ບໍລິສັດຈີນ "ເສດຖະກິດຊາ" ຊ່ວຍຊາວບ້ານລາວຫຼຸດພົ້ນອອກຈາກຄວາມທຸກຍາກ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ປະເທດລາວໃນເດືອນພຶດສະພາເປັນລະດູຮ້ອນແລ້ວແຕ່ອາກາດຂອງ ສວນວິນລາ 36 ຢູ່ເມືອງ ປາກຊ່ອງ ແຂວງຈໍາປາສັກ ພາກໃຕ້ຂອງລາວ ເຕັມໄປດ້ວຍກິ່ນຫອມຂອງຊາສົດ. ອີງໃສ່ຊາຕົ້ນໄມ້ບູຮານຊີວິດການເປັນຢູ່ຂອງຊາວທ້ອງຖິ່ນໃນລາວມີການປ່ຽນແປງຢ່າງໃຫຍ່ຫຼວງ.

ເມືອງປາກຊ່ອງ ຕັ້ງຢູ່ພູພຽງບໍລະເວນ ພາກໃຕ້ຂອງລາວ, ເປັນເຂດທີ່ມີເສັ້ນຂະໜານຕ່ຳ ແລະ ລະດັບທະເລສູງ, ອາກາດເຢັນສະບາຍ ແລະ ຊຸ່ມຊື່ນຕະຫຼອດປີ, ຝົນຕົກພຽງພໍ, ດິນນາອັນມັ່ງມູນເຊິ່ງບຳລົງຕົ້ນຊາບູຮານທີ່ມີອາຍຸຫຼາຍຮ້ອຍຫຼືຫຼາຍພັນປີ.

“ດົນນານມາແລ້ວ, ເຖິງວ່າເຂດພູດອຍມີພູດີນ້ຳດີເຊິ່ງສາມາດຜະລິດຊາທີ່ດີ, ແຕ່ຍ້ອນເຕັກໂນໂລຊີປຸງແຕ່ງທີ່ຖອຍຫລັງ ແລະ ຂາດຊ່ອງທາງການຂາຍ, ອຸດສາຫະກຳຊາມີສະພາບທີ່ມີຈຳນວນການຜະລິດສູງ ແລະ ມູນຄ່າຜະລິດຕ່ຳເປັນເວລາດົນນານ.”ເຈົ້າແຂວງເມືອງ ປາກຊ່ອງວ່າ.

ເມື່ອ 8 ປີກ່ອນ, ບໍລິສັດສວນວິນລາ 36 ຈຳກັດ ເຊິ່ງເປັນບໍລິສັດຊາຈາກປະເທດຈີນ ໄດ້ຕັດສິນໃຈສ້າງໂຮງງານຢູ່ທີ່ນີ້, ແລະ ຍົກຍ້າຍຕົ້ນຊາບູຮານທີ່ພົບເຫັນຢູ່ໃນພູພຽງບໍລະເວນໄປສູ່ສວນຊາທີ່ມີເນື້ອທີ່ 150 ເຮັກຕາ. ກໍ່ສ້າງໂຮງງານຊາປ່າ ແລະ ໂຮງງານຊາທ້ອງຖິ່ນທີ່ໃຫຍ່ທີ່ສຸດ, ເພື່ອໃຫ້ຊານິເວດໄປສູ່ຕະຫຼາດ. ບໍລິສັດຈີນຊຸກຍູ້ການພັດທະນາຂອງຂະແໜງການຊາທ້ອງຖິ່ນດ້ວຍທ່າແຮງດ້ານເຕັກໂນໂລຊີ, ທຶນຮອນແລະຕະຫຼາດ, ສ້າງວຽກເຮັດງານທຳໃຫ້ຊາວບ້ານທີ່ຢູ່ອ້ອມຂ້າງເປັນຈຳນວນຫຼວງຫຼາຍ, ໃນຂະນະທີ່ບໍລິສັດມີການເຕີບໂຕແລະພັດທະນາມັນຈະຊ່ວຍປະຊາຊົນທ້ອງຖິ່ນຫຼຸດພົ້ນອອກຈາກຄວາມທຸກຍາກແລະ ລຶບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍຢ່າງຕັ້ງໜ້າ, ເຂົ້າຮ່ວມການພັດທະນາອຸດສາຫະກຳ, ຮັບປະການວຽກເຮັດງານທຳ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ ໄດ້ຮັບໝາກຜົນທີ່ພົ້ນເດັ່ນ.

ສົມທົບກັບຄຸນລັກສະນະຂອງຊາທ້ອງຖິ່ນ ແລະ ຝີມືຂອງຈີນ, ບໍລິສັດຈີນບໍ່ພຽງແຕ່ຜະລິດຊາຈາກສວນຊາຂອງຕົນເອງເທົ່ານັ້ນ, ຍັງສົ່ງເສີມໃຫ້ຊາວບ້ານໃກ້ຄຽງປູກຊານຳກັນເຊິ່ງເກັບຊື້ຈາກໂຮງງານຜະລິດຊາ. ນັກວິຊາການຂອງຈີນອຳນວຍການຝຶກອົບຮົມດ້ານເຕັກນິກໃຫ້ແກ່ຊາວບ້ານໂດຍບໍ່ເສຍຄ່າ, ລວມທັງການເກັບຊາ, ການຂົ້ວຊາ, ການຄວບຄຸມສັດຕູພືດແລະເນື້ອໃນອື່ນໆ. ເຕັກໂນໂລຊີໄດ້ຮັບການຍົກສູງ, ຈຳນວນການເກັບກ່ຽວໃບຊາມື້ນັບຫຼາຍຂຶ້ນ. ບໍລິສັດໄດ້ຊ່ວຍຊາວບ້ານແກ້ໄຂບັນຫາການຂາຍຊາ, ເຊິ່ງໄດ້ຍົກສູງຄວາມເຊື່ອຫມັ້ນຂອງຊາວບ້ານຢ່າງຫຼວງຫຼາຍໃນການເພີ່ມລາຍໄດ້ແລະຄວາມກະຕືລືລົ້ນໃນການປູກ.

“ບໍລິສັດຈີນໄດ້ສ້າງໂອກາດວຽກເຮັດງານທຳຢ່າງຫຼວງຫຼາຍໃຫ້ທ້ອງຖິ່ນ, ຊຸກຍູ້ການພັດທະນາເສດຖະກິດຂອງພາກພື້ນ, ເຮັດໃຫ້ປະຊາຊົນທ້ອງຖິ່ນມີຊີວິດການເປັນຢູ່ອັນອີ່ມໜຳສຳລານ, ສະໜອງໃຫ້ປະຊາຊົນລາວທີ່ດິນ, ແຮງງານ. ບໍລິສັດຈີນສະໜອງເຕັກໂນໂລຢີ, ທຶນຮອນແລະ ຕະຫຼາດ, ໂຄງການນີ້ ໄດ້ຊ່ວຍເຫຼືອຊາວບ້ານສ່ວນໃຫຍ່ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງມີປະສິດທິຜົນ. ລາວ ແລະ ຈີນ ໄດ້ມີການແລກປ່ຽນປະສົບການດ້ານການຫຼຸດຜ່ອນຄວາມທຸກຍາກຢ່າງຕໍ່ເນື່ອງ, ລັດຖະບານລາວຮຽນຮູ້ຢ່າງຈິງຈັງກ່ຽວກັບນະໂຍບາຍຫຼຸດຜ່ອນອອກຈາກຄວາມທຸກຍາກຂອງຈີນ ແລະ ນຳໃຊ້ເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານທຸກຂັ້ນ. ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ກ່າວວ່າ.

"ການພັດທະນາຊົນນະບົດແລະການລຶບລ້າງຄວາມທຸກຍາກແມ່ນຍຸດທະສາດບູລິມະສິດຂອງລັດຖະບານລາວ, ການຫຼຸດຜ່ອນຄວາມທຸກຍາກແມ່ນເປົ້າໝາຍແລະທິດທາງຂອງລັດຖະບານລາວຕະຫຼອດມາ, ລາວໄດ້ເຜີຍແຜ່ປະສົບການແລະຮູບແບບການຫຼຸດຜ່ອນຄວາມທຸກຍາກຂອງຈີນຢ່າງຕັ້ງໜ້າ, ຮຽນຮູ້ແນວຄິດການຫຼຸດຜ່ອນຄວາມທຸກຍາກຂອງຈີນ, ແລະປັບປຸງທັກສະການຜະລິດຂອງຊາວບ້ານເພື່ອ ສ້າງຜົນປະໂຫຍດໃນໄລຍະຍາວ.ການປະຕິບັດຫຼຸດຜ່ອນຄວາມທຸກຍາກຂອງຈີນໄດ້ປະກອບສະຕິປັນຍາແລະວິທີການແກ້ໄຂຂອງຈີນໃຫ້ໂລກ, ການຮ່ວມມືລຶບລ້າງຄວາມທຸກຍາກລາວ-ຈີນຈະປະກອບສ່ວນໃນການພັດທະນາແບບຍືນຍົງຂອງລາວຢ່າງແນ່ນອນ. ຫົວໜ້າຫ້ອງວ່າການປະທານປະເທດລາວ ກ່າວວ່າ.

昆明信息港综合整理 5月的老挝,已是热季。但位于老挝南部占巴塞省巴松县的36庄园空气中充满清新香甜的茶香。依靠古树茶,老挝当地百姓的日子有了翻天覆地的变化。

巴松县位于老挝南部波罗芬高原,这里纬度低海拔高,常年气候凉爽湿润,雨雾丰沛,土壤肥沃,孕育出了树龄几百年甚至上千年的野生古茶树。

“长久以来,虽然当地好山好水产好茶,却因加工技术落后,缺少销售渠道,茶产业长期处于高产量低产值的局面。”巴松县县长说到。

8年前,来自中国的茶叶公司36庄园有限公司决定在此建厂,把在波罗芬高原发现的古茶树保护性迁移至占地150公顷的茶园,建起当地最大的茶林、茶厂,把原生态茶推向市场。中国公司通过技术、资金和市场等优势推动当地茶产业的发展,并为周边村民提供大量就业岗位,在企业发展壮大的同时,始终助力当地脱贫攻坚,积极投身精准扶贫,参与产业发展、就业保障、基础设施建设等,取得明显成效。

中国公司结合当地茶叶特点和中国工艺,不仅制作自己茶园的茶,还鼓励附近村民种植茶树,由茶厂收购。中国技术员为村民提供免费技术培训,包括采茶、炒茶、防治病虫害等内容。技术提高了,村子里收获的茶叶越来越多。公司帮助村民解决茶叶销路,大大提高了村民增收信心和种植积极性。

“中国公司为当地创造了大量就业机会,带动该地区经济发展,让当地百姓过上丰衣足食的生活。老挝百姓提供用地、劳动力,中国公司提供技术、资金和市场,这个项目已成功帮助大部分村民脱贫。老中两国在不断交流减贫经验,老挝政府积极了解中国的减贫政策,并将其运用到各级政府的减贫工作中。”占巴塞省工业与贸易厅厅长表示。

“农村发展和扶贫工作是老挝政府战略性优先发展的工作,减贫一直是老挝政府努力的目标和方向。老挝积极推广中国减贫经验和模式,学习中方的减贫理念,提高村民生产技能,创造长久收益。中国减贫实践为世界提供了中国智慧和中国方案,老中扶贫合作一定能为老挝实现可持续发展作出更大贡献。”老挝国家主席办公室主任说到。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/30

18:07

ແບ່ງປັນ

ແປ
翻译