນຕອນເຊົ້າວັນທີ 19 ຕຸລາ 2022 ນີ້, ສະຖາບັນຂົງຈື(ສຂຈ) ມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດພິທີສະເຫຼີມສະຫຼອງວັນສະຖາບັນຂົງຈືໂລກ ແລະ ຈັດພິທີໄຂສົກຮຽນໃໝ່ ຫຼັກສູດປະລິຍາຕີ, ເຂົ້າຮ່ວມໃນພິທີ ມີ ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສືກສາທິການ ແລະກີລາ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ. ຈີນ ປະຈຳ ລາວ, ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີຜູ້ອຳນວຍການສະຖາບັນຂົງຈື ຝ່າຍລາວ, ຝ່າຍຈີນ, ແຂກຖືກເຊີນ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສືກສາເຂົ້າຮ່ວມ.
ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ. ຈີນ ປະຈຳ ລາວໄດ້ຊຸກຍູ້ໃຫ້ນັກສຶກສາທັງຫຼາຍຫວງແຫນເວລາ,ຮ່ຳຮຽນໃຫ້ດີ ແລະ ເປັນຜູ້ສືບທອດແຫ່ງມິດຕະພາບລາວ-ຈີນ.
ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສືກສາທິການ ແລະກີລາ ແລະ ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊສະແດງວ່າ: ຝ່າຍລາວຍິນດີສືບຕໍ່ລົງເລິກການຮ່ວມມືໃນຂົງເຂດຕ່າງໆລວມທັງການສຶກສາ,ບຳລົງສ້າງບຸກຄະລາກອນທີ່ມີຄວາມກະຕືລືລົ້ນໃນການດຳເນີນພາລະກິດມິດຕະພາບລາວ-ຈີນ,ຮູ້ພາສາຈີນແລະວັດທະນະທຳຈີນ,ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ.
ໃນໂອກາດນີ້, ທ່ານ ຫຼົວໝິງ ຜູ້ອຳນວຍການສະຖາບັນຂົງຈື ຝ່າຍຈີນ ໄດ້ຂຶ້ນລາຍງານປະຫວັດຄວາມເປັນມາຂອງວັນຂົງຈືໂລກ ຊຶ່ງທ່ານ ໄດ້ໃຫ້ຮູ້ວ່າ: ສະຖາບັນຂົງຈືແມ່ນອົງການຈັດຕັ້ງການສືກສາທີ່ບໍ່ຫວັງຜົນກຳໄລທີ່ສ້າງຕັ້ງຂຶ້ນໃນຮູບແບບຝ່າຍຈີນ ຮ່ວມມືກັບຕ່າງປະເທດ ແນໃສ່ເຜີຍແຜ່ພາສາຈີນ ແລະຊຸກຍູ້ໃຫ້ປະຊາຊົນທົ່ວໂລກ ໄດ້ເຂົ້າເຖິງພາສາ ແລະວັດທະນະທຳຂອງຈີນ ແລະເພື່ອສົ່ງເສີມການແລກປ່ຽນວັນນະຄະດີ ລະຫ່ວາງຈີນ ກັບຕ່າງປະເທດໃຫ້ເຂົ້າໃຈກັນຫຼາຍຂຶ້ນ. ເຊິ່ງໃນແຕ່ລະປີໄດ້ຈັດຫຼາຍກິດຈະກໍາ ເຊັ່ນ: ການແຂ່ງຂັນພາສາຈີນນັກສຶກສາທົ່ວໂລກ, ຂົວພາສາຈີນ, ແຂ່ງຂັນວິດີໂອສັ້ນ, ແຂ່ງຂັນຮ້ອງເພງຈີນ, ແຂ່ງຂັນຂຽນຕົວໜັງສືຈີນ ການອ່ານກະວີຈີນເປັນຕົ້ນ; ທັງນີ້ກໍເພື່ອ ແນໃສ່ເຮັດໃຫ້ປະຊາຊົນສອງຊາດເຂົ້າໃຈເຊິ່ງກັນ ແລະກັນ.
ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການສຶກສາປະຈຳສົກຮຽນ 2021-2022 ແລະຜ່ານທິດທາງແຜນການເຄື່ອນໄຫວວຽກງານ ປະຈຳສົກຮຽນ 2022-2023 ເຊິ່ງທ່ານໄດ້ຍົກໃຫ້ເຫັນ ພາລະບົດບາດຂອງສະຖາບັນຂົງຈື ໃນການຮ່ວມມື ແລະແລກປ່ຽນທາງດ້ານການສຶກສາ ການສ້າງຫຼັກສູດເຝິກອົບຮົມລະຫວ່າງປະເທດລາວ ແລະ ສປ.ຈີນ ເຊິ່ງແມ່ນເວທີແລກປ່ຽນວັດທະນະທໍາລະຫວ່າງສອງຊາດລາວ-ຈີນ, ແມ່ນແຫຼ່ງສົ່ງເສີມການຮຽນ-ການສອນພາສາຈີນໃຫ້ແກ່ນັກຮຽນ-ນັກສຶກສາ ແລະຜູ້ສົນໃຈຮຽນພາສາຈີນ, ແມ່ນສະຖາບັນໜຶ່ງ ທີ່ມີກົງຈັກການຈັດຕັ້ງທຽບເທົ່າກັບຄະນະວິຊາ, ໄດ້ຈັດການຮຽນ-ການສອນ ບໍາລຸງພາສາຈີນໃຫ້ແກ່ນັກສຶກສາ ແລະ ຜູ້ທີ່ສົນໃຈຢາກຮຽນພາສາຈີນ. ແຕ່ປີ 2010 ມາຮອດປັດຈຸບັນ ສະຖາບັນຂົງຈື ໄດ້ສໍາເລັດການສິດສອນພາສາຈີນໃຫ້ນັກສຶກສາລາວແລ້ວ 25 ຊຸດ ຈໍານວນ 14,344ຄົນ.(ຮູບພາບຖ່າຍຈາກທ່ານນາງ Veopakay Philavong)
(昆明信息港综合整理)2022年10月19日上午,国立大学孔子学院(Master)举行孔子学院奠基仪式暨中文师范本科专业开学典礼。老挝教育体育部副部长苏里乌东·孙达拉、中国驻老挝大使姜再冬,老挝国立大学副校长洪培·占塔翁出席仪式,孔院中方院长和老方院长及相关部门宾客、教师、学生一同参加。
中国驻老挝大使姜再冬在致辞中勉励同学们珍惜时光、学好本领,做中老友谊的传承者。
老挝教育体育部副部长苏里乌冬和国立大学副校长洪培在致辞中表示,老方愿同中方继续深化包括教育在内的各领域合作,培育更多热心老中友好事业、通晓老中语言文化的人才,为推进老中命运共同体建设作贡献。
孔子学院中方院长罗明在会上介绍了孔子诞辰日的历史,他说:孔子学院是以中外合作办学形式设立的非营利性学术组织,致力于传播汉语,鼓励世界各国人民接触中国文化和汉语,促进中外文学交流。每年举办全球大学生中文比赛、汉语桥、短视频比赛、中文歌曲演唱比赛、中文诗歌朗诵比赛等多项活动,为了加深让两国人民对彼此的了解和认识。
孔子学院老方院长坎虹·占塔翁总结了2021-2022学年学术交流活动,并介绍了2022-2023学年学术交流活动方向。他强调了孔子学院在中老两国教育培训合作交流中的作用,是促进中老两国文化交流的平台,为老挝学生和对汉语感兴趣的人提供学习汉语的机会。截至2010年,孔子学院已为老挝学生完成汉语教学25批次,共14344人。(Veopakay Philavong/图)
ກອງໜ້າຂອງນົກນາງນວນປາກແດງຫາກິນຢູ່ແຄມຝັ່ງ ພົນລະເມືອງ ແລະ ນັກທ່ອງທ່ຽວມາຕ້ອນຮັບ
ສະບາຍດີ2022-10-17
"ໂລກຂອງສັດ" ຢູ່ເທິງປາຍນິ້ວມື
ສະບາຍດີ2022-10-10
ການທ່ອງທ່ຽວໃນສີ່ລະດູ · ແສງສະຫວ່າງຂອງແຂວງຢູນນານ|ແສງໄຟຟ້າໃນເມືອງ
ສະບາຍດີ2022-10-08
ງານແຂ່ງຂັນ “ຂົວພາສາຈີນ” ຄັ້ງທີ 21 ສຳລັບນັກສຶກສາມະຫາວິທະຍາໄລທົ່ວໂລກ ຮອບຄັດເລືອກ ທີ່ ສປປ ລາວ
ສະບາຍດີ2022-06-27
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
10/24
16:22
— ແບ່ງປັນ —