ທາງລົດໄຟລາວ-ຈີນເຮັດໃຫ້ເມືອງຊາຍແດນບໍເຕັນເຕັມໄປດ້ວຍກາລະໂອກາດ

ມາຈາກ:ສະບາຍດີ

dbb44aed2e738bd489677cf09c1f18dc257ff9c8

(ສະບາຍດີ ນັກຂ່າວສຸດໃຈ) ຮູບພາບສະແດງໃຫ້ເຫັນວ່າ, ໃນມື້ດຽວກັນ, ຜູ້ບໍລິການໃນຂະບວນລົດໄຟພິເສດໄດ້ມອບດອກໄມ້ໃຫ້ຜູ້ໂດຍສານ. ພາບຖ່າຍຈາກເຈີນຈ້າງ (ເຜີຍແຜ່ໂດຍ ສຳນັກຂ່າວຊິນຮວາ)

ເສັ້ນທາງລົດໄຟລາວ-ຈີນບໍ່ພຽງແຕ່ອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂອງປະຊາຊົນລາວ, ຍັງຊຸກຍູ້ການພັດທະນາຂອງຂະແໜງການທ່ອງທ່ຽວລະຫວ່າງລາວແລະຈີນ. ໃນວັນທີ່ 23 ເດືອນມິຖຸນາ, ພິທີການເປີດບໍລິການຄັ້ງທຳອິດຂອງຂະບວນລົດໄຟພິເສດການທ່ອງທ່ຽວຂອງທາງລົດໄຟລາວ-ຈີນໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ,  ກິດຈະກຳ“ຂີ່ລົດໄຟໄປທ່ຽວຢູ່ແຂວງຢູນນານ”ໄດ້ເປີດຢ່າງເປັນທາງການ.

ປະເທດລາວເປັນປະເທດດຽວໃນອາຊີຕາເວັນອອກສ່ຽງໃຕ້ທີ່ບໍ່ມີປາກອອກສູ່ທະເລ, ແຕ່ການເປີດທາງລົດໄຟລາວ-ຈີນໃນທ້າຍປີກາຍນີ້ໄດ້ປ່ຽນແປງສະພາບການດັ່ງກ່າວເປັນສ່ວນໃຫຍ່. ປະຈຸບັນ, ເຂດຊາຍແດນລະຫວ່າງຈີນກັບລາວໄດ້ກ້າວເຂົ້າສູ່ຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດທີ່ໄປຄຽງຄູ່ກັບທາງລົດໄຟ. ແຕ່ນະຄອນຫຼວງວຽງຈັນ, ລົດໄຟຄວາມໄວສູງສາມາດໄປເຖິງຊາຍແດນລາວ-ຈີນໂດຍໃຊ້ເວລາພຽງ 3 ຊົ່ວໂມງ, ແລ້ວເຊື່ອມຕໍ່ກັບຕາໜ່າງທາງລົດໄຟຈີນ. ຢູ່ເມືອງຊາຍແດນຂອງປະເທດລາວ, ປະຊາຊົນສາມາດຮູ້ສຶກເຖິງຄຳສັນຍາແຫ່ງການເປີດປະຕູສູ່ພາຍນອກແລະ ການພັດທະນາດ້ານເສດຖະກິດທີ່ນຳມາໂດຍທາງລົດໄຟ.

ເຂດເສດຖະກິດພິເສດ ບໍເຕັນ ໄດ້ພັດທະນາຂຶ້ນຄືກັບຢ່າງວ່ອງໄວ. ຄາດວ່າປະຊາກອນຂອງເມືອງໃໝ່ບໍເຕັນຈະມີ 300,000 ຄົນໃນປີ 2035. ແຕ່ຕົ້ນສະຕະວັດນີ້ເຖິງປະຈຸບັນ, ເມືອງຊາຍແດນທີ່ນອນຫລັບໄດ້ຫັນປ່ຽນໄປສູ່ດ່ານເສດຖະກິດທີ່ຈະເລີນຮຸ່ງເຮືອງ, ການປ່ຽນແປງຂອງ ບໍເຕັນ ແມ່ນຫນ້າປະຫລາດໃຈ. ທ່ານໂຈ່ວຜູ້ດຳເນີນທຸລະກິດຢູ່ທີ່ນີ້, ສາມາດເອີ້ນໄດ້ວ່າເປັນ "ຜູ້ບຸກເບີກ" ໃນການພັດທະນາ ບໍເຕັນ. ໃນປີ 2005, ລາວໄດ້ເປີດໂຮງງານຜະລິດຫົວນ້ຳຫອມຢູ່ຊິມບັບເວ, ແຕ່ໃນປີ 2015 ໂດຍຜ່ານການຄຳນຶງຖຶງຢ່າງເລິດເຊິ່ງ, ລາວໄດ້ຍ້າຍໂຮງງານຈາກອາຟຣິກາໄປ ບໍເຕັນ, ຍ້ອນວ່ານີ້ແມ່ນສະຖານີທີ່ສຳຄັນຂອງ "ໜຶ່ງແລວທາງໜຶ່ງເສັ້ນທາງ"ເຊີ່ງບໍ່ພຽງແຕ່ມີນະໂຍບາຍບຸລິມະສິດຫຼາຍ ສາມາດດຶງດູດການລົງທຶນເທົ່ານັ້ນ, ຍັງສ້າງຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າໄປປະເທດຈີນ.

ຄຽງຄູ່ກັບການເປີດບໍລິການຂອງທາງລົດໄຟຄວາມໄວສູງແລະທາງດ່ວນທີ່ເປີດໃໝ່, ບໍເຕັນໄດ້ກາຍເປັນຂອດທີ່ສຳຄັນໃນການເຊື່ອມຕໍ່ການຄົມມະນາຄົມລະຫວ່າງຈີນກັບລາວ.ເມື່ອຊາຍແດນກາຍເປັນ "ປະຊາຄົມ", ມັນຈະກາຍເປັນດິນແດນທີ່ປົກຄອງໄປດ້ວຍໂອກາດ.

dbb44aed2e738bd489677cf09c1f18dc257ff9c8

图为当日,该专列乘务员为乘客送上鲜花。 陈 畅摄(新华社发)

中老铁路不仅极大方便了老挝民众出行,也推动了中老两国旅游业发展。6月23日,中老铁路旅游专列首发仪式在昆明举行,“坐着火车游云南”活动正式开启。

老挝是东南亚唯一没有出海口的国家,但去年底开通的中老铁路从很大程度上改变了这一局面。如今,中老两国边境地区迎来伴随铁路而生的经济繁荣。从万象出发,高速火车可在短短3小时内到达老中边境,然后连接上中国铁路网。在老挝边境城市磨丁,人们能切身感受到铁路带来的开放承诺和经济腾飞。

磨丁经济特区如雨后春笋般拔地而起。预计到2035年,新磨丁的人口将达30万。从本世纪初至今,沉睡的边陲小镇蜕变成欣欣向荣的经济口岸,磨丁的变化令人吃惊。在此经商的周先生称得上是磨丁发展的“拓荒者”。2005年,他在津巴布韦开了一家香精厂,但2015年经过深思熟虑后他把工厂从非洲迁到磨丁,因为这里是“一带一路”上的重要一站,不仅能享受诸多招商引资的优惠政策,还便于把产品出口到中国。

伴随着高速铁路和新近开通的高速公路,磨丁已成为中老交流纽带上的一个重要环节。当边境变成一个紧密“联合体”时,往往也会成为一片充满机遇的土地。

——据法国24小时电视台报道

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

07/11

17:22

ແບ່ງປັນ

ແປ
翻译