ປະຊາຊົນເຂດຊາຍແດນມີຄວາມຮັ່ງມີບ້ານມີຄວາມສວຍງາມ ເຂດຊາຍແດນມີຄວາມສະຫງົບ

ມາຈາກ:ສະບາຍດີ

1049288_670x670

(ສະບາຍດີ ນັກຂ່າວສຸດໃຈ) ບ້ານ ດາລໍ້ຕັ້ງຢູ່ເມືອງສິບສອງພັນນາ ແຄມແມ່ນ້ຳດາລໍ້ເຊິ່ງເປັນແມ່ນ້ຳທີ່ກໍານົດຊາຍແດນຂອງຈີນແລະມຽນມາ, ເອົາການນຳພາຂອງການສ້າງພັກເປັນໃຈກາງ, ສ້າງປ້ອມສູ້ຮົບຂັ້ນຮາກຖານຢ່າງໜັກແໜ້ນ, ສຸມໃສ່ການປ້ອງກັນຊາຍແດນຢ່າງເຂັ້ມແຂງ , ພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ການປົກຄອງຂັ້ນຮາກຖານ, ບຸກເບີກເສັ້ນທາງທີ່ມີຜົນກະທົບໃນການຄົ້ນຄ້ວາແລະປະຕິບັດເຊິ່ງເປັນເສັ້ນທາງໃນການກໍ່ສ້າງບ້ານແບບຢ່າງທີ່ພັດທະນາຊົນນະບົດຢູ່ຕາມຊາຍແດນໃຫ້ຈະເລີນຮຸ່ງເຮືອງ, ສະແດງເຖິງສະພາບການທີ່ດີເຊິ່ງເປັນການປະສັນງານທີ່ເຂັ້ມແຂງ, ປະຊາຊົນຮ່ວມກັນ, ຊາຍແດນມີຄວາມສະຫງົບ, ປະຊາຊົນຊາຍແດນມີຄວາມຮັ່ງມີ, ແລະຊາຍແດນມີຄວາມສວຍງາມ.

ໃນຄະນະກຳມະການບ້ານດາລໍ້, ບໍ່ວ່າໝູ່ບ້ານຫຼືເສັ້ນທາງໃດກໍ່ຕ້ອງກວດກາຕາມຂໍ້ກຳນົດຂອງການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດກ່ອນຜ່ານໄປ.

ເພື່ອສ້າງຕັ້ງລະບົບປ້ອງກັນແລະການຄວບຄຸມຕາເຄືອຂ່າຍ, ບ້ານດາລໍ້ແບ່ງຊາວບ້ານທັງຫຼາຍເປັນຕາເຄືອຂ່າຍຄວບຄຸມ ແລະວິທີການແບ່ງຕາເຄືອຂ່າຍຕາມຂໍ້ກຳນົດ “ການປ້ອງກັນເປັນ 5 ຄອບຄົວ” ແລະ “ການປ້ອງກັນເປັນ 10 ຄອບຄົວ” , ສະມາຊິກພັກ ຊາວບ້ານພະນັກງານເຂດຊາຍແດນ ທະຫານລາດແລະອື່ນໆເປັນຄົນຕາເຄືອຂ່າຍ, ບັນລຸແຕ່ລະບ້ານລ້ວນແຕ່ມີສາລາຢູ່ຍາມ, ແຕ່ລະຄົນເປັນຜູ້ປ້ອງກັນ ແລະ ຜູ້ຄວບຄຸມ.

ເພີ່ມທະວີການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກປະຕູແຫ່ງຊາດ, ກໍ່ສ້າງຕຳຫຼວດແລະທະຫານຮ່ວມກັນ ແລະ ເພີ່ມທະວີສະຕິປະເທດຊາດ, ສະຕິດິນແດນຊາດ, ສະຕິປ້ອງກັນປະເທດຊາດ, ສະຕິປະຕູແຫ່ງຊາດຂອງສະມາຊິກພັກ ພະນັກງານ ແລະປະຊາຊົນຢ່າງຕໍ່ເນື່ອງ, ກໍ່ສ້າງ“ພັກ ລັດຖະບານ ທະຫານ ຕຳຫຼວດ ປະຊາຊົນ ວິສາທະກິດ” 6 ສ້າງສາສູ່ຄວາມເປັນໜຶ່ງ ຮ່ວມກັນເພີ່ມຄວາມເຂັ້ມແຂງຂອງກົນໄກຊາຍແດນ, ຈັດຕັ້ງທະຫານລາດ ທິມຮັກສາບ້ານ ທະຫານແລະຕຳຫຼວດປະຈຳບ້ານດຳເນີນເຄື່ອນໄຫວ “ປ້ອງກັນບ້ານຢູ່ຕາມຊາຍແດນ, ທະຫານຮ່ວມກັບປະຊາຊົນລາດຕະເວນທາງຊາຍແດນ”. ສະກັດກັ້ນການກະທຳຜິດກົດໝາຍ ແລະ ອາດຊະຍາກຳຢ່າງເຂັ້ມງວດ ເຊັ່ນ: ການຂ້າມຜ່ານປະເທດ (ເຂດຊາຍແດນ) ຜິດກົດໝາຍ, ການຄ້າຂາຍເຖື່ອນ ແລະ ການກະທຳຜິດກົດໝາຍອື່ນໆ.

ເສີມຂະຫຍາຍທ່າແຮງໂດຍສັງລວມ ເພື່ອສົ່ງເສີມການພັດທະນາອຸດສາຫະກໍາ

ເພື່ອນຳພາຊາວບ້ານໃຫ້ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ,ສາຂາພັກ(ອົງການຈັດຕັ້ງຮາກຖານພັກກອມມູນິດຈີນ)ບ້ານດາລໍ້ໄດ້ປະກອບສ່ວນຢ່າງເຕັມສ່ວນໃນການນຳພາກໍ່ສ້າງພັກ, ຊຸກຍູ້ການພັດທະນາອຸດສາຫະກຳ. ຖືຂະແໜງກະສິກຳເປັນເຊື່ອມຕໍ່, ຄົ້ນຄ້ວາຮູບແບບການວາງແຜນລວມສາຂາພັກ, ການບໍລິການສາຂາ, ການຄຸ້ມຄອງຊາວກະສິກອນຢ່າງຕັ້ງໜ້າ, ສ້າງລະບົບການເຄື່ອນໄຫວແບບວິທະຍາສາດ.

ຄຽງຄູ່ກັບການຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງອຸດສາຫະກຳພື້ນເມືອງຄືຢາງພາລາ, ສາຂາພັກ(ອົງການຈັດຕັ້ງຮາກຖານພັກກອມມູນິດຈີນ)ຂອງບ້ານດາລໍ້ໄດ້ຊີ້ນຳປະຊາຊົນພັດທະນາອຸດສາຫະກຳທີ່ມີລັກສະນະຄື: ໝາກມັງກອນ ແລະ ໝາກມີ້ແລະອື່ນໆ, ໂດຍຜ່ານການນຳເຂົ້າບັນດາວິສາຫະກິດນຳໜ້າໃຫສະໜັບສະໜູນການຊ່ວຍເຫຼືອດ້ານເຕັກນິກ ແລະ ມາດຕະການອື່ນໆເພື່ອເພີ່ມທະວີຄວາມກະຕືລືລົ້ນຂອງປູກຝັງ. ປະຈຸບັນ, ທົ່ວບ້ານໄດ້ພັດທະນາການປູກໝາກມັງກອນ 233 ກວ່າເຮັກຕາ, ແລະ ໃບສັ່ງໝາກໄມ້ເຊັ່ນ: ໝາກມີ້, ໝາກກ້ຽງຊ້າງ, ໝາກໂມ ຮອດ 146 ກວ່າເຮັກຕາ. ໃນປີ 2020, ລາຍຮັບທັງໝົດດ້ານເສດຖະກິດຂອງບ້ານເກືອບ 137 ລ້ານຢວນ.

1049288_670x670

位于西双版纳中缅界河打洛江畔的打洛村,以党建引领为核心,筑牢基层战斗堡垒,聚焦强边固防、乡村振兴和基层治理,走出一条边境乡村振兴示范村建设的有益探索和实践之路,呈现出组织强、人心齐、边境安、边民富、边关美的良好局面。

筑牢边境线上的坚强堡垒

在打洛村委会,无论途经哪一个村寨哪一条路段,都要严格按照疫情防控要求进行检查后,才能通行。

为建立网格防控体系,打洛村将所有的村民小组划分出防控网格,按照“五户联防”“十户联防”的要求细分网格,由党员、村民、界务员、民兵等担任网格员,实现村村建有值守亭、人人都是防控者。

深入推进国门党建、军警地共建等工作落实,不断强化党员干部群众的国家意识、国土意识、国防意识、国门意识,构建起“党政军警民企”六位一体合力固边机制,组织民兵、护村队与驻村军警常态化联合开展“守村护寨走边关、军民同踏巡边路”等活动,严厉打击偷越国(边)境、走私等违法犯罪行为。

发挥综合优势推进产业发展

为带领村民共同富裕,打洛村党总支充分发挥党建引领作用,推进产业发展。以农业产业为纽带,积极探索党总支统筹、支部服务、农户管理的模式,形成了科学化运行体系。

在抓好橡胶等传统产业提质增效的同时,打洛村党总支引导群众大力发展火龙果、菠萝蜜等特色产业,并通过引入龙头企业,提供技术帮扶等措施,提高群众的种植热情。目前,全村共发展火龙果种植233多公顷,菠萝蜜、柚子、西瓜等订单水果146多公顷。2020年全村经济总收入近1.37亿元。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/06

14:57

ແບ່ງປັນ

ແປ
翻译