ເລື່ອງລາວບັນທຶກຄວາມອົບອຸ່ນ 40 ປີ ລະຫວ່າງຄຸນໝິງ ກັບ ນົກນາງນວນປາກແດງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອລະດູຫນາວມາຮອດອີກເທື່ອຫນຶ່ງ,ນົກນາງນວນປາກແດງປະມານ 40,000 ໂຕບິນວົນວຽນປານໄດ້ນັດໝາຍກັນຢູ່ເທິງທ້ອງຟ້າຂອງສວນສາທາລະນະ ຊຸຍຫູ ແລະ ໜອງ ດຽນຊື່ໃນຄຸນໝິງ.ຄົນຄຸນໝິງໄດ້ເວົ້າດ້ວຍຄວາມຮັກອັນເລິກເຊິ່ງດ້ວຍປະໂຫຍກທີ່ວ່າ"ຍິນດີຕ້ອນຮັບກັບບ້ານ"ເປັນເວລາ 40 ປີ.ການບັງເອີນພົບກັນນີ້ໄດ້ເລີ່ມຕົ້ນໃນປີ 1985,ເຊິ່ງໄດ້ກາຍເປັນນິທານພື້ນເມືອງລະຫວ່າງຄົນກັບນົກນາງນວນທີ່ໂດດເດັ່ນເລື່ອງໜຶ່ງ.ປະຈຸບັນ,ນະຄອນຄຸນໝິງໄດ້ກາຍເປັນເມືອງດຽວໃນປະເທດຈີນທີ່ມີນົກນາງນວນປາກແດງມາຢູ່ອາໄສເປັນປະຈຳ,ເປັນໄລຍະເວລາຍາວນານ ແລະ ເປັນຈຳນວນຫຼາຍ, "ການແຊວຫຼີ້ນກັນຂອງຄົນ ແລະ ນົກນາງນວນ"ໄດ້ກາຍເປັນສັນຍາລັກວິຖີແຫ່ງການຢູ່ຮ່ວມກັນທີ່ຊື້ງໃຈທີ່ສຸດຂອງເມືອງນີ້.

1

ຍ້ອນກັບໄປສູ່ວັນເວລາຂອງລະດູໜາວປີ 1985,ນົກນາງນວນປາກແດງນັບພັນໂຕໄດ້ບິນສູ່ແມ່ນ້ຳ ພານຫຼົງ ຂອງນະຄອນຄຸນໝິງເປັນຄັ້ງທຳອິດ.ໃນເວລານັ້ນ,ໜອງດຽນຊື່ໄດ້ຕົກຢູ່ໃນຄວາມຫຍຸ້ງຍາກເນື່ອງຈາກການປົນເປື້ອນ,ຍ້ອນອາຫານທີ່ຫຼຸດລົງຢ່າງກະທັນຫັນເຮັດໃຫ້ພວກມັນຈຳຕ້ອງເຂົ້າເມືອງເພື່ອຊອກຫາອາຫານ.ການລະມັດລະວັງຕົວແລະການລອງຄົ້ນຫາໃນເບື້ອງຕົ້ນໄດ້ຄ່ອຍໆລະລາຍໄປ,ພາຍໃຕ້ການໃຫ້ອາຫານດ້ວຍຄວາມມີເມດຕາຕາມສັນຊາດຕະຍານຂອງຊາວເມືອງ,ນົກນາງນວນປາກແດງຈຶ່ງໄດ້ກະຈາຍອອກໄປເຖິງສວນສາທາລະນະ ຊຸຍຫູ ແລະ ເຂດໜອງນ້ຳໃນເມືອງອື່ນໆຢ່າງໄວວາ,ຈຸດເລີ່ມຕົ້ນຂອງຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງຄົນ ແລະ ນົກກໍໄດ້ຖືກຈຸດປະການຂຶ້ນຕັ່ງແຕ່ນີ້ມາ.

2

ຄວາມເມດຕາຂອງພົນລະເມືອງໄດ້ເພີ່ມຂຶ້ນຢ່າງໄວວາແລະໄດ້ກາຍເປັນລະບຽບການອະນຸລັກຂອງເມືອງ.ໃນເດືອນຕຸລາ ປີ1985 ອົງການປົກຄອງນະຄອນຄຸນໝິງໄດ້ອອກແຈ້ງການການອະນຸລັກຢ່າງເປັນທາງການ,ໃນປີ1986 ໄດ້ມີການໃຊ້ງົບປະມານການອະນຸລັກພິເສດງວດທຳອິດຈຳນວນ30,000ຢວນ ເພື່ອອະນຸລັກນົກນາງນວນປາກແດງ,ຄຸນໝິງຈຶ່ງກາຍເປັນໜຶ່ງໃນເມືອງທີ່ຫ້າມຈູດດອກໄມ້ໄຟຂອງປະເທດຈີນ,ເຊິ່ງໃນຊ່ວງການແຜ່ລະບາດຂອງໂລກລະບາດກໍ່ຍັງຮັກສາການໃຫ້ອາຫານແລະການອະນຸລັກຢ່າງຕໍ່ເນື່ອງ.ໃນປີ 2023 "ກົດລະບຽບວັດທະນະທຳໃນການຊົມນົກນາງນວນປາກແດງຂອງເມືອງຄຸນໝິງ"ໄດ້ບັງຄັບໃຊ້ຢ່າງເປັນທາງການ,ໄດ້ກາຍເປັນກົດໝາຍອະນຸລັກສິ່ງມີຊີວິດທີ່ເຈາະຈົງຊະນິດດຽວທີ່ພົບໄດ້ຍາກໃນທົ່ວປະເທດຈີນ.

3

ການປ່ຽນແປງທີ່ເລິກເຊິ່ງກວ່າໄດ້ຖືກເຊື່ອງໄວ້ໃນຊ່ວງການປ່ຽນແປງຂອງລະບົບນິເວດເມືອງ.ການມາຮອດຂອງນົກນາງນວນປາກແດງໄດ້ຊຸກຍູ້ຄຸນໝິງໃຫ້ປະສົມປະສານແນວຄວາມຄິດດ້ານລະບົບນິເວດເຂົ້າກັບການພັດທະນາເມືອງຢ່າງເລິກເຊິ່ງ.ຈົນເຖິງປີ 2025,ໄດ້ສ້າງແນວລະບົບນິເວດຂອບໜອງນ້ຳຈຳນວນ 4193.33 ເຮັກຕາສຳເລັດ,ຜ່ານການສຳຫຼວດນົກຕາມເຂດອ້ອມຮອບຂອງໜອງນ້ຳ ດຽນຊື່ ພົບວ່າຊະນິດຂອງນົກໄດ້ເພີ່ມຂຶ້ນຈາກ 96 ຊະນິດເປັນ 175 ຊະນິດ,ເຂດຊອກຫາອາຫານຂອງນົກນາງນວນປາກແດງກໍ່ໄດ້ຂະຫຍາຍຈາກເຂດນ້ຳໃນຕົວເມືອງໄປຈົນທົ່ວຂອບເຂດຂອງໜອງນ້ຳ ດຽນຊື່.

4

ການອະນຸລັກຄັ້ງນີ້,ຈະບໍ່ສາມາດເກີດຂື້ນໄດ້ຫານຂາດການອະນຸລັກທາງວິທະຍາສາດ.ເຊິ່ງໃນເບື້ອງຕົ້ນນັ້ນເຂົ້າຈີ່ທີ່ຊາວບ້ານທ້ອງຖິ່ນສະໜອງໃຫ້ນັ້ນບໍ່ພຽງພໍກັບຄວາມຕ້ອງການດ້ານໂພຊະນາການຂອງນົກນາງນວນປາກແດງ,ການປົກຄອງແຂວງຢຸນນານຈຶ່ງໄດ້ອອກມາດຕະຖານສຳລັບເຂດໃຫ້ອາຫານນົກນາງນວນປາກແດງເປັນພິເສດຢ່າງທັນທ່ວງທີ,ໄດ້ໃຊ້ວິທະຍາສາດໃນການສຶກສາແລະຜະລິດອາຫານຂອງນົກນາງນວນປາກແດງທີ່ປະກອບດ້ວຍປາປົ່ນ,ສານເສີມແຄຊຽມ,ຟອສຟອຣັສ ແລະອື່ນໆ. ເຊິ່ງໄດ້ດຳເນີນການຈັດຊື້ແລະຄວບຄຸມຮ່ວມກັນໂດຍກົມກະສິກຳແລະປ່າໄມ້ນະຄອນຄຸນມິງ,ໃນລະດູການຊົມນົກນາງນວນປາກແດງປີ 2024 ໄດ້ໃຫ້ອາຫານຈຳນວນຫຼາຍກວ່າ 30 ໂຕນໃນ62 ຈຸດໃຫ້ອາຫານ.ຈາກການໃສ່ແຫວນຂາເພື່ອຕິດຕາມການເຄື່ອນໄຫວ,ຈົນເຖິງການສັງເກດການຜ່ານອັດສະລິຍະ AI,ການແຕ້ມເສັ້ນທາງການເຄື່ອນຍ້າຍຂອງດາວທຽມເປ້ຍຕູ້,ການຄົ້ນຄວ້າວິທະຍາສາດເຮັດໃຫ້ການອະນຸລັກມີຄວາມອົບອຸ່ນແລະແນ່ນອນກວ່າ.

ການລົງທຶນທາງລະບົບນິເວດນີ້ໄດ້ຮັບຜົນຕອບຮັບທີ່ດີ.ໃນລະດູໜາວຂອງທຸກໆປີ,ມີນັກທ່ອງທ່ຽວເກີນໜຶ່ງລ້ານຄົນທີ່ເດີນທາງມາຕາມຄຳເລົ່າລື,ໄດ້ກະຕຸ້ນການພັດທະນາຕໍ່ກັບອຸດສາຫະກຳການຂົນສົ່ງ,ທີ່ພັກອາໄສ,ອາຫານການກິນ,ສິນຄ້າວັດທະນະທຳສ້າງສັນແລະອື່ນໆ,"ເສດຖະກິດການຊົມນົກນາງນວນປາກແດງ" ກາຍເປັນເຄື່ອງໝາຍການຄ້າຫຼັກຂອງການທ່ອງທ່ຽວດ້ານວັດທະນະທຳຂອງຄຸນໝິງ.ໃນຄຸນໝິງ,ຊາວເມືອງໃຊ້"ລະດູນົກປາກແດງ"ແບ່ງຮອບໄລຍະປະຈຳປີ,ການມາແລະໄປຂອງນົກນາງນວນປາກແດງເປັນເຄື່ອງໝາຍທີ່ສຳຄັນໃນການຮັບຮູ້ການປ່ຽນແປງຂອງລະດູການ.

5

"ນົກນາງນວນປາກແດງທຸກໆໂຕທີ່ເດີນທາງມາຮອດຢ່າງປອດໄພແລະມີສຸຂະພາບດີໃນການຂ້າມຜ່ານລະດູໜາວ,ເປັນເຄື່ອງໝາຍກຽດດ້ານນິເວດທີ່ຄຸນໝິງໄດ້ຮັບ."ສາຍສຳພັນນີ້ທີ່ຂ້າມຜ່ານໄລຍະເວລາເຖິ່ງ 40 ປີໄດ້ພິສູດໃຫ້ເຫັນເຖິ່ງການປົກປ້ອງສັດປ່າບໍ່ຂັດຂວາງການພັດທະນາເມືອງ,ກົງກັນຂ້າມພັດສາມາດສ້າງມູນຄ່າດ້ານນິເວດແລະວັດທະນະທຳທີ່ເປັນເອກະລັກ,ກາຍເປັນພື້ນຫຼັງທີ່ອົບອຸ່ນທີ່ສຸດຂອງເມືອງ.

又到冬日,约4万只红嘴鸥如约盘旋在昆明翠湖、滇池上空。一句“欢迎回家”,昆明人已深情诉说了40年。这场始于1985年的偶然相遇,早已演化成一段人鸥相守的城市佳话。如今,昆明已是国内唯一一个红嘴鸥定期、长期、大量栖居的城市,“人鸥同嬉”更成为这座城最动人的生态名片。

1

时光回溯至1985年冬,数千只红嘴鸥首次飞抵昆明盘龙江。彼时滇池因污染陷入困境,食物锐减的它们被迫进城觅食。起初的警惕试探,在市民本能的善意投喂中渐渐消融,红嘴鸥很快扩散到翠湖等城区水域,人鸥之间最原始的信任就此建立。

2

这份民间善意迅速上升为城市制度保护。1985年12月昆明市政府发布保护通告,1986年首笔3万元专项保护资金到位;为守护红嘴鸥,昆明成为国内最早禁燃烟花爆竹的城市之一,即便在疫情期间也始终坚持投喂保护;2023年《昆明市文明观赏红嘴鸥规定》实施,成为全国罕见的单一物种保护“小切口”立法。

3

更深刻的改变,藏在城市生态的蝶变里。红嘴鸥的到来,推动昆明将生态理念深度融入城市发展。截至2025年,已建成湖滨生态带6.29万亩,滇池周边观测到的鸟类从96种增至175种,红嘴鸥的觅食区域也从城区水域扩展到整个滇池湖滨区。

4

这场相守,离不开科学守护。早期市民投喂的面食难以满足红嘴鸥营养需求,云南随即发布专用鸥粮地方标准,研制出含鱼粉、钙磷补充剂等的科学鸥粮。昆明市林草局统一采购监管,2024年观鸥季就已在62个觅食点投喂超30吨。从环志追踪迁徙,到AI智慧观测、北斗卫星绘迁徙路线,科研让保护更有温度与精度。

这份生态投入早已收获丰厚回报。每年冬季超百万人次游客慕名而来,直接带动交通、住宿、餐饮、文创等产业发展,“观鸥经济”成为昆明文旅的金字招牌。在昆明,市民用“鸥季”划分年度周期,红嘴鸥的来去是感知季节变化的重要标志。

5

“每一只平安抵达、健康越冬的红嘴鸥,都是昆明获得的生态勋章。”这场跨越40年的双向奔赴证明,保护野生动物从不会阻碍城市发展,反而能创造独特的生态与文化价值,成为城市最温暖的底色。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

12/17

16:00

ແບ່ງປັນ

ແປ
翻译