ໂຄງການພັນທະມິດອີຄອມເມີຊຂ້າມຊາຍແດນ "ຜະລິດຕະພັນຂອງແຂວງຢຸນນານອອກຈາກຢຸນນານ" ເປີດຕົວຢູ່ນະຄອນຄຸນໝິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 5 ພະຈິກນີ້,ໂຄງການລະບົບນິເວດດິຈິຕອລພັນທະມິດອີຄອມເມີຊຂ້າມຊາຍແດນທີ່"ໜຶ່ງແລວທາງໜຶ່ງເສັ້ນທາງ"ແຫ່ງທຳອິດຂອງແຂວງຢູນນານໄດ້ເລີ່ມດຳເນີນຢູ່ນະຄອນຄຸນໝິງ.

ຜູ້ຮັບຜິດຊອບໂຄງການດັ່ງກ່າວໄດ້ແນະນໍາວ່າ,ດ້ວຍການພັດທະນາຢ່າງແຂງແຮງຂອງການຄ້າມິດອີຄອມເມີຊຂ້າມຊາຍແດນໃນອາຊີຕາເວັນອອກສຽງໃຕ້,ໄດ້ສ້າງໂອກາດພັດທະນາໃຫ້ແກ່ວິສາຫະກິດຈີນ ແລະ ປະເທດອາຊີຕາເວັນອອກສຽງໃຕ້ນັບມື້ນັບຫຼາຍຂຶ້ນ.ບໍ່ພຽງແຕ່ຊຸກຍູ້ການແລກປ່ຽນທຸລະກິດເທົ່ານັ້ນ,ແຕ່ຍັງຊຸກຍູ້ການພັດທະນາຢ່າງແຂງແຮງຂອງຕ່ອງໂສ້ອຸດສາຫະກໍາທີ່ກ່ຽວຂ້ອງໃນອາຊີຕາເວັນອອກສຽງໃຕ້,ນອກຈາກນີ້ຍັງໄດ້ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການຮຽນຮູ້ເຊິ່ງກັນແລະກັນລະຫວ່າງຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້.ໂຄງການລະບົບນິເວດດິຈິຕອລພັນທະມິດອີຄອມເມີຊຂ້າມຊາຍແດນທີ່"ໜຶ່ງແລວທາງໜຶ່ງເສັ້ນທາງ"ໄດ້ເລີ່ມດຳເນີນເພື່ອສະຫນອງເວທີການແລກປ່ຽນທີ່ສະດວກສະບາຍສໍາລັບການເຊື່ອມຕໍ່ລະຫວ່າງການຄ້າມິດອີຄອມເມີຊຂ້າມຊາຍແດນ ແລະ ຜົນປະໂຫຍດເຊິ່ງກັນແລະກັນໃນບັນດາປະເທດອາຊີຕາເວັນອອກສຽງໃຕ້.

ພັນທະມິດການຄ້າອີຄອມເມີຊຂ້າມຊາຍແດນ "ຜະລິດຕະພັນຂອງແຂວງຢຸນນານອອກຈາກຢຸນນານ" ໄດ້ສ້າງເວທີການຄຸ້ມຄອງ ອີຄອມເມີຊຂ້າມຊາຍແດນແບບອັດຕະໂນມັດ.ນຳໃຊ້"ລະບົບດຽວ" ເພື່ອຄັດເລືອກເອົາຜະລິດຕະພັນ,ສະຫນອງຜະລິດຕະພັນ,ການຂາຍ,ການຈັດຊື້,ການຂົນສົ່ງ,ການຊໍາລະ ແລະ ສະຖິຕິຂໍ້ມູນການດໍາເນີນງານການເຊື່ອມຕໍ່ຢ່າງເຕັມທີ່,ໄດ້ຮັບຮູ້ຄວາມເປັນໄປໄດ້ຂອງການຝຶກອົບຮົມວິທະຍາໄລວິຊາຊີບ,ສ້າງທຸລະກິດ ແລະ ເຮັດວຽກທຳງານຂອງປະຊາຊົນທົ່ວໄປ.ປັດຈຸບັນ,ໂຄງການດັ່ງກ່າວໄດ້ຖືກນຳໃຊ້ຢູ່ 6 ປະເທດໃນອາຊີຕາເວັນອອກສ່ຽງໃຕ້ເພື່ອສ້າງຮ້ານຄ້າ ມິດອີຄອມເມີຊຂ້າມຊາຍແດນ 100,000 ຮ້ານ,ສິນຄ້ານັບສິບພັນລາຍການສາມາດຂຶ້ນທະບຽນໄດ້,ສ້າງເງື່ອນໄຂຄວາມສະດວກໃຫ້ວິສາຫະກິດຢູນນານພັດທະນາຢ່າງວ່ອງໄວ "ເປີດປະຕູສູ່ພາຍອອກ" ແລະ ສ້າງທຸລະກິດ ແລະ ເຮັດວຽກທຳງານຂອງນັກສຶກສາຈົບມະຫາວິທະຍາໄລ.

昆明信息港讯 (昆明日报 记者孙潇)11月5日,一带一路·跨境电商联盟数字化生态项目——首届云南站“云品出滇”跨境电商联盟在昆启动。

项目相关负责人介绍,随着跨境电商在东南亚地区的蓬勃发展,为中国及东南亚各国企业提供越来越多的发展机遇,不仅促进商贸往来,也带动东南亚地区相关产业链的蓬勃发展,更促进了中国与东南亚各国的文化交流与互鉴。一带一路·跨境电商联盟启动该项目,旨在为东南亚各国跨境电商互联互通、互惠互利提供便捷流通平台。

“云品出滇”跨境电商联盟已搭建自动化跨境电商管理平台,“一站式”解决选品、上品、销售、采购、物流、支付、数据统计全链路操作,实现职业院校实训和普通百姓创业就业的可能性。目前,项目已在东南亚6国进行部署,搭建10万个跨境电商店铺,可上架数万种类商品,为云南企业“走出去”高速发展和高校毕业生创业、就业创造良好条件。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

11/08

17:29

ແບ່ງປັນ

ແປ
翻译