ມາຈາກ:ສະບາຍດີ
ໃນເວລາທີ່ພາກເໜືອຂອງຈີນກຳລັງທົນກັບລົມໜາວເຢັນ ແລະ ລໍຖ້າສັນຍານຂອງລະດູບານໃໝ່ຢ່າງງຽບໆ,ນະຄອນຄຸນມິງ ເຊິ່ງເອີ້ນວ່າເມືອງແຫ່ງລະດູບານໃໝ່ກໍໄດ້ຖືເອົາສະພາບອາກາດທີ່ເອື້ອອຳນວຍຢ່າງເປັນເອກະລັກ ເພື່ອໃຫ້ດອກຊາກຸລະບານເບີກບານສະຫຼັບກັນໄປມາໃນລະດູໜາວແລະລະດູໃບໄມ້ປົ່ງ,ຖືເປັນພາບບັນຍາກາດອັນໂຣແມນຕິກຂອງ"ດອກໄມ້ບານທົ່ວເມືອງ,ທັດສະນີຍະພາບຂອງທຸກລະດູການ"ທີ່ເຕັມໄປດ້ວຍສະເໜ່.
ປະຈຸບັນ,ດອກຊາກຸລະຂອງລະດູໜາວໃນນະຄອນຄຸນມິງຫຼາຍແຫ່ງໄດ້ເບີກບານຕາມກຳນົດການແລ້ວ,ມີທັງສະຖານທີ່ລັບທີ່ເຊື່ອງໄວ້ໃນເຂດທ່ອງທ່ຽວທີ່ບໍ່ຄ່ອຍເປັນທີ່ຮູ້ຈັກ,ກໍມີທິວທັດງາມໆທີ່ກະຈາຍຢູ່ທົ່ວຖະໜົນແລະຊອຍໃນເມືອງ,ມີທັງວັດເກົ່າແກ່ແລະໂຮງຮຽນທີ່ປະສົມປະສານລະຫວ່າງວັດທະນະທຳດ້ານມະນຸດຕະສາດແລະທຳມະຊາດຢ່າງສົມດຸນ,ຍັງມີທະເລດອກໄມ້ທີ່ກວ້າງໃຫຍ່ໃນພູເຂົາແລະຊົນນະບົດ.
ດອກຊາກຸລະໃນລະດູໜາວທີ່ສວນວາງສະແດງໂລກແຫ່ງພືດພັນໃນເຂດ ພານຫຼົງ ໄດ້ກາຍເປັນບ່ອນຖ່າຍຮູບທີ່ບໍ່ຄ່ອຍມີຄົນຮູ້ຈັກ.
ໃນລະດູໜາວຂອງສວນວາງສະແດງໂລກແຫ່ງພືດພັນ,ຕົ້ນໄມ້ຊາກຸລະລະດູໜາວ 3 ຕົ້ນໄດ້ເບີກບານຕາມກຳນົດເວລາ,ເພີ່ມສີສັນແຫ່ງຄວາມອົບອຸ່ນແລະອ່ອນໂຍນໃຫ້ກັບສວນທີ່ຫງຽບເຫົງາ.ເຖິງວ່າມັນບໍ່ແມ່ນຈຸດເດັ່ນຫຼັກຂອງສວນກໍຕາມ,ແຕ່ດ້ວຍຮູບຮ່າງທີ່ເປັນເອກະລັກກໍໄດ້ກາຍເປັນຈຸດລັບໆອັນໜ້າຄົ້ນຫາສຳລັບການເຊັກອິນທີ່ຮູ້ຈັກສະເພາະວົງໃນ.ໃນປັດຈຸບັນ,ດອກຊາກຸລະໃນລະດູໜາວກຳລັງບານເບີກຢ່າງເຕັມທີ່, ນີ້ແມ່ນໂອກາດດີທີ່ຈະໄດ້ພົບກັບຄວາມໂຣແມນຕິກທີ່ຈຳກັດໃນລະດູໜາວນີ້.
ດອກຊາກຸລະທີ່ໂລແມນຕິກເບີກບານຢູ່ຖະໜົນຫົນທາງຂອງເຂດກວາງຕຸ້ງ
ເມື່ອຍ່າງເລາະຕາມຖະໜົນໃນເຂດກວາງຕຸ້ງ,ດອກຊາກຸລະໃນລະດູໜາວທີ່ສົດໃສສວຍງາມໄດ້ຕັ້ງຕໍ່ກັບສີຟ້າຂອງທ້ອງຟ້າໃນຄຸນມິງ,ສ້າງເປັນພາບ"ດອກຊາກຸລະສະທ້ອນໃນທ້ອງຟ້າ"ທີ່ໜ້າຈັບໃຈ ແລະເຕັມໄປດ້ວຍສະເໜ່.
ໃນເມືອງບູຮານ ກວາງຕຸ້ງ,ຕຶກອາຄານເກົ່າແກ່ກັບດອກຊາກຸລະທີ່ເບີກບານໄດ້ປະສົມກົມກຽວກັນຢ່າງນ່າປະທັບໃຈ;ໃນຊຸມຊົນເຊັນຈິດເຊັນ,ຊາວບ້ານພຽງເປີດປ່ອງຢ້ຽມກໍໄດ້ເຫັນດອກໄມ້ໄດ້;ໃນຊຸມຊົນ ເຊັນຮວຍຢວນ, ໃບສີເຫຼືອງຂອງຕົ້ນໄມ້ກັບດອກຊາກຸລະສີບົວໄດ້ປະກົດຢູ່ໃນພາບດຽວກັນຢ່າງມີຊີວິດຊີວາ;ໃນຊຸມຊົນ ວັນລິວໄຫ,ດອກຊາກຸລະທັງສອງຂ້າງທາງເບີກບານຢ່າງເຕັມທີ່,ຍ່າງເຂົ້າໄປດ້ານໃນນັ້ນຄືດັງກັບກ້າວເຂົ້າໄປໃນອຸໂມງແຫ່ງຄວາມງາມຂອງລະດູບານໃໝ່.
ເມກສີບົວທ່າມກາງວັດບູຮານຢູ່ໜ້າຜາຂອງເຂດ ຊີຊານ
ໃນລະດູໜາວຂອງຄຸນມິງ,ແມ້ແຕ່ສາຍລົມກໍ່ເຕັມໄປດ້ວຍຄວາມອ່ອນໂຍນແລະຫວານນຸ້ມ.ດອກຊາກຸລະໃນລະດູໜາວທີ່ຈຸດຊົມທິວທັດຂອງ ຊີຊານ ໄດ້ເລີ່ມເບີກບານເຕັມທີ່,ເປັນໂອກາດອັນດີເລີດສຳລັບການເບິ່ງຊົມ. ຕາມເສັ້ນທາງຈາກວັດ ໄຕຫົວ ຈົນເຖິງພິພິທະພັນສິລະປະ ໄອວີ,ດອກໄມ້ເຫຼົ່ານີ້ສ້າງເປັນເສັ້ນແລວທາງທີ່ເຕັມໄປດ້ວຍສີບົວອ່ອນໆ. ແສງແດດອ່ອນໆໃນຕອນບ່າຍທະລຸກີບດອກລົງມາ,ສ້າງຮອຍເງົາທີ່ແຕກຕ່າງກັນເທິງພື້ນດິນ,ກາຍເປັນເຕັນແສງອ່ອນໆແບບທຳມະຊາດທີ່ເໝາະກັບນັກຖ່າຍຮູບທຸກຄົນ.
ເຂດເຊີງກົງ 6 ຈຸດທີ່ລໍຖ້າການບານຂອງດອກໄມ້
ປັດຈຸບັນ,ໃນເຂດເຊີງກົງມີຫຼາຍບ່ອນທີ່ດອກໄມ້ຊາກຸລະໃນລະດູໜາວຍັງບໍ່ທັນເຂົ້າສູ່ຊ່ວງເບີກບານເຕັມທີ່,ແຕ່ດອກໄມ້ທີ່ບານອອກເປັນຈຸດໆກໍ່ໄດ້ສ້າງບັນຍາກາດໂລແມນຕິກແບບອ່ອນໂຍນໃນລະດູໜາວແລ້ວ.ສາມາດເກັບຂໍ້ມູນກ່ຽວກັບ 6 ຈຸດເບິ່ງດອກໄມ້ເຫຼົ່ານີ້ໄວ້ກ່ອນ,ແລະລໍຖ້າເວລາທີ່ດອກໄມ້ຈະບານເຕັມທີ່ດັ່ງຜ້າຜືນງາມ.
ສວນ ສ່ວນຢົງ:ສະຖານທີ່ຖ່າຍຮູບຍອດນິຍົມແຫ່ງໃໝ່,ພາຍໃນສວນມີຕົ້ນໄມ້ຊາກຸລະຕົ້ນໜຶ່ງ,ເມື່ອແສງແດດອ່ອນໆທະລຸກິ່ງດອກລົງມາ,ສ້າງເງົາສະທ້ອນທີ່ແຕກຕ່າງກັນເທິງພື້ນ,ຖ່າຍຮູບແບບບໍ່ຕ້ອງຕັ້ງໃຈກໍ່ໄດ້ຮູບງາມໆເປັນແບບມືອາຊີບ.
ຖະໜົນ ຢູນນານປາຍເຢົ້າ:ຕົ້ນໄມ້ຊາກຸລະທັງສອງຟາກຂອງຖະໜົນໄດ້ຍາວຢຽດອອກໄປຢ່າງສະບາຍຕາ,ເລີ່ມສະແດງເຖິງບັນຍາກາດໂລແມນຕິກແບບຂ້າງເທິງທີ່ກ່າວໄວ້.ເມື່ອສາຍລົມອ່ອນໆພັດຜ່ານ,ກີບດອກໄມ້ຕົກລົງມາດັ່ງຫິມະທີ່ລ່ອງລອຍໃນອາກາດ,ການຍ່າງເລາະໄປມາຕາມບັນຍາກາດແບບນີ້,ທຸກມຸມຄວນຄ່າແກ່ການບັນທຶກເກັບຄວາມງາມໄວ້ເປັນທີ່ລະນຶກ.
ມະຫາວິທະຍາໄລ ຢູນນານ ເຂດເຊີງກົງ:ດອກໄມ້ຊາກຸລະໃນເຂດໂຮງຮຽນກັບອາຄານການສຶກສາແລະຫໍສະໝຸດທີ່ເຕັມໄປດ້ວຍກິ່ນອາຍວັດທະນະທຳມະນຸດສາດໄດ້ປະສົມປະສານກັນໄດ້ສວຍງາມ,ນັກສຶກສາຍ່າງໄປມາທ່າມກາງບັນຍາກາດນີ້,ບາງຄົນກໍ່ໂອ້ລົມຢອກຫຼີ້ນກັນແບບສະບາຍໆ,ບາງຄົນກໍ່ຢຸດຊົມດອກໄມ້,ເຮັດໃຫ້ບັນຍາກາດການທ່ຽວຊົມເບິ່ງດອກໄມ້ນີ້ເຕັມໄປດ້ວຍກີ່ນອາຍຂອງພະລັງແຫ່ງຊີວິດ.
ຊຸມຊົນ ຢູ້ຫົວ:ເຮືອນຊານທີ່ມີກຳແພງຂາວແລະກະເບື້ອງດຳປະກອບກັບເງົາດອກໄມ້ທີ່ກະຈາຍອອກເປັນຈຸດໆ,ສ້າງເປັນພາບບ້ານເມືອງທີ່ງຽບສະຫງົບແລະງົດງາມດັ່ງຮູບແຕ້ມ.ນອກຈາກການເບິ່ງດອກຊາກຸລະແລ້ວ,ຍັງສາມາດດູດດື່ມກັບຄວາມງຽບສະຫງົບແລະສະຫງົບສຸກຂອງຊົນນະບົດໄດ້ແບບເຕັມທີ່.
ຖະໜົນ ຊຸນໂຣງຊີ:ທັງສອງຟາກຂອງຖະໜົນ,ເຕັມໄປດ້ວຍດອກຊາກຸລະທີ່ເບີກບານດັ່ງຖືກປົກຄຸມດ້ວຍເມກສີບົວອ່ອນໆ.ກຸ່ມດອກໄມ້ຊາກຸລະໃນລະດູໜາວເປັນດັ່ງສາຍໂບສີບົວທີ່ພິ້ວໄຫວ,ເຮັດໃຫ້ບ້ານ ຊີບູຊາງ ກາຍເປັນໂລກນິທານໃນເທບນິຍາຍ.ບໍລິເວນໃກ້ໆກັນກໍ່ມີອາຫານປະຈຳເຂດຫຼາຍຊະນິດ,ຫຼັງຈາກເບິ່ງດອກໄມ້ແລ້ວກໍ່ສາມາດລອງຊີມອາຫານທີ່ແຊບຊອຍໄດ້.
ຖະໜົນອີ້ຄາງໃຕ້ (ຂ້າງສວນມູ້ຊຸນ):ທັງສອງຂ້າງທາງ ອີ້ຄາງໃຕ້,ດອກຊາກຸລະເບີກບານສົດໃສປະສານກັນຢ່າງສວຍງາມລຽນໄປເປັນກຸ່ມໆ,ກາຍເປັນຫຼ້າດອກໄມ້ແບບໂຣແມນຕິກທີ່ຄືກັບຫຼັງຄາໂດມດອກໄມ້ອັນງົດງາມ.
当北方还在寒风中静待春讯,春城昆明已凭借得天独厚的气候,让樱花冬春两季轮番绽放,勾勒出一幅“全域有花、四季皆景”的浪漫画卷。
如今,昆明多地冬樱花已如期上线,既有藏于景区的小众秘境,也有遍布街巷的城市盛景,既有人文与自然交融的古寺、校园,也有山野乡村的生态花海。
盘龙区 世博园冬樱花成小众打卡点
冬日的世博园,3株冬樱花如期绽放,为清冷园区增添一抹温柔亮色。它们虽非园区主打景观,却以独特风姿成为小众宝藏打卡点。目前,冬樱花正值盛花期,正是邂逅这份冬日限定的好时机。
官渡区 街头樱花浪漫上线
漫步官渡街头,绚烂的冬樱花在“昆明蓝”的映衬下,构成一幅“樱花映碧空”的动人画面。
官渡古镇,古老建筑与簇簇樱花相映成趣;世纪城小区,居民推窗见花;新亚洲体育城星汇园小区,黄色滇朴与粉色樱花同框;湾流海小区,道路两旁的樱花竞相盛放,穿行其中犹如走入春日隧道。
西山区 山崖古寺间的粉色云霞
“昆明的冬天,连风都是甜的。”西山风景区的冬樱已进入最佳观赏期。从太华寺到艾维美术馆沿线,樱花织就粉色长廊。午后阳光穿透花瓣,在地面投下斑驳光影,成为摄影爱好者的“天然柔光棚”。
呈贡区 6处点位静候花开
目前,呈贡多处冬樱花尚未迎来盛花期,但零星开放的花朵已勾勒出冬日浪漫雏形,可先收藏以下6个赏花点位,静待繁花似锦。
双拥公园:新晋网红打卡点,园内有一株樱花树,阳光穿透花枝洒下斑驳光影,随手一拍都是大片。
云南白药街:街道两旁的樱花树绵延舒展,已初现浪漫雏形。微风吹过,花瓣如雪纷飞,漫步其间,每一个角落都适合定格美好。
云南大学呈贡校区:校园的樱花与教学楼、图书馆的人文景致相映成趣,学生们穿梭其间,或嬉笑闲谈、或驻足赏樱,让赏樱之旅更具人文气息。
雨花社区:白墙黛瓦的民居搭配点点花影,勾勒出静谧雅致的乡村画卷。赏樱之余,还能沉浸式感受乡村的宁静祥和。
春融西路(七步场入村口):道路两旁,盛开的樱花如粉色云霞铺展开来。成片的冬樱花宛如一条粉色绸带,将七步场装点成童话世界。周边还有众多特色小吃,赏完樱花可品尝美食。
谊康南路(沐春园旁):谊康南路两旁,盛放的樱花簇拥交织,形成一个个浪漫的花穹顶。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
12/29
09:50
— ແບ່ງປັນ —