ການຄ້າພະລັງງານໄຟຟ້າຈີນ-ຫວຽດນາມໄດ້ເລີ່ມຕົ້ນຄືນໃຫມ່ຢ່າງຮອບດ້ານ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ຫວ່າງມໍ່ໆມານີ້, ສາຍສອງວົງຈອນຕາຂ່າຍເຊື່ອມຕໍ່ໄຟຟ້າ (Electric power network double-circuit line) 220 kV ລະຫວ່າງແຂວງ ລາວກາຍ ປະເທດຫວຽດນາມ ແລະ ເມືອງຫອງເຫີແຂວງຢຸນນານປະເທດຈີນໄດ້ເລີ່ມດຳເນີນຄືນໃໝ່,ການຄ້າພະລັງງານໄຟຟ້າຈີນ-ຫວຽດນາມໄດ້ເລີ່ມຕົ້ນຄືນໃຫມ່ຢ່າງຮອບດ້ານ,ຊຸກຍູ້ການເຊື່ອມໂຍງດ້ານພະລັງງານລະຫວ່າງສອງປະເທດຕື່ມອີກ,ການຈັດສັນຊັບພະຍາກອນຢູ່ພາກພື້ນລ້ານຊ້າງ-ແມ່ນ້ຳຂອງໃຫ້ມີປະສິດທິຜົນ.

ຕາມການເພີ່ມທະວີການຮ່ວມມືຂອງສອງຝ່າຍລະຫວ່າງຈີນ-ຫວຽດນາມຢ່າງເລິກເຊິ່ງ, ໃນເດືອນສິງຫາປີ 2021, ກຸ່ມບໍລິສັດໄຟຟ້າຫວຽດນາມໄດ້ສະເໜີຄວາມຕ້ອງການໃນການຟື້ນຟູການຊື້ໄຟຟ້າທີ່ເຊື່ອມຕໍ່ຕາຂ່າຍ. ບໍລິສັດຕາຂ່າຍໄຟຟ້າຈີນພາກໃຕ້ຈຳກັດຕອບສະໜອງຢ່າງຕັ້ງໜ້າໂດຍຜ່ານການເຈລະຈາທີ່ເປັນມິດກັບຝ່າຍຫວຽດນາມ, ໃນວັນທີ 25 ມັງກອນນີ້ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ, ຄາດວ່າຈະສົ່ງອອກໄຟຟ້າປະມານ 4 ຕື້ kWh ໄປຍັງພາກເໜືອຫວຽດນາມແຕ່ປີ 2022ເຖິງ 2025.

ພາຍຫຼັງເຊັນສັນຍາຊື້-ຂາຍໄຟຟ້າແລ້ວ, ບໍລິສັດຕາຂ່າຍໄຟຟ້າຈີນພາກໃຕ້ເຊິ່ງເປັນຫຼັກໃນການປະຕິບັດ ສຳລັບການສົ່ງໄຟຟ້າສູ່ຫວຽດນານ, ບໍລິສັດສາກົນແຂວງຢຸນນານຕາຂ່າຍໄຟຟ້າພາກໃຕ້ໄດ້ປະຕິບັດຄວາມຮຽກຮ້ອງຂອງກອງປະຊຸມກົນໄກພົບປະປະຈໍາປີຂອງເລຂາພັກແຂວງ ຄັ້ງທີສອງລະຫວ່າງແຂວງຢຸນນານຂອງຈີນກັບແຂວງ ລາວກາຍ, ແຂວງ ຮ່າຢາງ, ແຂວງ ລາຍເຈົາ, ແຂວງດຽນບຽນຂອງຫວຽງນານຢ່າງຕັ້ງໜ້າ. ພາຍຫຼັງ ຟື້ນ ຟູ ການດຳເນີນ ສາຍ ເຊື່ອມ ຕໍ່ ຕາຂ່າຍຈາກ ເມືອງ ເວີນ ຊານ ຂອງ ຈີນ ໄປ ຫາ  ແຂວງ ຮ່າຢາງ ຂອງຫວຽດນາມ, ໃນວັນ ທີ 30 ເມສາ ນີ້, ການ ສະໜອງ ໄຟຟ້າສາຍ ເຊື່ອມ ຕໍ່ ຕາຂ່າຍ 220 kV ລະຫ່ວາງຈີນ-ຫວຽດນານເປັນສອງຄັ້ງຕາມທິດທາງເມືອງຫົງເຫີຕາມເວລາທີ່ກຳນົດໄວ້, ຂະໜາດການສົ່ງໄຟຟ້າສູ່ຫວຽດນານປະມານ 600.000 kW.

近日,云南红河与越南老街220千伏电力联网双回线路恢复运行,中越电力贸易全面重启,进一步推动两国能源互联互通,优化澜湄区域资源配置。

随着中越双边合作进一步深化,2021年8月,越南电力集团提出恢复联网购电的需求。南方电网公司积极响应,与越方友好协商,于今年1月25日完成购售电协议签署,预计2022年至2025年期间,向越南北部出口约40亿千瓦时电量。

购售电协议签署后,作为南方电网公司对越送电的实施主体,南方电网云南国际公司积极落实中国云南省与越南老街、河江、莱州、奠边省省委书记年度会晤机制第二次会议要求,在恢复中国文山方向越南河江省的联网线路运行后,4月30日按期恢复了红河方向两回中越220千伏联网线路供电,对越送电规模约60万千瓦。(云南日报 记者王欢)


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/07

11:10

ແບ່ງປັນ

ແປ
翻译