ມາຈາກ:ສະບາຍດີ
ອາຊີບກະສິກອນ ເປັນອາຊີບຫນຶ່ງທີ່ກໍາລັງມາແຮງ ໃນປັດຈຸບັນ ຊຶ່ງນັກທຸລະກິດຫຼາຍຄົນພວມສຸມໃສ່ ເພື່ອເປັນອີກທ່າແຮງຫນຶ່ງ ໃນການຊ່ວຍຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ແນໃສ່ໃຫ້ປະຊາຊົນ ໃນປະເທດເຮົາຫັນມາບໍລິໂພກຜະ ລິດຕະພັນທີ່ເປັນຂອງຄົນລາວເອງ ເພື່ອສ້າງໃຫ້ເສດ ຖະກິດຂອງປະເທດເຮົານັບມື້ເຕີບໃຫຍ່ຂຶ້ນເລື້ອຍໆ ດັ່ງບໍລິສັດ ປາຫວານຟາມ ຕັ້ງຢູ່ບ້ານນາລ້ອມ, ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
“ຜົນຜະລິດກະສິກໍາ ບໍ່ວ່າຢູ່ບ່ອນໃດກໍລ້ວນແຕ່ມີຄວາມສໍາຄັນ ແລະ ເປັນສິ່ງທີ່ທຸກຄົນຂາດບໍ່ໄດ”
ທ່ານນາງ ວຽງສະຫວັນ ທໍາມະນີວົງ ອາຍຸ 36 ປີ ຜູ້ບໍລິຫານບໍລິສັດ ປາຫວານ ຟາມ ໄດ້ໃຫ້ສໍາພາດວ່າ: ປາຫວານ ຟາມ ເລີ່ມສ້າງຕັ້ງຂຶ້ນໃນປີ 2016 ໃນເມື່ອກ່ອນຕັ້ງຢູ່ບ້ານ ໂຊກໃຫຍ່, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຍ້ອນຄວາມມັກຮັກໃນການປູກຝັງ, ແລະ ຢາກສ້າງກາຫມາຍສິນຄ້າລາວທີ່ໄດ້ມາດ ຕະຖານ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ຂ້າພະ ເຈົ້າຈຶ່ງໄດ້ສຶກສາຂໍ້ມູນຢ່າງລະອຽດເພື່ອມາລົງມືເຮັດກະສິກໍາຢ່າງຈິງຈັງ ໂດຍໄດ້ປູກຫມາກແຕງເມລ່ອນ ແລະ ຫມາກເຫຼ່ນນ້ອຍ.
ຜ່ານການປູກມາໄດ້ໄລຍະຫນຶ່ງເຫັນວ່າໄດ້ຮັບການຕອບຮັບຈາກລູກຄ້າເປັນຢ່າງດີ ແລະ ຜົນລະປູກທີ່ຜະລິບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ, ດັ່ງນັ້ນມາຮອດຕົ້ນປີ 2020 ຈຶ່ງໄດ້ຕັດສິນໃຈຂະຫຍາຍກິດຈະການອອກຕື່ມອີກ ທີ່ບ້ານ ນາລ້ອມ (ຫຼັກ 19), ໃນເນື້ອທີ່ 19.700 ຕາແມັດ, ຕົ້ນທຶນໃນການຜະລິດມາຈາກຫຼາຍແຫຼ່ງ ເປັນຕົ້ນແມ່ນຈາກການກູ້ຢືມທະນາຄານ ແລະ ມີຜູ້ຖືຮຸ້ນ ເພື່ອສານຕໍ່ທຸລະກິດໃຫ້ກ້າວ ຫນ້າກວ່າເກົ່າ, ປັດຈຸບັນມີໂຮງເຮືອນສໍາລັບປູກຝັງ ຈໍານວນ 31 ໂຮງ (6x36 ຈໍານວນ 12 ໂຮງ ແລະ 6x18 ຈໍານວນ 14 ໂຮງ, ສາທິດ 2 ໂຮງ, ສົ່ງເຂົ້າຄົວຂອງຮ້ານອາຫານ 3 ໂຮງ), ແຮງງານໃນການຜະລິດມີທັງຫມົດ 25 ຄົນ, ຍິງ 16 ຄົນ,ນອກນີ້ຍັງມີພະນັກ ງານຝຶກງານ ຈໍານວນ 7 ຄົນ, ສ່ວນໃຫຍ່ພະນັກງານຈະຈົບດ້ານກະສິກໍາມາຈາກສະຖາບັນຕ່າງໆ ແລະ ຄວາມມັກຮັກໃນດ້ານກະສິກໍາຢ່າງແທ້ຈິງ ປີ 2021 ບໍລິສັດ ປາຫວານ ຟາມ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການມີທັງຮ້ານອາຫານ ແລະ ຟາມສໍາລັບຜະລິດຜົນລະປູກຊຶ່ງໄດ້ປູກຫມາກເມລອນ, ຫມາກເຫຼ່ນນ້ອຍ, ຫມາກອາງຸ່ນ, ຫມາກແຕງຍາວຍີ່ປຸ່ນ. ນອກນີ້ ຍັງມີຜົນຜະລິດກະສິກໍາອິນຊີນໍາອີກ ເປັນຕົ້ນແມ່ນ ຜັກສະຫຼັດ ແລະ ຜັກຊະນິດຕ່າງໆ ທີ່ນໍາມາຈາກຕ່າງ ປະເທດ ເຊັ່ນ: ປະ ເທດຍີ່ປຸ່ນ, ເນເທີແລນ, ລວມທັງຜັກຊະນິດຕ່າງໆ ທີ່ປູກເພື່ອປ້ອນເຂົ້າໃຫ້ແກ່ຮ້ານອາຫານປາຫວານ ຟາມ ນໍາອີກ. ສໍາລັບຫມາກແຕງເມລອນທີ່ນໍາເຂົ້າສາມາດປູກໄດ້ 3 ງວດ/ປີ, ຊຶ່ງບົດຮຽນໃນການຜະລິດມາຈາກການຊອກຮູ້ສະ ແຫວ່ງຫາ ທັງໃນລົງມືປະຕິບັດຕົວຈິງ ແລະ ຮຽນຮູ້ຈາກສືສັງຄົມອອນໄລ ໂດຍໄດ້ພະຍາຍາມສຶກສາເກັບກ່ຽວເອົາປະສົບການ ແລະ ລົງມືເຮັດຕົວຈິງ ລອງຜິດ-ລອງຖືກ ຈຶ່ງສາມາດປະສົບຜົນສໍາເລັດຄືດັ່ງທຸກມື້ນີ້.
ທ່ານນາງ ວຽງສະຫວັນ ໃຫ້ຮູ້ຕື່ມອີກວ່າ: ຜະລິດຕະພັນ ກໍຄືຜົນຜະລິດຂອງປາຫວານຟາມສ່ວນໃຫຍ່ຈະຈໍາຫນ່າຍທີ່ຫນ້າຟາມ. ນອກນັ້ນກໍມີຮ້ານຄ້າພາກຊັນ, ລີມປິງ,ສະກາຍມາກເກັດ(ໄອເຕັກ),ຕະຫຼາດປອດສານພິດ (ໄອເຕັກ). ສ່ວນລາຄາຂາຍແມ່ນມີແຕກຕ່າງກັນ ຫມາກແຕງເມລ່ອນ ລາຄາ 40.000-45.000 ກີບ/ກິໂລ, ຫມາກໂມ ລາຄາ 25.000-30.000 ກີບ/ກິໂລ, ຫມາກອາງຸ່ນ ລາຄາ 120.000 ກີບ/ກິໂລ, ມີຜັກປອດສານພິດ ລາຄາຂາຍ ປະມານ 30.000 ກີບ/ກິໂລ ແລະ ມີຜັກ ອື່ນໆ ອີກຫຼາຍສາຍພັນ. ເຖິງວ່າປາຫວານຟາມຈະເປີດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ມັນກໍເປັນໂອກາດອັນດີໃຫ້ແກ່ຂ້າພະເຈົ້າ ໃນການດໍາເນີນທຸລະກິດດ້ານນີ້ ຜົນຜະລິດກະສິກໍາບໍ່ວ່າຢູ່ບ່ອນໃດກໍລ້ວນແຕ່ມີຄວາມສໍາຄັນ ແລະ ເປັນສິ່ງທີ່ທຸກຄົນຂາດບໍ່ໄດ້. ຄຽງຄູ່ກັບຂໍ້ສະດວກດັ່ງກ່າວ ກໍຍັງມີຂໍ້ຫຍຸ້ງຍາກ ທີ່ຈະໄດ້ປັບປຸງ ແກ້ໄຂ ໂດຍສະເພາະດ້ານວິຊາການທີ່ຈະມາເບິ່ງແຍງເອົາໃຈໃສ່ຜົນຜະລິດຂອງປາຫວານຟາມ ແມ່ນຍັງບໍ່ທັນມີຄວາມຮູ້ລົງເລິກເທົ່າທີ່ຄວນ ຊຶ່ງຈະຕ້ອງໄດ້ຝຶກໃຫ້ແກ່ພະນັກງານຕື່ມອີກ ເພື່ອໃຫ້ມີຄວາມຜິດພາດໃນຂະບວນການຜະລິດຫນ້ອຍທີ່ສຸດ. ນອກນີ້ ອຸປະສັກອີກຢ່າງຫນຶ່ງກໍແມ່ນບັນດາວັດຖຸດິບ ແລະ ອຸປະ ກອນຕ່າງໆ ທີ່ນໍາໃຊ້ແມ່ນຍັງຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດຢູ່ ຊຶ່ງອັດຕາແລກປ່ຽນໃນປັດຈຸບັນກໍສູງຂຶ້ນ ຈຶ່ງເຮັດໃຫ້ ການນໍາເຂົ້າວັດຖຸດິບມີຄວາມຫຍຸ້ງຍາກພໍສົມຄວນ.
ປັດຈຸບັນ ປາຫວານຟາມໄດ້ໃບຢັ້ງຢືນມາດຕະຖານກະສິກໍາທີ່ດີຂອງລາວ (Lao GAP), ຜົນຜະລິດຖືກຮັບ ຮອງມາດ ຕະຖານກະສິກໍາອິນຊີ (Organic) ແລະ ມາດຕະຖານກະສິກໍາທີ່ດີ ຈາກກະຊວງກະສິກໍາ ແລະ ປ່າໄມ້, ໃນ ຕໍ່ຫນ້າຈະໄດ້ສືບຕໍ່ຂະຫຍາຍຕະຫຼາດໃຫ້ທົ່ວນະຄອນຫຼວງວຽງຈັນ ກໍຄືໃນທົ່ວປະເທດ, ຈາກນັ້ນຈະໄດ້ກະກຽມສົ່ງຜົນຜະລິດອອກໄປຈໍາຫນ່າຍທີ່ຕ່າງປະເທດ. ຄຽງຄູ່ກັນນີ້ ກໍຈະໄດ້ສ້າງໃຫ້ ເປັນຟາມທີ່ມີຄວາມທັນສະໄຫມຄົ້ນຄວ້ານໍາໃຊ້ເຕັກໂນໂລຊີທີ່ກ້າວຫນ້າ ເພື່ອພັດທະນາທຸກຜົນຜະລິດຂອງຟາມໃຫ້ມີປະສິດທິພາບສູງສຸດ ແລະທ່ວງທັນກັບເວລາທີ່ລູກຄ້າຕ້ອງການ, ພັດທະນາບຸກຄະລາກອນຂອງ ຟາມໃຫ້ເປັນຜູ້ທີ່ມີປະສົບການ ແລະ ຊໍານິຊໍານານ ທັງສ້າງຟາມໃຫ້ເປັນສູນຮຽນຮູ້ ເພື່ອຖ່າຍທອດບົດຮຽນໃຫ້ແກ່ຜູ້ທີ່ມັກຮັກໃນອາຊີບກະສິກໍາ ແລະ ກາຍເປັນແຫຼ່ງທ່ອງທ່ຽວທາງດ້ານກະສິກໍາແບບຄົບວົງຈອນ.
ຖ້າທ່ານໃດມີຄວາມມັກຮັກໃນດ້ານກະສິກໍາ ຕ້ອງມີການສຶກສາຂໍ້ມູນໃຫ້ລະອຽດ ແລະ ມີຄວາມກ້າທີ່ຈະລົງມືເຮັດ, ນໍາເອົາສິ່ງທີ່ຜິດພາດມາປັບປຸງແກ້ໄຂ ແລະ ເປັນບົດຮຽນໃຫ້ແກ່ອະນາຄົດກໍຈະສາມາດບັນລຸຜົນສໍາເລັດໄດ້. ຖ້າທ່ານໃດຕ້ອງການມາທ່ຽວຊົມ ປາຫວານ ຟາມ ແລະ ຮ້ານອາຫານ ກໍສາມາດເຂົ້າມາໄດ້ ຊຶ່ງຈະເປີດໃຫ້ບໍລິການ ທຸກໆມື້ວັນ ຈັນ-ສຸກ ເລີ່ມແຕ່ ເວລາ 10:00-18:00 ໂມງ, ວັນເສົາ-ອາທິດ ເລີ່ມແຕ່ເວລາ 9:30-19:00 ໂມງ ຫຼື ຕ້ອງການສອບຖາມຂໍ້ມູນກ່ຽວກັບຜົນຜະລິດ ກໍ່ສາມາດໂທເຂົ້າມາໄດ້ທີ່ເບີ 020 28935645 ແລະ 020 78266395 ປາຫວານຟາມຍິນດີຕ້ອນຮັບທຸກໆ ທ່ານ. (ໂດຍ: ວຽງພອນ)
ທ່ານ ດຣ ນາງ ອິສໂຊເບວ ໂຄແມນ, ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ, ອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ Dr.Isobel coleman USAID deputy Administrator for policy and programming ພ້ອມດ້ວຍຄະນະ ໂຄງການ BAF ll ທີ່ໄດ້ລົງມາຢ້ຽມຢາມ ປາຫວານ ຟາມ ຊີ້ນໍາແນວທາງການເຮັດທຸລະກິດໃຫ້ມີປະສິດທິພາບສູງຂື້ນ ມີຄວາມກ້າວໜ້າຢ່າງເຂັ້ມແຂງ ພາຍໃຕ້ໂຄງການ LCT (The lao PDR competitiveness Trade porject)
ກຸ່ມ ກະສິກໍາ ອີນຊີ ນະຄອນຫຼວງວຽງຈັນ ໄດ້ລົງມາຢ້ຽມຢາມພ້ອມກວດກາພືດຜັກທີ່ ປາຫວານ ຟາມ ນໍາໄປຂາຍຢູ່ຕະຫຼາດ ປອດສານພິດ ນະຄອນຫຼວງວຽງຈັນ
ການລົງທັດສະນະສຶກສາຢູ່ ປາຫວານ ຟາມ ພາຍໃຕ້ການຮ່ວມມືລະຫວ່າງກົມສື່ມວນຊົນຫນຸ່ມລາວ ສູນກາງຊາວຫນຸ່ມປະຊາຊົນ ປະຕິວັດລາວ ແລະ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ກ່ຽວກັບໂຄງການສ້າງຄວາມເຂັ້ມແຂງໃຫ້ກັບຊາວຫນຸ່ມທາງດ້ານທັກສະພື້ນຖານ ແລະ ການສະຫນອງຂໍ້ມູນຂ່າວສານ
ງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ປະຈຳປີ 2022 (International MSME Day) ພາຍໃຕ້ຫົວຂໍ້: “ການປັບໂຕ ແລະ ຟື້ນຟູຄືນ: MSMEs ສຳລັບການພັດທະນາແບບຍືນຍົງ - Resilience and Rebuilding: MSMEs for Sustainable Development” ໃນລະຫວ່າງວັນທີ 22-24 ກໍລະກົດ 2022 ທີ່ສູນ ການຄ້າ ວຽງຈັນ ເຊັນເຕີ
ການທັດສະນະສຶກສາປູກຈິດສຳນຶກເດັກດ້ານກະສິກຳຂອງສະຖາບັນການສຶກສາໃນນະຄອນຫຼວງວຽງຈັນ
昆明信息港 记者李悦 在老挝,许多商人正投身于农业这项逐渐壮大的行业,这是减少老挝过度依赖进口外国商品的另一优势,致力于推动老挝人民消费自己生产的产品,促进老挝经济日益增长,它位于万象市赛塔尼区。
“农产品无论在哪里都很重要,这是每个人都不可或缺的。”
36岁的温莎万·唐玛尼翁女士接受记者采访时表示:“巴湾农场成立于2016年,成立初期位于老挝首都万象市,赛色塔县,索娘村,由于热爱种植,并想成立老挝的标志性商品品牌,减少从国外进口商品,所以我做了大量研究,并着手种植哈密瓜和小番茄。 种植一段时间后,看到客户反响不错,生产出来的作物已经不能满足市场需求时,便于2020年初决定在拿隆村进一步拓展业务,农场占地19,700平方米,为了事业更上一层楼,生产资金主要来自银行贷款和入股,目前,有31间厂房(6x36规格12间和6x18规格14间,2个示范厂房,供应3家餐厅),25名生产工人,16名妇女和7名实习生,大部分员工毕业于各院校的农业专业,热衷从事农业行业。2021年,巴湾农场公司正式成立,开设有一家餐厅和一个种植哈密瓜、小番茄、葡萄、日本长黄瓜等农作物的农场。此外,还有从日本、荷兰等其他国家引进的蔬菜沙拉和各种有机农产品,以及供应巴湾农场餐厅所需的各种蔬菜。至于进口哈密瓜一年可以种植3批,通过从网络上学习知识,在实践中积累经验,不停摸索,不断试错,才有了如今的成果。”
温莎万女士补充到:“巴湾农场的多数产品会在农场进行销售,此外还在帕散商店、Rimping、SkyMarket(ITECC)、OrganicMarket(ITECC)进行销售。商品售价不同,哈密瓜40000-45000 kip/kg,西瓜25000-30000 kip/kg,葡萄120000 kip/kg,有机蔬菜30000 kip/kg左右,还有很多其他种类的蔬菜。巴湾农场虽然在新冠疫情期间开业,但对我来说这是一个发展农业领域的好机会,农产品无论在哪里都很重要,这是每个人都不可或缺的。除了以上成就外,还存在需要解决的困难和优化的地方,特别是巴湾农场生产技术专业度方面还不够深入,还需要对员工进行进一步培训,使生产过程中的失误最小化。另一个障碍是所使用的原材料和设备仍需从国外进口,目前货币汇率较高,原材料进口难度较大。
目前,巴湾农场已获得老挝良好农业规范(Lao GAP)证书,产品通过农林部有机农业标准(Organic)和优良农业标准认证,未来将继续扩大至整个万象市及全国市场,之后准备将产品出口到国外。同时,将其创建为一个现代化农场,研究使用先进技术,尽可能高效地开发农场的所有产品,及时满足客户需求,将农场职工培养成为经验丰富、技术娴熟的人才,并将农场建设为学习中心,向热爱农业的人传授经验,推动农场成为综合性农业旅游地。
如果您对农业充满热情,一定要勤于学习,勇于采取行动,改正错误,吸取经验,方能取得成功。如果您想来参观巴湾农场和餐厅,请在营业时间内前往:每周一至周五10:00-18:00,周六-周日9:30-19:00。如果您想咨询我们的产品,可以致电020-28935645和020-78266395联系我们。巴湾农场欢迎大家。
美国国际开发署政策和规划副署长伊莎贝尔·科曼博士和BAFll项目小组一行参观了巴湾农场,农场经营方式在LCT(老挝竞争力贸易项目)的指导下取得了有力进展。
万象有机农业小组参观并检测了巴湾农场的蔬菜,这些蔬菜将在万象的有机市场出售。
在老挝青年传媒局、老挝人民革命青年中心和老挝SOS儿童援助村项目的合作下组织的夯实青少年基础技能和信息供给项目中,组织青少年在巴湾农场进行学习。
2022 年 7 月 22 日至 24 日在万象购物中心举行的2022 年 2022 年国际中小微企业日庆祝活动,主题为:“复原力和重建:促进中小微企业可持续发展”。
万象教育机构举办的树立儿童农业意识教育之旅。
ເຂດ ພັດທະນາກວມລວມໄຊເຊດຖາວຽງຈັນລາວ ການກໍ່ສ້າງຕົວແບບການປົກປັກຮັກສາສິ່ງແວດລ້ອມທີ່ເປັນສີຂຽວແລະກາກບອນຕ່ຳ
ສະບາຍດີ2022-06-15
ແຂວງບໍ່ແກ້ວ ຊຸກຍູ້-ສົ່ງເສີມ ການລົງທຶນຂອງໂຄງການລ້ຽງງົວ
Pasaxon Daily Newspaper2022-06-10
ບໍລິສັດຈີນ "ເສດຖະກິດຊາ" ຊ່ວຍຊາວບ້ານລາວຫຼຸດພົ້ນອອກຈາກຄວາມທຸກຍາກ
ສະບາຍດີ 2022-05-30
ການຄ້າພະລັງງານໄຟຟ້າຈີນ-ຫວຽດນາມໄດ້ເລີ່ມຕົ້ນຄືນໃຫມ່ຢ່າງຮອບດ້ານ
ສະບາຍດີ2022-05-07
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/29
12:58
— ແບ່ງປັນ —