ເຂດ ພັດທະນາກວມລວມໄຊເຊດຖາວຽງຈັນລາວ ການກໍ່ສ້າງຕົວແບບການປົກປັກຮັກສາສິ່ງແວດລ້ອມທີ່ເປັນສີຂຽວແລະກາກບອນຕ່ຳ

ມາຈາກ:ສະບາຍດີ

1

(ສະບາຍດີ ນັກຂ່າວສຸດໃຈ) ເຂດພັດທະນາກວມລວມໄຊເຊດຖາແມ່ນໂຄງການຮ່ວມທຶນລະຫວ່າງອົງການປົກຄອງນະຄອນຫລວງວຽງຈັນ ແລະ ກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຫຸ້ນສ່ວນ ຈໍາກັດ, ເປັນເຂດທີ່ທັງ ສອງ ລັດຖະບານກໍານົດເປັນ ໂຄງການຮ່ວມ  ມື  ລະດັບຊາດ, ທັງເປັນເຂດຮ່ວມມືເສດຖະກິດການຄ້າກັບລາວລະດັບຊາດແຫ່ງດຽວຂອງຈີນ. ເຂດພັັດທະນາເສດຖະກິດນຳເອົາແນວຄວາມຄິດການກໍ່ສ້າງແຜນການທີ່ມີລັກສະນະສີຂຽວ ກາກບອນຕ່ຳ ປົກປັກຮັກສາສິ່ງແວດລ້ອມຕະຫຼອດໄປ, ເອົາກາກບອນເຖິງຈຸດສູງສຸດ ແລະ ກາກບອນຢູ່ໃນພາວະຈາວເປັນເປົ້າໝາຍ, ຊຸກຍູ້ການກໍ່ສ້າງເຂດຕົວແບບກາກບອນຕ່ຳຢ່າງຕັ້ງໜ້າ. ໃນເຂດພັັດຖະນາ, ໂຄມເຍືອງທາງພະລັງງານແສງແດດ, ລົດເມພະລັງງານໃໝ່, ລົດບັນທຸກພະລັງງານໃໝ່ລ້ວນແຕ່ອອກແບບທີ່ມີລັກສະນະບອນຕ່ຳ ແລະ ປົກປັກສັກສາສິ່ງແວດລ້ອມ.  ນ້ຳຟູນພືດໃນເຂດພັດທະນາກໍ່ນຳໃຊ້ລະບົບນ້ຳໝູນວຽນອັນທັນສະໄໝ.

2

ພະຍາຍາມສົ່ງເສີມການຄັດເລືອກເຂດພັດທະນາໄຊເສດຖາເປັນເຂດຕົວແບບກາກບອນຕໍ່າຢ່າງສຳເລັດຜົນ

ເຂດຕົວແບບກາກບອນຕ່ຳໄຊເຊດຖາວຽງຈັນແມ່ນໂຄງການຮ່ວມມືເພື່ອຮັບມືການປ່ຽນແປງຂອງດິນຟ້າອາກາດທີ່ລັດຖະບານຈີນແລະລາວດຳເນີນໂດຍອີງໃສ່ເຂດພັດທະນາກວມລວມໄຊເຊດຖາ, ແມ່ນໂຄງການໜຶ່ງໃນບັນດາໂຄງການຮ່ວມມື "10 ເຂດຕົວແບບກາກບອນຕ່ຳ" ໂດຍຈີນດຳເນີນຢູ່ໃນບັນດາປະເທດກຳລັງພັດທະນາ.

ເຂດ ພັດທະນາກວມລວມໄຊເຊດຖາຍຶດໝັ້ນແນວຄວາມຄິດການປົກປັກຮັກສາສິ່ງແວດລ້ອມແຫ່ງການພັດທະນາສີຂຽວຕະຫຼອດໄປ, ໃນປີ 2019, ໜ່ວຍງານດຳເນີນທຸລະກິດຕົວຈິ

ງຂອງເຂດພັດທະນາຄື ບໍລິສັດການລົງທຶນຮ່ວມລາວຈີນຈະສ້າງຕັ້ງທີມງານໂຄງການເຂດການພັດທະນາ, ຊ່ວຍເຫຼືອກະຊວງສິ່ງແວດລ້ອມລາວຢ່າງຕັ້ງໜ້າ, ໂດຍໄດ້ວາງແຜນຈະສະເໜີເຂດພັດທະນາກວມລວມໄຊເຊດຖາເປັນເຂດຕົວແບບກາກບອນຕ່ຳທີ່ຮ່ວມກັນກໍ່ສ້າງໂດຍຈີນແລະລາວ, ເພື່ອບັນທະນາ.

ຕາມການແນະນຳໂດຍ ຢານຊູ້, ຜູ້ອຳນວຍການພະແນກການລົງທຶນ ແລະ ພັດທະນາຍຸດທະສາດຂອງບໍລິສັດຮ່ວມການລົງທຶນລາວ ສປ ຈີນ.ນັບຕັ້ງແຕ່ການເລີ່ມຈັດຕັ້ງການກະກຽມ, ການສະເໜີແລະ ການຕິດປ້າຍຢ່າງເປັນທາງການຂອງເຂດຕົວແບບກາກບອນຕ່ຳໄຊເຊດຖາ ໄດ້ຜ່ານໄລຍະເວລາ 4 ປີແລ້ວ, ໃນຂະບວນການຕິດຕໍ່ກັບບັນດາພະແນກການຂອງລັດຖະບານ, ດ່ານພາສີ, ວິສາຫະກິດການຜະລິດ, ບໍລິສັດຂົນສົ່ງ ແລະ ອື່ນໆ, ມັກຈະປະສົບໜ້າທີ່ຮີບດ່ວນ ແລະ ຫຍຸ້ງຍາກຕ້ອງແກ້ໄຂຢ່າງທັນການ.

3

ລົດເມພະລັງງານໃໝ່

ການລົງນາມໃນ "ບົດບັນທຶກຄວາມເຂົ້າໃຈ" ເປັນຂີດໝາຍໃຫ້ເຂດພັດທະນາກວມລວມໄຊເຊດຖາໄດ້ຮັບການຄັດເລືອກເປັນໂຄງການໜຶ່ງໃນບັນດາໂຄງການຮ່ວມມື "10 ເຂດຕົວແບບກາບອນຕ່ຳ" ທີ່ຈີນປະຕິບັດຢູ່ປະເທດກຳລັງພັດທະນາ. ຕາມການ"ບົດບັນທຶກຄວາມເຂົ້າໃຈ", ສອງຝ່າຍຈະຮ່ວມມືກໍ່ສ້າງເຂດພັດທະນາກວມລວມໄຊເຊດຖາເປັນເຂດຕົວແບບກາກບອນຕ່ຳ, ເອົາການວາງແຜນການພັດທະນາກາກບອນຕ່ຳເປັນຊີ້ນຳ, ຂັບເຄື່ອນການຫັນປ່ຽນວິຖີຊີວິດກາກບອນຕ່ໍາດ້ວຍການຂົນສົ່ງກາກບອນຕ່ໍາ, ຍົກສູງລະດັບການກໍ່ສ້າງພື້ນຖານໂຄງລ່າງສີຂຽວດ້ວຍເຍືອງສີຂຽວ, ເສີມຂະຫຍາຍຄວາມສາມາດດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປູກຈິດສໍານຶກໃນການພັດທະນາກາກບອນຕໍ່າ ໂດຍຜ່ານການສ້າງຄວາມສາມາດດ້ານກາກບອນຕໍ່າ, ການແລກປ່ຽນດ້ານວິຊາການ ແລະ ກິດຈະກໍາການໂຄສະນາເຜີຍແຜ່.ສົ່ງເສີມການພັດທະນາແບບສີຂຽວ ແລະ ຍືນຍົງ. ພ້ອມກັນນັ້ນ, ຈີນແລະລາວຈະຮ່ວມກັນວາງແຜນການກໍ່ສ້າງເຂດຕົວແບບກາກບອນຕ່ຳ, ຈີນໄດ້ມອບອຸປະກອນການປົກປັກຮັກສາສິ່ງແວດລ້ອມແບບກາກບອນຕ່ຳເຊັ່ນໂຄມເຍືອງທາງ LED ພະລັງງານແສງແດດ, ລົດໂດຍສານພະລັງງານໃໝ່, ລົດຂົນສົ່ງພະລັງງານໃໝ່, ລົດການປະຕິບັດກົດໝາຍດ້ານປົກປັກຮັກສາສິ່ງແວດລ້ອມພະລັງງານໃໝ່ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມໃຫ້ລາວ. ຊຸກຍູ້ໂຄງການກໍ່ສ້າງເຂດຕົວແບບກາກບອນຕໍ່າໄຊເຊດຖາວຽງຈັນ, ເພື່ອເປັນກາສະໜັບສະໜູນຝ່າຍລາວ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

4

ຈີນແລະລາວຮ່ວມກັນຊຸກຍູ້ການພັດທະນາແບບສີຂຽວ, ກາກບອນຕ່ຳແລະແບບຍືນຍົງຂອງເຂດພັດທະນາໄຊເຊດຖາ

ໃນເດືອນກັນຍາ ປີ 2021, ພາຍຫຼັງການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ດ່ານພາສີ, ບໍລິສັດຂົນສົ່ງ, ຜ່ານຜ່າຄວາມຫຍຸ້ງຍາກເຊັ່ນ: ການຄວບຄຸມໂຄວິດ-19 ຢູ່ຕ່າງປະເທດ, ເງື່ອນໄຂການປ່ຽນພາຫະນະການບັນທຸກທີ່ຖອຍຫຼັງຢູ່ທ່າເຮືອ ແລະ ຄວາມຫຍຸ້ງຍາກໃນການຈັດຕັ້ງພາຫະນະຂົນສົ່ງ, ໂຄມເຍືອງທາງ LED ພະລັງງານແສງແດດ 2,000 ຊຸດ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມ 5 ຊຸດທີ່ຊ່ວຍເຫຼືອຈາກຈີນ ໄດ້ມາຮອດນະຄອນຫຼວງວຽງຈັນແລ້ວ, ການຕິດຕັ້ງໂຄມເຍືອງທາງພະລັງງານແສງແດດໄດ້ສໍາເລັດໃນເດືອນພະຈິກ, ໃນເວລາດຽວກັນ, ລົດເມພະລັງງານໃໝ່ 12 ຄັນ, ລົດຂົນສົ່ງພະລັງງານໃໝ່ 8 ຄັນ, ລົດການປະຕິບັດກົດໝາຍດ້ານປົກປັກຮັກສາສິ່ງແວດລ້ອມພະລັງງານໃໝ່ 8 ຄັນທີ່ຊ່ວຍເຫຼືອຈາກຈີນ ໄດ້ສົ່ງຮອດເຂກພັດທະນາ.

5

1

赛色塔综合开发区由云南省建设投资控股集团有限公司与万象市政府共同投资开发,是中老两国政府共同确定的国家级合作项目,也是中国在老挝唯一的国家级境外经济贸易合作区。该开发区始终以绿色低碳环保为规划建设理念,以碳达峰、碳中和为目标,一直在积极推动低碳示范区建设。园区的太阳能路灯、新能源公交车、新能源卡车等都是低碳环保设计。园区的绿化喷淋用水,也都采用先进的水循环系统。

2

努力推动赛色塔开发区成功入选低碳示范区

万象赛色塔低碳示范区是中老两国政府依托赛色塔综合开发区开展的应对气候变化的合作项目,是中国在发展中国家开展的“10个低碳示范区”合作项目之一。

赛色塔综合开发区始终坚持绿色发展的环保理念,2019年,开发区经营实体老中联投公司即组建项目团队,积极协助老挝环境部,拟将赛色塔综合开发区申报成为中老两国共同建设的低碳示范区,实现开发区低碳环保可持续发展。

老中联投公司投资及战略发展部经理闫旭介绍,赛色塔低碳示范区从开始筹备、申报到正式揭牌,历经4个年头。过程中涉及与政府部门、海关、生产企业、物流公司等对接,经常会遇到紧急而棘手的任务,都须马上处理。

3

新能源公交车

《谅解备忘录》的签署,标志着赛色塔综合开发区成功入选中国在发展国家开展的“10个低碳示范区”合作项目之一。根据《谅解备忘录》,双方将合作把赛色塔综合开发区打造成低碳示范区,以低碳发展规划为指导,以低碳交通带动低碳生活方式的转变,以低碳照明提升绿色基础设施建设水平,以低碳能力建设、技术交流和宣传活动增强老挝应对气候变化能力和低碳发展意识,推动绿色可持续发展。同时,中老双方将共同编制低碳示范区建设方案,中方向老挝方赠送太阳能LED路灯、新能源客车、新能源卡车、新能源环境执法车和环境监测设备等低碳环保物资,推动万象赛色塔低碳示范区建设,为老方应对气候变化提供支持。

4

中老携手,推动赛色塔开发区绿色低碳可持续发展

2021年9月,经多方协调海关、物流公司等相关方,并克服境外疫情管控、口岸换装条件落后、运输车辆组织困难等难题之后,中方援助的首批物资2000套LED太阳能路灯和5套环境监测设备顺利运抵万象,太阳能路灯于11月完成安装,同年11月,中方援助的第二批物资12辆新能源客车、8辆新能源卡车、8辆新能源环境执法车顺利运达开发区。

5


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/15

15:46

ແບ່ງປັນ

ແປ
翻译