ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 3 ພະຈິກນີ້,8 ພາກສ່ວນລວມທັງກະຊວງການຄ້າ,ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ,ກະຊວງການເງິນ,ທະນາຄານປະຊາຊົນຈີນ,ກົມໃຫຍ່ພາສີ,ກົມໃຫຍ່ຄຸ້ມຄອງຕະຫຼາດ,ກົມຄຸ້ມຄອງເງິນຕາຕ່າງປະເທດ ແລະ ກົມຄຸ້ມຄອງຢາໄດ້ຕົກລົງເພີ່ມເຂດສາທິດນະວັດຕະກຳການສົ່ງເສີມການນຳເຂົ້າແຫ່ງຊາດ 29 ແຫ່ງໃນທົ່ວປະເທດ.ໃນນັ້ນ,ເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງສປປຈີນ ແລະ ສປປລາວເຊິ່ງເປັນເຂດສາທິດທີ່ເລືອກເອົາພຽງແຫ່ງດຽວໃນແຂວງຢຸນນານ.
ການຂະຫຍາຍການນຳເຂົ້າຢ່າງຕັ້ງໜ້າແມ່ນພາກສ່ວນໜຶ່ງທີ່ສຳຄັນໃນການຊຸກຍູ້ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນ.ເຂດສາທິດທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ຈະດຳເນີນໄປຈາກການເປີດປະຕູສູ່ພາຍນອກທີ່ຕົວຈິງຂອງພາກພື້ນຂອງຕົນ,ພ້ອມທັງເສີມຂະຫຍາຍສອງໜ້າທີ່ຊຸກຍູ້ການຄ້າ ແລະ ນະວັດຕະກຳການຄ້າ.ສຸມໃສ່ການເພີ່ມປະສິດທິພາບສະພາບແວດລ້ອມທຸລະກິດ,ປະຕິບັດ 4 ບົດບາດຂອງການສົ່ງເສີມການນຳເຂົ້າ,ການບໍລິການໃຫ້ອຸດສາຫະກໍາ,ການບໍລິໂພກເພີ່ມຂຶ້ນ ແລະ ນຳພາໂດຍການສາທິດ.
11月3日,商务部、国家发展改革委、财政部、人民银行、海关总署、市场监管总局、外汇局、药监局等8部门决定,在全国增设29个国家进口贸易促进创新示范区。其中,中国老挝磨憨—磨丁经济合作区位列其中,是此次云南省唯一入选的示范区。
主动扩大进口,是中国推进高水平对外开放的重要内容。据悉,新设立的示范区将从各自地区开放实际出发,切实强化贸易促进和贸易创新两大功能,着力优化营商环境,发挥促进进口、服务产业、提升消费、示范引领四大作用。(云南网 记者韩成圆)
ໂຄງການພັນທະມິດອີຄອມເມີຊຂ້າມຊາຍແດນ "ຜະລິດຕະພັນຂອງແຂວງຢຸນນານອອກຈາກຢຸນນານ" ເປີດຕົວຢູ່ນະຄອນຄຸນໝິງ
ສະບາຍດີ2022-11-08
29 ເຂດທິວທັດຂອງແຂວງຢຸນນານໄດ້ຮັບການຢືນຢັນວ່າເປັນລະດັບ 4A ແຫ່ງຊາດ
ສະບາຍດີ2022-11-08
ທາງລົດໄຟຈີນ-ລາວໄດ້ເປີດດຳເນີນມາເປັນເວລາ 11 ເດືອນ ແລະ ຂົນສົ່ງສິນຄ້າໄດ້ 9,86 ລ້ານໂຕນ
ສະບາຍດີ2022-11-07
ສູ້ຊົນຊຸກຍູ້"ສີ່ເຂດ"ມີການປະສານສົມທົບ ແລະ ພັດທະນາທີ່ມີຄຸນນະພາບສູງ
ສະບາຍດີ2022-11-07
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
11/09
17:33
— ແບ່ງປັນ —