ແຂວງບໍ່ແກ້ວ ຊຸກຍູ້-ສົ່ງເສີມ ການລົງທຶນຂອງໂຄງການລ້ຽງງົວ

ມາຈາກ:Pasaxon Daily Newspaper

(ສະບາຍດີ ນັກຂ່າວສຸດໃຈ) ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຫົວໜ້າພະແນກການທີ່ກ່ຽວຂ້ອງ, ບັນດາທ່ານເຈົ້າເມືອງ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້-ສົ່ງເສີມການລົງທຶນຂອງໂຄງການລ້ຽງງົວ ແອງກັດ ວາກິວ (Angus Waguy) ຂອງ ບໍລິສັດ ດວງຈະເລີນ ອຸດສາຫະກໍາ-ກະສິກໍາ ອິນຊີ ຂາເຂົ້າ-ຂາອອກ ຈໍາກັດ ຕັ້ງຢູ່ບ້ານປາກຮາວໃຕ້ ເມືອງຫ້ວຍຊາຍ ແລະ ເມືອງເມິງ ແຂວງບໍ່ແກ້ວ ຫວ່າງບໍ່ດົນມານີ້.

ໃນໂອກາດນີ້, ທ່ານ ແສງປະເສີດ ລາຊະບັນດິດ ຜູ້ອໍານວຍການ ບໍລິສັດ ໄດ້ລາຍງານຕໍ່ທ່ານ ຮອງເຈົ້າແຂວງ ແລະ ຄະນະ ວ່າ: ໂດຍປະຕິບັດຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ໃນການສົ່ງເສີມການປູກຝັງ-ລ້ຽງສັດ ໃຫ້ເປັນສິນຄ້າ; ໄດ້ຮັບການຊີ້ນໍາຈາກ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ການນໍາຂອງແຂວງບໍ່ແກ້ວ. ໂຄງການສົ່ງເສີມການປູກຝັງ-ລ້ຽງສັດ ເປັນໂຄງການຮ່ວມມື ລະຫວ່າງພາກລັດ ແລະ ເອກະຊົນ ໂດຍສະເພາະກະຊວງກະສິກໍາ-ປ່າໄມ້ ແລະ ແຂວງບໍ່ແກ້ວ ເປັນຜູ້ຊ່ວຍທາງດ້ານເຕັກນິກວິຊາການ, ບໍລິສັດເປັນຜູ້ລົງທຶນ. ບໍລິສັດໄດ້ເລີ່ມຕົ້ນລົງທຶນ ແຕ່ປີ 2019 ເປັນຕົ້ນມາ ຊຶ່ງໄດ້ບຸກເບີກເນື້ອທີ່ປູກຫຍ້າມາເຖິງປັດຈຸບັນນີ້ໄດ້ຫຼາຍກວ່າ 500 ເຮັກຕາ ແລະ ໄດ້ລ້ຽງງົວແມ່ພັນດັ່ງກ່າວໃນເບື້ອງຕົ້ນ ຈໍານວນ 500 ກວ່າໂຕ, ແຜນໃນຕໍ່ໜ້າແມ່ນຈະຂະຫຍາຍໃຫ້ໄດ້ຫຼາຍກວ່າ 50.000 ໂຕ ເພື່ອເຮັດເປັນອຸດສາຫະກໍາປຸງແຕ່ງ, ຄໍ້າປະກັນດ້ານສະບຽງອາຫານຢູ່ພາຍໃນປະເທດ ແລະ ສາມາດສົ່ງອອກໄປຂາຍຕ່າງປະເທດ ເພື່ອດຸ່ນດ່ຽງສິນຄ້າ ທົດແທນການນໍາເຂົ້າ ທັງເປັນການສ້າງລາຍຮັບເອົາເງິນຕາເຂົ້າປະເທດ.

ໃນໂອກາດນີ້, ທາງບໍລິສັດໄດ້ສະເໜີ ລັດຖະບານ ແລະ ກະຊວງກະສິກໍາ - ປ່າໄມ້, ການນໍາ ແຂວງບໍ່ແກ້ວ ຈັດເອົາໂຄງການລ້ຽງສັດ ແລະ ປູກຝັງເປັນສິນຄ້າສົ່ງອອກ ເປັນບຸລິມະສິດລະດັບຊາດ ແລະ ຊ່ວຍອໍານວຍຄວາມສະດວກການນໍາເຂົ້າແນວພັນສັດ, ແນວພັນພືດ ແລະ ອື່ນໆ ທີ່ມີຄວາມຈໍາເປັນ ແລະ ການສົ່ງອອກສິນຄ້າຜະລິດຕະພັນກະສິກໍາ ໃຫ້ທັນກັບສະພາບການຕົວຈິງ ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດຕ່າງປະເທດ ເພື່ອໃຫ້ບໍລິສັດໄດ້ສືບຕໍ່ດໍາເນີນທຸລະກິດ ການປູກຝັງ-ລ້ຽງສັດ ເປັນສິນຄ້າສົ່ງອອກຢ່າງມີປະສິທິຜົນ ໃຫ້ຍາວນານ ແລະ ໝັ້ນຄົງ.

ພ້ອມກັນນີ້, ທ່ານຮອງເຈົ້າແຂວງ, ບັນດາເຈົ້າເມືອງ, ພ້ອມດ້ວຍຄະນະ ແລະ ບໍລິສັດ ຍັງໄດ້ລົງເຜີຍແຜ່ ແລະ ຊຸກຍູ້ການສົ່ງເສີມ ເພື່ອໃຫ້ປະຊາຊົນຢູ່ເມືອງຫ້ວຍຊາຍ, ເມືອງເມິງ, ເມືອງປາກທາ ແລະ ເມືອງຜາອຸດົມ ປູກສາລີ, ມັນຕົ້ນ, ຖົ່ວເຫຼືອງ ແລະ ຫຍ້າ ຂາຍໃຫ້ບໍລິສັດ ເພື່ອເປັນວັດຖຸດິບປ້ອນເຂົ້າໂຮງງານຜະລິດຫົວອາຫານສັດ. ເພື່ອໃຫ້ປະຊາຊົນມີວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ເພື່ອເປັນການປະກອບສ່ວນ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ.

 昆明信息港-萨拜迪 记者李悦 据老挝人民报报道,日前,博胶省副省长,经济工作带头人坎培·翁占和相关部门负责人,各县县长一同视察和推动 Duangchaleun 进出口工业-有机农业有限责任公司的黄牛、安格斯牛和和牛的养殖项目,地点位于博胶省孟县和淮赛县南部的芭浩村。

值此之际,公司董事森巴塞·拉撒班底向副省长和董事会汇报:按照党和政府的政策方针,推动农牧业商品化;并得到了农林部和博胶省的指导,农牧业促进项目是政府和私营企业的合作项目,由农林部和博胶省提供技术援助,企业作为投资人。该公司自2019年开始投资,迄今已开辟500多公顷草地,饲养500多头繁殖母牛,下一步计划是将数量提升到 50,000 多头,形成国内食品加工业,并出口到国外平衡商品替代商品进口,并创收带来外汇。

公司已向政府和农林部、博胶省领导提出,将农牧项目作为国家级优先项目,为必要动植物和其他物种的进口提供便利,将根据国外市场需求的实际情况出口农产品,使公司能够长久、稳定、有效地经营出口产品的种植和饲养业务。

同时,副省长、各县县长和公司董事会还宣传和鼓励淮赛县、孟县、巴塔县和帕乌东县的人民种植玉米、木薯、黄豆和草作为饲料厂的原料出售给公司。为各族人民提供就业机会,带来收入,根据党和政府的方针政策,为脱贫攻坚贡献力量。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/10

15:54

ແບ່ງປັນ

ແປ
翻译