ມາຈາກ:ສະບາຍດີ
ລະດູການເບິ່ງນົກນາງນວນປາກແດງມາຮອດແລ້ວ,ອາກາດເລີ່ມໜາວເຢັນລົງ ແລະ ນົກນາງນວນປາກແດງກຳລັງບິນຈາກ ຊີບີຮີ ໄປຫາເມືອງ ລະດູບານ.
ຕາມສະຖິຕິຄາດວ່າ,ມາຮອດວັນທີ 24 ຕຸລານີ້,ຈຳນວນນົກນາງນວນປາກແດງຢູ່ນະຄອນຄຸນໝິງໄດ້ເກີນ 4,000 ໂຕ,ເຊິ່ງໝາຍຄວາມວ່າລະດູການເບິ່ງນົກນາງນວນປາກແດງປະຈຳປີໄດ້ເລີ່ມຂຶ້ນແລ້ວ.
ຝາຍນໍ້າ ໄຫເກິ່ງ
ຝາຍນໍ້າ ໄຫເກິ່ງ ມີຄວາມຍາວປະມານ 3 ກິໂລແມັດ, ມີສະຖານທີ່ກວ້າງຂວາງ ແລະ ມີທັດສະນີຍະພາບທີ່ດີ.ນອກຈາກຊາວນະຄອນຄຸນໝິງທີ່ມັກໄປເບິ່ງ ແລະ ລ້ຽງນົກຍຸງຢູ່ທີ່ນີ້ແລ້ວ,ຍັງມີນັກທ່ອງທ່ຽວຈາກຕ່າງປະເທດມາຈາກທີ່ໄກເປັນຈຳນວນຫຼວງຫຼາຍ,ຄົນທັງຫຼາຍໄດ້ຊຶມເຂົ້າໄປໃນບັນຍາກາດປະສົມປະສານຂອງຄົນ ແລະ ນົກນາງນວນປາກແດງ.ຢູ່ທີ່ນີ້ມີນາງນວນປາກແດງຫຼາຍໂຕ ແລະ ພວກມັນບໍ່ຢ້ານຄົນເລີຍ,ນາງນວນປາກແດງມັກຢູ່ໃກ້ກັບຄົນເປັນສະຖານທີ່ທີ່ເຫມາະສົມຫຼາຍທີ່ຈະເບິ່ງ ນາງນວນປາກແດງ.
ສວນສາທາລະນະ ໄຫເກິ່ງ
ສວນສາທາລະນະໄຫເກິ່ງຕັ້ງຢູ່ເທິງຝັ່ງທະເລສາບ ດຽນຊີ “ໄຂ່ມຸກເທິງພູພຽງ”, ທັດສະນະທີ່ສວຍງາມ,ຍັງກາຍເປັນສະຖານທີ່ເຕົ້າໂຮມທີ່ສຳຄັນຂອງນົກນາງນວນປາກແດງໃນນະຄອນຄຸນໝິງ.ໃນລະດູໜາວທຸກໆປີ,ຄົນນັບມື້ນັບຫຼາຍຂຶ້ນໄປສວນສາທາລະນະ ໄຫເກິ່ງເພື່ອເບິ່ງນົກນາງນວນປາກແດງ ແລະໃຫ້ອາຫານນົກ.
ເຮືອທ່ອງທ່ຽວທະເລສາບ ດຽນຊີ
ໃນລະດູໜາວທຸກໆປີ,ທະເລສາບ ດຽນຊີ ກາຍເປັນອຸທິຍານຂອງນົກນາງນວນປາກແດງ.ນົກນາງນວນປາກແດງມັກເດີນຕາມເຮືອທ່ອງທ່ຽວ,ຂີ່ເຮືອທ່ອງທ່ຽວໃນທະເລສາບ ດຽນຊີ,ໃນຂະນະທີ່ຊົມທິວທັດຂອງທະເລສາບດຽນຊີແລະພູເຂົາ,ທ່ານຍັງສາມາດຊົມບິນທີ່ສະຫງ່າງາມຂອງ ນົກນາງນວນປາກແດງ,ເຊິ່ງສະດວກສະບາຍຫຼາຍ.
ເສັ້ນທາງອ້ອມທະເລສາບ ດຽນຊີຂອງເມືອງ ຈີ້ລີ
ເສັ້ນທາງອ້ອມໜອງເປີດໃຫ້ສັນຈອນໃນປີ 2018 ມີຄວາມຍາວກວ່າ 10 ກິໂລແມັດ,ເສັ້ນທາງທີ່ມີພູມສັນຖານ 4 ເລນທັງສອງທາງ,ຍັງມີເສັ້ນທາງການຂີ່ລົດຖີບ ແລະ ເສັ້ນທາງຍ່າງ,ສາມາດເບິ່ງນົກນາງນວນປາກແດງ ແລະ ຖ່າຍຮູບໄດ້ທຸກເວລາ,ຫຼາຍຄົນຈະຂັບລົດມາທີ່ນີ້ເພື່ອຊົມທິວທັດ,ເສັ້ນທາງນີ້ຈຶ່ງໄດ້ຮັບຊື່ວ່າ “ເສັ້ນທາງອ້ອມທະເລສາບທີ່ສວຍງາມທີ່ສຸດ”.
ສວນສາທາລະນະ ເຈຍຫູ
ສວນສາທາລະນະ ເຈຍຫູ ຕ້ອນຮັບນົກນາງນວນປາກແດງເປັນຈໍານວນຫຼວງຫຼາຍທຸກໆປີ,ພວກມັນຫຼີ້ນຢູ່ໃນນໍ້າ,ກິນອາຫານ,ເຊິ່ງເພີ່ມຄວາມມ່ວນຫຼາຍໃຫ້ກັບສວນສາທາລະນະ ເຈຍຫູ.
ສວນສາທາລະນະ ດາກວນ
ສວນສາທາລະນະ ດາກວນ ແມ່ນຫນຶ່ງໃນຈຸດສັງເກດທີ່ດີທີ່ສຸດສໍາລັບການເບິ່ງ ນົກນາງນວນປາກແດງໃນລະດູຫນາວໃນ ນະຄອນຄຸນໝິງ.ສະຖານທີ່ທ່ອງທ່ຽວ “ສານທຳຢີຢວນ” ແລະ ຂົວຍາວ“ສ່ຽວຢວນເລຍ”ເຕັມໄປດ້ວຍນົກນາງນວນປາກແດງ.
ເຂດ ຫວນສີຈ່າວ
ນອກຈາກສວນສາທາລະນະ ເຈຍຫູ,ເຂດ ຫວນສີຈ່າວ ຍັງເປັນສະຖານທີ່ທີ່ດີສໍາລັບການເບິ່ງ ນົກນາງນວນປາກແດງຢູ່ໃຈກາງນະຄອນຄຸນໝິງ.
ຢູ່ແມ່ນ້ຳ ດາກວນ ຂອງເຂດ ຫວນສີຈ່າວ,ບາງເທື່ອຝູງນົກນາງນວນປາກແດງກໍລົງມາເທິງນ້ຳ,ຢູ່ເທິງຮົ້ວຮາວ ແລະ ບາງເທື່ອກໍບິນຂຶ້ນ.ໂດຍສະເພາະເມື່ອມີຄົນໃຫ້ອາຫານ,ເຂົາເຈົ້າຈະຮ້ອງໂຮ! ,ນົກຈະບິນໄປຫານັກທ່ອງທ່ຽວເພື່ອຈັບອາຫານ ແລະ ພວກມັນຈະໃກ້ຊິດກັບຄົນ.ໃນຂະນະດຽວກັນ,ນອກຈາກຈະໄດ້ເຫັນນົກປີກແດງບິນອ້ອມແມ່ນ້ຳດາກວນຢູ່ເຂດ ຫວນສີຈ່າວ,ຍັງໄດ້ຊົມທິວທັດທີ່ສວຍງາມຂອງນົກຍາງໂທນ ແລະ ນົກນາງນວນປາກແດງ.
ສວນສາທາລະນະ ຈ້ວນທຳ
ສວນສາທາລະນະ ຈ້ວນທຳ ບໍ່ໃຫຍ່,ມັນເປັນສະຖານທີ່ງຽບສະຫງົບສໍາລັບການເບິ່ງນົກ ນາງນວນປາກແດງ ແລະລ້ຽງ ນົກນາງນວນປາກແດງໃນເມືອງ.ເນື່ອງຈາກວ່າສວນສາທາລະນະຢູ່ໃກ້ກັບແມ່ນໍ້າ ດາກວນ ແລະ ມີສະພາບແວດລ້ອມທີ່ສວຍງາມ,ນາງນວນປາກແດງຈໍານວນຫຼາຍໄດ້ຖືກດຶງດູດໃຫ້ບິນຢູ່ທີ່ນີ້ໃນລະດູຫນາວທຸກໆປີເພື່ອດໍາລົງຊີວິດແລະຫາກິນ.
ນອກຈາກສະຖານທີ່ຊົມເບິ່ງນາງນວນປາກແດງດັ່ງກ່າວ,ຍັງມີສະຖານທີ່ລ້ຽງນົກນາງນວນປາກແດງຫຼາຍກວ່າ 60 ແຫ່ງເຊັ່ນ:ແມ່ນ້ຳຊວນຟາງ, ບ້ານຊົນເຜົ່າຢຸນນານ,ເຂດ ສາງໄຫ,ເມືອງບູຮານກວາຕຸ່ນ,ເຂດ ຝູໄຫ,ແມ່ນ້ຳດາກວນ,ສາມາດຊົມ ແລະ ລ້ຽງນົກນາງນວນປາກແດງໄດ້.
又是一年观鸥季,天气渐冷,红嘴鸥陆续从西伯利亚飞来,共赴春城之约。
据统计,截至10月24日,昆明红嘴鸥的数量已超4000只,这也意味着一年一度的观鸥季已经开启。
海埂大坝
海埂大坝长约3公里,场地宽敞视线好,喜欢在这里看鸥、喂鸥的除了昆明市民,还有很多慕名远道而来的外地游客,人们沉浸在人鸥和谐的氛围中。这里的红嘴鸥数量很多,还一点也不怕人,和大家互动特别好,是非常适宜的打卡点。
海埂公园
海埂公园坐落于“高原明珠”滇池湖畔,碧波浩瀚、长堤环绕、绿草如茵,这里也成为红嘴鸥在昆明的重要聚集地之一,每年冬天,前往海埂公园观鸥喂鸥的人群络绎不绝。
滇池游船
每年冬季,滇池成为红嘴鸥释放天性、回归自然的最好去处。红嘴鸥喜欢追逐航行的游船,乘坐在滇池游船上,在欣赏滇池湖光山色的同时,还可以欣赏红嘴鸥翱翔的曼妙身姿,十分惬意。
晋宁环湖公路
于2018年建成通车的环湖公路全长10余公里,双向4车道的景观路,还有骑行道和慢行步道,可以任意驻足观鸥、拍摄滨水景观。许多人会专程驾车来到这里观光,这条路因此被称为“最美环湖公路”。
翠湖公园
翠湖公园每年都会迎来一大批红嘴鸥“做客”,它们在翠湖玩水嬉戏,觅食抢饵,给翠湖增添了不少乐趣。
大观公园
大观公园是昆明市区冬季赏鸥的最佳观测点之一,三潭映月、水月寮长桥停满了众多洁白的红嘴鸥,让大观楼多了一些灵动,它们在公园内自由地飞翔,湖里、岸上、路上都呈现出一幅海鸥与人的和谐场面。
环西桥
位于昆明市中心的观鸥打卡点,除了翠湖,环西桥也是个很不错的地方。
在环西桥的大观河上,成群结队的红嘴鸥,时而落在水面上、栏杆上,时而又飞起来,尤其是有人投喂时,就鸣叫不停,还飞到游人面前抢食,跟人特别亲近。而且,在环西桥除了能看到红嘴鸥围绕着大观河面旋飞,还能看到白鹭和红嘴鸥同处的美景。
篆塘公园
篆塘公园不大,是喧闹的城市中一块宁静的赏鸥喂鸥乐土,由于公园紧邻大观河,环境优美,每年冬天都会吸引不少红嘴鸥飞临此地,栖息觅食。
除了上述观鸥打卡点,船房河、云南民族村、草海、官渡古镇、福海、大观河等红嘴鸥的60多个觅食点,也可以观鸥、喂鸥。
ກອງໜ້າຂອງນົກນາງນວນປາກແດງຫາກິນຢູ່ແຄມຝັ່ງ ພົນລະເມືອງ ແລະ ນັກທ່ອງທ່ຽວມາຕ້ອນຮັບ
ສະບາຍດີ2022-10-17
"ໂລກຂອງສັດ" ຢູ່ເທິງປາຍນິ້ວມື
ສະບາຍດີ2022-10-10
ການທ່ອງທ່ຽວໃນສີ່ລະດູ · ແສງສະຫວ່າງຂອງແຂວງຢູນນານ|ແສງໄຟຟ້າໃນເມືອງ
ສະບາຍດີ2022-10-08
ສາມເສັ້ນທາງໃນແຂວງຢຸນນານໄດ້ຮັບການຄັດເລືອກເປັນເສັ້ນທາງທ່ອງທ່ຽວແຫ່ງຊາດ
ສະບາຍດີ2022-09-28
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
10/31
15:46
— ແບ່ງປັນ —