ລະດູການທ່ອງທ່ຽວວັດທະນະທຳດອກຈາກາລັນດ້າ ນະຄອນຄຸນມິງ ຄັ້ງທີ 7 ໃນປີ 2025 ຈະເລີ່ມຂຶ້ນ

ມາຈາກ:

1

ສະຖານທີ່ກອງປະຊຸມແຈ້ງຂ່າວ(ພາບຖ່າຍໃນວັນທີ 25 ເມສາ). ພາບໂດຍ ຝົນຢຸຊາງ, ສຳນັກຂ່າວສານຊິນຮວາ

ວັນທີ 25 ເມສານີ້,ຕາມກອງປະຊຸມແຈ້ງຂ່າວທີ່ເຂດ ອູຮວາ ນະຄອນຄຸນມິງຈັດຂຶ້ນ,ລະດູການທ່ອງທ່ຽວວັດທະນະທຳດອກຈາກາລັນດ້າ ນະຄອນຄຸນມິງ ຄັ້ງທີ 7 ໃນປີ 2025 ດ້ວຍຫົວຂໍ້ "ຄວາມໂລແມນຕິກຄຸນມິງ,ກາເຟຂອງຢຸນນານ ແລະ ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງໂລກ"ຈະເລີ່ມຕົ້ນໃນທ້າຍເດືອນເມສາ ແລະ ຈະແກ່ຍາວຮອດກາງເດືອນພຶດສະພາ.

2

ຜະລິດຕະພັນວັດທະນະທໍາຫົວຂໍ້ດອກຈາກາລັນດ້າ (ພາບຖ່າຍໃນວັນທີ 25 ເມສາ). ພາບໂດຍ ໄຊຊົວເຟຍ, ສຳນັກຂ່າວສານຊິນຮວາ

ຕາມຂ່າວແຈ້ງວ່າ,ເຂດຫຼັກຂອງງານຄັ້ງນີ້ແມ່ນຢູ່ຕາມຖະໜົນ ຈ້ຽວຊານຈົງລຸກ ແລະ ຕາມສວນ ຈາກາລັນດ້າ,ແລະໄດ້ເປີດຕົວແຜນການ "ການຟື້ນຟູມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ຜະລິດຕະພັນວັດທະນະທໍາໄດ້ຮັບການປັບປຸງໃຫມ່".ພົນລະເມືອງ ແລະ ນັກທ່ອງທ່ຽວສາມາດສຳຜັດກັບທັກສະດ້ານມໍລະດົກທາງວັດທະນະທຳທີ່ບໍ່ເປັນວັດຖຸຢູ່ໃນສະຖານທີ່ເຊັ່ນ:ກະເບື້ອງແມວ ແລ ການຍ້ອມສີດອກຈາກາລັນດ້າ.ພ້ອມກັນນັ້ນ,"ການແຂ່ງຂັນວັດທະນະທໍາແລະຄວາມຄິດສ້າງສັນຊາວຫນຸ່ມດອກຈາກາລັນດ້າ"ແຫ່ງຊາດຈະຈັດຂຶ້ນຢູ່ເຂດຫຼັກຂອງງານ, ແລະ ບັນດາຜົນງານດີເດັ່ນຈະໄດ້ຮັບການວາງສະແດງໃນງານວາງສະແດງ.

1

发布会现场(4月25日摄)。新华网 冯雨钐 摄

4月25日,据昆明市五华区召开的新闻发布会消息,以“昆明的浪漫·云南的咖啡·世界的非遗”为主题的2025年第七届昆明蓝花楹文化旅游季活动自4月下旬开展,将持续至5月中旬。

2

蓝花楹主题文创产品(4月25日摄)。新华网发(柴树飞 摄)

据介绍,本次活动核心区为昆明市教场中路和蓝花楹主题公园沿线,市民和游客可现场体验瓦猫泥塑、蓝花楹拓染等非遗技艺。同时,活动核心区将举办全国“蓝花楹青年文化创意大赛”,优秀作品在活动期间展出。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

04/28

16:44

ແບ່ງປັນ

ແປ
翻译