ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ນັບແຕ່ໄດ້ເປີດດຳເນີນທາງລົດໄຟຈີນ-ລາວເປັນຕົ້ນມາ,ປະລິມານການຂົນສົ່ງສິນຄ້າແມ່ນເພີ່ມຂຶ້ນໃນແຕ່ລະເດືອນ,ນັບມາຮອດວັນທີ 7 ພະຈິກນີ້,ການຂົນສົ່ງສິນຄ້າສະສົມໄດ້ບັນລຸເກີນ 10 ລ້ານໂຕນ.
ມາຮອດປະຈຸບັນນີ້,25 ແຂວງ ແລະ ນະຄອນຂອງປະເທດຈີນໄດ້ດຳເນີນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນຢູ່ທາງລົດໄຟຈີນ-ລາວຢ່າງຕໍ່ເນື່ອງ.ຈາກໄລຍະເປີດນໍາໃຊ້ໃນເບື້ອງຕົ້ນ,ສະເລ່ຍມື້ລະ 1 ຄູ່ ເພີ່ມຂຶ້ນເປັນ 6 ຄູ່/ມື້,ຄວາມສາມາດໃນການຂົນສົ່ງຂ້າມຊາຍແດນໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ.ພ້ອມກັນນັ້ນ,ຈະດຳເນີນການເຄື່ອນໄຫວ “ລົດໄຟຂົນສົ່ງສິນຄ້າສາກົນ-ເສັ້ນທາງລົດໄຟດ່ວນລ້ານຊ້າງ-ແມ່ນໍ້າຂອງ”ເປັນປະຈຳ,ຂະບວນຄັ້ງນີ້ມີຄຸນລັກສະນະຂອງການຂົນສົ່ງທີ່ໄວ ແລະ ສາມາດຄວບຄຸມເວລາມາຮອດໄດ້,ນັບແຕ່ເປີດດຳເນີນເປັນຕົ້ນມາ,ໄດ້ຮັບຄວາມນິຍົມ ແລະ ໄດ້ຮັບການຄັດເລືອກຈາກວິສາຫະກິດຂ້າມຊາຍແດນຫຼາຍແຫ່ງ,ການຂົນສົ່ງສິນຄ້າໄດ້ກວມເອົາ ລາວ,ໄທ,ມຽນມາ,ມາເລເຊຍ,ກຳປູເຈຍ,ສິງກະໂປ ແລະ ປະເທດອື່ນໆ,ປະເພດສິນຄ້າຂົນສົ່ງໄດ້ຂະຫຍາຍຈາກ 100 ກວ່າປະເພດຝຸ່ນ ແລະ ສັບພະສິນຄ້າໃນໄລຍະເບື້ອງຕົ້ນເປັນ 1,200 ກວ່າປະເພດເຊັ່ນ:ເຄື່ອງເອເລັກໂຕຼນິກ,ພະລັງງານແສງແດດ,ໝາກໄມ້ລະບົບຕ່ອງໂສ້ເຢັນ ແລະ ມູນຄ່າການຂົນສົ່ງຂ້າມແດນໄດ້ເກີນ 12 ຕື້ຢວນ.
ນັບແຕ່ໄດ້ເປີດດຳເນີນທາງລົດໄຟຈີນ-ລາວມາ,ພາກສ່ວນທາງລົດໄຟໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮູ້ຮູບແບບໃໝ່ຂອງການຂົນສົ່ງທາງລົດໄຟສາກົນເຊັ່ນ "ເສັ້ນທາງລົດໄຟດ່ວນລ້ານຊ້າງ-ແມ່ນໍ້າຂອງ+ອີຄອມເມີຊຂ້າມຊາຍແດນ", "ທາງລົດໄຟຈີນ-ລາວ+ທາງລົດໄຟຈີນ-ເອີຣົບ"ແລະອື່ນໆ,ເພີ່ມທະວີການສົ່ງເສີມອິດທິພົນແລະຄວາມສາມາດໃນການຂົນສົ່ງສິນຄ້າຂ້າມຊາຍແດນຂອງເສັ້ນທາງລົດໄຟຈີນ-ລາວ,ເຮັດໃຫ້ວິສາຫະກິດຫຼາຍແຫ່ງໄດ້ຮັບໂອກາດ ແລະ ຜົນປະໂຫຍດທີ່ນຳມາໂດຍທາງລົດໄຟຈີນ-ລາວ.ມາຮອດປະຈຸບັນນີ້,ລົດໄຟຂົນສົ່ງສິນຄ້າສາກົນໄດ້ດຳເນີນ 37 ຄັນຂອງ"ເສັ້ນທາງລົດໄຟດ່ວນລ້ານຊ້າງ-ແມ່ນໍ້າຂອງ+ອີຄອມເມີຊຂ້າມຊາຍແດນ",ມູນຄ່າເກີນ 200 ລ້ານຢວນ ,ປະຈຸບັນນີ້,ສະຖານີລົດໄຟທີ່ບໍ່ມີຮາງຢູ່ເຂດປອດພາສີຮອບດ້ານໄດ້ສ້າງສຳເລັດ ແລະ ນຳໃຊ້ແລ້ວ.ປັດຈຸບັນີິ້,ສະຖານີຂົນສົ່ງສິນຄ້າທັງໝົດຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ຖືກນຳໃຊ້,ທາງລົດໄຟຈີນ-ລາວ ໄດ້ບັນລຸການເຊື່ອມຈອດກັບແລວທາງບົກ-ທະເລຕາເວັນຕົກໃໝ່ ແລະ ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບ.
中老铁路自开通以来,货物运输量逐月攀升,截至11月7日,累计运输货物突破1000万吨。
截至目前,国内已有25个省市先后开行了中老铁路跨境货运列车,从开通初期日均开行1对发展现在日均6对,跨境运输能力不断提升。同时,常态化开行“客车化”国际货物列车—“澜湄快线”,该趟列车具有运输速度快、到货时间可控等特点,自开行以来受到许多跨境企业的青睐和选择,货物运输已覆盖老挝、泰国、缅甸、马来西亚、柬埔寨、新加坡等国家和地区,运输货物的品类从开通初期的化肥、百货等100多种扩展到电子、光伏、冷链水果等1200多种,跨境运输货值突破120多亿元。
中老铁路开通以来,铁路部门深入探索和实现“澜湄快线+跨境电商”“中老铁路+中欧班列”等铁路国际运输新模式,增强了中老铁路辐射效应和跨境货运能力,让更多企业享受中老铁路带来的机遇和红利。截至目前“澜湄快线+跨境电商”国际货物列车开行37列,货值超2亿元,现综保区内铁路无轨站已建成投入使用。当前中老铁路全线货运站已全部启用,中老铁路与西部陆海新通道、中欧班列等实现无缝链接。(云南网 记者胡晓蓉 何思远)
ເຂດການຮ່ວມມືບໍ່ຫານ-ບໍ່ເຕັນໄດ້ຮັບເລືອກເປັນເຂດສາທິດແຫ່ງຊາດ
ສະບາຍດີ2022-11-09
ຂ່າວດີ!ຕະຫຼາດຊາຍແດນດ່ານບໍ່ຫານຈະເປີດດຳເນີນ
ສະບາຍດີ2022-11-08
ໂຄງການພັນທະມິດອີຄອມເມີຊຂ້າມຊາຍແດນ "ຜະລິດຕະພັນຂອງແຂວງຢຸນນານອອກຈາກຢຸນນານ" ເປີດຕົວຢູ່ນະຄອນຄຸນໝິງ
ສະບາຍດີ2022-11-08
29 ເຂດທິວທັດຂອງແຂວງຢຸນນານໄດ້ຮັບການຢືນຢັນວ່າເປັນລະດັບ 4A ແຫ່ງຊາດ
ສະບາຍດີ2022-11-08
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
11/11
17:29
— ແບ່ງປັນ —