ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນຊຸມປີມໍ່ໆມານີ້, ສະຫະກອນສິນເຊື່ອຊົນນະບົດສິບສອງພັນນາຕອບສະໜອງຂໍ້ລິເລີ່ມ“ໜຶ່ງແລວທາງໜຶ່ງເສັ້ນທາງ”ແຫ່ງຊາດຢ່າງຕັ້ງໜ້າ, ກຳໄດ້ໂອກາດ, ເພີ່ມທະວີການສະໜັບສະໜູນດ້ານການເງິນຢູ່ເຂດຊາຍແດນ, ຊຸກຍູ້ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນຈີນແລະລາວ, ຮັກສາຄວາມສາມັກຄີ ແລະ ສະຖຽນລະພາບຂອງເຂດຊາຍແດນ. ມາຮອດທ້າຍເດືອນມີນາ ປີ 2022, ຈຳນວນເຫຼຶອເງິນກູ້ຂອງສະຫະກອນສິນເຊື່ອຊົນນະບົດທົ່ວກິ່ງແຂວງໄດ້ບັນລຸ 19,204 ຕື້ຢວນ, ເພີ່ມຂຶ້ນ 923 ລ້ານຢວນທຽບໃສ່ຕົ້ນປີ, ໃນນັ້ນຈຳນວນເຫຼຶອເງິນກູ້ທີ່ກ່ຽວກັບກະສິກຳມີ 13,283 ຕື້ຢວນ. ເພີ່ມຂຶ້ນ 1.077 ຕື້ຢວນທຽບໃສ່ຕົ້ນປີ.
ຕາມສຽງແກຂອງລົດໄຟ, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວບັນທຸກເຄື່ອງໄຟຟ້າໃຊ້ໃນຄົວເຮືອນ, ແຜ່ນແພ, ລົດຍົນ, ແລະ ສິນຄ້າອື່ນໆຈາກທົ່ວປະເທດ, ຫຼັງຈາກໄດ້ຜ່ານຂັ້ນຕອນການກວດກາຊາຍແດນຢູ່ດ່ານບໍ່ຫ່ານລະດັບຊາດ, ຈະໄປສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.
ຕາມການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນເປັນເວລາ 4 ເດືອນແລ້ວ, ພາຍໃຕ້ການສະໜັບສະໜູນດ້ານການເງິນຈາກສະຫະກອນສິນເຊື່ອຊົນນະບົດ, ເຂດການຮ່ວມມືເສດຖະກິດບໍ່ຫ່ານຄ່ອຍໆກາຍເປັນເວທີອັນສຳຄັນດ້ານການຮ່ວມມືຍູດທະສາດສອງປະເທດຈີນ-ລາວ, ປະລິມານ ແລະ ປະເພດສິນຄ້າທີ່ເຂົ້າ-ອອກດ່ານພາສີບໍ່ຫ່ານໃນແຕ່ລະມື້ ຍັງສືບຕໍ່ເພີ່ມຂຶ້ນ, ເວລາການຂົນສົ່ງ ແລະ ຕົ້ນທຶນການຂົນສົ່ງຫຼຸດລົງຢ່າງຫຼວງຫຼາຍ, ສິນຄ້າຂົນສົ່ງໄດ້ກວມເອົາຫຼາຍກວ່າ 10 ປະເທດ ແລະ ເຂດແຄ້ວນ ເຊັ່ນ: ໄທ, ລາວ, ມຽນມາ, ກຳປູເຈຍ, ມາເລເຊຍແລະສິງກະໂປ, ຊຸກຍູ້ການແລກປ່ຽນດ້ານເສດຖະກິດການຄ້າຢ່າງມີປະສິດທິຜົນ.
ສະຫະກອນສິນເຊື່ອຊົນນະບົດສິບສອງພັນນາໄດ້ຈັດຕັ້ງປະຕິບັດການຈັດວາງຍຸດທະສາດຂອງສູນກາງ “ພັດທະນາຊາຍແດນໃຫ້ຈະເລີນແລະເສີມຂະຫຍາຍຄວາມຮັ່ງມີຂອງປະຊາຊົນເຂດຊາຍແດນ” ແລະ ເສີມຂະຫຍາຍທ່າແຮງຂອງສະຫະກອນສິນເຊື່ອຊົນນະບົດເຊິ່ງມີຈຸດເຄືອຂ່າຍແຈກຢາຍໃນທົ່ວເມືອງແລະບ້ານ, ເຊື່ອມໂຍງເຂົ້າກັບສະພາບລວມການພັດທະນາທ້ອງຖິ່ນຢ່າງຕັ້ງໜ້າ, ແລະສະໜອງການບໍລິການດ້ານການເງິນທີ່ມີຄຸນນະພາບສູງໃຫ້ສິບສອງພັນນາສ້າງເຂດຕົວແບບການເປີດກ້ວາງເຂດຊາຍແດນຢ່າງຮອບດ້ານ.
近年来,西双版纳农信社积极响应国家“一带一路”倡议,抢抓机遇,加强沿边地区金融支持力度,推动中老两国边民改善生活水平,维护边疆区域团结稳定。截至2022年3月末,全州农信社各项贷款余额192.04亿元,较年初增长9.23亿元,其中涉农贷款余额132.83亿元,较年初增长10.77亿元。
伴随着鸣笛声,中老货运列车满载着来自全国各地的家电、纺织、汽车等产品,在国家级磨憨口岸办理完出境边检手续后,正源源不断地驶向南亚、东南亚。
中老铁路开通运营4个月以来,在农信社的大力资金支持下,磨憨经济合作区逐逐渐成为中老两国战略合作的重要平台,每天通过磨憨口岸出关、入关的货物运量和品类不断增加,运输时间和物流成本大幅压缩,发运货物已覆盖泰国、老挝、缅甸、柬埔寨、马来西亚、新加坡等10多个国家和地区,有力促进了沿线经贸往来。
西双版纳农信社深入贯彻中央“兴边富民”战略部署,充分发挥农信社网点遍布城乡的优势,积极融入地方发展大局,为西双版纳全方位打造沿边开放示范区建设提供优质金融服务。
ເມືອງChong Zuoຊຸກຍູ້ການເຄື່ອນໄຫວພັດທະນາຊາຍແດນໃຫ້ຈະເລີນແລະເສີມຂະຫຍາຍຄວາມຮັ່ງມີຂອງປະຊາຊົນເຂດຊາຍແດນ
ສະບາຍດີ2022-04-26
ເມືອງຈີ່ນຜິງລົງເລິກເຂົ້າໃນໝູ່ບ້ານຊາຍແດນເພື່ອດຳເນີນວຽກງານໂຄສະນາເຜີຍແຜ່ກົດໝາຍເພື່ອກໍ່ສ້າງເສັ້ນຊາຍແດນໃຫ້ເຂັ້ມແຂງ
ສະບາຍດີ2022-04-19
ດ່ານພາສີນະຄອງຄຸນໝິງສ້າງສາຍປ້ອງກັນການກັກກັນ
ສະບາຍດີ2022-04-18
ເມືອງຜູເອີ ສົ່ງເສີມການກໍ່ສ້າງຂອງບ້ານຊາຍແດນທີ່ອີ່ມໜຳສຳລານແລະທັນສະໄຫມຢ່າງເຕັມສ່ວນ
ສະບາຍດີ2022-04-12
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
04/29
11:29
— ແບ່ງປັນ —