ເມືອງChong Zuoຊຸກຍູ້ການເຄື່ອນໄຫວພັດທະນາຊາຍແດນໃຫ້ຈະເລີນແລະເສີມຂະຫຍາຍຄວາມຮັ່ງມີຂອງປະຊາຊົນເຂດຊາຍແດນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ໃນຊຸມປີມໍ່ໆມານີ້, ດ້ວຍການພັດທະນາຢ່າງເລິກເຊິ່ງຂອງການເຄື່ອນໄຫວພັດທະນາຊາຍແດນໃຫ້ຈະເລີນແລະເສີມຂະຫຍາຍຄວາມຮັ່ງມີຂອງປະຊາຊົນເຂດຊາຍແດນ ແລະ ວຽກງານການລຶບລ້າງຄວາມທຸກຍາກ, ເມືອງChong Zuoໄດ້ສຸມຊັບພະຍາກອນທີ່ມີຄຸນນະພາບສູງ ແລະ ບັນດາກຳລັງດີເດັ່ນເພື່ອແກ້ໄຂຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ. ໂດຍຜ່ານການປະຕິບັດໂຄງການກອງທຶນພັດທະນາຊົນເຜົ່າສ່ວນໜ້ອຍຢ່າງຕັ້ງໜ້າເຊິ່ງນຳໃຊ້ໃນການກໍ່ສ້າງພື້ນຖານໂຄງລ່າງເຊັ່ນເສັ້ນທາງຊົນນະບົດ, ດື່ມນ້ຳ ແລະ ອື່ນໆ ແລະ ສະໜັບສະໜູນການພັດທະນາໂຄງການອຸດສາຫະກຳອັນພິເສດ, ນຳໃຊ້ອຸດສາຫະກຳເພື່ອນຳພາປະຊາຊົນໄປສູ່ທາງຈະເລີນຮຸ່ງເຮືອງ. ພ້ອມກັນນັ້ນ, ປະດິດສ້າງຮູບແບບການລຶບລ້າງຄວາມທຸກຍາກດ້ານການຄ້າຊາຍແດນເຊິ່ງເປັນ “ຊາວຊາຍແດນ + ສະຫະກອນ (ກຸ່ມຊ່ວຍເຫຼືອເຊິ່ງກັນແລະກັນ)”, ແລະ ຊີ້ນຳຊາວເຂດຊາຍແດນສ້າງສະຫະກອນແລະເຂົ້າຮ່ວມການຄ້າລະຫວ່າງສອງປະເທດເພື່ອເພີ່ມລາຍຮັບ ແລະ ສ້າງຄວາມຮັ່ງມີ.

微信图片_20220426154758

ບ້ານ Kanai ຍັງໄດ້ແຈກຢາຍທຶນອຸດຫນູນດ້ານອຸດສາຫະກຳ 1.1492 ລ້ານຢວນ, ນຳເຂົ້າໝາກແກ່ນທີ່ລຶ້ງເຄີຍກັບສິ່ງແວດລ້ອມ ແລະ ໝາກກ້ວຍທີ່ດີຂຶ້ນເຊິ່ງໄດ້ສົ່ງເສີມການປັບປຸງໂຄງສ້າງອຸດສາຫະກຳຂອງທ້ອງຖິ່ນຢ່າງມີປະສິດທິພາບ, ເພີ່ມເນື້ອທີ່ການປູກໃນປ່າຢ່າງມີປະສິດທິພາບ, ຊ່ວຍໃຫ້ຊາວຊົນເຜົ່າຢ້າວທ້ອງຖິ່ນເພີ່ມປະລິມານການຜະລິດ ແລະ ລາຍຮັບ.

ນອກຈາກນີ້, ບ້ານ Kanaiໄດ້ອາໄສຮູບແບບ “ຮ່ວມກັນກໍ່ສ້າງພັກ + ສະມາຄົມອຸດສາຫະກຳ + ກຸ່ມຊ່ວຍເຫຼືອປະຊາຊົນເຂດຊາຍແດນເຊິ່ງກັນ + ປະຕິບັດວິສາຫະກິດປຸງແຕ່ງ”, ການສ້າງຕັ້ງ 6 ກຸ່ມຊ່ວຍເຫຼືອເຊິ່ງກັນແລະກັນຂອງບ້ານຊາຍແດນໃນທົ່ວປະເທດຢ່າງແທ້ຈິງ . ທ່ານ Lin Liqin, ເລຂາໜ່ວຍພັກ ສາຂາບ້ານKanai ເວົ້າວ່າ: ຮູບແບບນີ້ ໄດ້ເພີ່ມລາຍຮັບຂອງປະຊາຊົນບັນດາເຜົ່າໃນບ້ານ, ໂດຍສະເພາະແມ່ນແມ່ຍີງທີ່ຄອບຄົວໄປເຮັດວຽກຢູ່ຕ່າງຖິ່ນ,  ຊາວບ້ານທີ່ແຮງງານມີການຫຼຸດລົງຍ້ອນພະຍາດ.ລາຍຮັບສຸດທິສະເລ່ຍຕໍ່ຫົວຄົນຕໍ່ປີຂອງຊາວເຂດຊາຍແດນທີ່ເຂົ້າຮ່ວມການຄ້າຕະຫຼາດເຊິ່ງກັນແລະກັນຈະເພີ່ມຂຶ້ນ 6.000 ຢວນ.”

微信图片_20220426154809

ໃນຊຸມປີມໍ່ໆມານີ້, ເມືອງChong Zuoໄດ້ຍົກລະດັບການພັດທະນາຂອງເຂດຊາຍແດນຢ່າງບໍ່ຕໍ່ເນື່ອງ.ປະຈຸບັນ, ລັກສະນະອຸດສາຫະກຳຢູ່ເຂດຊາຍແດນສືບຕໍ່ມີການເຕີບໂຕ ແລະ ເງື່ອນໄຂການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ, ຜົນປະໂຫຍດທາງດ້ານວັດຖຸແລະຈິດໃຈ, ຄວາມຜາສຸກ, ຄວາມປອດໄພຂອງປະຊາຊົນນັບມື້ນັບມີການເພີ່ມຂື້ນຢ່າງບໍ່ຢຸດຢັ້ງ.

近年来,随着兴边富民行动和脱贫攻坚工作的深入开展,崇左市集中优质资源、优势兵力向困难发起“进攻”。通过大力实施少数民族发展资金项目,用于实施农村道路、饮水等基础设施建设和扶持发展特色产业项目,利用产业带领村民走上致富路。同时,创新“边民+合作社(互助组)”边贸扶贫模式,引导边民组建合作社参与互市贸易增收致富。

微信图片_20220426154758

堪爱村还发放114.92万元产业补助,引进适应性更强的坚果、良种芭蕉,有效地促进了当地的产业结构优化,增加了山林有效种植面积,帮助当地的瑶族群众实现了增产增收。

此外,堪爱村依托“党建共建+行业协会+边民互助组+落地加工企业”模式,率先在全国组建6个真正意义上的边民互助组。堪爱村党支部书记林立勤说:“这种模式增加了村里各族群众特别是留守妇女、因病而劳动力减少的村民的收入,参与互市贸易边民年人均纯收入增加6000元。”

微信图片_20220426154809

多年来,崇左市不断提升边境地区发展水平。如今边境特色产业不断发展壮大,各族群众生产生活条件得到改善,群众获得感、幸福感、安全感不断增强。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/26

15:28

ແບ່ງປັນ

ແປ
翻译