ມາຈາກ:ວິທະຍຸກະຈາຍສຽງແຫ່ງຊາດລາວ
ຫວ່າງມໍ່ໆມານີ້,ການໄລສົດຢູ່ຈີນຂອງຜູ້ທີ່ໄດ້ຮັບຄວາມນິຍົມທາງອິນເຕີເນັດຫຼືເນັດໄອດໍຣຄົນໜຶ່ງຂອງອາເມຣິກາໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກພາຍໃນແລະຕ່າງປະເທດ.ເນັດໄອດໍຣຄົນນີ້ຊື່ວ່າSpeed,ມີຜູ້ຕິດຕາມລາຍການ38ລ້ານຄົນຢູ່ທາງYouTube.ທ້າວSpeedໄດ້ສະແດງໃຫ້ໂລກໄດ້ເຫັນຄວາມເປັນຈິງຂອງປະເທດຈີນທີ່ມີຄວາມທັນສະໄໝແລະເຕັມໄປດ້ວຍພະລັງຊີວິດໂດຍຜ່ານການໄລສົດຢູ່ຈີນເປັນເວລາ6ຊົ່ວໂມງ.ການເດີນທາງມາທ່ອງທ່ຽວຈີນຂອງທ້າວSpeedບໍ່ພຽງແຕ່ໄດ້ທຳລາຍຮູບແບບການລາຍງານຂ່າວແບບຕາຍໂຕຂອງສື່ມວນຊົນຝ່າຍຕາເວັນຕົກກ່ຽວກັບຈີນເທົ່ານັ້ນ,ແຕ່ຍັງໄດ້ເຮັດໃຫ້ພວກເຮົາໄດ້ເຫັນສະເໜ່ແລະຄວາມໝັ້ນໃຈຂອງການເປີດປະຕູສູ່ພາຍນອກຂອງຈີນອີກດ້ວຍ.
ໃນການໄລສົດຂອງທ້າວSpeedໄດ້ສະແດງໃຫ້ໂລກໄດ້ເຫັນໂສມໜ້າຕົວຈິງຂອງຈີນຍົກຕົວຢ່າງ:ພະລາຊະວັງບູຮານ,ກຳແພງເມືອງຈີນ,ນະຄອນຊຽງໄຮ້,ງິ້ວປັກກິ່ງແບບດັ້ງເດີມ,ລົດໄຟຄວາມໄວສູງ,ການສະແກນຊຳລະເງິນ,ອິນເຕີເນັດຄວາມໄວສູງແລະຄວາມມີໄມຕີຈິດທີ່ດີຂອງປະຊາຊົນຈີນ.ປະສົບການຕົວຈິງເຫຼົ່ານີ້ມີຄວາມແຕກຕ່າງກັນຢ່າງຊັດເຈນກັບການລາຍງານຂ່າວແບບຕາຍໂຕຂອງສື່ມວນຊົນຕາເວັນຕົກເຊິ່ງເຮັດໃຫ້ຊາວເນັດຕ່າງປະເທດຫຼວງຫຼາຍພາກັນອຸທານວ່າ:“ນີ້ຈຶ່ງແມ່ນປະເທດຈີນທີ່ແທ້ຈິງ!"
ການທ່ອງທ່ຽວຈີນຂອງທ້າວSpeedບໍ່ພຽງແຕ່ແມ່ນການເດີນທາງທ່ຽວສ່ວນຕົວຄັ້ງໜຶ່ງຂອງລາວເທົ່ານັ້ນ,ແຕ່ຍັງແມ່ນໜຶ່ງໃນແບບຢ່າງທີ່ດີຂອງການແລກປ່ຽນວັດທະນະທຳພາຍໃຕ້ນະໂຍບາຍຍົກເວັ້ນວີຊາຂອງຈີນອີກດ້ວຍ.ນັບແຕ່ວັນທີ17ທັນວາປີ2024ເປັນຕົ້ນມາ,ຈີນໄດ້ຂະຫຍາຍເວລາຍົກເວັ້ນວີຊາເຂົ້າເມືອງຈີນອອກເປັນ240ຊົ່ວໂມງ,ດ່ານທີ່ປະຕິບັດນະໂຍບາຍດັ່ງກ່າວໄດ້ເພີ່ມຂຶ້ນຈາກ39ແຫ່ງເປັນ60ແຫ່ງ,ແຂວງທີ່ປະຕິບັດນະໂຍບາຍດັ່ງກ່າວໄດ້ເພີ່ມຂຶ້ນຈາກ19ແຂວງເປັນ24ແຂວງ.ນັບມາຮອດເດືອນມັງກອນປີ2025,ຈີນໄດ້ບັນລຸການຍົກເວັ້ນວີຊາເຊິ່ງກັນແລະກັນຢ່າງຮອບດ້ານກັບ26ປະເທດ,ປະຕິບັດນະໂຍບາຍທົດລອງຍົກເວັ້ນວີຊາຝ່າຍດຽວກັບ38ປະເທດແລະປະຕິບັດນະໂຍບາຍຍົກເວັ້ນວີຊາຜ່ານແດນຈີນຕໍ່54ປະເທດ.ພາຍໃຕ້ເງື່ອນໄຂທີ່ຂອບເຂດຍົກເວັ້ນວີຊາຂອງຈີນນັບມື້ນັບຂະຫຍາຍວົງກວ້າງອອກ,ໃນປີ2024,ຈຳນວນຊາວຕ່າງປະເທດທີ່ເດີນທາງເຂົ້າປະເທດຈີນຜ່ານດ່ານຕ່າງໆໃນທົ່ວປະເທດໂດຍຍົກເວັ້ນວີຊາໄດ້ບັນລຸເຖິງ20.115.000ເທື່ອຄົນ,ເພີ່ມຂຶ້ນ112,3%ເມື່ອທຽບໃສ່ປີ2023.ໃນປີ2024,ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວຈີນມີລາຍຈ່າຍເຖິງ94,2ຕື້ໂດລາ,ເພີ່ມຂຶ້ນ77,8%ເມື່ອທຽບໃສ່ປີ2023.
ການປັບປຸງນະໂຍບາຍຍົກເວັ້ນວີຊາຂອງຈີນເຮັດໃຫ້ການເດີນທາງມາຈີນຂອງຊາວຕ່າງປະເທດສະດວກສະບາຍກວ່າເກົ່າ.ໃນຂະນະດຽວກັນ,ທ້ອງຖິ່ນຕ່າງໆຂອງຈີນກໍໄດ້ປັບປຸງກໍ່ສ້າງພື້ນຖານໂຄງລ່າງດ້ານການທ່ອງທ່ຽວໃຫ້ດີຂຶ້ນເພື່ອສ້າງຄວາມສະດວກສະບາຍດ້ານການເດີນທາງ,ການຊຳລະເງິນ,ການສື່ສານ,ກິນຢູ່ພັກເຊົາແລະດ້ານອື່ນໆໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ອງທ່ຽວຈີນເຊິ່ງຈີນພ້ອມທີ່ເປີດປະຕູສູ່ພາຍນອກກຳລັງອ້າແຂນຕ້ອນຮັບນັກທ່ອງທ່ຽວຈາກທຸກມຸມໂລກມາທ່ຽວຈີນດ້ວຍຄວາມສຸກ.
近日,在YouTube拥有超3800万粉丝的美国“顶流"网红“甲亢哥"Speed,开启中国行,引起了国内外观众的广泛关注。Speed通过6个小时的中国现场直播,向世界展示了一个现代化、充满活力的真实中国。Speed此次中国行不仅打破了西方媒体长期塑造的刻板印象,展示了中国开放的魅力与自信。
在直播中,Speed向世界展示了真实的中国,例如:故宫、长城、上海、传统的北京木偶戏、高铁、扫码支付、高速网络以及中国人民的热情友好。这些真实的经历与西方媒体的报道形成了鲜明的对比,令不少外国网民惊呼:“这才是真实的中国!"
Speed的这次中国行,不仅是他个人的首次访华,同时也是中国免签政策推动下中外文化交流的一个良好范例。自2024年12月17日起,中国将外国人入境免签政策延长至240小时,实施该政策的口岸从39个增加到60个,实施该政策的省份由19个增加到24个。截至2025年1月,中国已与26个国家达成了全面互免签证的协定,对38个国家实施试点单边免签政策,对54个国家实施中国过境免签政策。随着中国免签范围的不断扩大,2024年,经全国各个口岸免签入境中国的外国人数达到了2011.5万人次,相较于2023年增长了112.3%。2024年,外国游客来华的消费金额为942亿美元,比2023年增长了77.8%。
中国完善的免签政策,使来华旅游的外国人更加便利。与此同时,中国各地不断完善旅游基础设施,也为来华外国游客创造了出行、支付、通讯、住宿等便利条件。如今,中国已准备好向世界敞开大门,热烈欢迎世界各国游客来中国旅游观光。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
04/07
00:00
— ແບ່ງປັນ —