ແມ່ນ້ຳລ້ານຊ້າງ ແລະ ແມ່ນ້ຳຂອງພື້ນຟູການຂົນສົ່ງສິນຄ້າ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄໍາປະເສີດ)ຕອນທ່ຽງວັນທີ 17 ກັນຍານີ້,ເຮືອ"ຈິດຈີກ ເລກ 8"ທີ່ບັນທຸກມັນຝະລັ່ງ 226 ໂຕນໄດ້ເດີນທາງຈາກທ່າເຮືອ ກວດເລີກຂອງຈີນໄປປະເທດໄທ.ເສັ້ນທາງນ້ຳສາກົນລ້ານຊ້າງ ແລະ ແມ່ນ້ຳຂອງທີ່ຖືກໂຈະເປັນເວລາຫຼາຍກວ່າ 2 ປີ ແລະ 4 ເດືອນໄດ້ເລີ່ມການຂົນສົ່ງສິນຄ້າຄືນໃໝ່.

1173876_2048x2048

ໃນປີ 2020,ຍ້ອນວ່າການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19,ເສັ້ນທາງນ້ຳລ້ານຊ້າງ ແລະ ແມ່ນ້ຳຂອງຈຶ່ງໄດ້ຢຸດການຊົ່ວຄາວໃນວັນທີ 1 ເມສານີ້.

ຕາມຂ່າວແຈ້ງວ່າ,ທ່າເຮືອ ກວດເລີກ ເຄີຍເປັນທ່າເຮືອພາຍໃຕ້ອຳນາດການປົກຄອງຂອງທ່າເຮືອແຫ່ງຊາດ ຈິ້ງຫົງ,ວັນທີ 24 ມິຖຸນາ 2020,ໄດ້ຍົກລະດັບເປັນທ່າກຳປັ່ນແຫ່ງຊາດໂດຍໄດ້ຮັບການອະນຸມັດຈາກສະພາແຫ່ງລັດ.ເພື່ອໃຫ້ທ່າເຮືອສາມາດດຳເນີນການຂົນສົ່ງສິນຄ້າໄດ້ເປັນປົກກະຕິ,ບັນດາພາກສ່ວນທຸກຂັ້ນໄດ້ດຳເນີນການສຳຫຼວດ,ຢ້ຽມຢາມ ແລະ ຈັດຕັ້ງເປັນຈຳນວນຫຼວງຫຼາຍໃນຂະນະທີ່ປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດລະບາດໄດ້ດີ.ຄະນະຟື້ນຟູທຸລະກິດຂົນສົ່ງສິນຄ້າຜ່ານດ່ານຊາຍແດນໃຫ້ຄວາມເປັນລະບຽບຂອງທ່າເຮືອ (ຊ່ອງທາງ)ຂອງແຂວງຢຸນນານໄດ້ອອກເອກະສານ,ເຫັນດີໃຫ້ເຂດປົກຄອງຕົນເອງ ສິບສອງພັນນາ ຟື້ນຄືນການດຳເນີນທຸລະກິດດ້ານການຜ່ານດ່ານ ແລະ ຂົນສົ່ງສິນຄ້າຢູ່ທ່າເຮືອ ກວດເລີກ ຢ່າງເປັນລະບຽບຮຽບຮ້ອຍ ບົນພື້ນຖານການປະຕິບັດຫຼັກການ“ບໍ່ນຳເຂົ້າ,ບໍ່ຕິດເຊື້ອ,ບໍ່ຕ່າວຄືນ”.

ມີລາຍງານວ່າ ທ່າເຮືອ ກວດເລີກ ຈະປະຕິບັດຕາມມາດຕະການ "ການແບ່ງແຍກຄົນແລະສິນຄ້າ,ການຂົນສົ່ງແບບແບ່ງແຍກ ແລະ ການຄຸ້ມຄອງປິດ" ຢ່າງເຂັ້ມງວດ.ຈັດຕັ້ງປະຕິບັດວຽກງານປ້ອງກັນແລະຄວບຄຸມພະຍາດຢູ່ທ່າເຮືອ,ຮັບປະກັນການດໍາເນີນງານທີ່ປອດໄພຂອງທ່າເຮືອ ແລະ ຄວາມສ່ຽງທີ່ສາມາດຄວບຄຸມໄດ້.


9月17日中午,装运着226吨土豆的“紫金8号”货船,由中国关累港启航驶往泰国,标志着停航2年零4个多月的澜沧江·湄公河国际水运航道恢复货物运输。

1173876_2048x2048

2020年由于新冠肺炎疫情防控原因,澜沧江·湄公河航道于4月1日暂时停运。

据介绍,关累港过去属于景洪港国家级口岸管辖的航运码头,2020年6月24日经国务院批准升格为国家级口岸。为使口岸能够恢复正常货运作业,各级各部门在抓好疫情防控的同时,进行了大量的实地踏勘、走访和安排部署。云南省有序恢复口岸(通道)通关货运业务工作领导小组发文,同意西双版纳州在全面落实“不输入、不外传、不反弹”底线基础上,有序恢复关累港口岸通关货运业务。

据悉,关累港将严格按照“人货分离、分段运输、封闭管理”措施,组织落实口岸疫情防控工作,确保做到“外防输入、内防反弹、严防外溢”,港口安全运行、风险可控。(云南日报 记者戴振华) 

[ບັນນາທິການ:ຄໍາປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

09/19

16:35

ແບ່ງປັນ

ແປ
翻译