ຄຸນມິງຕິດອັນດັບ 10 ຈຸດຫມາຍປາຍທາງຍອດນິຍົມສໍາລັບປີ້ຍົນພາຍໃນປະເທດ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ໂຮງຮຽນໃນທົ່ວປະເທດຈີນໄດ້ເຜີຍແຜ່ພັກຮຽນລະດູໜາວຕາມລຳດັບ,ແລະຄອບຄົວຊຸດທີ 1 ທີ່ມີແຜນຈະເດີນທາງໄປທ່ຽວກ່ອນບຸນກຸດຈີນປີ 2026 ໄດ້ຈອງປີ້ຍົນແລ້ວ.ອີງຕາມຂໍ້ມູນຈາກ Qunar.com,ຄຸນມິງແມ່ນໃນບັນດາສິບປາຍປາຍທາງການບິນພາຍໃນປະເທດທີ່ນິຍົມທີ່ສຸດ.

ຫຼາຍຄອບຄົວເລືອກການເດີນທາງເຄິ່ງທໍາອິດຂອງພັກຮຽນລະດູໜາວ,ຫຼີກເວັ້ນເວລາທີ່ມີນັກທ່ອງທ່ຽວຫຼາຍໃນບຸນກຸດຈີນປີ 2026. ອີງຕາມຂໍ້ມູນຈາກ Qunar.com,ສິບປາຍຈຸດຫມາຍປາຍທາງການບິນພາຍໃນປະເທດຈີນທີ່ນິຍົມຫຼາຍທີ່ສຸດແມ່ນ ຊຽນໄຮ,ປັກກິ່ງ,ສານຢາ,ເຊີງຕູ,ກວາງໂຈວ,ຮາບິນ,ເຊີນເຈີ້ນ,ຊ້າງຊຸນ,ໄຫກອບ,ແລະ ຄຸນມິງ.ຈຸດໝາຍປາຍທາງທີ່ມີການຈອງປີ້ຍົນເພີ່ມຂຶ້ນສູງສຸດເມື່ອທຽບໃສ່ປີກາຍແມ່ນເກືອບຖືກຄອບຄອງໂດຍບັນດາເມືອງທີ່ພັກອາໄສໃນພາກໃຕ້, ຈຳນວນປີ້ຍົນສຳລັບຈຸດໝາຍປາຍທາງ ຈູໄຫ່,ສານຢາ,ຈີ່ຢາງ,ແລະ ສິບສອງພັນນາລ້ວນແຕ່ເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ປີກາຍ. 

ໃນໄລຍະພັກຮຽນລະດູໜາວປີ 2026,ນັກທ່ອງທ່ຽວຫຼາຍກວ່າເກົ່າເລືອກທີ່ຈະພັກອາໄສຢູ່ໃນເຮືອນພັກໃນເມືອງດຽວກັນເປັນເວລາຫຼາຍມື້, ເພື່ອເພີດເພີນກັບການທ່ອງທ່ຽວແບບເລິກເຊິ່ງ.ຈຸດປາຍທາງ 10 ອັນທີ່ມີການເພີ່ມຂຶ້ນການສັ່ງຊື້ການທ່ອງທ່ຽວແບບຢູ່ອາໄສຫຼາຍທີ່ສຸດແມ່ນ ສານຢາ,ສິບສອງພັນນາ,ເປີຍໄຫ,ຕ້າລີ,ກວາງໂຈວ,ຄຸນມິງ,ເຊີງຕູ,ວັນນິງ,ລິງຊຸຍ,ແລະ ຮຸ້ຍໂຈວ.


最近,各地学校寒假时间陆续公布,第一批赶在2026年春节前错峰出游的家庭已订好机票。去哪儿旅行数据显示,昆明市上榜国内机票热门目的地前十。

不少家庭选择避开2026年春节旅游高峰,在寒假前半段错峰出游。去哪儿旅行数据显示,国内机票热门目的地前十为上海、北京、三亚、成都、广州、哈尔滨、深圳、长春、海口和昆明。机票预订同比增幅最高的目的地,则几乎被南方避寒城市包揽,目的地为珠海、三亚、揭阳、西双版纳的机票预订量同比均增长1倍。

2026年寒假,更多游客选择在一个城市的民宿多住几天,享受深度游。旅居订单量增长最多的目的地前十为三亚、西双版纳、北海、大理、广州、昆明、成都、万宁、陵水和惠州。(记者 李思凡)


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

12/23

10:08

ແບ່ງປັນ

ແປ
翻译