ຄຸນມິງໄດ້ກາຍເປັນ"ເກາະເຢັນ"ທີ່ນິຍົມສໍາລັບການພັກຜ່ອນໃນລະດູຮ້ອນ

ມາຈາກ:ສະບາຍດີ

ໃນຖະໜົນ ຈິວຈວນຮວາເຈຍ ຂອງເມືອງບູຮານ ກວນຕູ້ ທີ່ນະຄອນຄຸນມິງ,ທຸກບ່ອນສາມາດເຫັນນັກທ່ອງທ່ຽວສວມມົງກຸດດອກໄມ້ ແລະ ຖືດອກໄມ້ສົດ.ນັກທ່ອງທ່ຽວລົດຊີມເຂົ້າໜົມກວນຕູ້ ແລະ ເຂົ້າໜົມດອກໄມ້ທີ່ສົດໃໝ່,ຍ່າງຊົມຕາມຊອຍເມືອງບູຮານ,ເຊິ່ງຖືເປັນພາບທີ່ມີເອກະລັກພິເສດຂອງ"ເມືອງລະດູໃບໄມ້ປົ່ງ" ການທ່ອງທ່ຽວລະດູຮ້ອນຢູ່ນະຄອນຄຸນມິງ.ໃນຂະນະທີ່ອຸນຫະພູມສູງຍັງສືບຕໍ່ຢູ່ໃນ "ຮູບແບບການເຜົາໄຫມ້" ໃນຫຼາຍບ່ອນໃນທົ່ວປະເທດ,ຄຸນມິງໄດ້ກາຍເປັນ"ເກາະເຢັນ"ທີ່ນິຍົມທີ່ສຸດສໍາລັບການພັກຜ່ອນໃນລະດູຮ້ອນທີ່ມີອຸນຫະພູມທີ່ສະດວກສະບາຍປະມານ 20 ອົງສາເຊ. 

1

ຄຸນມິງ ທີ່ມີອາກາດດີ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. 

2

ໃນຖະໜົນ ຈິວຈວນຮວາເຈຍ ຂອງເມືອງບູຮານ ກວນຕູ້ ທີ່ນະຄອນຄຸນມິງ,ທຸກບ່ອນສາມາດເຫັນນັກທ່ອງທ່ຽວສວມມົງກຸດດອກໄມ້ ແລະ ຖືດອກໄມ້ສົດ.

3

ຄຸນມິງ ທີ່ມີອາກາດດີ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. 

4

ນັກທ່ອງທ່ຽວຍ່າງຊົມຕາມຊອຍເມືອງບູຮານ

"ອາກາດບໍລິສຸດ,ອາກາດເຢັນສະບາຍ,ແລະ ດອກໄມ້ຫຼາຍ."ນີ້ແມ່ນຄວາມຮູ້ສຶກຮ່ວມກັນຂອງນັກທ່ອງທ່ຽວທ່ານ ນາງຊຽວຫານ ແລະ ທ່ານ ນາງ ລີຊີ ຈາກແຂວງຫຼຽວໜິງທີ່ມາຮອດຄຸນມິງເປັນຄັ້ງທຳອິດ, ແລະ ຈູ່ມເຫັດປ່າພິເສດຂອງຢຸນນານ ຍິ່ງເຮັດໃຫ້ເຂົາເຈົ້າທັງສອງຍ້ອງຍໍບໍ່ຢຸດ.

5

ໃນຖະໜົນ ຈິວຈວນຮວາເຈຍ ຂອງເມືອງບູຮານ ກວນຕູ້ ທີ່ນະຄອນຄຸນມິງ,ທຸກບ່ອນສາມາດເຫັນນັກທ່ອງທ່ຽວສວມມົງກຸດດອກໄມ້ ແລະ ຖືດອກໄມ້ສົດ.

6

ໃນຖະໜົນ ຈິວຈວນຮວາເຈຍ ຂອງເມືອງບູຮານ ກວນຕູ້ ທີ່ນະຄອນຄຸນມິງ,ທຸກບ່ອນສາມາດເຫັນນັກທ່ອງທ່ຽວສວມມົງກຸດດອກໄມ້ ແລະ ຖືດອກໄມ້ສົດ.

7

ນັກທ່ອງທ່ຽວຍ່າງຊົມຕາມຊອຍເມືອງບູຮານ

8

ນັກທ່ອງທ່ຽວຫຼິ້ນຊົມຢູ່ເມືອງບູຮານ ກວນຕູ້ ທີ່ນະຄອນຄຸນມິງ.

ໃນລະດູຮ້ອນປີ 2025,ຄຸນມິງກາຍເປັນຈຸດໝາຍປາຍທາງທີ່ນິຍົມທຳອິດຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ດ້ວຍຕຳແໜ່ງທີ່ໜຶ່ງຂອງສະຖານທີ່ພັກຮ້ອນທົ່ວໂລກ.ເພື່ອເສີມສ້າງຍີ່ຫໍ້"ພັກຮ້ອນ+ການທ່ອງທ່ຽວວັດທະນະທໍາ",ນະຄອນຄຸນມິງໄດ້ເປີດກິດຈະກໍາຫຼາຍກວ່າ 500 ລາຍການໃນ 8 ຫົວຂໍ້ໃຫຍ່,ລວມທັງງານບຸນທວນໄຟທີ່ມ່ວນສະຫຼອງ,ລະດູການກິນອາຫານເຫັດປ່າ, ແລະ ສັບປະດາດົນຕີນີເອີ,ພ້ອມທັງຮ່ວມມືກັບສາຍການບິນ ແລະ ລົດໄຟຄວາມໄວສູງເພື່ອສະເໜີປີ້ລາຄາພິເສດ,ດຶງດູດນັກທ່ອງທ່ຽວໃຫ້ມາສຳຜັດປະສົບການທີ່ເລິກເຊິ່ງກັບບັນຍາກາດທາງລະບົບນິເວດ ແລະ ວິຖີຊີວິດຂອງ "ເມືອງລະດູໃບໄມ້ປົ່ງ".ຂໍ້ມູນຈາກກົມວັດທະນະທຳ ແລະ ການທ່ອງທ່ຽວນະຄອນຄຸນມິງ ສະແດງໃຫ້ເຫັນວ່າ ໃນເດືອນກໍລະກົດ,ຈຳນວນນັກທ່ອງທ່ຽວທີ່ມາຢ້ຽມຢາມເພີ່ມຂຶ້ນ 42% ເມື່ອທຽບກັບປີກາຍ,ສ່ວນຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນຢ່າງກ້າວກະໂດດ 66.71%,ຊຶ່ງສະແດງເຖິງຄວາມເຂັ້ມແຂງຂອງ "ເສດຖະກິດຄວາມເຢັນ"ທີ່ຟົດຟື້ນ.

在昆明官渡古镇九转花街,随处可见头戴花环、手捧鲜花的游客,游客们品尝着新鲜出炉的官渡粑粑、鲜花饼,漫步飞檐斗拱的古镇巷道,构成“春城”昆明暑期旅游的独特缩影。当全国多地持续高温“炙烤模式”时,昆明以20℃左右的宜人气温成为当下最热门的避暑“凉岛”。

1

气候宜人的昆明吸引来了省内外游客。

2

昆明官渡古镇九转花街,随处可见头戴花环、手捧鲜花的游客。

3

气候宜人的昆明吸引来了省内外游客。

4

游客漫步飞檐斗拱的古镇巷道

“空气清新、气候宜人、鲜花很多。”这是辽宁游客肖晗、黎诗第一次到昆明的共同感受,而云南特有的野生菌火锅,更让她俩赞不绝口。

5

昆明官渡古镇九转花街,随处可见头戴花环、手捧鲜花的游客。

6

昆明官渡古镇九转花街,随处可见头戴花环、手捧鲜花的游客。

7

游客漫步飞檐斗拱的古镇巷道。

8

游客在昆明官渡古镇游玩。

2025年暑期,昆明以全球避暑胜地排名第一的姿态成为国内外游客的首选目的地。为强化“避暑+文旅”品牌,昆明推出八大主题500余项活动,包括火把节狂欢、野生菌美食季及聂耳音乐周,并联合航空、高铁发放优惠票券,吸引游客深度体验“春城”的生态与烟火气。昆明市文化和旅游局数据显示,7月接待游客量同比增长42%,入境游人次飙升66.71%,印证了“清凉经济”的强劲活力。(云南网 记者黄兴能)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

08/13

16:31

ແບ່ງປັນ

ແປ
翻译