ມາຈາກ:ສະບາຍດີ
ໃສ່ເຫັດປ່າລົງໃນຈຸ່ມ,ໃຊ້ນ້ຳຊຸບໄກ່ຕົ້ມ,ນ້ຳຊຸບຟົດຂຶ້ນ,ໄອນ້ຳພາດ້ວຍກິ່ນຫອມສົດຂອງເຫັດປ່າແຜ່ລາມອອກມາ.“ຈຸ່ມເຫັດປ່າແມ່ນອາຫານທີ່ພວກເຮົາຕ້ອງກິນເມື່ອມາທ່ຽວຢຸນນານ.”ນາງສາວ ແຊງ ຈາກເມືອງ ອີປິນ ແຂວງ ສີຊວນ ກ່າວ,ຊ່ວງລະດູຮ້ອນທີ່ຢຸນນານມີອາກາດເຢັນ,ເຫັດປ່າມີຢູ່ຫຼາຍ,ພໍຮອດເວລານີ້,ຕົນເອງແລະຄອບຄົວຈະມາພັກຢູ່ຢຸນນານສັກໄລຍະໜຶ່ງ.
ໃນລະດູຮ້ອນທີ່ຮ້ອນແຮງ,ແຕ່ແຂວງຢຸນນານໄດ້ກາຍເປັນ"ສະຖານທີ່ພັກຮ້ອນ" ແລະ"ອານາຈັກເຫັດປ່າ"ດ້ວຍອຸນຫະພູມສະເລ່ຍຕະຫຼອດປີ21,9ອົງສາເຊ ແລະ ກິ່ນຫອມຂອງເຫັດທີ່ອຸດົມສົມບູນ.
ໃນຮ້ານຈຸ່ມເຫັດປ່າ ນະຄອນຄຸນມິງ ແຂວງຢຸນນານ,ພະນັກງານໃສ່ຈານປະສົມເຫັດປ່າລົງໃນໝໍ້ແກງຮ້ອນທີ່ກຳລັງຟົດ.ຖ່າຍຮູບໂດຍນັກຂ່າວສຳນັກຂ່າວຊິນຮວາ ທ່ານ ຈິງເຈົາເຢັນ.
ນັບຕັ້ງແຕ່ເຂົ້າລະດູຮ້ອນປີນີ້,ແຂວງຢຸນນານມີອຸນຫະພູມສະເລ່ຍ 21.9 ອົງສາເຊນຊຽດ,ໂດຍສະເພາະໃນນະຄອນ ຊຽງກຣີລາ,ກິ່ງແຂວງ ເດີຊິນ,ເມືອງ ວີຊີ,ເມືອງ ລານຜິງ,ນະຄອນ ລີຈຽງ, ແລະ ເມືອງ ນິງລາງ,ບ່ອນທີ່ອຸນຫະພູມລະດູຮ້ອນສະເລ່ຍຢູ່ລະຫວ່າງ 13 ຫາ 19 ອົງສາເຊນຊຽດ.ນັກທ່ອງທ່ຽວຫຼາຍຄົນມາຮອດຢຸນນານແລ້ວພົບວ່າ,ລະດູຮ້ອນທີ່ນີ້ບໍ່ຕ້ອງໃຊ້ເຄື່ອງປັບອາກາດ.
“ໃນຖານະທີ່ເປັນຈຸດໝາຍປາຍທາງພັກຜ່ອນລະດູຮ້ອນທີ່ເຢັນສະບາຍທີ່ດີທີ່ສຸດຂອງປະເທດຈີນ,ແຂວງຢຸນນານມີຈຳນວນມື້ທີ່ສະບາຍໃນລະດູຮ້ອນສະເລ່ຍເກີນ 81 ມື້.”ທ່ານ ນາງ ໂລຊິງຊຽນ,ຮອງຫົວໜ້າກົມອຸຕຸນິຍົມແຂວງຢຸນນານກ່າວ.
ໃນຮ້ານຈຸ່ມເຫັດປ່າ ນະຄອນຄຸນມິງ ແຂວງຢຸນນານ,ລູກຄ້າກຳລັງລົດຊິມຈຸ່ມເຫັດປ່າ.ຖ່າຍຮູບໂດຍນັກຂ່າວສຳນັກຂ່າວຊິນຮວາ ທ່ານ ຈິງເຈົາເຢັນ.
ຂໍ້ມູນເບິ່ງສະແດງໃຫ້ເຫັນວ່າໃນເດືອນກໍລະກົດປີນີ້,ແຂວງຢຸນນານຕ້ອນຮັບນັກທ່ອງທ່ຽວ 95.3337 ລ້ານຄົນ,ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ,ແລະລາຍຈ່າຍທ່ອງທ່ຽວລວມເພີ່ມຂຶ້ນຫຼາຍກວ່າ 20%.
ທີ່ສູນການຄ້າເຫັດປ່າມູຊຸຍຮວາ ແຂວງຢຸນນານ,ລູກຄ້າກຳລັງຊື້ເຫັດປ່າ.ຖ່າຍຮູບໂດຍນັກຂ່າວສຳນັກຂ່າວຊິນຮວາ ທ່ານ ຈິງເຈົາເຢັນ.
ໃນແຂວງຢຸນນານ,ເຫັດປ່າຈະເລີ່ມເຕີບໂຕຕັ້ງແຕ່ເດືອນພຶດສະພາ ຈົນເຖິງເດືອນຕຸລາ ທີ່ລະດູຝົນສິ້ນສຸດ.ຜູ້ທີ່ມັກກິນອາຫານຫຼາຍຄົນຕາມກິ່ນຫອມສົດຂອງເຫັດປ່າ,ມາຊອກຫາລົດຊາດທີ່ຢຸນນານ.
ຕາມການສຳຫຼວດຂອງຫ້ອງການພັດທະນາ ແລະ ຍົກລະດັບອຸດສາຫະກຳເຫັດອາຫານແຂວງຢຸນນານ,ໃນປີ 2024,ແຂວງຢຸນນານມີຜົນຜະລິດເຫັດກິນໄດ້ 1.1941 ລ້ານຕັນ,ມີມູນຄ່າລວມ 47.25 ຕື້ຢວນ.
在火锅里倒入朵朵菌子,用土鸡汤煨,火苗带着汤汁不停咕嘟,白汽一起,野生菌的鲜香便氤氲开来。“野生菌火锅是我们每次来云南旅行的‘打卡菜’。”来自四川宜宾的曾女士说,暑期的云南天气凉爽,菌子也大量上市,一到这个时候,自己和家人就会来云南待上一段时间。
炎暑日蒸,云南却以21.9摄氏度的常年平均气温与馥郁菌香,将“避暑天堂”“野生菌王国”具象化。
在云南昆明一家主打野生菌火锅的餐饮店内,工作人员将野生菌拼盘下入煮沸的火锅中。新华社 记者荆昭延/摄
今年入夏以来,云南省平均气温为21.9摄氏度,特别是香格里拉、德钦、维西、兰坪、丽江、宁蒗等县区,夏季平均气温更是处于13—19摄氏度之间。许多游客来了云南才发现,这里的夏天基本不用空调。
“作为全国最佳夏季清凉休闲度假胜地,云南的夏季平均舒适日数超过81天。”云南省气象局副局长罗庆仙说。
在云南昆明一家餐饮店内,顾客在品尝野生菌火锅。新华社 记者荆昭延/摄
数据显示,今年7月,云南共接待游客9533.37万人次,同比增长20.7%,旅游总花费同比增长20%以上。
在云南木水花野生菌交易中心,顾客在购买野生菌。新华社 记者荆昭延/摄
在云南,野生菌通常自5月份开始生长,一直到10月雨季结束。不少“老饕”循着菌子生长的鲜味,寻味云南。
据云南省食用菌产业升级发展办公室统计,2024年,云南省食用菌产量达119.41万吨,总产值472.5亿元。(记者 荆昭延 严勇)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
08/20
14:44
— ແບ່ງປັນ —