ມາຈາກ:ສະບາຍດີ
ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງວ່າ:ວັນທີ 12 ເມສານີ້,ລົດໄຟຂົນສົ່ງຜູ້ໂດຍສານສາກົນຕາມເສັ້ນທາງລົດໄຟລາວ-ຈີນເປີດນຳໃຊ້ຄົບຮອບ 2 ປີ,ໄດ້ສົ່ງຜູ້ໂດຍສານທັງໝົດ 1,91 ລ້ານຄົນ,ໃນນັ້ນມີຜູ້ໂດຍສານຂ້າມຊາຍແດນ 487,000 ຄົນ,ກວມເອົາ 112 ປະເທດ ແລະ ເຂດແຄວ້ນທົ່ວໂລກ.ເສັ້ນທາງທອງຄຳສາກົນແຫ່ງນີ້ທີ່ເຊື່ອມຕໍ່ນະຄອນຄຸນມິງຂອງຈີນກັບນະຄອນຫຼວງວຽງຈັນຂອງລາວໄດ້ຊຸກຍູ້ການແລກປ່ຽນດ້ານບຸກຄະລາກອນ,ການຮ່ວມມືດ້ານເສດຖະກິດການຄ້າແລະການແລກປ່ຽນວັດທະນະທຳລະຫວ່າງຈີນກັບລາວ.
ພະນັກງານ ແລະ ຜູ້ໂດຍສານ ສະເຫຼີມສະຫຼອງ ຄົບຮອບ 2 ປີ ຂອງການເປີດໃຊ້ລົດໄຟຂົນສົ່ງຜູ້ໂດຍສານສາກົນຕາມເສັ້ນທາງລົດໄຟລາວ-ຈີນ.ຮູບພາບໂດຍນັກຂ່າວ ຈ່ຽວທາວ
ໃນໄຕມາດທີ 1 ຂອງປີນີ້ (ແຕ່ວັນທີ 1 ມັງກອນຫາວັນທີ 31 ມີນາ),ລົດໄຟຂົນສົ່ງຜູ້ໂດຍສານສາກົນຕາມເສັ້ນທາງລົດໄຟລາວ-ຈີນໄດ້ສົ່ງຜູ້ໂດຍສານທັງໝົດ 322,000 ຄົນ,ສະເລ່ຍຕໍ່ມື້ມີຜູ້ໂດຍສານຫຼາຍກວ່າ 3,570 ຄົນ;ໃນນັ້ນ,ມີນັກທ່ອງທ່ຽວຂ້າມຊາຍແດນ 85,000 ຄົນ,ສະເລ່ຍຕໍ່ມື້ຍັງຄົງສູງກວ່າ 900 ຄົນ,ສູງສຸດຕໍ່ມື້ແມ່ນ 1,300 ຄົນ,ສະແດງໃຫ້ເຫັນທ່າອ່ຽງເຕີບໂຕຢ່າງແຂງແຮງ,ສ້າງຄວາມສະດວກສະບາຍໃຫ້ແກ່ນັກທ່ອງທ່ຽວໃນການເດີນທາງຂ້າມຊາຍແດນ,ສຶກສາ,ດຳເນີນທຸລະກິດ ແລະ ອື່ນໆ.
昆明信息港讯 记者上官艳君 记者从中国铁路昆明局集团有限公司(以下简称“国铁昆明局”)获悉,4月12日,中老铁路国际旅客列车开行两周年,累计发送旅客191万人次,其中跨境旅客48.7万人次,覆盖全球112个国家和地区。这条连接中国昆明与老挝万象的国际黄金线路,为促进中老两国人员往来、经贸合作与人文交流注入了强劲动力。
工作人员与旅客欢庆中老铁路国际旅客列车开行两周年。通讯员周涛 摄
今年一季度(1月1日至3月31日),中老铁路国际旅客列车已累计发送旅客32.2万人次,日均发送旅客达3570人次以上;其中跨境旅客8.5万人次,日均保持在900人次以上,最高日达1300人次,呈现强劲增长态势,为旅客跨境旅游、学习、经商等提供了极大便利。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
04/17
14:17
— ແບ່ງປັນ —